ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາຕໍ່າ ແຈັກກີ ສະເພຍ ພົບປະ ກັບເຈົ້າໜ້າທີ່ ລັດຖະບານລາວ


ສະມາຊິກສະພາຕໍ່າສະຫະລັດ ທ່ານນາງ Jackie Speier ພົບປະກັບ ລັດຖະມົນຕີຕ່າງປະເທດ ທ່ານສະເຫຼີມໄຊ ກົມມະສິດ ທີ່ ສປປ ລາວ.
ສະມາຊິກສະພາຕໍ່າສະຫະລັດ ທ່ານນາງ Jackie Speier ພົບປະກັບ ລັດຖະມົນຕີຕ່າງປະເທດ ທ່ານສະເຫຼີມໄຊ ກົມມະສິດ ທີ່ ສປປ ລາວ.

ຄະນະຜູ້ແທນຂັ້ນສູງຂອງລັດຖະສະພາສະຫະລັດໄດ້ມາຢ້ຽມຢາມນະຄອນຫຼວງວຽງຈັນ
ໃນວັນທີ 2 ຫາ 3 ເມສາ 2018 ແລະ ໄດ້ເຂົ້າພົບປະກັບຜູ້ຕາງໜ້າຂອງລັດຖະບານແຫ່ງ
ສປປ ລາວ ໃນວັນອັງຄານທີ 3 ເມສາ 2018 ເພື່ອປຶກສາຫາລື ກ່ຽວກັບການເພີ່ມທະວີ ການຮ່ວມມືໃນປ້ອງກັນປະເທດ ປ້ອງກັນຄວາມສະຫງົບ ແລະ ການບັງຄັບໃຊ້ກົດໝາຍ.

ທ່ານນາງ Jackie Speier ເປັນສະມາຊິກລັດຖະສະພາຍິງ ເຊິ່ງເປັນຕົວແທນໃຫ້ແກ່
ພັກເດໂມແຄັດ ຈາກລັດຄາລິຟໍເນັຍ ເຂດເລືອກຕັ້ງ 14. ທ່ານເປັນສະມາຊິກອາວຸໂສ
ຂອງກຳມາທິການການກອງທັບຂອງສະພາຕ່ຳ ເຊິ່ງເປັນຜູ້ຮັບຜິດຊອບຫຼັກທາງດ້ານ
ງົບປະມານ ແລະ ເບິ່ງແຍງໂດຍລວມວຽກງານດານກະຊວງປ້ອງກັນປະເທດ ຂອງ
ສະຫະລັດ.

ໃນວັນທີ 3 ເມສາມື້ນີ້ ສະມາຊິກສະພາຕ່ຳ Speier ໄດ້ເຂົ້າພົບປະກັບ ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ສປປ ລາວເພື່ອໂອ້ລົມຊອກຫາທາງ
ໃນການເພີ່ມທະວີການຮ່ວມມືແບບກວມລວມ ລະຫວ່າງສະຫະລັດ ແລະ ສປປ ລາວ ເຊິ່ງໃນນີ້ລວມທັງຫົວຂໍ້ທີ່ກ່ຽວກັບບັນຫາທີ່ຕົກຄ້າງ ແຕ່ປາງສົງຄາມແລະ ການບັງຄັບ
ໃຊ້ກົດໝາຍ.

ທ່ານທັງສອງຍັງໄດ້ແລກປ່ຽນຄວາມຄິດຄຳເຫັນກ່ຽວກັບຄວາມໝັ້ນຄົງໃນຂົງເຂດພາກ
ພື້ນ ແລະລະດັບສາກົນ. ນອກຈາກນີ້, ທ່ານນາງ Speier ຍັງໄດ້ຮັບຮູ້ເຖິງຄວາມຄືບໜ້າ
ຂອງການຮ່ວມມືທັງສອງຝ່າຍໃນການສົ່ງເສີມ ແລະ ພັດທະນາ ລັດແຫ່ງກົດໝາຍ, ການ
ຕ້ານການສໍ້ລາດບັງຫຼວງໃນ ສປປ ລາວ ພ້ອມທັງສະແດງການຮ່ວມມື ເພື່ອຊ່ວຍ ສປປ
ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງເພື່ອຊ່ວຍໃຫ້ຊີວິດຂອງປະຊາຊົນລາວ
ມີຄວາມປອດໄພ ແລະ ເພື່ອຊ່ວຍຫຼຸດຜ່ອນບັນຫາລະເບີດບໍ່ທັນແຕກເຊິ່ງເປັນໜຶ່ງໃນອຸ
ປະສັກຂອງການພັດທະນາແຫ່ງຊາດກ່ອນປີ 2030.

ນອກຈາກການປະຊຸມທາງການແລ້ວ, ທ່ານນາງ Speier ຍັງໄດ້ມີໂອກາດໄດ້ສຳພັດກັບ
ວັດທະນະທຳອັນສຳຄັນຂອງປະຊາຊົນລາວບັນດາເຜົ່າ ເຊິ່ງທ່ານໄດ້ເຂົ້າຢ້ຽມຊົມ ວັດສີ
ສະເກດ, ຮຽນຮູ້ກ່ຽວກັບການຕໍ່າແຜ່ນແພພື້ນເມືອງຂອງ ສປປ ລາວ ແລະ ຮ່ວມໃສ່ບາດ
ທີ່ວັດສີເມືອງ.ກິດຈະກຳດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມສຳພັນແໜ້ນແຟ້ນທາງ
ດ້ານສັງຄົມ ແລະ ວັດທະນະທຳ ລະຫວ່າງປະຊາຊົນຂອງທັງສອງປະເທດ. ສິ່ງດັ່ງກ່າວ
ຍັງສາມາດເພີ່ມທະວີຄວາມສຳພັນອັນໃກ້ຊິດ ແລະເຊື່ອມຕໍ່ສາຍພົວພັນອັນສຳຄັນລະ
ຫວ່າງລັດຖະບານຂອງທັງສອງປະເທດອີກດ້ວຍ.

ທ່ານອຸປະທູດ ໄມໂຄ ຄລາຍ ໄດ້ກ່າວວ່າ ນີ້ເປັນຄັ້ງທີ່ສາມທີ່ບັນດາຜູ້ແທນລະດັບສູງ
ຂອງ ສະຫະລັດ ໄດ້ມາຢ້ຽມຢາມ ສປປ ລາວ ໃນປີນີ້.ການຢ້ຽມຢາມໃນຄັ້ງນີ້ໄດ້ສະແດງ
ໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການສະໜັບສະໜຸນການຮ່ວມມືແບບກວມລວມລະຫວ່າງ ສະຫະລັດ ແລະ ສປປ ລາວ ແລະຄວາມໝາຍໝັ້ນໃນການຮັດແໜ້ນສາຍພົວພັນລະ
ຫວ່າງສອງຊາດ.

ສະມາຊິກສະພາຕໍ່າ ທ່ານນາງ Jackie Speier ຢ້ຽມຢາມວັດສີສະເກດ.
ສະມາຊິກສະພາຕໍ່າ ທ່ານນາງ Jackie Speier ຢ້ຽມຢາມວັດສີສະເກດ.

A high-ranking member of the U.S. Congress visited Vientiane on April 2-3, 2018 and met with representatives of the Lao government on Tuesday, April 3, 2018 to discuss ways to strengthen cooperation in the areas of defense, public security and law enforcement.

Representative Jackie Speier is a Democratic Congresswoman representing California’s 14th Congressional District. She is a senior member of the House Armed Services Committee in the U.S. House of Representatives, which is responsible for funding and oversight of the U.S. Department of Defense.

Representative Speier met with Foreign Minister Saleumxay Kommasith on April 3 and discussed ways to increase cooperation under the U.S.-Laos Comprehensive Partnership, including on war legacy issues and law enforcement. They also exchanged views on regional and international security issues of mutual concern. In addition, Representative Speier recognized the progress that has been made in the bilateral relationship to strengthen rule of law and fight corruption in the Lao PDR, and expressed support for Lao Sustainable Development Goal 18 – helping make lives safer and eliminating UXO as a barrier to national development by 2030.

In addition to her official meetings, Representative Speier also had the opportunity to experience important aspects of Lao culture when she visited Wat Sisaket, learned about the art of weaving traditional Lao textiles, and gave alms at Wat Simuang. Activities like these highlight the social and cultural ties between people in both countries, which can help facilitate closer relations and bridge gaps between our two governments.

“This is the third visit of high-ranking U.S. government officials to the Lao PDR this year,” said U.S. Embassy Chargé d’Affaires Michael Kleine. “This visit is a show of support to the Lao-U.S Comprehensive Partnership and our commitment to building stronger ties between our two countries.”

XS
SM
MD
LG