ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ສະ​ຫະ​ລັດ ແລະ ຈີນ ປຶກ​ສາ​ຫາ​ລື ກ່ຽວ​ກັບ ສາຍ​ພົວ​ພັນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ, ຂວາ, ສາ​ບານ​ຕົວ​ທ່ານ ອີ​ລາຍ ແຣັດ​ເນີ ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ອິນ​ໂດ-ປາ​ຊີ​ຟິກ, ຢູ່​ເທິງ​ເຮືອ​ບິນ​ທະ​ຫານ, 25 ກໍ​ລະ​ກົດ 2021.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ, ຂວາ, ສາ​ບານ​ຕົວ​ທ່ານ ອີ​ລາຍ ແຣັດ​ເນີ ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ອິນ​ໂດ-ປາ​ຊີ​ຟິກ, ຢູ່​ເທິງ​ເຮືອ​ບິນ​ທະ​ຫານ, 25 ກໍ​ລະ​ກົດ 2021.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ທຳ​ນຽບ​ຫ້າ​ແຈ​ທີ່​ຮັບ​ຜິດ​ຊອ​ບ ກ່ຽວ​ກັບ ​ທະ​ວີບ​ເອ​ເຊຍ ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ສາຍ​ພົວ​ພັນ​ດ້ານການ​ປ້ອງ​ກັນ​ປະ​ເທດ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຈີນ ແລະ ບັນ​ຫາ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໃນພາກ​ພື້ນ​ກັບ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ.

ການ​ເຈ​ລະ​ຈາ​ຕ່າງໆ ​ລະ​ຫວ່າງ​ທ່ານ ອີ​ລາຍ ແຣັດ​ເນີ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທີ່​ຮັບ​ຜິດ​ຊອບກ່ຽວ​ກັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ ແລະ ທ່ານ ຢາງ ຕາວ, ຜູ້​ອຳ​ນວຍ​ການ​ຂອງ​ພະ​ແນກ​ອາ​ເມ​ຣິ​ກາ​ເໜື​ອ ແລະ ໝູ່​ເກາ​ະ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ມີ​ຂຶ້ນຫຼາຍ​ວັນຫຼັງ​ຈາກ​ທ່ານ ແຣັດ​ເນີ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ສິ້ນ​ສຸດ​ການ​ເດີນ​ທາງ​ທີ່​ໄດ້​ເພັ່ງ​ເລັງ​ໃສ່​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ການ​ປ້ອງ​ກັນ​ປະ​ເທດ​ກັບ ອອ​ສ​ເຕ​ຣ​ເລຍ ແລະ ປາ​ປົວ ນິວ ກີ​ນີ ແລະ ສົ່ງ​ເສີມ “ພາກ​ພື້ນ​ອິນ​ໂດ-ປາ​ຊີ​ຟິກ ທີ່​ເສ​ລີ ແລະ ເປີດກວ້າງ.”

ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ພັນ​ໂທ ມາ​ຕິນ ເມ​ເນີ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ວັນ​ພຸດ​ວານນີ້​ວ່າ ທ່ານ ແຣັດ​ເນີ “ຍັງ​ໄດ້​ເນັ້ນ​ຢ້ຳ​ເຖິງ​ຄຳມຸ້ງໝັ້ນ​ທີ່​ກຳ​ລັງດຳ​ເນີນໄປຢູ່​ຂອງ​ກະ​ຊວງເພື່ອ​ຮັກ​ສາ​ສາຍ​ສື່ສານ​ຂອງກອງ​ທັບກັບ​ກອງ​ທັບ” ລະ​ຫວ່າງສະ​ຫະ​ລັດ ແລະ ຈີນ ໃຫ້​ເປີດ​ໄວ້ຢູ່ໃນ​ການ​ເຈ​ລະ​ຈາຂອງ​ທ່ານ​ກັບ​ທ່ານ ຢາງ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ​ໄດ້​ກ່າວກ່ຽວ​ກັບ ຄວາມ​ຈຳ​ເປັນ​ຂອງ​ສາຍ​ສື່​ສານ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຈີນ ເພື່ອ​ໃຫ້​ເປັນວິ​ທີ​ທີ່​ຈະຫຼີກ​ລ່ຽງ​ຄວາມ​ຂັດ​ແຍ້ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG