ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສຫລ ກຽມອະພິປາຍ ຂໍ້ຕົກລົງນິວເຄລຍ ກັບ ອີຣ່ານ


US Congress Prepares to Take Up Iran Nuclear Pact
please wait

No media source currently available

0:00 0:02:15 0:00

ຂໍ້ຕົກລົງນິວເຄລຍສາກົນ ກັບອີຣ່ານ ຈະເປັນຈຸດສູນກາງຢູ່ໃນ
ລັດຖະສະພາສະຫະລັດ ເວລາບັນດາສະມາຊິກສະພາພາກັນ
ກັບຄືນມາ ຈາກການໄປພັກຜ່ອນ ເປັນເວລານຶ່ງເດືອນ ໃນອາ
ທິດໜ້າແລະເກືອບວ່າໃນທັນທີກໍຈະເລີ້ມລົງມືໃນອັນທີ່ໃຫ້ຄຳ
ໝັ້ນສັນຍາວ່າ ຈະເປັນການອະພິປາຍ ທີ່ດຸເດືອດ ແລະ ເພັດ
ຮ້ອນ ກ່ຽວກັບຂໍ້ຕົກລົງ ທີ່ມີຄວາມຄຸມເຄືອ ເປັນຢ່າງໃຫຍ່ ໃນ ດ້ານຄວາມປອດໄພຂອງສະຫະລັດແລະຂອງໂລກນຳດ້ວຍ.

ປະທານາທິບໍດີບາຣັກ ໂອບາມາ ໄດ້ຮັບຄະແນນສຽງສະໜັບ
ສະໜຸນພຽງພໍແລ້ວຈາກພັກເດໂມແຄຣັດ ທີ່ວ່າຂໍ້ຕົກລົງນີ້ຈະ
ສາມາດຕ້ານຢັນ ໃນການໃຊ້ສິດຢັບຢັ້ງຂອງປະທານາທິບໍດີ
ຕໍ່ຮ່າງຍັດຕິໃດໆກໍຕາມທີ່ບໍ່ເຫັນພ້ອມນຳຈາກລັດຖະສະພາ ພາຍໃຕ້ການນຳພາຂອງພັກ ຣີພັບບລີກັນແຕ່ກໍຍັງບໍ່ພຽງພໍທີ່ຈະສະກັດກັ້ນບໍ່ໃຫ້ມາດຕະການດັ່ງກ່າວໄປເຖິງໂຕະຂອງ ທ່ານໄດ້.

ນັບຕັ້ງແຕ່ໄດ້ມີການເປີດເຜີຍ ຂໍ້ກຳນົດຕ່າງໆຢູ່ໃນຂໍ້ຕົກລົງດັ່ງກ່າວນັ້ນແລ້ວ ບັນດາຜູ້ນຳ ຈາກທັງສອງສະພາຂອງສະຫະລັດ ກໍໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະສະກັດກັ້ນ ພາຍໃຕ້ກົດ ໝາຍທີ່ໄດ້ມີການຮັບຜ່ານ ໃນຕົ້ນປີນີ້ ທີ່ອະນຸມັດໃຫ້ ສະມາຊິກສະພາ ສາມາດທົບທວນ ແລະລົງຄະແນນສຽງກ່ຽວກັບຂໍ້ຕົກລົງນີ້.

ທ່ານ John Boehner ປະທານສະພາຕ່ຳສະຫະລັດ ກ່າວວ່າ “ພວກເຮົາຈະເຮັດທຸກສິ່ງ
ຢ່າງ ທີ່ພວກເຮົາສາມາດ ເພື່ອຢຸດຂໍ້ຕົກລົງນີ້.”

ສ່ວນທ່ານ Mitch McConnell ຜູ້ນຳສຽງສ່ວນຫລາຍ ໃນສະພາສູງ ກໍໄດ້ກ່າວຕໍ່ໂທລະ ພາບ Fox ໃນວັນອາທິດແລ້ວນີ້ວ່າ “ຂ້າພະເຈົ້າຄິດວ່າ ມັນຈະເປັນການຊັກຊວນທີ່ຍາກ
ຍາກຫລາຍ.”

ແຕ່ວ່າການຂັດຂວາງຕໍ່ຂໍ້ຕົກລົງນີ້ ແມ່ນຈຳເປັນ ຕ້ອງໄດ້ເອົາຊະນະ ຕໍ່ການໃຊ້ສິດຢັບຢັ້ງ
ຂອງປະທານາທິບໍດີ. ມາຈົນຮອດອາທິດນີ້ ມີສະມາຊິກຂອງພັກເດໂມແຄຣັດພຽງພໍແລ້ວ ໄດ້ປະກາດໃຫ້ການສະໜັບສະໜູນ ເພື່ອຄ້ຳປະກັນວ່າ ການໃຊ້ສິດຢັບຢັ້ງຂອງປະທານາ ທິບໍດີຍັງຈະມີຜົນໃຊ້ໄດ້ຢູ່ ໃນສະພາສູງ ແລະຂໍ້ຕົກລົງນີ້ ກໍຈະມີຜົນບັງຄັບໃຊ້.

US Congress Iran Deal
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG