ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ ສະ​ຫະ​ລັດ ແລະ ຈີນ ຄາດ​ວ່າ​ຈະ​ຈັດ​ການ​ເຈ​ລະ​ຈາ ໃນ​ສອງ​ສາມ​ອາ​ທິດ​ຂ້າງ​ໜ້າ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ພົບ​ປະ​ກັບ​ປະ​ທາ​ນ​ປະ​ເທດ ຈີນ ທາງ​ໄກ ຈາກ​ຫ້ອງ ຣູ​ສ​ແວ​ລ​ທ໌ ຂອງທຳ​ນຽບ​ຂາວ,15 ພະ​ຈິກ, 2021.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ພົບ​ປະ​ກັບ​ປະ​ທາ​ນ​ປະ​ເທດ ຈີນ ທາງ​ໄກ ຈາກ​ຫ້ອງ ຣູ​ສ​ແວ​ລ​ທ໌ ຂອງທຳ​ນຽບ​ຂາວ,15 ພະ​ຈິກ, 2021.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ປະ​ທານ​ປະ​ເທດ ຈີນ ທ່ານ​ສີ ຈິ່ນ​ຜິງ ຈະ “ທຳ​ການ​ພົວ​ພັນ​ໃນ​ການ​ໄລ​ຍະ​ສອງ​ສາມ​ອາ​ທິດ​ຂ້າງ​ໜ້າ” ແຕ່ບໍ່​ແມ່ນ​ໃນ​ທັນ​ທີ​ທັນ​ໃດ ຫຼັງ​ຈາກກອງ​ປະ​ຊຸມ​ສຸດ​ຍອດກຸ່ມ 7 ປະ​ເທດ ຫຼື G-7, ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທ່ານ ເຈ​ກ ຊຸ​ລ​ລີ​ວານ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້.

ໃນ​ຂະ​ນະ​ດຽວ​ກັນ, ຫົວ​ໜ້າ​ນັກ​ການ​ທູດ​ຈາກ ສະ​ຫະ​ລັດ ແລະ ຈີນ ແມ່ນ​ກຳ​ລັງ​ກະ​ກຽມ​ກອງ​ປະ​ຊຸມ ແຍກ​ຈາກກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີຂອງ​ກຸ່ມ 20 ປ​ະ​ເທດ ຫຼື G-20 ​ທີ່​ເກາະ ບາຫຼີ, ປະ​ເທດ ອິນ​ໂດ​ເນ​ເຊຍ, ອີງ​ຕາມ​ແຫຼ່ງ​ຂ່າວ​ດ້ານ​ການ​ທູດ​ຕ່າງໆ.

ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ​ມັນ​ມີ “ຄວາມ​ຈຳ​ເປັນ​ທີ່​ຮີບ​ດ່ວນ” ສຳ​ລັບ​ການ​ປຶກ​ສາ​ຫາ​ລື​ໃນ​ກຸ່ມ 7 ປະ​ເທດ ແລະ ບັນ​ດາ​ສະ​ມາ​ຊິກ​ອົງ​ການ NATO ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ​ຈາກ ຈີນ, ໃນ​ຂະ​ນະ​ທີ່ພະ​ຍາ​ຍາມ “ຈະ​ລວມ​ຕົວ​ກັນ​ເປັນ​ພັນ​ທະ​ມິດ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ຕະຫຼາດ​ປະ​ຊາ​ທິ​ປະ​ໄຕ​ທີ່​ນຳ​ໜ້າ​ໝູ່​ໃນ​ໂລກ ເພື່ອ​ແກ້​ໄຂ​ສິ່ງ​ທ້​າ​ທາຍ​ບາງ​ຢ່າງ​ພວກ​ນັ້ນ. ໂດຍ​ສະ​ເພາະ, ການ​ປະ​ຕິ​ບັດ​ເສດ​ຖະ​ກິດ​ທີ່ບໍ່​ແມ່ນ​ຕະຫຼາດ​ຂອງ ຈີນ, ວິ​ທີ​ການ​ຂອງ​ເຂົາ​ເຈົ້າ​ຕໍ່​ໜີ້​ສິນ ແລະ ວິ​ທີ​ການ​ຂອງ​ເຂົາ​ເຈົ້າ​ຕໍ່​ສິດ​ທິ​ມະ​ນຸດ.

ບັນ​ດາ​ຜູ້​ນຳ​ຈາກ​ປະ​ເທດ NATO ຈະ​ປະ​ຊຸມ​ກັນ​ໃນ​ນະ​ຄອນຫຼວງ ມາດ​ຣິດ ປະ​ເທດ ສ​ເປນ ໃນ​ທ້າຍ​ອາ​ທິດນີ້. ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແລະ ນັກ​ວິ​ເຄາະ​ກ່າວ​ວ່າ ການ​ປຶກ​ສາ​ຫາ​ລືວິ​ທີ​ການ​ຕ່າງໆ​ຕໍ່​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ແມ່ນ​ວາ​ລະ​ສູງ​ສຸດ​ໃນ​ກອງ​ປະ​ຊຸມ, ໃນ​ຂະ​ນະ​ທີ່​ອົງ​ການ NATO ຄາດ​ວ່າ​ຈະ​ຢືນ​ຢັນ​ຄວາມ​ຄິດ​ທາງຍຸດ​ທະ​ສາດ​ໃໝ່​ໃນ​ປີນີ້, ເຊິ່ງ​ແມ່ນ​ເອ​ກະ​ສານ​ວຽກ​ງານ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ອົງ​ການ​ດັ່ງ​ກ່າວ ຕາມຫຼັງ​ສົນ​ທິ​ສັນ​ຍາ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ​ເໜືອ​ໃນ​ປີ 1949. ຄວາມ​ຄິດ​ທາງຍຸດ​ທະ​ສາດ​ຄັ້ງ​ສຸດ​ທ້າຍ​ແມ່ນ​ໄດ້​ຕົກ​ລົງ​ກັນ​ໃນ​ປີ 2010.

ຄວາ​ມຄິດ​ທາງ​ຍຸດ​ທະ​ສາດ​ຂອງ NATO “ຈະ​ເວົ້າ​ເຖິງຫຼາຍ​ຢ່າງ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ກ່ຽວ​ກັບ ສິ່ງ​ທ້າ​ທາຍ​ຕ່າງໆຈາກ ຈີນ,” ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້, ແລະ​ໄດ້​ກ່າວ​ວ່າ​ການ​ແຂ່ງ​ຂັນ​ລະ​ຫວ່າງ ສະ​ຫະ​ລັດ ກັບ ຈີນ “ບໍ່​ໄດ້​ໝ​າຍ​ເຖິງ​ການ​ປະ​ເຊີນ​ໜ້າ​ກັນ ຫຼື ຄວາມ​ຂັດ​ແຍ້ງ,” ເຊິ່ງ​ແມ່ນ​ຄວາມ​ເຂົ້າ​ໃຈ​ທີ່ ຈີນ ໄດ້​ປະ​ຕິ​ເສດ.

ນັກ​ການ​ທູດ​ລະ​ດັບ​ສູງ​ຂອງ ຈີນ ທ່ານ ຢາງ ເຈຍ​ຈີ ໄດ້​ກ່າວ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ຄັ້ງຫຼ້​າ​ສຸດ​ກັບ​ທ່ານ ຊຸ​ລ​ລີ​ວານ ໃນ​ປະ​ເທດ ລຸກ​ເຊັມ​ເບີກ ເມື່ອ​ວັນ​ທີ 13 ມິ​ຖຸ​ນາ​ທີ່​ຜ່ານ​ມາ​ວ່າ “ຈີນ ຄັດ​ຄ້ານ​ຢ່າງ​ຮແຮງ​ຕໍ່​ຄວາມ​ໝາຍ​ຂອງ​ການ​ແຂ່ງ​ຂັນ ໃນສາຍ​ພົວ​ພັນ​ລະ​ຫວ່າງ​ ຈີນ-ກັບ ສະ​ຫະ​ລັດ.” ທ່ານ ຢາງ ໄດ້​ກ່າວ​ຢ້ຳ​ວ່າ ຈີນ ໄດ້​ພະ​ຍາ​ຍາມ​ສ້າງ​ສາຍ​ພົວ​ພັນ​ສອງ​ຝ່າຍ​ກັບ ສະ​ຫະ​ລັດ ອີງ​ຕາມ “ຄວາມ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ການ​ຢູ່​ຮ່ວມ​ກັນ​ຢ່າງ​ສັນ​ຕິ ແລະ ການ​ຮ່ວມ​ມືທີ່​ສ້າງ​ຜົນ​ປະ​ໂຫຍດ.”

ແຜນ​ການ​ພົບ​ປະ​ກັນ​ແບບ​ເຊິ່ງ​ໜ້​າ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ຢີ ໃນ​ເດືອນ​ໜ້າ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ ກຸ່ມ 20 ປະ​ເທດ ຈະ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ ຣັດ​ເຊຍ ຂະ​ຫຍາຍ​ການ​ໂຈມ​ຕີ​ຂອງ​ເຂົາ​ເຈົ້າ​ໃນ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG