ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວ່າ ຕົນວາງ ແຜນສຸກເສີນໄວ້ ໃນກໍລະນີ ທີ່ການເຈລະຈາ ເລື່ອງນິວເຄລຍ ຂອງອີຣ່ານ ລົ້ມແຫຼວ


ປະທານາທິບໍດີ ຮາດຊານ ຣູຮານີ (Hassan Rouhani) ໄປຢ້ຽມຢາມ ໂຮງງານພະລັງນິວເຄລຍ ບູແຊຣ (Bushehr) ຕັ້ງຢູ່ບໍ່ໄກຈາກເມືອງທ່າເຮືອ ບູແຊຣ ຂອງອີຣ່ານ, ວັນທີ 13 ມັງກອນ 2015, ຢູ່ໃນພາບນີ້ ທີ່ໄດ້ຖືກນຳເຜີຍແຜ່ ໂດຍສຳນັກງານປະທານາທິບໍດີ ຂອງອີຣ່ານ.
ປະທານາທິບໍດີ ຮາດຊານ ຣູຮານີ (Hassan Rouhani) ໄປຢ້ຽມຢາມ ໂຮງງານພະລັງນິວເຄລຍ ບູແຊຣ (Bushehr) ຕັ້ງຢູ່ບໍ່ໄກຈາກເມືອງທ່າເຮືອ ບູແຊຣ ຂອງອີຣ່ານ, ວັນທີ 13 ມັງກອນ 2015, ຢູ່ໃນພາບນີ້ ທີ່ໄດ້ຖືກນຳເຜີຍແຜ່ ໂດຍສຳນັກງານປະທານາທິບໍດີ ຂອງອີຣ່ານ.

ສະຫະລັດ ກ່າວວ່າ ຕົນໄດ້ປຶກສາຫາລືໃນທາງທີ່ສ້າງສັນ ກັບຄູ່ພາຄີໃນທະວີບ ຢູໂຣບ
ເມື່ອສັບປະດາແລ້ວນີ້ ກ່ຽວກັບ ເລື່ອງການປ່ຽນແປງ ຂໍ້ຕົກລົງດ້ານນິວເຄລຍກັບອີຣ່ານ
ແຕ່ກໍໄດ້ວາງແຜນສຸກເສີນເອົາໄວ້ ໃນກໍລະນີທີ່ການເຈລະຈາ ບໍ່ປະສົບຜົນສຳເລັດ ແລະ
ປະທານາທິບໍດີ ດໍໂນລ ທຣຳ ຕັດສິນໃຈທີ່ຈະຖອນໂຕອອກຈາກຂໍ້ຕົກລົງປີ 2015 ທີ່
ເປັນຂີດໝາຍສຳຄັນນັ້ນ.

ທ່ານ ບຣາຍແອນ ຮຸກ (Brian Hook) ນັກເຈລະຈາທີ່ສຳຄັນແລະຜູ້ອຳນວຍການ ກົມ
ວາງແຜນນະໂຍບາຍ ຂອງກະຊວງການຕ່າງປະເທດ ໄດ້ກ່າວຕໍ່ບັນ ດານັກຂ່າວ ໃນວັນ
ພຸດວານນີ້ວ່າ ທ່ານບໍ່ສາມາດຄາດຄະເນໄດ້ວ່າ ການເຈລະ ຈາຂອງສະຫະລັດ ກັບ
ອັງກິດ ຝຣັ່ງ ແລະ ເຢຍຣະມັນ ໃນເລື່ອງການເພີ້ມຂໍ້ຈຳກັດໃສ່ໃນຂໍ້ຕົກລົງດັ່ງກ່າວ ເພື່ອ
ແກ້ໄຂສິ່ງທີ່ທ່ານທຣຳ ເຫັນວ່າ ເປັນການຂາດຕົກບົກຜ່ອງ ໃນຂໍ້ຕົກລົງນິວເຄລຍກັບ
ອີຣ່ານ ນັ້ນ ຈະສາມາດຮັບເອົາໄດ້ຕາມກຳນົດເສັ້ນຕາຍ ໃນເດືອນພຶດສະພານີ້ ຫຼືບໍ່.

ວັນທີ 12 ພຶດສະພາ ເປັນເວລາ ທີ່ຄະນະລັດຖະບານທ່ານທຣຳ ຈະຕ້ອງຕັດ ສິນໃຈວ່າ
ຈະຂະຫຍາຍມາດຕະການຜ່ອນຜັນ ແກ່ເຕຫະຣ່ານອອກໄປຕື່ມອີກຫຼືບໍ່ ຕາມການເຫັນດີ
ໃນຂໍ້ຕົກລົງນິວເຄລຍກັບອີຣ່ານນັ້ນ. ຂໍ້ຕົກລົງດັ່ງກ່າວຍັງເປັນທີ່ຮູ້ຈັກກັນດີ ໃນຊື່ ແຜນ
ປະຕິບັດງານຮ່ວມ ຮອບດ້ານ ຫຼື JCPOA.

ການວາງສະແດງ ລູກສອນໄຟ ຂອງອີຣ່ານ ແລະ ຮູບພາບຜູ້ນຳສູງສູດ ອາຢາໂທລາ ອາລີ ໂຄມານີ (Ayatollah Ali Khamenei) ຂອງອີຣ່ານ ສາມາດເຫັນໄດ້ ຢູ່ທີ່ ຈະຕຸລັດ ບາຮາເຣັສຕານ (Baharestan Square) ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ວັນທີ 27 ກັນຍາ 2017.
ການວາງສະແດງ ລູກສອນໄຟ ຂອງອີຣ່ານ ແລະ ຮູບພາບຜູ້ນຳສູງສູດ ອາຢາໂທລາ ອາລີ ໂຄມານີ (Ayatollah Ali Khamenei) ຂອງອີຣ່ານ ສາມາດເຫັນໄດ້ ຢູ່ທີ່ ຈະຕຸລັດ ບາຮາເຣັສຕານ (Baharestan Square) ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ວັນທີ 27 ກັນຍາ 2017.

ທ່ານ ຮຸກ ໄດ້ແຈ້ງໃຫ້ບັນດານັກຂ່າວຊາບ ໃນກອງປະຊຸມຜ່ານທາງໂທລະສັບ ກ່ຽວກັບ
ການພົບປະກັບບັນດາປະເທດພັນທະມິດໃນຢູໂຣບຂອງທ່ານເມື່ອທ້າຍສັບປະດາແລ້ວ
ນີ້ ຢູ່ທີ່ນະຄອນເບີລິນ.

ທ່ານ ຮຸກ ໄດ້ເວົ້າວ່າ “ພວກເຮົາໄດ້ມີການປຶກສາຫາລືກັນ ໃນທາງທີ່ສ້າງສັນ ກັບ
ບັນດາປະເທດ ໃນຢູໂຣບ..ແຕ່ຂ້າພະເຈົ້າບໍ່ສາມາດຄາດຄະເນໄດ້ວ່າ ພວກເຮົາຈະ
ບັນລຸຂໍ້ຕົກລົງ ກັບພວກເຂົາເຈົ້າໄດ້ ຫຼືບໍ່. ພວກເຮົາຕ້ອງໄດ້ກຽມພ້ອມຢູ່ສະເໝີ
ສຳລັບ ສະຖານະການໃດໆ ທີ່ຈະເກີດຂຶ້ນ ແລະສະນັ້ນແລ້ວພວກເຮົາຈຶ່ງໄດ້ພົວພັນ
ໃນແຜນສຸກເສີນ ເພາະວ່າ ມັນຈະບໍ່ເໝາະສົມເລີຍ ທີ່ຈະບໍ່ເຮັດ ເຊັ່ນນັ້ນ.”

ທ່ານປະທານາທິບໍດີ ທຣຳ ໄດ້ກ່າວຕໍ່ບັນດານັກການທູດ ໃຫ້ຫາທາງຈຳກັດຕື່ມ ຕໍ່
ໂຄງການລູກສອນໄຟຂີປະນາວຸດ ຂອງອີຣ່ານ ເຊັ່ນວ່າ ໃຫ້ມີການກວດສອບເຂົ້າໄປໃນ
ສະຖານທີ່ນິວເຄລຍຕ່າງໆ ຂອງອີຣ່ານຫຼາຍຂຶ້ນ ແລະ ໃຫ້ລົບລ້າງ ອັນທີ່ເອີ້ນວ່າ “ຕາ
ເວັນຕົກດິນ ຫຼື sunsets”
ທີ່ກ່ຽວຂ້ອງກັບຂໍ້ຈຳກັດຕ່າງໆ ຕໍ່ກິດ ຈະກຳດ້ານນິວເຄລຍ
ຂອງອີຣ່ານ ນັ້ນ.

ທ່ານ ຮຸກ ຍອມຮັບວ່າ ເຕຫະຣ່ານແມ່ນຢູ່ໃນຖານະທີ່ທ່ານອະທິບາຍວ່າ “ປະ ຕິບັດ
ຕາມທາງດ້ານເທັກນິກ”
ກ່ຽວກັບຂໍ້ບັງຄັບຂອງຂໍ້ຕົກລົງນິວເຄລຍ ແຕ່ທ່ານໄດ້ໃຫ້
ຂໍ້ສັງເກດ ໃນອັນທີ່ທ່ານເອີ້ນວ່າ ການຫັນປ່ຽນໃນນະໂຍບາຍ ໂດຍກ່າວວ່າ ຄະນະ
ລັດຖະບານທ່ານທຣຳ ແມ່ນກຳລັງປຶກສາຫາລືກັນ ທີ່ຈະພິຈາລະນາທັງໝົດ ໃນການ
ກະທຳຕ່າງໆຂອງອີຣ່ານ ຢູ່ໃນໂລກ ລວມທັງການສະໜັບສະໜູນແກ່ພວກກໍ່ການຮ້າຍ
ນຳດ້ວຍ.

Iran Nuclear
please wait
Embed

No media source currently available

0:00 0:00:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG