ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະ​ຫະ​ລັດ ກຳ​ລັງ​ພິ​ຈາ​ລະ​ນາ ທີ່​ຈະ​ຮ່ວມ​ຜະ​ລິດອາ​ວຸດ ກັບ​ໄຕ້​ຫວັນ


​ທະ​ຫານ​ຂອງກອງ​ທັບ​ເຮືອ​ໄຕ້​ຫວັນ ຍ່າງ​ຜ່ານ​ກຳ​ປັ່ນ​ລົບ​ ຊັ້ນ​ຢູ​ຊານ (Yushan) ທີ່​ຈອດ​ຢູ່​ທ່າ​ກຳ​ປັ່ນ​ກາວ​ຊຸງ ເມື່ອ​ວັນ​ທີ 30 ກັນ​ຍາ 2022.
​ທະ​ຫານ​ຂອງກອງ​ທັບ​ເຮືອ​ໄຕ້​ຫວັນ ຍ່າງ​ຜ່ານ​ກຳ​ປັ່ນ​ລົບ​ ຊັ້ນ​ຢູ​ຊານ (Yushan) ທີ່​ຈອດ​ຢູ່​ທ່າ​ກຳ​ປັ່ນ​ກາວ​ຊຸງ ເມື່ອ​ວັນ​ທີ 30 ກັນ​ຍາ 2022.

ລັດ​ຖະ​ບານ​ສະ​ຫະ​ລັດ​ກຳ​ລັງ​ພິ​ຈາ​ລະ​ນາ​ແຜນ​ການ​ທີ່​ຈະ​ຜະ​ລິດ​ອາ​ວຸດ​ ຮ່ວມ​ກັບ​ໄຕ້​ຫວັນ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ນັກ​ທຸ​ລະ​ກິດ​ຄົນ​ນຶ່ງ ​ທີ່​ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້ ອັນ​ເປັນ​ຂໍ້​ລິ​ເລີ້ມ​ທີ່​ແນ​ໃສ່ ​ເພື່ອ​ເລັ່ງ​ລັດການ​ໂອນ​ອາ​ວຸດ​ ທີ່​ຈະ​ເສີມ​ຂະ​ຫຍາຍ​ການ​ປ້ອງ​ກັນ​ປະ​ເທດຂອງ​ໄທ​ເປ ສຳ​ລັບສະ​ກັດ​ກັ້ນ​ຈີນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ຂາຍ​ອາ​ວຸດ​ໃນ​ມູນ​ຄ່າ​ຫຼາຍກວ່າ 20 ຕື້​ໂດ​ລາ ​ໃຫ້​ແກ່​ໄຕ້​ຫວັນ ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ ໃນ​ຂະ​ນະ​ທີ່​ຈີນ​ເພີ້ມ​ຄວາມ​ກົດ​ດັນ​ທາງ​ທະ​ຫານຕໍ່​ປະ​ເທ​ດ​ເກາະ​ດອນ​ທີ່​ປົກ​ຄອ​ງ​ແບບ​ປະ​ຊາ​ທິ​ປະ​ໄຕ​ດັ່ງ​ກ່າວ ທີ່​ປັກ​ກິ່ງ​ກ່າວ​ອ້າງວ່າ​ເປັນ​ດິນ​ແດນ​ຂອງ​ຕົນ​ນັ້ນ.

ແຕ່​ໄຕ້​ຫວັນ ແລະ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ໄດ້​ເຕືອນ​ ກ່ຽວ​ກັບ​ການ​ຊັກ​ຊ້າ​ໃນ​ການ​ຈັດ​ສົ່ງ​ອາ​ວຸດ​ໄປ​ໃຫ້ ຍ້ອນ​ຄວາມ​ຫຍຸ້ງ​ຍາກ​ໃນ​ຕ່ອງ​ໂສ້​ອຸບ​ປະ​ທານ ແລະ​ວຽກ​ງານ​ທີ່​ຍັງ​ຄ້າງ​ຄາ​ຍ້ອນ​ຄວາມ​ຕ້ອງ​ການ​ທີ່​ມີ​ເພີ້ມ​ຂຶ້ນ​ເນື່ອງ​ຈາກ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ.

“ມັນ​ຖືກ​ຕ້ອງແລ້ວ​ໃນ​ຕອນ​ເລີ້ມ​ຕົ້ນ​ຂອງ​ຂັ້ນ​ຕອນ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຣູ​ເປີດ ແຮມມອນ-ແຊມ​ເບີສ໌ (Rupert Hammond-Chambers) ​ປະ​ທານ​ສະ​ພາ​ທຸ​ລະ​ກິດ​ສະ​ຫະ​ລັດ-ໄຕ້​ຫວັນ ຊຶ່ງ​ປະ​ກອບ​ດ້ວຍ​ບໍ​ລິ​ສັດ​ສັນ​ຍາ​ຈ້າງ​ໃນ​ດ້ານ​ປ້ອງ​ກັ​ນ​ປະ​ເທດ​ທີ່​ເປັນ​ສະ​ມາ​ຊິກ ກ່າວ​ເຖິງ​ແຜນ​ການນີ້.

ທ່ານແຮມມອນ-ແຊມ​ເບີສ໌ ກ່າວ​ວ່າ ມັນ​ຍັງ​ບໍ່​ທັນ​ມີ​ການ​ຕັດ​ສິນ​ໃຈ​ເທື່ອ​ວ່າ ອາ​ວຸດ​ຊະ​ນິດ​ໃດ​ຈະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ຄວາມ​ພະ​ຍາ​ຍາມນີ້ ແຕ່​ແນວ​ໃດ​ກໍ​ຕາມ ມີ​ທ່າ​ທາງວ່າ​ຈະ​ເພັ່ງ​ເລັງ​ໃສ່​ການ​ສະ​ໜອງ​ໃຫ້​ໄຕ້​ຫວັນ​ມີ​ລູກ​ກະ​ສຸນ​ເພີ້ມ​ຂຶ້ນ ແລະ​ເທັກ​ໂນ​ໂລ​ຈີ​ດ້ານ​ລູກ​ສອນ​ໄຟ​ທີ່​ມີ​ຄວາມ​ໝັ້ນ​ຄົງ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວນັ້ນ.

ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ໄດ້​ເຕືອນ​ວ່າ ການ​ເຄື່ອນ​ໄຫວ​ແບບນີ້ ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ບໍ​ລິ​ສັດ​ຜະ​ລິດ​ອາ​ວຸດ​ຈະ​ຕ້ອງ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ ໃນ​ການ​ເປັນ​ຜູ້​ຮ່ວມ​ຜະ​ລິດ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ແລະ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ​ທ່ານ ແຮມມອນ-ແຊມ​ເບີສ໌ ກ່າວ​ເພີ້ມ​ຕື່ມ​ວ່າ ມັນ​ອາດ​ຈະ​ໄດ້​ຮັບ​ການ​ຂັດ​ຂວາງ​ຈາກ​ພາຍ​ໃນ​ລັດ​ຖະ​ບານ​ສະ​ຫະ​ລັດ ໃນ​ການ​ອອກ​ໃບ​ອະ​ນຸ​ຍາດ​ໃຫ້​ເປັນ​ຜູ້​ຮ່ວມ​ຜະ​ລິດຍ້ອນ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ການ​ອະ​ນຸ​ຍາດໃນ​ດ້ານເທັກ​ໂນ​ໂລ​ຈີ​ທີ່​ສຳ​ຄັນໆ ​ສຳ​ລັບ​ການ​ນຳ​ໃຊ້​ຂອງ​ຕ່າງ​ປະ​ເທດ.

ທ່ານແຮມມອນ-ແຊມ​ເບີສ໌ ກ່າວ​ຕໍ່​ອົງ​ການ​ຂ່າ​ວ​ຣອຍ​ເຕີ້ ຫຼັງ​ຈາກ​ໜັງ​ສື​ພິມ​ນິ​ກິ​ເອ​ຂອງ​ຍີ່​ປຸ່ນ ລາຍ​ງານ​ເປັນ​ຜູ້​ທຳ​ອິດ​ກ່ຽວ​ກັບ​ແຜນ​ການນີ້ ໂດຍ​ອ້າງ​ສາມ​ແຫຼ່ງ​ຂ່າວ ແລະ​ເວົ້າ​ວ່າ “ມັນ​ຍັງ​ເປັນ​ທີ່​ປິ​ສະ​ໜາ​ຢູ່ ແຕ່​ບໍ່​ແມ່ນ​ການ​ປ່ຽນ​ແປງ​ຂອງ​ເກມ.”

ສ່ວນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ໄຕ້​ຫວັນ ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ເລື້ອງນີ້ ແຕ່​ກໍ​ກ່າວ​ຢ້ຳ​ວ່າ ຄວາມ​ສຳ​ພັນ​ລະ​ຫວ່າງ​ໄຕ້​ຫວັນ​ກັບ ​ສະ​ຫະ​ລັດ ແມ່ນ​ “ມີ​ຄວາມ​ໃກ້​ຊິດ​ແລະ​ເປັນ​ມິດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG