ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ພວມພິຈາລະນາ ໃຫ້ການຊ່ອຍເຫຼືອແກ່ຢູເຄຣນ ຕື່ມອີກຫຼາຍພັນລ້ານໂດລາ


 ແຟ້ມພາບ- ປະທານາທິບໍດີ ໂຈ ໄບເດັນ ຢູ່ທີ່ທຳນຽບຂາວ ໃນວັນທີ 28 ເມສາ 2022. ປະທານາທິບໍດີ ໄດ້ກ່າວຖະແຫລງ ກ່ຽວກັບສົງຄາມໃນຢູເຄຣນ ຢູ່ໃນຫ້ອງ ໂຣສເຊີແວລຕ໌ ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ. (AP Photo/Andrew Harnik)
ແຟ້ມພາບ- ປະທານາທິບໍດີ ໂຈ ໄບເດັນ ຢູ່ທີ່ທຳນຽບຂາວ ໃນວັນທີ 28 ເມສາ 2022. ປະທານາທິບໍດີ ໄດ້ກ່າວຖະແຫລງ ກ່ຽວກັບສົງຄາມໃນຢູເຄຣນ ຢູ່ໃນຫ້ອງ ໂຣສເຊີແວລຕ໌ ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ. (AP Photo/Andrew Harnik)

ບັນດາສະມາຊິກສະພາສະຫະລັດ ອາດຈະລົງຄະແນນສຽງໄວເທົ່າທີ່ຈະໄວໄດ້ໃນວັນອັງຄານມື້ນີ້ ກ່ຽວກັບຮ່າງກົດໝາຍ ທີ່ອະນຸມັດການຊ່ອຍເຫຼືອດ້ານການທະຫານແລະມະນຸດສະທຳ ໃຫ້ແກ່ຢູເຄຣນ ມູນຄ່າຢ່າງໜ້ອຍ 33 ຕື້ໂດລາ.

ກ່ອນໜ້າການລົງຄະແນນສຽງທີ່ອາດເປັນໄປໄດ້ ຢູ່ໃນສະພາຕ່ຳນັ້ນ ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວວ່າ ລັດຖະບານຂອງທ່ານ ໄດ້ໃຊ້ອຳນາດຂອງທ່ານ “ເກືອບຈະໝົດແລ້ວ” ເພື່ອສົ່ງອາວຸດຕ່າງໆ ແລະອຸປະກອນດ້ານການທະຫານຈາກຄັງອາວຸດຂອງທຳນຽບຫ້າແຈ.

ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ແລະ ລັດຖະມົນຕີ ປ້ອງກັນປະເທດ ທ່ານລອຍ ອອສຕິນ ໄດ້ອອກໜັງສືສະບັບນຶ່ງ ເພື່ອຮຽກຮ້ອງຕໍ່ບັນດາສະມາຊິກສະພາ ໂດຍຊຸກຍູ້ໃຫ້ພວກເພິ່ນ ຮັບຜ່ານຮ່າງກົດໝາຍກ່ອນວັນທີ 19 ພຶດສະພາ ນີ້ ໃນຂະນະທີ່ພວກທ່ານທັງສອງ ຄາດໝາຍວ່າ ການຫລຸດຂະໜາດຂອງກອງກຳລັງລົງ ທີ່ມີຢູ່ແລ້ວນັ້ນ ໃກ້ຈະໝົດກຳໜົດ.

ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານມິຕຈ໌ ເມັກຄອນແນລ ໄດ້ກ່າວໃນວັນຈັນວານນີ້ ວ່າ ໃນຂະນະທີ່ມາດຕະການຊຸດໃໝ່ ກຳລັງຖືກພິຈາລະນາຢູ່ “ອາດຈະປັບບາງສ່ວນໄດ້ ໃນຂະນະດຳເນີນການ” ທ່ານໄດ້ສຸມໃສ່ “ການເຮັດໃຫ້ສຳ ເລັດຢ່າງວ່ອງໄວ.”

ສ່ວນທ່ານໄບເດັນ ໄດ້ລົງນາມໃນຮ່າງກົດໝາຍອີກສະບັບນຶ່ງຕ່າງຫາກ ໃນວັນຈັນວານນີ້ ໂດຍໃຫ້ອຳນາດໃໝ່ແກ່ທ່ານ ເພື່ອເລັ່ງການຂົນສົ່ງອຸປະກອນດ້ານການທະຫານ ແລະສະບຽງຕ່າງໆ ໄປໃຫ້ຢູເຄຣນ ພາຍໃຕ້ໂຄງການທີ່ເປັນແບບດຽວກັນກັບກົດໝາຍ ສົງຄາມໂລກຄັ້ງທີສອງ ທີ່ໃນເບື້ອງຕົ້ນ ໄດ້ຊ່ອຍບັນດາປະເທດໃນຢູໂຣບທັງຫຼາຍ ຕໍ່ສູ້ກັບພວກນາຊີ ເຢຍຣະມັນ.

ມາດຕະການໃໝ່ດັ່ງກ່າວ ອະນຸຍາດໃຫ້ຜູ້ນຳສະຫະລັດ ອຳນາດທີ່ຈະບັນລຸຂໍ້ຕົກລົງໄດ້ໄວຂຶ້ນ ກັບຢູເຄຣນ ພ້ອມກັນກັບບັນດາປະເທດໃນພາກຕາເວັນອອກຂອງຢູໂຣບ ສຳລັບການຂົນສົ່ງຍຸດໂທປະກອນ ໂດຍຂ້າມຜ່ານກົດລະບຽບຕ່າງໆໃນດ້ານການປົກຄອງຂອງວໍຊິງຕັນ ທີ່ມີບັນຫາຫຍຸ້ງຍາກໃນປັດຈຸບັນນີ້.

ໃນດ້ານການເມືອງໂດຍມີຄວາມແຕກແຍກກັນ ທີ່ບໍ່ຄ່ອຍ​ມີ​ ໃນວໍຊິງຕັນນັ້ນ ລັດຖະສະພາໄດ້ຮັບຜ່ານຮ່າງກົດໝາຍດັ່ງກ່າວ​ ດ້ວຍ​ຄະ​ແນນ​ສຽງຢ່າງຖ້ວມລົ້ນ ເມື່ອເດືອນແລ້ວນີ້ ໃນການສືບຕໍ່ສະແດງອອກເຖິງ ການສະໜັບສະໜຸນແກ່ລັດ ຖະບານຂອງກີຢິບ ໃນຂະນະທີ່ສູ້ລົບກັບກອງກຳລັງຂອງຣັດເຊຍ.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ກ່າວຖະແຫລງ ໃນຕອນແລງວັນຈັນວານນີ້ ວ່າ ປະຫວັດສາດ ຈະນຳເອົາຣັດເຊຍ ມາຮັບຜິດຊອບຕໍ່ການກະທຳຂອງຕົນຢູ່ໃນຢູເຄຣນ ແລະຢູໂຣບຕ້ອງພິຈາລະນາເບິ່ງວ່າ ຣັດເຊຍຄວນຊົດໃຊ້ເທົ່າໃດ “ສຳລັບການນຳເອົາຄວາມຊົ່ວຊ້າໂຫດຮ້າຍຂອງສົງ ຄາມ ມາສູ່ຢູໂຣບອີກຄັ້ງນຶ່ງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG