ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍລິສັດ ລັດວິສາຫະກິດ ນ້ຳມັນຈີນ ຂຸດເຈາະ ໃນທະເລ ໃກ້ໆຫວຽດນາມ (ວີດີໂອ)


ບ່ອນຂຸດນ້ຳມັນ ຂອງບໍລິສັດຂຸດນ້ຳມັນ ນອກຝັ່ງທະເລ ແຫ່ງຊາດຂອງຈີນ (CNOOC) ໃນເຂດທະເລ Bohai.
ບ່ອນຂຸດນ້ຳມັນ ຂອງບໍລິສັດຂຸດນ້ຳມັນ ນອກຝັ່ງທະເລ ແຫ່ງຊາດຂອງຈີນ (CNOOC) ໃນເຂດທະເລ Bohai.
ສະຫະລັດ ກ່າວ​ວ່າ ມັນ​ເປັນ​ການ “ເກາະ​ຜິດ” ສຳລັບ​ຈີນ ​ທີ່​ຍົກ
ຍ້າຍເຄື່ອງມື​ເຈາະ​ນ້ຳມັນ​ໄປ​ຍັງ​ເຂດ​ນຶ່ງ​ໃນ​ທະ​ເລ​ຈີນ​ໃຕ້ທີ່​ຫວຽດ
ນາມ​ກໍອ້າງ​ເອົາ​ກຳມະສິດ​ເຊັ່ນ​ກັນ​ນັ້ນ.

ການ​ຕັດສິນ​ໃຈ​ ຍົກຍ້າຍ​ເຄື່ອງມື​ເຈາະ​ນ້ຳມັນ​ດັ່ງກ່າວ ​ເນັ້ນ​ເຖິງ​
ຄວາມ​ກ້າຫານ ​ທີ່​ມີເພີ້​ມຂຶ້ນ​ຂອງ​ຈີນ ​ໃນ​ການ​ສ່ຽງ​ກ່ຽວກັບການ​
ອ້າງ​ເອົາ​ກຳມະສິດຂອງ​ຕົນ ​ຕໍ່​ບັນດາ​ຂົງ​ເຂດ​ ທີ່​ເປັນ​ບັນຫາ​ຂັດ​
ແຍ້​ງກັນ ​ໃນ​ທະ​ເລ​ຈີນ​ໃຕ້​.

ທ່າ​ນນາງ Jen Psaki ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​
ສະຫະລັດ ກ່າວ​ໃນ​ການ​ຖະແຫຼງຂ່າວປະຈຳວັນ​ໃນ​ວັງ​ອັງ​ຄາ​ນ
ວານ​ນີ້​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ “ບໍ່​ເປັນ​ການ​ຊ່ອຍ​ເຫຼືອ” ​ແລະ​ຍິ່ງ​ຈະ​ເພີ້​ມຄວາມ​ເຄັ່ງ​ຕຶງ​ ໃນ​ພາກ​ພື້ນ​ຂຶ້ນ​ຕື່ມ​ອີກ.

ເຄື່ອງມື​ເຈາະ​ນ້ຳມັນ​ໃນ​ທະ​ເລ​ເລິກ​ດັ່ງກ່າວ ຢູ່​ຫ່າງ​ຈາກ​ແຄມ​ທະ​ເລ​ຂອງ​ຫວຽດນາມ​ໄປ​ພຽງ​ແຕ່ 220 ຫຼັກ​ກິ​ໂລ​ແມັດ ຊຶ່ງ​ຢູ່​ພາຍ​ໃນ​ເຂດ​ທີ່ລັດຖະ ບານ​ຮາ​ໂນ່​ຍອ້າງ​ເປັນ​ເຂດ​ເສດຖະກິດ
ພິ​ເສດ​ຂອງ​ຕົນ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມກ່າວ​ວ່າ ຕົນ “ຄັດຄ້ານ​ຢ່າງ​ເດັດ​ຂາດ” ຕໍ່​ການ​ເຈາະ​ຫາ​ບໍ່​ນ້ຳມັນ​ນີ້ ​ ​ແລະ​ຮຽກຮ້ອງໃຫ້​ຍົກຍ້າຍ​ເຄື່ອງ​ເຈາະນ້ຳມັນ ທີ່​ຫ້ອມ​ລ້ອມ​ດ້ວຍ​ກຳ​ປັ່ນ​ທະຫານ
​ນີ້ ອອກ​ໄປ.

ໃນ​ຂະນະ​ດຽວ​ກັນ ຈີນ​ກ່າວ​ວ່າ ​ແທ່ນ​ເຈາະ​ນ້ຳມັນ​ດັ່ງກ່າວ ​ຢູ່​ໃນ​ເຂດທີ່ຢູ່​ພາຍ​ໃຕ້​ອະທິປະ​ໄຕ​ ຂອງ​ຕົນ ​ແລະ​ກ່າວ​ວ່າ ມັນ​ບໍ່​ຄວນ​ຈະ “ຖືກ​ລົບ​ກວນ” ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ຫວຽດນາມ.
CHINA SOUTH CHINA SEA US REAX
please wait

No media source currently available

0:00 0:01:07 0:00
XS
SM
MD
LG