ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ສະຫະລັດ ພິຈາລະນາກົດລະບຽບການຄ້າທີ່ເຄັ່ງຄັດ ກ່ຽວກັບ ການປາບປາມໄມ​ໂຄ​ຣຊິບ ໃນປະເທດຈີນ


ແຟ້ມຮູບ-ຊິບ ຄອມພິວເຕີ້ ກໍາລັງຖືກກວດກາຜ່ານກ້ອງຈຸນລະທັດ ຢູ່ທີ່ງານມະຫະກໍາເທັກໂນໂລຈີຂັ້ນສູງ ສາກົນ ຈີນ ປັກກິ່ງ ຄັ້ງທີ 21, ໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 17 ພຶດສະພາ 2018. ປັດຈຸບັນ, ສະຫະລັດ ວາງມາດຕະການເຂັ້ມງວດສໍາລັບການສົ່ງອອກ ໂດຍແນເປົ້າໝາຍໃສ່ຜູ້ຜະລິດຊິບ SMIC ຈາກ ຈີນ.
ແຟ້ມຮູບ-ຊິບ ຄອມພິວເຕີ້ ກໍາລັງຖືກກວດກາຜ່ານກ້ອງຈຸນລະທັດ ຢູ່ທີ່ງານມະຫະກໍາເທັກໂນໂລຈີຂັ້ນສູງ ສາກົນ ຈີນ ປັກກິ່ງ ຄັ້ງທີ 21, ໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 17 ພຶດສະພາ 2018. ປັດຈຸບັນ, ສະຫະລັດ ວາງມາດຕະການເຂັ້ມງວດສໍາລັບການສົ່ງອອກ ໂດຍແນເປົ້າໝາຍໃສ່ຜູ້ຜະລິດຊິບ SMIC ຈາກ ຈີນ.

ອົງການຂ່າວ Bloomberg ລາຍງານໃນວັນອັງຄານວານນີ້ວ່າ ສະຫະລັດ ກໍາລັງປະເຊີນກັບການກົດດັນຕໍ່ການປາບປາມໄມ​ໂຄ​ຣຊິບ ຂອງຕົນຈາກ ຈີນ, ໂດຍໄດ້ບອກກັບບັນດາພັນທະມິດຂອງຕົນວ່າ ຕົນກໍາລັງພິຈາລະນາການນໍາ ໃຊ້ຂໍ້ຈຳກັດຂັ້ນເດັດຂາດທາງດ້ານການຄ້າ ຖ້າບໍລິສັດຕ່າງໆສືບຕໍ່ໃຫ້ລັດ ຖະບານສາມາດເຂົ້າເຖິງເທັກໂນໂລຈີຂອງ semiconductor ທີ່ທັນສະໄໝໄດ້, ອີງຕາມລາຍງານຂອງອົງານຂ່າວ Reuters.

ລາຍງານດັ່ງກ່າວເປີດເຜີຍເພີ້ມເຕີມ ໂດຍ​ອ້າງ​ອີງ​ເຖິງ​ຜູ້​ທີ່ລື້ງ​ເຄີຍ​ກັບ​ການຫາລືວ່າ ມາດ​ຕະ​ການຕ່າງໆ​ເຫຼົ່າ​ນີ້ ​ຈະຖືກນໍາ​ໃຊ້ເຂົ້າ​ກັບບັນດາ​ບໍ​ລິ​ສັດຕ່າງໆ​ເຊັ່ນ Tokyo Electron ແລະ ASML Holding NV.

ລາຍງານກ່າວວ່າ ສະຫະລັດ ກໍາລັງຊັ່ງຊາເບິ່ງວ່າຈະກໍານົດໃຊ້ມາດຕະການ ໃນອັນທີ່ຮ້ອງວ່າກົດລະບຽບການຜະລິດໂດຍກົງຈາກຕ່າງປະເທດ ຫຼື FDPR ຫຼື ບໍ່.

ການສະຫນອງທີ່ຮ້ອງວ່າ FDPR, ຖືກນໍາໃຊ້ຄັ້ງທໍາອິດໃນປີ 1959 ເພື່ອຄວບ ຄຸມການຊື້ຂາຍດ້ານເທັກໂນໂລຈີຂອງ ສະຫະລັດ.

ໂດຍພື້ນຖານແລ້ວ ຖ້າຜະລິດຕະພັນໃດນຶ່ງຖືກຜະລິດໂດຍການນໍາໃຊ້ເທັກໂນ ໂລຈີຂອງຊາວອາເມຣິກັນ, ລັດຖະບານສະຫະລັດ ມີອຳນາດທີ່ຈະຢຸດມັນຈາກ ການຈຳໜ່າຍ ລວມທັງຜະລິດຕະພັນຕ່າງໆທີ່ຜະລິດຢູ່ຕ່າງປະເທດ.

ໃນລາຍງານຂອງ Bloomberg ກ່າວຕື່ມວ່າ ສະຫະລັດ ກຳລັງນໍາສະເໜີ ແນວຄວາມຄິດດັ່ງກ່າວຕໍ່ບັນດາເຈົ້າໜ້າທີ່ໃນນະຄອນຫຼວງໂຕກຽວ ແລະນະຄອນ ເຮັກ ວ່າເປັນຜົນທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ສູງຂື້ນ ຖ້າປະເທດ ຕ່າງໆບໍ່ເຂັ້ມງວດຕໍ່ມາດຕະການກ່ຽວກັບຈີນຂອງຕົນເອງນັ້ນ.

ASML ໄດ້ອອກມາປະຕິເສດຄໍາເຫັນກ່ຽວກັບການຫາລືດັ່ງກ່າວ, ແລະ Electron ກໍໄດ້ກ່າວວ່າ ເຂົາ​ເຈົ້າບໍ່ຢູ່ໃນຕໍາແໜ່ງທີ່ຈະສະແດງຄວາມຄິດ ເຫັນກ່ຽວກັບ “ບັນຫາທາງດ້ານພູມສາດການເມືອງ,” ອີງຕາມລາຍງານຂອງອົງ ການຂ່າວ Bloomberg.

Tokyo Electron, ASML Holding, ແລະກະຊວງການຄ້າຂອງສະຫະລັດ ບໍ່ໄດ້ຕອບສະຫນອງຕໍ່ຄໍາຮ້ອງຂໍຄວາມເຫັນໃດໆໃນທັນທີຈາກອົງການຂ່າວ Reuters.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

July 16 (Reuters) - The U.S., facing pushback to its chip crackdown on China, has told its allies it is considering using the most severe trade restrictions available if companies continue giving the country access to advanced semiconductor technology, Bloomberg News reported on Tuesday.

These measures would be applied to companies such as Tokyo Electron and ASML Holding NV the report added, citing people familiar with the discussions.

The U.S. is weighing whether to impose a measure called the foreign direct product rule, or FDPR, the report said.

The provision, called the Foreign Direct Product Rule, or FDPR, was first introduced in 1959 to control trading of U.S. technologies.

It essentially says that if a product was made using American technology, the U.S. government has the power to stop it from being sold - including products made in a foreign country.

The U.S. is presenting the idea to officials in Tokyo and the Hague as an increasingly likely outcome if the countries don't tighten their own China measures, the Bloomberg report added.

ASML declined to comment on the discussions, and Electron said it wasn't in a position to comment on "geopolitical issues", Bloomberg reported.

Tokyo Electron, ASML Holding, and the U.S. Department of Commerce did not immediately respond to Reuters' requests for comment.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG