ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ ສະ​ຫະ​ລັດ ກັບ ຈີນ ເພີ່ມທະວີ​ຂຶ້ນ ໃນ​ຂະ​ນະ​ທີ່ ປັກ​ກິ່ງ ຮຽກ​ຕົວ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດເຂົ້າພົບ


ໂຄ​ສ​ົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ເກັງ ຊວາງ (Geng Shuang) ກ່າວ​ຄຳ​ປ​າ​ໄສ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ລາຍ​ງານ​ປະ​ຈຳ​ວັນຢູ່​ຫ້ອງ​ການ​ຂອງ​ກະ​ຊວງ. ປັກ​ກິ່ງ, 4 ກັນ​ຍາ, 2017.
ໂຄ​ສ​ົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ເກັງ ຊວາງ (Geng Shuang) ກ່າວ​ຄຳ​ປ​າ​ໄສ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ລາຍ​ງານ​ປະ​ຈຳ​ວັນຢູ່​ຫ້ອງ​ການ​ຂອງ​ກະ​ຊວງ. ປັກ​ກິ່ງ, 4 ກັນ​ຍາ, 2017.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ຈີນ ກັບ ສະ​ຫະ​ລັດ ໄດ້​ເພີ່ມ​ທະວີຂຶ້ນ​ ໃນ​ວັນ​ເສົາ​ວານນີ້ ໃນ​
ຂະນະທີ່ ກະຊວງການຕ່າງປະເທດຂອງ ຈີນ ໄດ້ຮຽກຮ້ອງໃຫ້ເອກອັກຄະລັດຖະທູດ
ສະຫະລັດ ປະຈຳ ຈີນ ທ່ານ ເທີຣີ ແບຣນສະແທັດ (Terry Branstad) ໃຫ້ອອກປະ
ກາດການປະທ້ວງຢ່າງຮຸນແຮງຕໍ່ມາດຕະການລົງໂທດ ສະຫະລັດ ທີ່ໄດ້ກຳນົດອອກ
ສຳລັບການຊື້ເຮືອບິນຮົບ ແລະ ລູກສອນໄຟ ທີ່ຍິງຈາກພື້ນດິນສູ່ອາກາດຂອງ ຣັດເຊຍ.
ການເຄື່ອນໄຫວດັ່ງກ່າວ ໄດ້ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ ຈີນ ໄດ້ຍົກເລີກການ
ເຈລະຈາການຄ້າ ກັບ ສະຫະລັດ ລຸນຫຼັງການກຳນົດເກັບພາສີໃໝ່ ຂອງ ວໍຊິງຕັນ ຕໍ່
ສິນຄ້າຂອງ ຈີນ.

ຖະ​ແຫຼງ​ການ​ ຢູ່​ເວັບ​ໄຊ ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ກ່າວ​ວ່າ “ມັນ​ແມ່ນ​ການ​
ລ່ວງລະເມີດທີ່ຮ້າຍແຮງ ກ່ຽວກັບ ກົດເກນພື້ນຖານ ຂອງກົດໝາຍສາກົນ.” ແລະ “ການ
ປະພຶດເປັນເຈົ້າໂລກ.” ກະຊວງດັ່ງກ່າວຍັງໄດ້ຂຽນວ່າ “ການຮ່ວມມືລະຫວ່າງ ກອງທັບ
ຈີນ-ຣັດເຊຍ ແມ່ນການຮ່ວມມືປົກກະຕິຂອງສອງປະເທດເອກະລາດ. ແລະ ສະຫະລັດ
ບໍ່ມີສິດທີ່ຈະມາແຊກແຊງ,” ແລະ “ການກະທຳຂອງ ສະຫະລັດ ໄດ້ສ້າງຄວາມເສຍຫາຍ
ຢ່າງຮຸນແຮງຕໍ່ສາຍພົວພັນ” ກັບ ຈີນ.

ກ່ອນ​ໜ້າ​ນີ້ ຈີນ ໄດ້​ຮຽກ​ຮ້ອງ ​ໃຫ້ ສະ​ຫະ​ລັດ ຖອນ​ມາດ​ຕະ​ການ​ລົງ​ໂທດ​ຕ່າງໆ, ແລະ
ໃນການກ່າວຕໍ່ບັນດານັກຂ່າວໃນວັນສຸກທີ່ຜ່ານມານັ້ນ, ໂຄສົກກະຊວງການຕ່າງປະ
ເທດຂອງ ຈີນ ທ່ານ ເກັງ ຊວາງ (Geng Shuang) ໄດ້ເວົ້າວ່າ ປັກກິ່ງ ໄດ້ສະເໜີ ການ
ປະທ້ວງຢ່າງເປັນທາງການຕໍ່ ສະຫະລັດ.

ການ​ຊື້​ອາ​ວຸດ​ຂອງ ຈີນ ຈາກ​ບໍ​ລິ​ສັດ​ສົ່ງ​ອອກ​ອາ​ວຸດ​ຂອງ ຣັດ​ເຊຍ ຊື່​ວ່າ
Rosoboronexport ໄດ້ລ່ວງລະເມີດກົດໝາຍປີ 2017 ຂອງ ສະຫະລັດ ທີ່ມີເຈຕະນາ
ລົງໂທດລັດຖະບານຂອງປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ສຳລັບການ
ແຊກແຊງການເລືອກຕັ້ງຂອງ ສະຫະລັດ ແລະ ກິດຈະກຳອື່ນໆ. ການປະຕິບັດການ
ຂອງ ສະຫະລັດ ໄດ້ກຳນົດການເຄື່ອນໄຫວຫ້າມອອກວີຊາໃຫ້ກະຊວງພັດທະນາວັດຖຸ
ອຸປະກອນຂອງ ຈີນ ແລະ ຜູ້ອຳນວຍການ ທ່ານ ຫຼີ ຊວາງຟູ (Li Shuangfu), ຫ້າມການ
ໂອນເງິນກັບລະບົບການເງິນ ສະຫະລັດ ແລະ ຫ້າມຊັບສິນ ແລະ ຜົນປະໂຫຍດທຸກຢ່າງ
ຢູ່ໃນທີ່ດິນຂອງປະເທດພາຍໃນເຂດອຳນາດຂອງ ສະຫະລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG