ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ສະ​ພາ​ ສ​ຫ​ລ ພິ​ຈາ​ລະ​ນາ​ ຮ່າງ​ກົດ​ໝາຍ ທີ່​ຈະເພີ້ມ​ຄວາມ​ສາ​ມາດ​ ​ໃນແຂ່ງ​ຂັນ​ກັບ​ຈີນ​


ພາບ​ຊິ້ນ​ສ່ວນນ້ອຍໆ​ໃນ​ຄອມ​ພິວ​ເຕີ ຫລື microchip ທີ່​ເບິ່ງ​ຜ່ານ​ກ້ອງ​ສ່ອງ ຢູ່​ໃນ​ງານ​ວາງ​ສະ​ແດງສາ​ກົນດ້ານ​ເທັກ​ໂນ​ໂລ​ຈີ​ສູງ​ຄັ້ງ​ທີ 21 ຂອງ​ປັກ​ກິ່ງ ໃນ​ວັນ​ທີ 17 ພຶດ​ສະ​ພາ, 2018.
ພາບ​ຊິ້ນ​ສ່ວນນ້ອຍໆ​ໃນ​ຄອມ​ພິວ​ເຕີ ຫລື microchip ທີ່​ເບິ່ງ​ຜ່ານ​ກ້ອງ​ສ່ອງ ຢູ່​ໃນ​ງານ​ວາງ​ສະ​ແດງສາ​ກົນດ້ານ​ເທັກ​ໂນ​ໂລ​ຈີ​ສູງ​ຄັ້ງ​ທີ 21 ຂອງ​ປັກ​ກິ່ງ ໃນ​ວັນ​ທີ 17 ພຶດ​ສະ​ພາ, 2018.

ໂດຍ​ທີ່ຍັງມີ​ວຽກ​ງານພາຍໃນປະ​ເທດ​ຫລາຍ​ຢ່າງ ທີ່ປະທານາທິບໍດີຢາກ​ຈະ​ເຮັດທີ່​ຍັງ​ຄ້າງ​ຄາຢູ່ໃນສະພາສູງ, ບັນດາຜູ້ນຳຂອງພັກເດໂມແຄຣັດໃນລັດຖະສະພາ ໄດ້ເລີ້ມຊອກຫາໄຊຊະນະທາງດ້ານນິຕິບັນຍັດຢູ່ບ່ອນອື່ນ, ໂດຍທີ່ມີຈຸດເພັ່ງ​ເລັງ ໃໝ່ ກ່ຽວກັບການປັບປຸງຄວາມສາມາດໃນການແຂ່ງຂັນຂອງສະຫະລັດກັບຈີນ.

ພັກເດໂມແຄຣັດໃນສະພາຕ່ຳກໍາລັງພະຍາຍາມຫາ​ທາງຕົກລົງກັນກ່ຽວກັບນິຕິກໍາ ທີ່ຈະສະຫນອງການອຸດຫນຸນທາງດ້ານການເງິນຂະຫນາດໃຫຍ່ໃຫ້ແກ່ອຸດສາຫະກໍາຜະ​ລິດ​ສານ​ເຄິ່ງຕົວນຳ ຫລື semiconductor ພ້ອມ​ທັງການເງິນຊ່ວຍເຫຼືອໃນດ້ານການຄົ້ນຄວ້າ ແລະການພັດທະນາອັນໃຫຍ່ຫຼວງ ເພື່ອສະຫນັບສະຫນູນຄວາມແໜ້ນ​ແກ່ນຂອງຕ່ອງໂສ້ການສະຫນອງສິນ​ຄ້າ, ສະ​ໜັບ​ສະ​ໜຸນ​ການ​ດຳ​ເນີນ​ງານ​ໃນ​ດ້ານ​ການ​ຜະ​ລິດ​ຢູ່​ພາຍ​ໃນ​ປະ​ເທດ ແລະຮັບ​ປະ​ກັນການຄົ້ນຄວ້າທາງວິທະຍາສາດໃຫມ່.

ການ​ດຳ​ເນີນຄວາມພະຍາຍາມດັ່ງ​ກ່າວ ໃນສະພາຕ່ຳ ໄດ້ມີ​ຂຶ້ນ​ຫລັງ​ຈາກ​ມີການຊຸກຍູ້ໃນສ​ະ​ພາ​ສູງໃນປີກາຍນີ້, ເຊິ່ງເຮັດໃຫ້ທັງສອງພັກຜ່ານກົດຫມາຍວ່າດ້ວຍນະວັດຕະກໍາ ແລະການແຂ່ງຂັນຂອງສະຫະລັດ ປີ 2021. ຮ່າງກົດຫມາຍດັ່ງ ກ່າວໄດ້ສະເຫນີໃຫ້ການຊ່ວຍເຫຼືອ 52 ຕື້ໂດ​ລາໃນອຸດສາຫະກໍາ semicon-ductor ພ້ອມ​ທັງ​ເງິນເກືອບຮອດ 200 ຕື້ໂດລາເຂົ້າໃນໂຄງການຄົ້ນຄວ້າແລະພັດທະນາເພື່ອເພີ້ມຄວາມສາມາດ ໃນການແຂ່ງຂັນຂອງສະຫະລັດ.

ສະ​ພາ​ຕ່ຳ​ມີ​ທ່າ​ທາງ​ວ່າ​ຈະ​ຮັບຜ່ານ​ຮ່າງ​ກົດໝາຍ​ສະບັບ​ນັ້ນ​ຂອງ​ຕົນ, ຊຶ່ງ​ໝາຍ​ຄວາມ​ວ່າ​ສະພາທັງ​ສອງ​ຈະ​ຕ້ອງ​ໄດ້​ຕົກລົງ​ກັນ​ກ່ຽວ​ກັບຖ້ອຍ​ຄຳສຸດ​ທ້າຍທີ່​ໃຊ້​ໃນຮ່າງ​ກົດໝາຍນັ້ນ ກ່ອນ​ມັນ​ຈະ​ໄປ​ເຖິງ​ທຳນຽບຂາວ​ເພື່ອ​ລົງ​ນາມ​ໃຫ້​ກາຍ​ເປັນກົດ ໝາຍໄດ້. ຍັງບໍ່ເປັນ​ທີ່ຈະແຈ້ງເທື່ອວ່າຮ່າງກົດໝາຍສະ​ບັບ​ສຸດ​ທ້າຍຂອງສະພາຕ່ຳ​ ຈະໄດ້ຮັບການສະໜັບສະໜຸນຈາກພັກຣີພັບບລີກັນ ຢູ່ໃນສະພານັ້ນ ຫລືບໍ່ ຫຼືວ່າການ​ຍອມ​ດັດ​ແກ້ຖ້ອຍ​ຄໍ​າໃນ​ນັ້ນ​ ຈະສືບຕໍ່ດຶງດູດເອົາການສະໜັບສະໜຸນຈາກພັກຣີພັບບລີກັນ ທີ່ຊ່ວຍໃຫ້ຮ່າງກົດໝາຍຕົ້ນສະ​ບັບຂອງສະພາສູງ ໄປ​ຫາ​ເວ​ທີລົງຄະແນນສຽງໄດ້​ຫລືບໍ່.

​ແຕ່ຢູ່​ໃນ​ຖະ​ແຫຼງການ​ໃນ​ອາທິດ​ນີ້ ທ່ານປະທານາທິບໍດີ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ວ່າ ທ່ານ​ຢາກ​ເຫັນ​ນິ​ຕິ​ກຳ​ດັ່ງ​ກ່າວ​ ຢູ່​ເທິງໂຕະ​ຂອງ​ທ່ານ.

ທ່ານ​ໄບ​ເດັນຍ້ອງຍໍວ່ານິຕິກໍານີ້ ຈະເຮັດ​ໃຫ້​ເກີດ​ "ການລົງທຶນໃນ​ການຫັນປ່ຽນ". ທ່ານກ່າວວ່າ, ໂດຍ​ທີ່​ມີ​ນິ​ຕິ​ກຳ​ທີ່ສະ​ເໜີ​ໄປ​ນີ້ "ພວກເຮົາມີໂອກາດທີ່ຈະສະແດງ ໃຫ້ຈີນ ແລະທົ່ວໂລກຮູ້ວ່າ ສັດຕະວັດທີ 21 ຈະເປັນສັດຕະວັດຂອງອາເມຣິກາ ຊຶ່ງປະ​ກອບ​ໄປດ້ວຍ ຄວາມສະ​ຫລຽວສະຫຼາດ ແລະການເຮັດວຽກຢ່າງ​ຫ້າວ​ຫັນຂອງນັກປະດິດສ້າງ, ກຳ​ມະ​ກອນ, ແລະທຸລະກິດຂອງພວກເຮົາ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG