ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳແພງກີດກັນ ຊົນຊາດ ຊົນ​ເຜົ່າ ແລະ ດ້ານ ເພດ ໃນລັດຖະ ສະພາ ສຫລ ຖືກທັບມ້າງ ໃນ​ການ​ເລືອກ​ຕັ້ງ​ ກາງ​ສະ​ໄໝນີ້


US Congress Breaks Race and Gender Barriers
please wait

No media source currently available

0:00 0:01:47 0:00

ເຊີນຊົມ ວີດີໂອ ໃນພາສາອັງກິດ

ການເລືອກຕັ້ງກາງສະໄໝຂອງສະຫະລັດ ທີ່ຫາກໍຜ່ານມານີ້ ໄດ້ສ້າງໃຫ້​ມີ​ເຫດການ
ທີ່​ເກີດ​ຂຶ້ນເປັນເທື່ອທຳອິດໃນ​ປະ​ຫວັດ​ສາດ​ຢູ່​ໃນຫລາຍ​ດ້ານ ຊຶ່ງ​ໄດ້ທັບ​ມ້າງກຳແພງ
ກີດກັນໃນດ້ານຊົນຊາດຊົນ​ເຜົ່າ ແລະດ້ານເພດ ເຊິ່ງມັນຈະເຮັດໃຫ້ລັດຖະສະພາ
ສະຫະລັດ ມີບັນດາສະມາຊິກສະພາທີ່​ມີ​ພື້ນ​ຖານ​ຄວາມ​ເປັນ​ມາ​ອັນ​ຫຼາກຫຼາຍຢ່າງບໍ່
ເຄີຍມີມາກ່ອນ ໃນເວ​ລາ​ທີ່​ລັດ​ຖະສະພານັ້ນ ເປີດກອງປະຊຸມ ໃນເດືອນມັງກອນ ປີ
ໜ້ານີ້. ແຕ່ດັ່ງທີ່ ບຣາຍແອນ ແພດເດັນ ນັກຂ່າວຂອງວີໂອເອ ລາຍງານມາວ່າ ຄວາມ
ຫຼາກຫຼາຍຂອງບັນດາສະມາຊິກສະພາທີ່ເພີ້ມຂຶ້ນນັ້ນ ສ່ວນໃຫຍ່ແລ້ວ ແມ່ນເກີດຂຶ້ນ
ຢູ່ໃນ ພັກເດໂມແຄຣັດ ເທົ່າ​ນັ້ນ ໃນຂະນະທີ່ພວກມີສິດອອກສຽງທີ່ເປັນແມ່ຍິງ ແລະ
ຊົນກຸ່ມນ້ອຍ ໄດ້ຫັນຫລັງໃຫ້ແກ່ ປະທານາທິບໍດີ ດໍໂນລ ທຣຳ ແລະພັກຣີພັບບຣີກັນ
ເຊິ່ງ ໄຊຈະເລີນສຸກ ມີລາຍລະອຽດຂອງລາຍງານ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ເປັນຄັ້ງທຳອິດໃນປະຫວັດສາດ ທີ່ມີແມ່ຍິງຊາວມຸສລິມ 2 ຄົນ ໄດ້ຖືກເລືອກໃຫ້ເປັນ
ສະມາຊິກ ລັດຖະສະພາ ສະຫະລັດ.

ທ່ານນາງ ອີລຮານ ໂອມາຣ ທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນລັດມິນເນໂຊຕາ ໃນຖານະ
ເປັນອົບພະຍົບ ຈາກໂຊມາເລຍ ກ່າວວ່າ ການເລືອກຕັ້ງເອົາທ່ານນາງນັ້ນ ເປັນການ
ປະຕິເສດຕໍ່ການຫ້າມພົນລະເມືອງຂອງບັນດາປະເທດ ທີ່ສ່ວນໃຫຍ່ ນັບຖືສາສະໜາ
ອິສລາມນັ້ນ ບໍ່ໃຫ້ເດີນທາງເຂົ້າມາໃນສະຫະລັດ ຂອງປະທານາທິບໍດີ ທຣຳ.

ທ່ານນາງ ໂອມາຣ ສະມາຊິກສະພາຕ່ຳສະຫະລັດ ທີ່ຫາກໍໄດ້ຖືກເລືອກ ເວົ້າວ່າ “ໃນ
ເວລາ ທີ່ຊາວໂຊມາເລຍ ຍັງຢູ່ໃນການຖືກຫ້າມ​ເຂົ້າ​ມາ​ສະ​ຫະ​ລັດ ຢູ່ນັ້ນ ການ​ສົ່ງ
ອົບພະຍົບເຊື້ອສາຍໂຊມາເລຍຄົນນຶ່ງ ໄປປະ​ຈຳ​ຢູ່ລັດຖະສະພາໂດຍ​ຕາງ​ໜ້າ​
ໃຫ້​ລັດມິນເນໂຊຕານັ້ນ ແມ່ນໄດ້ສົ່ງສັນຍານອັນຈະແຈ້ງແລ້ວ.”


ສ່ວນ​ທ່ານນາງ ຣາຊີດາ ທແລບ໌ ຈາກລັດມິຊິແກນ ກໍເປັນຜູ້ທີ່ຕຳໜິຢ່າງແຂງຂັນ ຕໍ່
ນະໂຍບາຍຕ່າງໆ ກ່ຽວກັບຄົນເຂົ້າເມືອງທີ່ມີການຈຳກັດຮັດແຄບ ຂອງ​ປະ​ທາ​ນາ​ທິ
​ບໍ​ດີນັ້ນ.

​ທ່ານນາງ ຣາຊີດາ ທແລບ໌ ທີ່ຖືກເລືອກໃຫ້ເປັນສະມາຊິກສະພາຕ່ຳສະຫະລັດ ເວົ້າວ່າ
“ຂ້າພະເຈົ້າຢາກຈະປ່ຽນແປງໂລກນີ້ ແລະອັນນີ້ຄືສິ່ງທີ່ຂ້າພະເຈົ້າກຳ​ລັງ​ເຮັດ​ຢູ່ ເອີ່
ແມ່ນແລ້ວ ມັນເກີດຄືຈັ່ງຊັ້ນຫລະ ຂ້າພະເຈົ້າ ຈະເຮັດສິິ່ງນັ້ນ ໃນຖານະທີ່ເປັນສະ
ມາຊິກ ລັດຖະສະພາ ຄົນ​ນຶ່ງ.”

ຍັງ​ມີແມ່ຍິງຊາວອາເມຣິກັນ ອິນເດຍແດງ ສອງຄົນ ທີ່ຖືກເລືອກ ເປັນສະມາຊິກ ລັດຖະ
ສະພາ ເປັນເທື່ອທຳອິດເຊັ່ນ​ກັນ.

ໂດຍມີອາຍຸໄດ້ 29 ປີ ນາງ ອາແລກສ໌ແຊນເດຣຍ ໂອຄາຊີໂອ-ຄໍຣເຕັຊ ຊາວນະ​ຄອນ
​ນີວຢອກ ທີ່ມີແມ່ເປັນຊາວເປີຣໂຕ ຣີໂກ ກໍເປັນແມ່ຍິງໄວອ່ອນທີ່ສຸດ ທີ່ໄດ້ຖືກເລືອກໄປ
ປະ​ຈຳ​ຢູ່ລັດຖະສະພາ.

ນາງ ໂອຄາຊີໂອ-ຄໍຣເຕັຊ ເວົ້າວ່າ “ນັ້ນ​ຄືເລື່ອງນີ້ທີ່​ເປັນ​ເຊັນ​ນີ້ ແທ້ໆແຫລະ. ບໍ່ແມ່ນ
ເລື່ອງຂອງການໂຄສະນາຫາສຽງ ຫຼືເປັນ​ມື້ເລືອກຕັ້ງ ແຕ່ມັນເປັນຂະບວນການ. ມັນ​ແມ່ນຂະບວນການອັນນຶ່ງໃນ​ດ້ານສັງຄົມ ເສດຖະກິດ ແລະ ຄວາມຍຸຕິທຳຂອງ​ຄົນ​ທີ່​ມີສີຜິວອື່ນຢູ່ໃນສະຫະລັດອາເມຣິກາ ທີ່ຍິ່ງໃຫຍ່ກວ່າເກົ່າ.”

ຢູ່ໃນລັດຄາລີຟໍຣເນຍ ທ່ານນາງ ຢັງ ກິມ ສັງກັດພັກຣີພັບບຣີກັນ ທີ່ໄດ້ເອົາໂຕຫ່າງຈາກ ນະໂຍບາຍຕ່າງໆຂອງທ່ານທຣຳ ອາດຈະໄດ້ເປັນແມ່ຍິງ ອາເມຣິກັນເຊື້ອສາຍເກົາຫຼີ
ຄົນທຳອິດ ຢູ່ໃນລັດຖະສະພາ ຖ້າຫາກຄະແນນສຽງທີ່ນຳໜ້າພຽງໜ້ອຍດຽວນັ້ນ ໄດ້ຮັບ
ການຢັ້ງຢືນ.

ລັດຖະສະພາທີ່ມີຄວາມຫຼາກຫຼາຍຕື່ມຂຶ້ນອີກນັ້ນ ເປັນການສະທ້ອນໃຫ້ເຫັນເຖິງ ການ
ເຂົ້າມາມີສ່ວນຮ່ວມຂອງ​ຄົນ ​ທີ່​ມາ​ຈາກຫຼາຍໆກຸ່ມຊົນຊາດຊົນ​ເຜົ່າ ເພີ້ມຂຶ້ນ ໂດຍທີ່​ເປັນ
ປະຕິກິລິຍາຕອບ​ໂຕ້​ຄືນ ຕໍ່ນະໂຍບາຍຕໍ່ຕ້ານອົບພະຍົບຕ່າງໆ ຂອງປະທານາທິບໍດີ
ທຣຳ ໃນບາງສ່ວນ.

ທ່ານນາງ ມໍລລີ ໂອຣວກຄ໌ ຈາກມະຫາວິທະຍາໄລ ອາເມຣິກັນ ກ່າວວ່າ “ພັກເດໂມ
ແຄຣັດ ໂດຍສະເພາະ ໄດ້ເຫັນຜົນທີ່ໄດ້ຮັບຢ່າງແທ້ຈິງ ຂອງເຫດ​ການນັ້ນ ໃນມື້
ວານນີ້ ເພາະວ່າ ພັກເດໂມແຄຣັດ ມີພວກສະໝັກເລືອກ​ຕັ້ງທີ່ມີຄວາມຫຼາກຫຼາຍ
ຫຼາຍກວ່າ ແລະ ພວກເຂົາເຈົ້າກໍໄດ້ປະສົບຜົນສຳເລັດ.”

ພວກ​ສັງ​ກັດພັກເດໂມແຄຣັດ ຫວັງວ່າ ການທີ່ມີສິດ ມີສຽງໃນເຂດເລືອກຕັ້ງທັງຈາກ
ຄົນ​ທີ່​ມາ​ຈາກຫຼາກຫຼາຍຊົນ​ເຜົ່າເພີ້ມຂຶ້ນນັ້ນ ດົນ​ໄປກໍ​ຈະມີ​ການຫັນປ່ຽນ ຄວາມກ້ຳເກິ່ງ
ທາງອຳນາດ ຢູ່ໃນວໍຊິງຕັນ ໄປໃນທາງທີ່​ດີ​ຕໍ່ພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

A number of historic firsts in the U.S. midterm elections broke ethnic and gender barriers andwill make the U.S. Congress the most diverse ever when it convenes in January. But as VOA's Brian Padden reports, the growing diversity of legislators is primarily happening in the Democratic Party as women and minority voters turn away from President Donald Trump and the Republican Party.

For the first time in history two Muslim woman were elected to the U.S.Congress.

Ilhan Omar, who came to Minnesota as a Somali refugee, says her election is a repudiation of President Trump's travel ban on predominantly Muslim countries.

Ilhan Omar, U.S. Representative-Elect says "when Somalis are on the Muslim ban to be sending a Somali refugee to Congress Minnesota is sending a clear message."

Rashida Tlaib, from Michigan, is also a strong critic of the president's restrictive immigration polices.

Rashida Tlaib, U.S. Representative-Elect says "I want to change the world, and this is what I am doing, and yeah, it so happens I'm going to be doing it as a member of Congress."

Two Native American women were also elected to Congress for the first time.

At 29 years old, New Yorker Alexandria Ocasio-Cortez, whose mother is Puerto Rican, is the youngest woman elected to Congress.

Alexandria Ocasio-Cortez, U.S. Representative-Elect says "that's exactly what this is. Not a campaign or an election day, but a movement. A larger movement for social, economic and racial justice in the United States of America."

And in California Republican Young Kim, who distanced herself from Trump's polices, could become the first Korean-American woman in Congress if her slim electoral lead is confirmed.

The more diverse Congress reflects, in part, the increased involvement by many ethnic minority groups that are reacting to President Trump's anti-immigrant polices.

Molly O'Rourke, at American University says "the Democrats in particular, really saw the benefit of that yesterday because Democrats had more of those diverse candidates and they were successful."

Democrats hope the growing diversity of the electorate will in time shift the balance of power in Washington in their favor.

XS
SM
MD
LG