ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ພິຈາລະນາການລົງໂທດທາງເສດຖະກິດຕໍ່ຈີນ ເພື່ອຂັດຂວາງການເຄື່ອນໄຫວຕໍ່ໄຕ້ຫວັນ


ຢູ່ໃນຮູບທີ່ເຜີຍແຜ່ໂດຍກະຊວງການຕ່າງປະເທດຂອງໄຕ້ຫວັນນີ້, ປະທານສະພາຕໍ່າສະຫະລັດ ທ່ານນາງແນນຊີ ເພໂລຊີ (ຂວາ), ໄດ້ຮັບການຕ້ອນຮັບໂດຍລັດຖະມົນຕີກະຊວງການຕ່າງປະເທດຂອງໄຕ້ຫວັນ ທ່ານໂຈເຊັບ ຫວູ, ໃນລະຫວ່າງທີ່ທ່ານນາງເດີນທາງໄປຮອດ ນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 2 ສິງຫາ 2022.  Photo via AP.
ຢູ່ໃນຮູບທີ່ເຜີຍແຜ່ໂດຍກະຊວງການຕ່າງປະເທດຂອງໄຕ້ຫວັນນີ້, ປະທານສະພາຕໍ່າສະຫະລັດ ທ່ານນາງແນນຊີ ເພໂລຊີ (ຂວາ), ໄດ້ຮັບການຕ້ອນຮັບໂດຍລັດຖະມົນຕີກະຊວງການຕ່າງປະເທດຂອງໄຕ້ຫວັນ ທ່ານໂຈເຊັບ ຫວູ, ໃນລະຫວ່າງທີ່ທ່ານນາງເດີນທາງໄປຮອດ ນະຄອນຫຼວງໄທເປ, ໄຕ້ຫວັນ, ວັນທີ 2 ສິງຫາ 2022.  Photo via AP.

ສະຫະລັດກໍາລັງພິຈາລະນາເບິ່ງຫຼາຍທາງເລືອກ ສໍາລັບມາດຕະການລົງໂທດທາງດ້ານເສດຖະກິດຕໍ່ຈີນ, ​ອີງ​ຕາມ​ແຫຼ່ງ​ຂ່າວ​ທີ່​ຮູ້​ເລື້ອງ​ດີເພື່ອຂັດຂວາງພວກເຂົາຈາກການຮຸກຮານໄຕ້ຫວັນ ເຊິ່ງສະຫະພາບຢູໂຣບພວມ​ຕົກຢູ່ພາຍໃຕ້ການກົດດັນທາງ​ດ້ານການທູດ ຈາກໄທເປ ​ໃຫ້ດໍາເນີນງານແບບດຽວກັນ, ອີງຕາມ​ລາຍ​ງານ​ຂອງອົງການຂ່າວຣອຍເຕີສ໌.

ແຫຼ່ງຂ່າວເປີດເຜີຍວ່າ ການພິຈາລະນາໃນນະຄອນຫຼວງວໍຊິງຕັນ ແລະການວິ້ງເຕັ້ນທີ່​ມີ​ຂຶ້ນ​ຕ່າງ​ຫາກຂອງໄທ​ເປຕໍ່​ພວກ​ນັກ​ການ​ທູດ​ຂອງສະຫະພາບຢູໂຣບ​ເຊິ່ງ​ຕ່າງ​ກໍຍັງຢູ່ໃນຊ່ວງເລີ້ມຕົ້ນ ແມ່ນເປັນການຮັບມືກັບຄວາມກັງວົນຕ່າງໆກ່ຽວກັບການຮຸກຮານຂອງຈີນ ເຊິ່ງໄດ້ເພີ້ມຄວາມເຄັ່ງຕຶງທາງທະຫານໄປທົ່ວຊ່ອງແຄບໄຕ້ຫ​ວັນ.

ໃນ​ທັງສອງກໍລະນີດັ່ງກ່າວ, ຈຶ່ງມີແນວຄິດໃນການລົງໂທດທາງດ້ານເສດຖະກິດ ນອກຈາກມາດຕະການທີ່ເຄີຍໄດ້ດໍາເນີນການມາແລ້ວ ຢູ່ໃນປະເທດຕາເວັນຕົກ ໃນການຈໍາກັດທາງການຄ້າ ແລະການລົງທຶນນໍາປະເທດຈີນ ໃນດ້ານເທັກໂນໂລຈີທີ່ມີຄວາມລະອຽດອ່ອນເຊັ່ນ ຄອມພິວເຕີ ຊິບສ໌ ແລະອຸປະກອນທາງດ້ານໂທລະຄົມມະນາຄົມ.

ແຫຼ່ງຂ່າວບໍ່ໄດ້ໃຫ້ລາຍລະອຽດໃດໆເພີ້ມເຕີມວ່າ ແມ່ນຫຍັງຄືສິ່ງທີ່ພວກເຂົາໄດ້ພິຈາລະນາທີ່ຈະທໍາການລົງໂທດ, ແຕ່ແນວຄິດການລົງໂທດທາງດ້ານເສດຖະ ກິດຕໍ່ປະເທດທີ່ມີລະບົບເສດຖະກິດໃຫຍ່ເປັນອັນດັບສອງຂອງໂລກ ແລະເປັນນຶ່ງໃນຕ່ອງ​ໂສ້​ອຸບ​ປະ​ທານ​ ​ທີ່ມີ​ການ​ເຊື່ອມ​ໂຍງໃຫຍ່ທີ່ສຸດຂອງ​ໂລກ ເຮັດໃຫ້ມີຄໍາຖາມຂຶ້ນມາກ່ຽວກັບຄວາມເປັນໄປໄດ້.

ທ່ານນາຊັກ ນິຄັກຕາ (Nazak Nikakhtar), ອະດີດເຈົ້າໜ້າທີ່ຂັ້ນສູງຂອງກະຊວງການ​ຄ້າສະຫະລັດກ່າວວ່າ “ຄວາມສໍາຄັນໃນການກໍານົດການລົງໂທດທາງເສດຖະກິດຕໍ່ຈີນ ແມ່ນມີຄວາມຊັບຊ້ອນຫຼາຍກວ່າການລົງໂທດຕໍ່ຣັດເຊຍ, ເນື່ອງຈາກການຂະຫຍາຍການພົວພັນທາງດ້ານເສດຖະກິດ ກັບປະເທດຈີນ ຂອງສະຫະລັດ ແລະບັນດາປະເທດພັນທະມິດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG