ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນ​ຈີນ ສັນ​ຊາດ ສະ​ຫະ​ລັດ ຖືກ​ຕັ້ງ​ຂໍ້​ຫາ ດ້ວຍ​ການ​ນຳ​ສົ່ງ ຂໍ​້​ມູນ​ລັບ ໃຫ້​ແກ່​ຈີນ


ສັນ​ຍາ​ລັກ ຂອງ​ກະ​ຊວງ​ຍຸ​ຕິ​ທຳ ສ​ະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ
ສັນ​ຍາ​ລັກ ຂອງ​ກະ​ຊວງ​ຍຸ​ຕິ​ທຳ ສ​ະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ

ຄົນ​ຈີນ​ສັນ​ຊາດ​ສະ​ຫະ​ລັດ ຜູ້​ທີ່​ເກີດ​ຢູ່​ຈີນ ໄດ້​ຖືກ​ຕັ້ງ​ຂໍ້ກ່າວ​ຫາ ​ສຳ​ລັບ​ການ​ເຮັດ​ໜ້າ​ທີ່
ເປັນສາຍ​ລັບ​ຕ່າງ​ຊາດທີ່ຜິດ​ກົດ​ໝາຍ ​ໃນ​ການມອບ​ສົ່ງ​ຂໍ້​ມູນ​ລັບທີ່​ຖືກ​ຈັດ​ໃຫ້​ເປັນ​ປະ
​ເພດ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ໃຫ້​ແກ່​ຈີນ ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ
ໃນ​ວັນ​ຈັນ​ວານນີ້.

ເຈົ້າ​ໜ້າ​ທີ່​ສືບ​ລັບ ໄດ້​ຈັບ​ກຸມ ທ້າວ ຊູ​ຮົວ ເຜິງ ​ທີ່ຍັງ​ຮູ້​ຈັກ​ກັນ​ດີ ໃນ​ອີກ​ຊື່​ນຶ່ງຄື ທ້າວ
ແອດວອດ ເ​ຜິງ ​ຢູ່​ໃກ້​ກັບ​ນະ​ຄອນ ​ໂອກ​ແກ​ລນ ລັດ​ຄາ​ລີ​ຟໍ​ເນຍ ເມື່ອ​ວັນ​ສຸກ​ທີ່​ຜ່ານ
​ມານີ້ ແລະ​ຜູ້​ກ່ຽວ​ຖືກ​ຄວບ​ຄຸມ​ຕົວ​ໄວ້ ໂດຍບໍ່​ໃຫ້​ປະ​ກັນ​ຕົວ ຈົນ​ກວ່າ ​ວ່າ ຜູ້​ກ່ຽວ​ຈະ​
ໄປ​ຂຶ້ນສານ​ໃນ​ວັນ​ພຸດມື້​ອື່ນນີ້.

“ການ​ຈັບ​ກຸ່ມ​ດັ່​ງ​ກ່າວ ໄດ້​ເປີ​ດ​ເຜີຍ ແລະ​ລົບ​ກວນ​ການ​ປະ​ຕິ​ບັດ​ງານ​ຂອງ​ພວກ​ເຈົ້າ
​ໜ້າ​ທີ່​ສືບ​ລັບ​ຈີນ ເພື່ອ​ເກັບ​ກຳ​ເອົາ​ຂໍ້​ມູນ​ດັ່ງ​ກ່າວ ດ້ວຍ​ການ​ທີ່​ວ່າ ບໍ່​ຕ້ອງ​ໄດ້​ກ້າວ​ຂາ
​ເຂົ້າ​ມາ​ຢຽບ​ໃນ​ປະ​ເທດນີ້” ນັ້ນ​ແມ່ນການ​ກ່າວ​ຂອງ​ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ຍຸ​ຕິ​ທຳ
ທ່ານ​ຈອນ ເດັມ​ເມີ ໃນ​ວັນ​ຈັນ​ວານນີ້.

ກະ​ຊວງ​ຍຸ​ຕິ​ທຳ ບັນ​ລະ​ຍາຍ​ເຖິງ​ຂໍ້​ກ່າວ​ຫາ​ຕໍ່ ​ທ້າວ​ເຜິງ ນັ້ນ ວ່າ ເປັນເລື້ອງ “ທີ່​ປະ​ສົມ
​ປະ​ສານ​ກັນ ​ໃນ​ດ້ານເທັກ​ນິກ​ຂອງ​ສາຍ​ລັບ​ລຸ້ນ​ເກົ່າ ກັບ ເທັກ​ໂນ​ໂລ​ຈີ​ສະ​ໄໝ​ໃໝ່.”

ອີງ​ຕາມ​ ​ເລື້ອງຄະ​ດີ​ ​ຂອງ​ລັດ​ຖະ​ບານແລ້ວ ທ້າວ​ເຜິງ ໄດ້​ຈັບ​ຈອງ​ຫ້ອງນອນ​ຢູ່​ໂຮງ
​ແຮມ ໃນ​ເມືອງ ນິວ​ວອກ ແລະ​ເມືອງ​ໂອກ​ແກ​ລັນ ລັດ​ຄາ​ລີ​ຟໍ​ເນຍ

ແລະ​ເມືອງ​ໂຄ​ລຳ​ບັ​ສ ລັດ​ຈອ​ຣ​ເຈຍ ໃນ​ລະ​ຫວ່າງ ເດືອນຕຸ​ລາ ປີ 2015 ແລະ ເດືອນ
​ມິ​ຖຸ​ນາ 2018.

ຜູ້​ກ່ຽວ ຈະ​ເອົາ​ຊອງ​ເອ​ກ​ກະ​ສານ​ທີ່​ບັນ​ຈຸ​ດ້ວຍ​ເງິນ​ສົດ ໄປ​ປະ​ໄວ້ ຢູ່​ໃນ​ຫ້ອງນອນ ຫຼື
ຢູ່​ສະ​ຖານ​ທີ່​ພົວ​ພັນ​ຢູ່​ດ້ານ​ໜ້າ​ໂຮງ​ແຮມ ໃຫ້​ແກ່ ຜູ້​ທີ່​ມີຂໍ້ມູນ ແລ້ວ​ຈະ​ກັບ​ຄືນ​ມາ​ຕາມ​
ທີຫຼັງ ເພື່ອ​ເກັບ​ກູ້​ເອົາ​ບັດ​ດິດ​ຈິ​ໂຕ​ລ ທີ່​ບັນ​ຈຸ​ດ້ວຍ​ຂໍ້​ມູນ​ລັບ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

​ທ້າວ​ເຜິງ ຖືກ​ກ່າວ​ຫາ​ວ່າ ນຳ​ເອົາ​ບັດ​ດິດ​ຈິ​ໂຕ​ລຫຼາຍ​ອັນ ໄປ​ສົ່ງ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​
ຢູ່​ນະ​ຄອນຫຼວງ ​ປັກ​ກິ່ງ ດ້ວຍ​ຕົວຂອງ​ຜູ້​ກ່ຽວ​ເອງ.

ຖ້າ​ຖືກ​ດຳ​ເນີນ​ຄະ​ດີ ແລະ​ສານ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ ທ້າວ​ເຜິງ ປະ​ເຊີນ​ກັບ​ການ​ຖືກ​
ຂັງ​ຄຸກລັດ​ຖະ​ບານ ເປັນ​ເວ​ລາຫຼ​າຍ​ເຖິງ 10 ປີ ​ແລະ​ຖືກ​ປັບ​ໃໝ 250,000 ໂດ​ລາ​
ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

A Chinese-born U.S. citizen has been charged with acting as an illegal foreign agent passing classified national security information to China, the Justice Department said Monday.

Agents arrested Xuehua Peng, also known as Edward Peng ,near Oakland, California last Friday and are holding him without bail until his next court date Wednesday.

"His arrest exposes and disrupts an operation by those Chinese intelligence officers to collect such information without ever having to step foot in this country," Assistant Attorney General John Demers said Monday.

The Justice Department describes the allegations against Peng as a "combination of age-old spycraft and modern technology."

According to the government's case, Peng booked hotel rooms in Newark, California, and Oakland; and Columbus, Georgia, between October 2015 and June 2018.

He would leave envelopes of cash in the room or at the front desk for his source and returned later to retrieve secure digital cards containing U.S. national security secrets.

Peng allegedly delivered the cards in person to officials in Beijing.

If tried and convicted, Peng faces up to 10 years in federal prison and a $250,000 fine.

XS
SM
MD
LG