ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄົນສັນ​ຊາດ​ ອາ​ເມ​ຣິ​ກັນ ທີ່​​ຮ່ວມ​ສູ້​ລົບ​ ໃນ​ຊີ​ເຣຍ ​ຖືກ​ນຳ​​ໂຕ​ຂຶ້ນ​ສານ ຢູ່ ສ​ຫລ


ທະ​ຫານ​ອີ​ຣັກ​ຄົນ​ນຶ່ງ ​ກຳ​ລັງ​ກວດ​ເບິ່ງອຸ​ໂມງ ຂອງ​ກຸ່ມ​ກໍ່​ການ​ຮ້າຍ ລັດ​ອິ​ສ​ລາມ ທີ່​ມີ​ທຸງຂອງ​ກຸ່ມ​ດັ່ງ​ກ່າວ​ຕິດຢູ່ ໃນ​ເມືອງ​ໂມ​ຊູລ ປະ​ເທດອີ​ຣັກ ວັນ​ທີ 1 ມີ​ນາ 2017.
ທະ​ຫານ​ອີ​ຣັກ​ຄົນ​ນຶ່ງ ​ກຳ​ລັງ​ກວດ​ເບິ່ງອຸ​ໂມງ ຂອງ​ກຸ່ມ​ກໍ່​ການ​ຮ້າຍ ລັດ​ອິ​ສ​ລາມ ທີ່​ມີ​ທຸງຂອງ​ກຸ່ມ​ດັ່ງ​ກ່າວ​ຕິດຢູ່ ໃນ​ເມືອງ​ໂມ​ຊູລ ປະ​ເທດອີ​ຣັກ ວັນ​ທີ 1 ມີ​ນາ 2017.

ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍເທີ​ກີຄົນ​ນຶ່ງ ​ທີ່ຖື​ສອງ​ສັນ​ຊາດ ຜູ້​ທີ່​ໄດ້​ອອກ​ຈາກ​ສະ​ຫະ​ລັດ
ໄປກັບ​ອ້າຍ​ຂອງ​ລາວ ໃນເວ​ລາທີ່​ລາວຍັງ​ເປັນ​ຊາວ​ໜຸ່ມ ​ເພື່ອ​ເຂົ້າ​ຮ່ວມ​ກັບ​ກຸ່ມ​ກໍ່​ການ​
ຮ້າຍລັດອິ​ສ​ລາມ ໄດ້​ຖືກ​ນຳ​ໂຕ​ກັບ​ຄືນ​ມາ​ບ້າ​ນ​ເຮືອນ​ຂອງ​ລາວ ເພື່ອ​ປະ​ເຊີນ​ໜ້າ ກັບ
​ຂໍ້​ຫາ​ທີ່ພົວ​ພັນ​ກັບ​ການກໍ່​ການ​ຮ້າຍ.

ທ້າວ​ໂອ​ເມີ​ ກູ​ຊູ ໄດ້​ໄປ​ປາ​ກົດ​ໂຕ ​ຢູ່​ທີ່ສານໃນ​ລັດ​ເທັກ​ຊັ​ສ ໃນ​ວັນ​ພະ​ຫັດ​ວານ​ນີ້ ໃນ​ຂໍ້
ຫາ ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ກຸ່ມ​ລັດ​ອິ​ສ​ລາມຫຼື IS ອີງ​
ຕາມ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ.

ພວ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ້າວ​ກູ​ຊູ ​ຊຶ່ງ​ໃນປັດ​ຈຸ​ບັນ​ອາ​ຍຸ 23 ປີ ໄດ້​ຖືກ​ຈັບ ​ພ້ອມ​ດ້ວຍພວກ
​ນັກ​ລົບ​ກຸ່ມ IS ປະ​ມານ 400 ຄົນ ໂດຍ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ທີ່​ໜູນ​ຫຼັງ​ໂດຍ​ສະ
​ຫະ​ລັດ ໃກ້​ກັບ​ບ້ານ​ດາ​ຊີສ​ຊາ ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ ຫຼັງ​ຈາກ​ໄດ້​ຫລົບ​ໜີ​ກັ​ບ​ພວກ​
ນັກ​ລົບ​ຄົນ​ອື່ນໆປະ​ມານ 400 ຄົນ ໃນ​ຂະ​ນະ​ທີ່​ເຂດປົກ​ຄອງ​ຕົນ​ເອງ​ຂອງ​ກຸ່ມ​ກໍ່​ການ​
ຮ້າຍ ໃນ​ຊີ​ເຣຍ ​ໄດ້ພັ​ງ​ທະ​ລາຍ​ລົງ​ໃນ​ທີ່​ສຸດນັ້ນ.

ອີງ​ຕາມ​ບັນ​ດາ​ໄອ​ຍະ​ການ​ແລ້ວ ທ້າວ​ກູ​ຊູ ຜູ້​ທີ່​ໄດ້​ເກີດ ​ແລະ​ເຕີບ​ໃຫຍ່​ຢູ່​ໃນ​ນະ​ຄອນ​ດາ
​ລັ​ສ ໄດ້ເດີນ​ທາງອອກ​ຈາກ​ສະ​ຫະ​ລັດ​ໃນ​ເດືອນ​ຕຸ​ລາ ປີ 2014 ພ້ອມກັບ​ອ້າຍ​ຂອງ​ລາວ
ໄປ​ສູ່​ນະ​ຄອນ​ອິ​ສ​ຕັນ​ບູລ ປະ​ເທດ​ເທີ​ກີ. ຫຼາຍ​ເດືອນ​ຕໍ່​ມາ ເຂົາ​ເຈົ້າ​ໄດ້ຖືກ​ລັກ​ລອບ​ເຂົ້າ
​ໄປ​ໃນ​ຊີ​ເຣຍ. ທ້າວ​ກູ​ຊູກ່າວ​ວ່າ ​ຫຼັ​ງ​ຈາກ​ນັ້ນ​ລາວ​ກໍ​ໄດ້​ນຳ​ໂຕ​ໄປ​ຍັງ​ເມືອງ​ໂມ​ຊູ​ລ ປະ​ເທດ
​ອິ​ຣັກ ເພື່ອ​ເຝິກ​ແບ​ອາ​ວຸດ ແລະ​ສາ​ບານ​ໂຕ​ຕໍ່​ຜູ້​ນຳ​ຂອງ​ກຸ່ມ IS ທ້າວ​ອາ​ບູ ບັກ​ເກີ ອາ​ລ-
ແບກແດດ​ດີ ເວ​ລາລາວ​ກັບ​ຄືນ​ໄປຊີ​ເຣຍ.

ເອກ​ກະ​ສານ​ຂອງ​ສານ​ສະ​ແດງ​ໃຫ້​ເຫັນວ່າ ທ້າ​ກູ​ຊູ ແລະ​ອ້າຍ​ຂອງ​ລາວ​ໄດ້​ປະ​ຕິ​ເສດ
​ການ​ຮ້ອງ​ຂໍ​ຈາກ​ພໍ່​ແມ່​ຂອງ​ລາວ ຜູ້​ທີ່​ໄດ້​ເດີນ​ທາງ​ໄປ​ບ້ານ​ເກີດ​ເຂົາ​ເຈົ້າ​ທີ່​ເທີ​ກີ ເພື່ອ​ຊັກ​
ຊວນ​ບຸກ​ຄົນ​ທັງ​ສອງ​ຄົນ​ ບໍ່​ໃຫ້​ເດີນ​ທາງ​ໄປ​ຊີ​ເຣຍ. ບັນ​ດາ​ສະ​ມາ​ຊິກໃນຄອບ​ຄົວ​ຍັງ
​ໄດ້​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ເທີ​ກີ ແລະ​ໄດ້​ແຈ້ງ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ
​ລັດ​ຊາບ ​ກ່ຽວ​ກັບ​ສະ​ພາບ​ການ.

ພວກເຈົ້າ​ໜ້າ​ທີ່​ສັນ​ຕິ​ບານ​ກາງ ຫຼື FBI ໄດ້​ກ່າວ​ຫາ​ວ່າ​ ໃນ​ຂະ​ນະຢູ່ໃນ​ຊີ​ເຣຍ ນັ້ນທ້າວ​
ກູ​ຊູ ໄດ້​ເຮັດ​ວຽກ​ ກັບ​ພະ​ແນກ​ສື່​ສານ ​ຂອງ​ກຸ່ມ IS ​ໂດຍໄດ້​ຮັບ​ເງິນ​ເດືອນ 125 ໂດ​ລາ
ເພື່ອ​ສ້ອມ​ແປງ​ອຸບ​ປະ​ກອນ​ສື່​ສານໃຫ້​ແກ່ພວກ​ນັກ​ລົບກຸ່ມ ​ກໍ່​ການ​ຮ້າຍດັ່ງ​ກ່າວ ​ທີ່​ສູ​ລົບ
​ຢູ່​ແນ​ວ​ໜ້າ.

ທ້າວ​ກູ​ຊູ​ຍັງ​ໄດ້​ກ່າວ​ຕໍ່ເຈົ້າ​ໜ້າ​ທີ່ FBI ວ່າ​ ລາວ​ໄດ້​ແຕ່ງ​ງານ​ເວ​ລາ​ອາ​ຍຸ 16 ປີ ກັບເຈົ້າ​
ສາວໃນ​ກຸ່ມ IS ​ທີ່​ມາຈາກ​ອາ​ລ​ຈີ​ເຣຍ ແລະ​ເຂົາ​ເຈົ້າ​ໄດ້​ລູກ​ນຳ​ກັນນຶ່ງ​ຄົນ.


A dual American-Turkish citizen who left the United States as a teenager with his brother to join the Islamic State terror group has been brought back to his hometown to face terror-related charges.

Omer Kuzu appeared in a Texas courtroom Thursday charged with conspiring to provide material support to IS, according to the U.S. Justice Department.

Officials said Kuzu, now 23, was captured along with about 400 IS fighters by U.S.-backed Syrian Democratic Forces near the village of Dashisha in March, after fleeing with about 400 other IS fighters as the terror group's self-declared caliphate in Syria ultimately collapsed.

According to prosecutors, Kuzu, who was born and raised in Dallas, left the U.S. in October 2014 with his brother bound for Istanbul, Turkey. Several months later, they were smuggled into Syria. Kuzu said he was then taken to Mosul, Iraq, for weapons training and pledged allegiance to IS leader Abu Bakr al-Baghdadi upon his return to Syria.

Court documents indicate Kuzu and his brother rejected pleas from his parents who traveled to their native Turkey to try to dissuade the two from traveling to Syria. Family members also sought help from Turkish authorities and advised U.S. officials of the situation.

FBI agents allege that while in Syria, Kuzu worked with the IS telecom directorate, receiving a monthly salary of $125 to repair communications equipment for the terror group's front-line fighters.

Kuzu also told FBI agents he had married a 16-year-old IS bride from Algeria and they had a child together.

XS
SM
MD
LG