ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ກຳລັງພິຈາລະນາ ວາງມາດຕະການ ລົງໂທດຕໍ່ ເບລາຣຸສ


ປະທານາທິບໍດີ ເບລາຣຸສ ອາແລັກແຊນເດີ ລູກາເຊັງໂກ, ຊ້າຍ, ຕ້ອນຮັບທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ໃນະລະຫວ່າງການພົບປະກັນ ໃນນະຄອນຫຼວງ ມິງສ໌ ຂອງເບລາຣຸສ, ວັນທີ 1 ກຸມພາ 2020.
ປະທານາທິບໍດີ ເບລາຣຸສ ອາແລັກແຊນເດີ ລູກາເຊັງໂກ, ຊ້າຍ, ຕ້ອນຮັບທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ໃນະລະຫວ່າງການພົບປະກັນ ໃນນະຄອນຫຼວງ ມິງສ໌ ຂອງເບລາຣຸສ, ວັນທີ 1 ກຸມພາ 2020.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ສະຫະລັດເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບຄວາມພະຍາຍາມຂອງລັດຖະບານເບລາຣຸສ ທີ່ຈະບັງຄັບໃຫ້ເນລະເທດນັກເຄື່ອນໄຫວຝ່າຍຄ້ານ ທ່ານນາງ ມາເຣຍ ໂຄເລສນີໂຄວາ ອອກຈາກປະເທດ. ເຈົ້າໜ້າທີ່ການທູດລະດັບສູງຂອງສະຫະລັດໄດ້ກ່າວວ່າ ສະຫະລັດ ແລະບັນດາປະເທດອື່ນໆ ກຳລັງພິຈາລະນາເບິ່ງ ການວາງມາດຕະການລົງໂທດ ໃນການຕອບໂຕ້ຕໍ່ເຫດການຕ່າງໆທີ່ເກີດຂຶ້ນມໍ່ໆມານີ້ ຢູ່ໃນເບລາຣຸສ.

ທ່ານພອມພຽວ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ “ພວກເຮົາຍ້ອງຍໍຄວາມກ້າຫານຂອງທ່ານນາງ ຄາເລສນີກາຍຢາ ແລະປະຊາຊົນຂອງເບລາຣຸສ ໃນການສະແດງອອກເຖິງສິດທິຂອງພວກເຂົາເຈົ້າຢ່າງສັນຕິ ເພື່ອເລືອກເອົາບັນດາຜູ້ນຳຂອງພວກເຂົາ ໃນການເລືອກຕັ້ງທີ່ເສລີ ແລະເປັນທຳ ທ່າມກາງການປະເຊີນກັບຄວາມຮຸນແຮງແລະການປາບປາມທີ່ບໍ່ຍຸຕິທຳໂດຍທາງການຂອງເບລາຣຸສ ຊຶ່ງປະກອບດ້ວຍການທຸບຕີທຳຮ້າຍຮ່າງກາຍຕໍ່ພວກເດີນຂະບວນປະທ້ວງທີ່ສັນຕິ ໃນຕອນກາງເວັນທີ່ໂຈ່ງແຈ້ງ ແລະຫຼາຍຮ້ອຍຄົນຖືກຄວບຄຸມໂຕໃນວັນທີ 6 ກັນຍາ ພ້ອມກັນນັ້ນ ມີລາຍງານຂອງການລັກພາຕົວທີ່ເພີ້ມຂຶ້ນນຳດ້ວຍ.”

ທ່ານໄດ້ກ່າວອີກວ່າ ມາດຕະການລົງໂທດທີ່ເປັນໄປໄດ້ສູງນັ້ນ ຈະແນໃສ່ການສົ່ງເສີມ “ຄວາມຮັບຜິດຊອບສຳລັບພວກຄົນທີ່ມີສ່ວນກ່ຽວຂ້ອງໃນການລະເມີດຕໍ່ສິດທິມະນຸດ ແລະການປາບປາມຢູ່ໃນເບລາຣຸສ.”

ທ່ານນາງໂຄເລສນີໂຄວາ ໄດ້ຖືກຄວບຄຸມໂຕໃນວັນຈັນຜ່ານມາ ພ້ອມກັບສະມາບຊິກຂອງຂະບວນການເຄື່ອນໄຫວຝ່າຍຄ້ານອີກສອງຄົນ ຄື ທ່ານແອນຕັນ ໂຣດເນັນຄອບ ແລະ ທ່ານອີວານ ຄຣາບຊອບ ແລະໃນວັນອັງຄານວານນີ້ ພວກເຂົາເຈົ້າໄດ້ຖືກຂັບລົດໄປສົ່ງຢູ່ເຂດຊາຍແດນລະຫວ່າງ ເບລາຣຸສ ແລະຢູເຄຣນ ບ່ອນທີ່ ທ່ານນາງ ໂຄເລສນີໂຄວາ ໄດ້ຈີກໜັງສືເດີນທາງຂອງລາວ ແລະໄດ້ຖືກຄຸມໂຕຢູ່ຟາກເຂດເບລາຣຸສ.

ສ່ວນທ່ານໂຣດເນັນຄອບ ແລະຄຣາບຊອບ ໄດ້ຂ້າມເຂົ້າໄປໃນເຂດຊາຍແດນຢູເຄຣນ.

“ທ່ານນາງ ໄດ້ຮ້ອງອອກມາວ່າ ທ່ານນາງຈະບໍ່ໄປໃສ” ທ່ານໂຣດເນັນຄອບ ໄດ້ກ່າວກ່າວໄປຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງກີຢິບ. ທ່ານກ່າວຕື່ມວ່າ “ຂະນະນັ່ງຢູ່ໃນລົດ ທ່ານນາງເຫັນໜັງສືເດີນທາງຂອງລາວ ຢູ່ບ່ອນນັ່ງດ້ານໜ້າ ແລະຈຶ່ງໄດ້ຈີກມັນເປັນຫຼາຍຊິ້ນສ່ວນນ້ອຍໆ ແລ້ວກຳໃຫ້ພວກມັນຫຍັບ ແລະໂຍນມັນຖິ້ມອອກປ່ອງປະຕູ. ຫຼັງຈາກນັ້ນ ທ່ານນາງ ກໍເປີດປະຕູດ້ານຫຼັງ ແລະຍ່າງກັບຄືນເຂົ້າໄປເຂດຊາຍແດນຂອງເບລາຣຸສ.”

ປະຊາຊົນຫຼາຍພັນຄົນ ໄດ້ເຂົ້າຮ່ວມໃນການປະທ້ວງໄລຍະ 5 ສັບອາທິດ ຫຼັງຈາກການເລືອກຕັ້ງໃນວັນທີ 9 ສິງຫາ ຊຶ່ງການເລືອກຕັ້ງນັ້ນ ປະທານາທິບໍດີ ອາແລັກແຊນເດີ ລູກາເຊັງໂກ ທີ່ດຳລົງຕຳແໜ່ງມາຍາວນານ ໄດ້ຖືກປະກາດໃຫ້ເປັນຜູ້ຊະນະ ແຕ່ບັນດາພັກຝ່າຍຄ້ານ ສະຫະລັດ ແລະສະຫະພາບຢູໂຣບ ໄດ້ກ່າວອ້າງວ່າ ເປັນການສໍ້ໂກງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG