ຂົງເຂດເອເຊຍຕາເວັນອອກສຽງໃຕ້ ເປັນເຂດທີ່ໄດ້ຮັບໄຊຊະນະທີ່ສຳຄັນ ໃນສົງຄາມການຄ້າລະຫວ່າງສະຫະລັດກັບຈີນ. ເຂດດັ່ງກ່າວພົບເຫັນວ່າ ມີຄື້ນ ຟອງຂອງການສ້າງໂຮງຈັກໂຮງງານໃໝ່ ໃນຂະນະທີ່ບໍລິສັດຜູ້ຜະລິດຍ້າຍອອກຈາກຈີນ ເພື່ອຫລີກລ່ຽງການເກັບພາສີຂອງສະຫະລັດ. ແຕ່ປະເທດທີ່ມີເສດຖະກິດໃຫຍ່ສຸດໃນເຂດເອເຊຍຕາເວັນອອກສຽງໃຕ້ ຄືປະເທດອິນໂດເນເຊຍ ບໍ່ໄດ້ປະສົບຜົນສຳເລັດ ໃນການດຶງດູດເອົາການລົງທຶນໃໝ່ ສ່ວນນຶ່ງແມ່ນເປັນຍ້ອນ
ການບໍລິຫານງານທີ່ສັບສົນຫຍຸ້ງຍາກຢູ່ໃນປະເທດດັ່ງກ່າວດັ່ງ Bill Gallo ນັກຂ່າວວີໂອເອ ຈະມາອະທິບາຍສູ່ຟັງ. ໄພສານ ຈະນຳເອົາລາຍລະອຽດຂອງເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເປກາຕຣັນ (Pegatron) ນຶ່ງໃນຜູ້ຈຳໜ່າຍທີ່ໃຫຍ່ທີ່ສຸດຂອງບໍລິສັດແອັບໂປ (Apple) ພວມຕັ້ງຮ້ານຂອງຕົນຢູ່ປະເທດອິນໂດເນເຊຍ. ມັນເປັນສ່ວນນຶ່ງໃນຄວາມພະຍາຍາມຂອງບໍລິສັດດັ່ງກ່າວ ທີ່ຈະປ້ອງກັນຕົນເອງຈາກການເກັບພາສີຂອງສະຫະລັດຕໍ່ຈີນ. ແຕ່ບັນຫາກໍມີຢູ່ວ່າມັນບໍ່ໄດ້ເກີດຂຶ້ນເລື້ອຍໆ. ທ່ານ ມຸກ ຊອຍ ວາ (Mook Sooi Wah) ຜູ້ຈັດການໃຫຍ່ ສວນອຸດສາຫະກຳ ບາຕາມິນໂດ ກ່າວວ່າ:
“ທຸກໆຄົນຮູ້ດີວ່າ ຫວຽດນາມຄືບ່ອນທີ່ຜູ້ຜະລິດສ່ວນໃຫຍ່ ພາກັນຍ້າຍໄປ ແນ່ນອນ ນັ້ນຄືຄວາມເປັນຫ່ວງ. ຖ້າພວກເຮົາຫາກບໍ່ມີການແຂ່ງຂັນຫຼາຍເທົ່າກັບປະເທດອື່ນໆແລ້ວ ແນ່ນອນພວກເຮົາມີຄວາມເປັນຫ່ວງ.”
ລາຍງານຂອງທະນາຄານໂລກຫວ່າງບໍ່ດົນມານີ້ແຈ້ງວ່າ ມີ 33 ບໍລິສັດໄດ້ຍ້າຍການຜະລິດຈາກຈີນ 23 ປະເທດຂອງຈຳນວນນັ້ນຍ້າຍໄປຫວຽດນາມ. ບໍ່ມີປະເທດໃດ ຍ້າຍມາອິນໂດເນເຊຍ.
ເຫດຜົນນຶ່ງທີ່ສຳຄັນສຸດກໍຄືມັນມີຄວາມຫຍຸ້ງຍາກຫລາຍທີ່ຈະເລີ້ມທຸລະກິດຢູ່ທີ່ນີ້. ບາງເທື່ອຕ້ອງໃຊ້ເວລາເປັນປີໆ ໃນການຂໍໃບອະນຸຍາດຕັ້ງທຸລະກິດ ດົນກວ່າ ປະເທດທີ່ປົກຄອງແບບຜະເດັດການແຕ່ກໍບໍ່ສະເໝີໄປສຳລັບປະເທດທີ່ເຮັດວຽກແບບມີປະສິດທິຜົນ ເຊັ່ນຫວຽດນາມ. ທ່ານອີດີ ອີຣາວະດີ (Edy Irawady) ອະດີດຫົວໜ້າເຂດລົງທຶນບາແທມ ກ່າວວ່າ:
“ຫວຽດນາມ ພວກເຂົາເຈົ້າງ່າຍກວ່າຫຼາຍ ປຽບທຽບໃສ່ປະເທດອື່ນໆ ຢູ່ໃນຂົງເຂດ ຍ້ອນພວກເຂົາເຈົ້າເປັນ ຄືດັ່ງທ່ານຮູ້ ລັດຖະບານຂອງພວກເຂົາເຈົ້າແມ່ນເຂັ້ມແຂງຫຼາຍ ແຕ່ສຳລັບອິນໂດເນເຊຍແລ້ວ ພວກເຮົາແມ່ນຢູ່ໃນຂັ້ນຕອນແບບປະຊາທິປະໄຕ.”
ທ່ານອີດີ ອີຣາວະດີ ຈົນເທົ່າເມື່ອບໍ່ດົນຜ່ານມານີ້ແມ່ນເປັນເຈົ້າໜ້າທີ່ຂັ້ນສູງຂອງເຂດການຄ້າເສລີບາແທມ ຢູ່ອິນໂດເນເຊຍ. ທ່ານກ່າວວ່າ ໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງເກີດຂຶ້ນ ນັບແຕ່ອິນໂດເນເຊຍ ໄດ້ຟື້ນຟູລະບອບປະຊາທິປະໄຕແບບມີຫຼາຍພັກການເມືອງ ໃນປີ 1998. ທ່ານກ່າວກ່ຽວກັບເລື້ອງນີ້ວ່າ:
“ຂ້າພະເຈົ້າໄດ້ເຂົ້າຮ່ວມໃນລັດຖະບານເມື່ອປີ 1993 ແມ່ນແລ້ວ ມັນເປັນເລື້ອງງ່າຍສຳລັບຂ້າພະເຈົ້າທີ່ຈະອອກນະໂຍບາຍ ຍ້ອນວ່າ ຂ້າພະເຈົ້າບໍ່ຕ້ອງໄປຫາສະພາ. ຂ້າພະເຈົ້າບໍ່ຕ້ອງໄດ້ຖາມປະຊາຊົນວ່າ ເຂົາເຈົ້າເຫັນພ້ອມ ຫຼືບໍ່ເຫັນພ້ອມກັບນະໂຍບາຍຂອງຂ້າພະເຈົ້າ. ຫລັງຈາກນັ້ນ ປະທານາທິບໍດີ ກໍເຊັນ.”
ໃນລະຫວ່າງການປົກຄອງອິນໂດເນເຊຍເປັນເວລາ 3 ທົດສະວັດຂອງຈອມຜະເດັດການຊູຮາໂຕ້ ປະເທດໄດ້ວາງແຜນຈາກສູນກາງ.
ແຕ່ເວລາທ່ານລົງຈາກອຳນາດ ລຸນຫລັງທີ່ໄດ້ມີການປະທ້ວງຂະໜາດໃຫຍ່ໃນປີ 1998 ເຈົ້າໜ້າທີ່ໄດ້ມີການກະຈັດກະຈາຍອອກໄປຢູ່ຕາມຫຼາຍຫຼືບຫຼາຍຊັ້ນຂອງລັດຖະບານ ແລະໃນປະເທດຂະໜາດໃຫຍ່ແບບອິນໂດເນເຊຍນີ້ ພະແນກການເຫຼົ່ານັ້ນ ບໍ່ໄດ້ເຮັດວຽກຮ່ວມກັນສະເໝີໄປ.
ອີກບັນຫານຶ່ງກໍຄືການຄໍຣັບຊັ່ນ ຊຶ່ງແນ່ນອນກໍເປັນບັນຫາຢູ່ໃນປະເທດອື່ນໆເຊັ່ນດຽວກັນ. ແຕ່ຢູ່ໃນປະເທດອິນໂດເນເຊຍ ເວລານີ້ ແມ່ນມີຫຼາຍຜູ້ຫຼາຍຄົນ ທີ່ຈະຕ້ອງໄດ້ຊື້ຈ້າງຈອບອອຍຕື່ມ. ທ່ານບີມາ ຢູດິສທີຣາ (Bhima Yudistira) ນັກວິເຄາະຈາກສະຖາບັນການພັດທະນາເສດຖະກິດແລະການເງິນ ກ່າວວ່າ:
“ມີເສດຖະກິດລາຄາແພງຈຳນວນນຶ່ງຍ້ອນເຈົ້າຈຳເປັນຕ້ອງໄດ້ໃຫ້ສິນບົນບໍ່ພຽງແຕ່ເຈົ້າໜ້າທີ່ບາງຄົນ ໃນລັດຖະບານກາງເທົ່ານັ້ນ ແຕ່ຍັງໄດ້ໃຫ້ຄົນທີ່ຢູ່ໃນລັດຖະບານທ້ອງຖິ່ນນຳດ້ວຍ ແລະມັນໄດ້ກໍ່ໃຫ້ເກີດສະພາບການ ທີ່ຂາດປະສິດທິຜົນ ເມື່ອເວົ້າເຖິງເລື້ອງການລົງທຶນ.”
ລັດຖະບານຊຸດໃໝ່ຂອງອິນໂດເນເຊຍພວມພະຍາຍາມຫາທາງແກ້ໄຂບັນຫາດັ່ງກ່າວນີ້ຢູ່. ມີການບັງຄັບ ໃຫ້ຂໍໃບອະນຸຍາດໜ້ອຍລົງ ແລະໃບອະນຸຍາດເຫຼົ່ານີ້ງ່າຍທີ່ຈະຂຽນຂໍ້ຕື່ມລົງໃສ່ ແລະນອກນັ້ນ ຍັງມີຈຸດເດັ່ນບາງຢ່າງ. ທ່ານມາຫັນດຣາ ສາຍເຣກາ ຮອງລັດຖະມົນຕີການຕ່າງປະເທດອິນໂດເນເຊຍກ່າວວ່າ:
“ເຄື່ອງນຸ່ງ ເກີບ ຢາງຕີນລົດແລະບາງທີເຄື່ອງໃຊ້ໃນເຮືອນແລະເຄື່ອງເຟີນີເຈີ ສຳລັບຜະລິດຕະພັນທີ່ອິນໂດເນເຊຍເຮັດດີຢູ່ແລ້ວ ຄວາມຕ້ອງການແມ່ນມີເພີ້ມຂຶ້ນ ໂດຍສະເພາະແມ່ນຈາກສະຫະລັດ.”
ແຕ່ໃນຂະນະທີ່ສະຫະລັດແລະຈີນ ຊຶ່ງໃນເວລານີ້ ພວມຫາທາງຜ່ອນເບົາສົງຄາມການຄ້າຂອງພວກເຂົາເຈົ້າລົງຢູ່ນັ້ນ ບາງຄົນຢູ່ໃນອິນໂດເນເຊຍ ພວມມີຄວາມເປັນຫ່ວງວ່າ ອິນໂດເນເຊຍແມ່ນໄດ້ພາດໂອກາດຫຼາຍໆຄັ້ງໄປແລ້ວ
Southeast Asia has been a major winner in the U.S.-China trade war. The region has seen a wave of new factories, as manufacturers move out of China to avoid U.S. tariffs. But Southeast Asia's biggest economy, Indonesia, has struggled to attract new investment. That's in part because of the country's sprawling bureaucracy, as VOA's Bill Gallo explains.
Pegatron, one of Apple's biggest suppliers, is setting up shop here in Indonesia. It's part of the company's attempt to shield itself from U.S. tariffs on China. The problem is: it's not happening very often.
Mook Sooi Wah, General Manager of Batamindo Industrial Park:
"Everyone knows that Vietnam is the place where most of the manufacturing goes…((white flash cut)))...of course that is a concern. If we are not as competitive as other countries, of course we are concerned."
A recent World Bank report said out of 33 companies that are shifting production from China...23 are going to Vietnam. None are going to Indonesia.
One of the big reasons: it's difficult to start a business here. Sometimes it takes years just to get the business permit - much longer than authoritarian but often very efficient countries like Vietnam.
Edy Irawady, Former Head of Batam BP:
"Vietnam, they are more easy compared to other regions. Because they are, you know, their government is so strong…((white flash cut ahead a few seconds))...but for Indonesia, we are in the process of democracy."
Edy Irawady until recently was a top official in Indonesia's free trade zone of Batam. He says a lot has changed since Indonesia restored multi-party democracy in 1998.
Edy Irawady, Former Head of Batam BP:
"I joined the government in 1983, right? It was easy for me to make a policy. Because I didn't have to go to the parliament. I didn't have to ask people whether they agree or disagree with my policy. Then, the president just signed."
During the three-decade rule of Indonesia's dictator, Suharto, the economy was centrally planned.
But when he stepped down following mass protests in 1998, authority was scattered across multiple layers of government.
And in a massive country like Indonesia, those parts don't always work together.
Another problem is corruption -- which, of course, is also a problem in other countries. But in Indonesia, there's now a lot more potential people to payoff...
..says analyst Bhima Yudhistira.
Bhima Yudhistira, Institute for Development of Economics and Finance:
"There's some kind of high-cost economy because you need to bribe not only some people in the central government, but also people in the local government. And it's creating ineffectiveness in terms of investment."
Indonesia's new government is trying to address the problem. They're requiring fewer permits, and making them easier to complete. And there are other bright spots.
Indonesian Vice Foreign Minister Mahendra Siregar:
"Garments, shoes, rubber tires and perhaps home-appliances and furniture. For the products that Indonesia has already produced well, the demand is increasing, particularly from the U.S."
But with the U.S. and China now trying to wind down their trade war...
...some in Indonesia are concerned Indonesia has already missed out on many of the opportunities.