ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກຳລັງພິຈາລະນາ ການກັກໂຕ ໃຫ້ສັ້ນລົງ ພາຍຫຼັງຈາກ ທີ່ອາດໄດ້ສຳພັດກັບ ຜູ້ຕິດ COVID-19


ໃນພາບຖ່າຍເມື່ອວັນທີ 18 ພະຈິກ 2020 ນີ້, ຄົນຜູ້ດຽວກຳລັງຍ່າງຜ່ານປ້າຍແຈ້ງການຂອງສາທາລະນະ ທີ່ເຕືອນພົນລະເມືອງຊິກຄາໂກ ໃຫ້ກັບຄືນໄປປະຕິບັດມາດຕະການປ້ອງກັນ COVID-19 ຢ່າງເຂັ້ມງວດ ຢູ່ທົ່ວຕົວເມືອງ ຊຶ່ງໂດຍປົກກະຕິແລ້ວ ຈະມີຜູ້ຄົນໜາແໜ້ນ ໃນເຂດ Magnificent Mile ໃນນະຄອນຊິກຄາໂກ.
ໃນພາບຖ່າຍເມື່ອວັນທີ 18 ພະຈິກ 2020 ນີ້, ຄົນຜູ້ດຽວກຳລັງຍ່າງຜ່ານປ້າຍແຈ້ງການຂອງສາທາລະນະ ທີ່ເຕືອນພົນລະເມືອງຊິກຄາໂກ ໃຫ້ກັບຄືນໄປປະຕິບັດມາດຕະການປ້ອງກັນ COVID-19 ຢ່າງເຂັ້ມງວດ ຢູ່ທົ່ວຕົວເມືອງ ຊຶ່ງໂດຍປົກກະຕິແລ້ວ ຈະມີຜູ້ຄົນໜາແໜ້ນ ໃນເຂດ Magnificent Mile ໃນນະຄອນຊິກຄາໂກ.

ສູນກາງຄວບຄຸມແລະປ້ອງກັນພະຍາດສະຫະລັດ ຫຼື CDC ກຳລັງພິຈາລະນາເບິ່ງວ່າ ຈະຫລຸດຜ່ອນຂໍ້ແນະນຳຂອງໄລຍະການກັກໂຕສຳລັບພວກຄົນຜູ້ທີ່ອາດໄດ້ສຳພັດ ກັບບຸກຄົນທີ່ມີເຊື້ອໄວຣັສໂຄວິດ-19.

ກົດລະບຽບໃນປັດຈຸບັນ ແມ່ນໃຫ້ພວກຄົນ ຢູ່ໂດດດ່ຽວເປັນເວລາ 14 ວັນ ໃນສະຖານະການດັ່ງກ່າວ ແຕ່ເຈົ້າໜ້າທີ່ທ່ານນຶ່ງ ໄດ້ກ່າວໃນວັນອັງຄານວານນີ້ວ່າ ໄລຍະການກັກໂຕນັ້ນອາດຈະສັ້ນລົງໃນໄລຍະທີ່ບໍ່ໄດ້ລະບຸ ຖ້າຫາກຜູ້ກ່ຽວກວດ ພົບວ່າ ບໍ່ມີເຊື້ອໄວຣັສ ໃນລະຫວ່າງໄລຍະການຢູ່ໂດດດ່ຽວນັ້ນ.

ລັດຖະບານສະຫະລັດພວມກຳລັງເຮັດວຽກກ່ຽວກັບແຜນການຂອງຕົນທີ່ຈະແຈກຢາຍຢາວັກຊີນປ້ອງກັນໄວຣັສໂຄໂຣນາຮອບທຳອິດ ເມື່ອໃດທີ່ພວກເຂົາເຈົ້າໄດ້ຮັບການອະນຸມັດ ດ້ານລະບຽບການ.

ນາຍພົນ ກຸສຕາບວ໌ ເປີນາ ຫົວໜ້າປະຕິບັດງານຂອງໂຄງການລັດຖະບານທີ່ເອີ້ນວ່າ ປະຕິບັດການຄວາມໄວສູງສຸດ ຫຼື Operation Warp Speed ໄດ້ກ່າວຕໍ່ບັນາດນັກຂ່າວໃນວັນອັງຄານວານນີ້ວ່າ ຢາວັກຊີນ 40 ລ້ານຊຸດຫຼືໂດສ ທີ່ຜະລິດໂດຍບໍລິສັດຜະລິດຢາ ຈະມີໃຫ້ໃຊ້ພາຍໃນທ້າຍເດືອນທັນວານີ້.

ອົງການອາຫານແລະຢາ ຫຼື FDA ຂອງສະຫະລັດ ແມ່ນມີກຳນົດຈະຕັດສິນໃຈໃນວັນທີ 10 ທັນວາ ນີ້ວ່າ ຈະອະນຸມັດຂັ້ນສຸກເສີນ ໃຫ້ນຳໃຊ້ ຢາວັກຊີນຂອງບໍລິສັດຟາຍເຊີຣ ຫຼືບໍ່ ໃນຂະນະທີ່ບໍລິສັດໂມເດີຣນາ ຄາດໝາຍວ່າ ຈະຍື່ນຄຳຮ້ອງ ເພື່ອຂໍການອະນຸມັດໃນໄວໆນີ້. ທັງສອງບໍລິສັດດັ່ງກ່າວ ໄດ້ເປີດເຜີຍຜົນການທົດລອງໃນຂັ້ນຕົ້ນທີ່ສະແດງໃຫ້ເຫັນວ່າ ຢາວັກຊີນຂອງພວກເຂົາເຈົ້ານັ້ນ ປາກົດວ່າ ມີປະສິດທິພາບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG