ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​​ແທນລັດຖະສະພາ ​ສອງຝ່າຍ ບັນລຸ​ຂໍ້​ຕົກລົງ​ ກ່ຽວກັບງົບປະມານ


​ຜູ້​​ແທນລັດຖະສະພາ ​ທີ່​ເຈລະຈາຕໍ່​ລອງກັນ​ເລື້ອງ​ງົບປະມານ​
ຂອງ​ລັດຖະບານ​ກາງ ​ໄດ້​ບັນລຸ​ຂໍ້​ຕົກລົງ​ສອງ​ກໍ້າ​ສອງ​ຝ່າຍລະດັບ​ປານ​ກາງ .
​ຜູ້​​ແທນລັດຖະສະພາ ​ທີ່​ເຈລະຈາຕໍ່​ລອງກັນ​ເລື້ອງ​ງົບປະມານ​ ຂອງ​ລັດຖະບານ​ກາງ ​ໄດ້​ບັນລຸ​ຂໍ້​ຕົກລົງ​ສອງ​ກໍ້າ​ສອງ​ຝ່າຍລະດັບ​ປານ​ກາງ .
ບັນດາ​ຜູ້ແທນລັດຖະສະພາ ​ທີ່​ເຈລະຈາຕໍ່​ລອງກັນ​ເລື້ອງ​ງົບປະ
ມານ​ຂອງ​ລັດຖະບານ​ກາງ ​ໄດ້​ບັນລຸ​ຂໍ້​ຕົກລົງ​ສອງ​ກໍ້າ​ສອງ​ຝ່າຍ
ລະດັບ​ປານ​ກາງ ທີ່​ແນໃສ່ເພື່ອ​ອະນຸມັດ​ງົບປະມານໃຫ້​ແກ່​ລັດ
ຖະບານ​ກາງ ສໍາລັບ​ໃຊ້​ຈ່າຍໃນ​ໄລຍະ​ສອງ​ປີ​ຂ້າງ​ໜ້າ ​ແລະ​
ປ້ອງ​ກັນ​ການ​ປິ​ດ​ໂຮງການ ລັດຖະບານ​ອີກ​ເທຶ່ອນຶ່ງ ຖ້າ​ຫາກ​ວ່າ​
ທັງ​ສອງ​ສະພາ​ຮັບຜ່ານ​ເອົາມາດ​ຕະການ​ທີ່​ຕົກລົງ​ກັນ​ໄດ້​ນັ້ນ
​ແລະປະທານາທິບໍດີ​ເຊັນຮັບຮອງເອົາເປັນ​ກົດໝາຍ.

ຫົວໜ້າ​ຄະ​ນະເຈລະ​ຈາຂອງ​ທັງ​ສອງ​ພັກ ຄື ປະທານຄະນະ​ກໍາ
ມະການ​ງົບປະມານຂອງສະພາ​ສູງ ທ່ານ​ນາງ Patty Murray
ສັງກັດ​ພັກ ​ເດ​ໂມ​ແຄຣັດ ​ແລະ ປະທານຄະນະ​ກໍ​ມະ​ການ​ງົບປະ
​ມານ ຂອງ​ສະພາ​ຕໍ່າ ທ່ານ Paul Ryan ສັງກັດ​ພັກ​ຣີພັບ​ລິກັນ ​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ
​ກັບຂໍ້​ສະ​ເໜີສໍາລັບ​ຮ່າງ​ງົບປະມານ​ທີ່​ບັນລຸ​ກັນ​ນັ້ນ ​ໃນ​ການ​ຖະ​ແຫລ​ງຕໍ່ນັກ​ຂ່າວ​ ໃນ​ວັ​ນ|
ອັງຄານ​ວານ​ນີ້.

ຂໍ້​ສະ​ເໜີແມ່ນ​ຈະນໍາ​ເອົາ​ຄືນ​ມາ ງົບປະມານໃຊ້​ຈ່າ​ຍຫລາຍ​ກວ່າ 60 ພັນ​ລ້ານ ຫລື 60
ຕື້​ໂດ​ລາ ທີ່​ໄດ້​ຖືກ​ຕັດ​ອອກ​ຢ່າງ​ອັດຕະ​ໂນ​ມັດ ຈາກ​ໂຄງການ​ຂອງ​ພະ​ແນ​ກຕ່າງໆຂອງ
​ລັດຖະບານ ນັບ​ຕັ້ງ​ແຕ່ພະ​ແນ​ກ ສວນສາທາລະນະ ​ໄປຫາ​ກະຊວງ​ປ້ອງ​ກັນ​ປະ​ເທດ.

ຮ່າງ​ງົບປະມານ​ທີ່​ຕົກລົງ​ກັນ​ໄດ້​ນີ້ ​ແມ່ນຫລຸດຜ່ອນ​ການ​ຂາດ​ດຸນ​ງົບປະ ມານຂອງ​ປະ​
ເທດ ລົງ​ໄດ້​ເຖິງ 23 ພັນ​ລ້ານ ຫລື 23 ຕື້​ໂດ​ລ່າ ຈາກ​ຈໍານວນ​ການ​ຂາດ​ດຸນ​ທັງ​ໝົດ 17
ພັນ​ຕື້​ໂດ​ລ່າ​ ຫລື 17 ພັນ ພັນ​ລ້ານ​ໂດ​ລ່ານັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ມາດ​ຕະການ​ດັ່ງກ່າວ ບໍ່​ໄດ້​ແກ້​ໄຂ ​ບັນຫາ​ການ​ໃຊ້​ຈ່າຍ​ໃຫຍ່​ສາມ​ຢ່າງ
​ ທີ່​ພາ​ໃຫ້ການ​ຂາດ​ດຸນ​ງົບປະມານ​ຂອງ​ສະຫະລັດ​ຖີບ​ສູງ​ຂຶ້ນ​ນັບ​ມື້​ນັ້ນ ຊຶ່ງ​ກໍ​ຄື ​ໂຄງການ
ປະກັນ​ໄພ​ສຸຂະພາບໃຫ້​ແກ່ຜູ້​ເຖົ້າ​ຂອງ​ລັດຖະບານ​ກາງ ຫລື Medicare ​ແລະ​ໂຄງການ
ປະກັນ​ໄພ​ສຸຂະພາບໃຫ້ແກ່​ຜູ້​ທຸກ​ຈົນ ຫລື Medicaid ​ແລະ ​ໂຄງການເງິນສະ​ວັດ​ດີ​ການ​
ສັງຄົມ​ຂອງ​ລັດຖະບານ ທີ່​ເອີ້ນ​ວ່າ Social Security ນັ້ນ.

ທໍານຽບຂາວ ​ໄດ້​ອອກ​ຖະແຫລ​ງການ ຈາກປະທານາທິບໍດີ Barack Obama ​ເອີ້ນ​ຂໍ້​
ຕົກລົງ​ດັ່ງກ່າວວ່າ “​ເປັນ​ບາດກ້າວ​ທີ່​ດີ.”
XS
SM
MD
LG