ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ປິດຊາຍແດນບາງສ່ວນ ຢູ່ໃນລັດເທັກຊັສ ແລະເລີ້ມຈັດສົ່ງ ຊາວເຮຕີ ກັບຄືນປະເທດ


ພວກອົບພະຍົບຊອກຫາບ່ອນອື່ນໆໃນການຂ້າມຊາຍແດນລະຫວ່າງເມັກຊິໂກ ແລະສະຫະລັດ ຫລັງຈາກການຜ່ານເຂົ້າມາທາງເຂື່ອນນັ້ນ ໄດ້ຖືກປິດ, ວັນທີ 19 ກັນຍາ, ປີ 2021. ໃນເມືອງ ຊີອູແດດ ອະຄູນາ, ເມັກຊິໂກ.
ພວກອົບພະຍົບຊອກຫາບ່ອນອື່ນໆໃນການຂ້າມຊາຍແດນລະຫວ່າງເມັກຊິໂກ ແລະສະຫະລັດ ຫລັງຈາກການຜ່ານເຂົ້າມາທາງເຂື່ອນນັ້ນ ໄດ້ຖືກປິດ, ວັນທີ 19 ກັນຍາ, ປີ 2021. ໃນເມືອງ ຊີອູແດດ ອະຄູນາ, ເມັກຊິໂກ.

ສະຫະລັດ ໄດ້ດໍາເນີນການ ໃນມື້ວັນອາທິດວານນີ້ ເພື່ອຢັບຢັ້ງການຫລັ່ງໄຫລຂອງຊາວອົບພະຍົບເຂົ້າມາໃນລັດເທັກຊັສ ໂດຍການປິດກັ້ນຊາຍແດນກັບເມັກຊິໂກໃນເມືອງທີ່ຢູ່ຫ່າງໄກ ເຊິ່ງມີຜູ້ອົບພະຍົບຊາວເຮຕີຫລາຍພັນຄົນໄດ້ພາກັນມາຕັ້ງສູນຢູ່ທີ່ນັ້ນ, ແຕ່ວ່າ ພວກອົບພະຍົບຊໍ້າພັດພົບວິທີອື່ນໃນການຂ້າມຊາຍແດນຢ່າງໄວວາ ອີງຕາມລາຍງານຂອງອົງການຂ່າວເອພີິ.

ຄວາມພະຍາຍາມໃນການປິດກັ້ນຊາຍແດນເກີດຂຶ້ນໃນຂະນະທີ່ເຈົ້າໜ້າທີ່ເລີ້ມຂົນສົ່ງພວກອົບພະຍົບບາງສ່ວນ ກັບຄືນປະເທດຂອງພວກເຂົາ.

ມີຍານພາຫະນະຂອງເຈົ້າໜ້າທີ່ຮັກສາຄວາມປອດໄພລັດເທັກຊັສ ປະມານສິບກວ່າຄັນ ຈອດລຽນກັນ ຢູ່ໃກ້ກັບຂົວ ແລະແມ່ນໍ້າ ບ່ອນທີ່ຊາວເຮຕີ ໄດ້ຂ້າມຈາກເມືອງ ຊີອູແດດ ອະຄູນາ (Ciudad Acuña),​ ໃນເມັກຊິໂກ ມາຫາເມືອງເດລ ຣິໂອ,​ ໃນລັດເທັກຊັສ ເປັນເວລາເກືອບສາມອາທິດແລ້ວ. ໄດ້ມີການໃຊ້ເທັບສີເຫລືອງ ເພື່ອປິດກັ້ນບໍ່ໃຫ້ພວກເຂົາເຈົ້າ ໃຊ້ເຂື່ອນນ້ອຍນັ້ນ ໃນການຍ່າງເຂົ້າມາສະຫະລັດ.

ເຈົ້າໜ້າທີ່ຕໍາຫລວດເມັກຊິກັນທີ່ຢູ່ບໍລິເວນຊາຍແດນທາງດ້ານເມັກຊິໂກກ່າວວ່າ ຈະບໍ່ອະນຸຍາດໃຫ້ພວກອົບພະຍົບຂ້າມຜ່ານໄປອີກແລ້ວ. ແຕ່ວ່ານັກຂ່າວ AP ເຫັນວ່າພວກອົບພະຍົບຊາວເຮຕີຍັງຄົງຂ້າມແມ່ນໍ້າເຂົ້າມາໃນສະຫະລັດປະມານ 2.4 ກິໂລແມັດ ຫ່າງຈາກຈຸດທີ່ເຄີຍຂ້າມກ່ອນໜ້ານັ້ນ.

ຫລາຍໆຮ້ອຍຄົນໄດ້ນັ່ງຢູ່ແຄມແມ່ນໍ້າໃນຝັ່ງສະຫະລັດ ໂດຍຄັ້ງລະ 50 ຫາ 60 ຄົນໃນການຂ້າມໄປ ແລະກັບຈາກເມັກຊິໂກຜ່ານນໍ້າເລິກລະດັບແອວ. ມີເຈົ້າໜ້າທີ່ສະຫະລັດຈໍານວນນຶ່ງຄອຍເຝົ້າສັງເກດການ ໃນການຂ້າມດັ່ງກ່າວ, ແຕ່ບໍ່ໄດ້ມີການດໍາເນີນການໃດໆເພື່ອຢຸດຢັ້ງພວກເຂົາເຈົ້າໃນການຂ້າມເຂົ້າມາ.

ພວກອົບພະຍົບຫລາຍຄົນເຄີຍອາໄສຢູ່ໃນລາຕິນອາເມຣິກາເປັນເວລາຫລາຍປີ, ແຕ່ວ່າເວລານີ້ ພວກເຂົາກໍາລັງຊອກຫາບ່ອນລີ້ໄພຢູ່ໃນສະຫະລັດ ເນື່ອງຈາກໂອກາດທາງດ້ານເສດຖະກິດ ຢູ່ໃນບຣາຊີລ ແລະບ່ອນອື່ນໆຊຸດໂຊມລົງ. ຜູ້ຄົນຫລາຍພັນຄົນ ພາກັນອາໄສຢູ່ກ້ອງ ແລະໃກ້ກັບຂົວໃນເມືອງ ເດລ ຣິໂອ.

ໃນຂະນະດຽວກັນ, ສະຫະລັດໄດ້ສົ່ງ 3 ຖ້ຽວບິນທີ່ບັນທຸກຊາວເຮຕີ ຈາກເມືອງ ເດລ ຣິໂອ ກັບຄືນປະເທດ ຂອງພວກເຂົ້າເຈົ້າ, ແລະຈໍານວນດັ່ງກ່າວ ມີການຄາດກັນວ່າ ຈະເພີ້ມຂຶ້ນເຖິງຫົກຖ້ຽວຕໍ່ນຶ່ງມື້ໃນໄວໆນີ້, ອີງຕາມການກ່າວ ຂອງເຈົ້າໜ້າທີ່ລັດຖະບານສະຫະລັດ ຜູ້ທີ່ບໍ່ປະສົງອອກນາມວ່າ ເພາະບໍ່ໄດ້ຮັບອະນຸ ຍາດໃຫ້ອະທິບາຍເຖິງປະເດັນນີ້ ຕໍ່ສາທາລະນະຊົນ.

ເຮືອບິນໄດ້ບິນອອກຈາກເມືອງ ແຊນ ແອນໂຕນິໂອ (San Antonio), ແລະເຮືອບິນລໍາທໍາອິດ ໄດ້ໄປຮອດນະຄອນຫລວງປອກໂອແປຣັງຂອງເຮຕີໃນຕອນບ່າຍມື້ວັນອາທິດວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG