ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວວ່າ ການເຈ​ລະ​ຈາ ດ້ານການຄ້າ ລະ​ຫວ່າງ ສຫລ ກັບຈີນ ພວມດຳເນີນໄປຢູ່


ຫົວໜ້າທີ່ປຶກສາ ດ້ານເສດຖະກິດ ທີ່ທຳນຽບຂາວ ທ່ານ Larry Kudlow ໂອ້ລົມກັບພວກນັກຂ່າວກ່ຽວກັບການເຈລະຈາດ້ານ
ການຄ້າກັບຈີນ ທີ່ທຳນຽບຂາວ ວັນທີ 3 ທັນວາ 2018 ໃນວໍຊິງຕັນ
ຫົວໜ້າທີ່ປຶກສາ ດ້ານເສດຖະກິດ ທີ່ທຳນຽບຂາວ ທ່ານ Larry Kudlow ໂອ້ລົມກັບພວກນັກຂ່າວກ່ຽວກັບການເຈລະຈາດ້ານ ການຄ້າກັບຈີນ ທີ່ທຳນຽບຂາວ ວັນທີ 3 ທັນວາ 2018 ໃນວໍຊິງຕັນ

ທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວ ໄດ້ກ່າວໃນ ວັນ
ພຸດວານນີ້ວ່າ ການສົນທະນາດ້ານການຄ້າຂອງສະຫະລັດກັບຈີນພວມສືບຕໍ່ ດ້ວຍ
ຄວາມກ້າວໜ້າ ໂດຍທີ່ການເຈລະຈາ ລະຫວ່າງສອງເສດຖະກິດ ທີ່ໃຫຍ່ ທີ່ສຸດຂອງ
ໂລກ ຈະມີຂຶ້ນຢູ່ວໍຊິງຕັນ ໃນອາທິດນີ້.

ທ່ານ Kudlow ໄດ້ບອກພວກນັກຂ່າວວ່າ ທັງສອງປະເທດ ໄດ້ມີການເລີ້ມ ຕົ້ນເປັນ
ຢ່າງດີ ທີ່ນະຄອນຫລວງປັກກິ່ງ ໃນສັບປະດາແລ້ວນີ້ ໂດຍທີ່ຈີນໄດ້ຮັບຮູ້ເຖິງບັນຫາ
ຕ່າງໆດ້ານການລັກຂະໂມຍຊັບສິນດ້ານສະຕິປັນຍາ ການບັງ ຄັບໃຫ້ໂອນເທັກໂນ
ໂລຈີໃຫ້ຈີນ ແລະການລັກເຈາະຂໍ້ມູນທາງຄອມພິວເຕີ້.

ທ່ານກ່າວວ່າ ​ຍັງບໍ່ໄດ້ມີການຕົກລົງໃດໆ ກ່ຽວກັບພາສີລົດ.

ພວກລັດ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາທັງຫລາຍພວມເອົາທ່າທີແບບລໍເບິ່ງໄປກ່ອນ.

ທ່ານ ລິນຊີ ແກຣມ ສະມາຊິກສະພາສູງ ​ສັງ​ກັດພັກຣິພັບບລິກັນ ​ຊຶ່ງ​ເປັນພັນ ທະມິດ
ຂອງປະທານາທິບໍດີດໍໂນລ ທຣຳ ໄດ້ບອກພະແນກພາສາຈີນກາງຂອງ ວີໂອເອວ່າ “ຂ້າພະເຈົ້າມີຄວາມຫວັງຢູ່. ຂ້າພະເຈົ້າຄິດວ່າ ປະທານາທິບໍດີເຮັດ ຖືກຕ້ອງ ທີ່ຊຸກຍູ້
ໃຫ້ມີການປ່ຽນແປງ. ພວກເຮົາຢາກໃຫ້ທັງສອງປະເທດໄດ້ຮັບ ຜົນປະໂຫຍດ. ແລະ
ຂ້າພະເຈົ້າຈະໄດ້ເຫັນ. ພວກເຮົາຈະໄດ້ຮູ້ໃນອີກສອງສາມ ອາທິດນີ້.”

ທ່ານເວົ້າຕໍ່ໄປວ່າ “ມັນຈຳເປັນຈະຕ້ອງໄດ້ມີ ກົນໄກບັງ​ຄັບ​ໃຊ້​ບາງ​ຢ່າງ ຊຶ່ງ ພວກສະ
ພາ ແລະປະທານາທິບໍດີຄົນຕໍ່ໆໄປ ຈະໄດ້ເຊື່ອວ່າ ມັນຈະ​ໄດ້​ຜົນ ເພາະວ່າ ດັ່ງ​ທີ່​ທ່ານ
ຮູ້ ມັນ​ຈະ​ບໍ່​ເປັນ​ພຽງການຕົກລົງ ແຕ່ພຽງໃນນາມຊື່ໆ.”

ສ່ວນສະມາຊິກທອມ ທິລລິສ ສະມາຊິກສະພາສູງພັກຣິພັບບລິກັນອີກຜູ້ນຶ່ງ ກໍເວົ້າວ່າ “ສິ່ງນຶ່ງທີ່ຂ້າພະເຈົ້າເພັ່ງເລັງໃສ່ໂດຍສະເພາະກໍແມ່ນຊັບສິນດ້ານ ສະຕິປັນຍາ ແລະ
ການປ້ອງກັນຊັບສິນດ້ານສະຕິປັນຍາ. ເພາະສະນັ້ນ ຂ້າ ພະເຈົ້າຈຶ່ງຫວັງວ່າ ມັນຈະ
ກ້າວໜ້າຕໍ່ໄປ ບໍ່ພຽງແຕ່ເປັນເງື່ອນໄຂທົ່ວໄປ ໃນຂໍ້ຕົກລົງດ້ານການຄ້າເທົ່ານັ້ນ ແຕ່
ໃຫ້ມັນເປັນຈຸດສຸມແທ້ໆ ໃນອັນທີ່ຂ້າ ພະເຈົ້າຄິດວ່າເປັນໄພຂົ່ມຂູ່ອັນໃຫຍ່ທີ່ສຸດ ແລະ
ໃຫ້ຈີນປະກອບສ່ວນຢ່າງໄດ້ຜົນ ໃນການຜະລິດຊັບສິນດ້ານສະຕິປັນຍາ.”

ທ່ານ Charles Glassley ສະມາຊິກສະພາສູງ ຈາກພັກຣິພັບລິກັນ ກ່າວວ່າ ສະຫະ
ລັດຫວັງວ່າ ຈະສຳເລັດການເຈລະຈາດ້ານການຄ້າ ພາຍໃນທ້ານເດືອນ ເມສານີ້.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG