ບັນດານັກການທູດສະຫະລັດແລະຈີນໄດ້ພົບປະກັນ ທີ່ນະຄອນ
ຫຼວງວໍຊິງຕັນ ໃນອາທິດແລ້ວນີ້ ເພື່ອການໂອ້ລົມສົນທະນາດ້ານ
ຄວາມໝັ້ນຄົງແລະ ເສດຖະກິດປະຈໍາປີ ທີ່ໄດ້ລວມເອົາເລຶ່ອງ ການຍາດແຍ່ງກັນອ້າງເອົາກໍາມະ ສິດໃນເຂດນໍ້າແດນດິນໃນ
ເຂດທະເລຈີນໃຕ້ນັ້ນນໍາ. Scott Stearns ຜູ້ສື່ຂ່າວວີໂອເອ ປະ ຈໍາກະຊວງຕ່າງປະເທດ ມີລາຍງານກ່ຽວກັບເລຶ່ອງນີ້ ຊຶ່ງທອງ
ປານ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.
ຈີນກໍາລັງປັບປຸງກອງທັບເຮືອຂອງຕົນໃຫ້ກ້າວໜ້າທັນສະໄໝ
ແລະເພີ່ມ ການປະຕິບັດ ການລາດຕະເວນຫຼາຍຂຶ້ນ ຢູ່ໃນເຂດ
ນ່ານນໍ້າທີ່ເປັນຂໍ້ຂັດແຍ້ງ ກັນໃນເຂດທະເລຈີນໃຕ້ ກໍຄືຂົງເຂດ
ທີ່ ຫວຽດນາມ ຟິລິບປິນ ມາເລເຊຍ ບຣູໄນ ແລະໄຕ້ຫວັນ ຕ່າງກໍຍາດ ກັນອ້າງເອົາເປັນ ກໍາມະສິດ ຮວມທັງປັກກິ່ງນໍາ.
ການແກ້ໄຂບັນຫາການປະເຊີນໜ້າກັນໃນເລື້ອງນີ້ຢ່າງສັນຕິນັ້ນ ແມ່ນເປັນພາກສ່ວນນຶ່ງ
ຂອງຫົວຂໍ້ຂອງກອງປະຊຸມລະຫວ່າງສະຫະລັດແລະຈີນ ເມື່ອອາທິດຜ່ານມາ ທີ່ວໍຊິງຕັນ.
ກອງປະຊຸມບັ້ນດັ່ງກ່າວ ມີຂຶ້ນຫຼັງຈາກການເຈລະຈາລະຫວ່າງສອງປະເທດນີ້ ເມື່ອຕົ້ນ
ເດືອນນີ້ ໃນກອງປະຊຸມຂອງສະມາຄົມອາຊ່ຽນ ທີ່ປະເທດບຣູໄນ ບ່ອນທີ່ທ່ານ ຫວັງ ຢີ່ ລັດຖະມົນຕີຕ່າງປະເທດຈີນ ໄດ້ເຕືອນ ຕໍ່ການປະຕິບັດການທາງທະຫານ ໃດໆ.
ທ່ານຫວັງ ຢີ່ ເວົ້າວ່າ: “ທັງຈີນ ແລະປະເທດອື່ນໆແຄມຝັ່ງທະເລຈີນໃຕ້ ຕ່າງກໍ
ກໍາລັງພາກັນພະຍາຍາມ ເພື່ອໃຫ້ມີສະຖຽນລະພາບ ໃນເຂດທະເລ ຈີນໃຕ້.
ຂ້າພະເຈົ້າເຊື່ອວ່າການປະກອບກິດຈະກໍາໃດໆໂດຍປະເທດໃດນຶ່ງ ໃນກຸ່ມ
ປະເທດທີ່ອ້າງເອົາກໍາມະສິດ ເພື່ອຕໍ່ຕ້ານທ່າອ່ຽງນັ້ນ ຈະບໍ່ໄດ້ຮັບການສະໜັບ
ສະໜຸນຈາກສ່ວນໃຫຍ່ຂອງພວກປະເທດເຫຼົ່ານັ້ນ ແລະຈະບໍ່ບັນລຸຜົນສໍາເລັດ
ຫຍັງເລີຍ.”
ສະຫະລັດໄດ້ທໍາການຊ້ອມລົບຮ່ວມກັບຟິລິບປິນຢູ່ເລື້ອຍໆ ຢູ່ໃກ້ເຂດທະເລຈີນໃຕ້ ຊຶ່ງເຊື່ອວ່າເປັນເຂດທີ່ອຸດົມສົມບູນ ດ້ວຍນໍ້າມັນແລະແກັສທໍາມະຊາດ.
ຟິລິບປິນຖິ້ມໂທດໃສ່ຈີນວ່າ ເຮັດໃຫ້ຂົງເຂດນັ້ນເປັນເຂດທະຫານຫຼາຍຂຶ້ນນັບມື້ ແລະ ກໍກໍາລັງເຄື່ອນໄຫວເພື່ອປັບປຸງຖານທັບ ທີ່ອ່າວ Subic ທີ່ເຄີຍເປັນຖານທັບເກົ່າຂອງ ສະຫະລັດນັ້ນ.
ແຕ່ວ່າປະເທດສະມາຊິກອື່ນໆຂອງອາຊ່ຽນ ແມ່ນມີທ່າທີລະມັດລະວັງ ຫຼາຍກ່ວາຟີລິບປິນ
ຊຶ່ງເປັນການແຕກແຍກທີ່ເປັນປະໂຫຍດຕໍ່ຈີນ ອິງຕາມທ່ານນາງ Pek Koon Hen ອາຈານສອນປະຈໍາມະຫາວິທະຍາໄລ American University.
ທ່ານນາງ ເຮັງ ເວົ້າວ່າ: “ຖ້າພວກເຮົາຈະເບິ່ງວິທີການຕອບໂຕ້ຂອງປະເທດ
ອາຊ່ຽນທັງຫຼາຍ ກໍຄືພວກປະເທດທີ່ອ້າງເອົາກໍາມະສິດແຂ່ງກັບ ຈີນນັ້ນ ໃນ
ດ້ານນຶ່ງກໍແມ່ນການຍອມຕາມ ຄືພວກເຂົາເຈົ້າຍອມຕາມ ຍອມລົງໃຫ້ຈີນ.
ສ່ວນອີກດ້ານນຶ່ງກໍຄືການຕໍ່ຕ້ານຂັດຂືນ. ດັ່ງທີ່ເຮົາຈະເຫັນວ່າຫວຽດນາມ
ເປັນຝ່າຍຍອມລົງໃຫ້ ສ່ວນຟິລິບປິນເປັນຝ່າຍຂັດຂືນ.”
ໃນຝ່າຍຍອມລົງໃຫ້ນັ້ນ ຫວຽດນາມກໍາລັງເຊັນສັນຍາຊຸດນຶ່ງກັບຈີນກ່ຽວກັບການປ້ອງກັນ
ແລະການສໍາຫຼວດນໍ້າມັນນອກຝັ່ງທະເລ.
ບັນດາຜູ້ນໍາທຸລະກິດສະຫະລັດເວົ້າວ່າ ການຫຼີກລ່ຽງບໍ່ໃຫ້ເກີດກໍລະນີພິພາດກັນ ຢູ່ໃນ ເຂດທີ່ມີການຄ້າຂອງໂລກຜ່ານໄປມາຫຼາຍທີ່ສຸດນັ້ນ ແມ່ນສໍາຄັນ ທີ່ສຸດ.
ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:
Calman Cohen ຫົວໜ້າຄະນະກໍາມະການສຸກເສີນສໍາລັບການຄ້າອາເມຣິກັນ ໃຫ້ ທັດສະນະວ່າ:
“ພວກເຮົາທັງໝົດຈະເປັນຝ່າຍທີ່ສູນເສຍ ບໍ່ວ່າ ປະຊາຊົນ ເສດຖະກິດ ການສ້າງ
ໜ້າວຽກ ຖ້າຫາກກໍລະນີພິພາດລະເບີດ ຂຶ້ນໃນຂົງເຂດນັ້ນ ເພາະວ່າການໄດ້ເຫັນຜົນຮັບແບບນັ້ນ ມັນບໍ່ໄດ້ນອນຢູ່ ໃນຜົນປະໂຫຍດ ຂອງປະເທດໃດນຶ່ງເລີຍ.”
ເຖິງແມ່ນວ່າສະຫະລັດບໍ່ໄດ້ເຂົ້າຂ້າງຝ່າຍໃດໃນກໍລະນີຂັດແຍ້ງນີ້ ແຕ່ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດ ກໍໄດ້ກ່າວຢູ່ທີ່ປະເທດບຣູໄນວ່າ ວໍຊິງຕັນມີຄວາມ ສົນໃຈອັນແຮງກ້າ ຢາກຈະເຫັນບັນຫານີ້ຖືກແກ້ໄຂກັນໄດ້ຢ່າງສັນຕິວິທີ.
ທ່ານແຄຣີ ເວົ້າວ່າ: “ໃນຖານະເປັນປະເທດນຶ່ງໃນເຂດມະຫາສະມຸດແປຊິຟິກ ແລະເປັນອໍານາດປະຈໍານັ້ນ ສະຫະລັດມີຜົນປະໂຫຍດລະດັບຊາດ ໃນການ ອູ້ມຊູຮັກສາໄວ້ຊຶ່ງສັນຕິພາບແລະສະຖຽນລະພາບ ໃນການເຄົາລົບ ຕໍ່ກົດ
ໝາຍ ສາກົນ ໃນການຄ້າທີ່ຖືກຕ້ອງຕາມກົດໝາຍແລະບໍ່ມີສິ່ງກີດຂວາງ
ແລະໃນເສລີພາບໃນການເດີນເຮືອ ຢູ່ເຂດທະເລຈີນໃຕ້.”
ຈີນໄດ້ຕົກລົງທີ່ຈະເຈລະຈາ ຢູ່ປັກກິ່ງ ໃນເດືອນກັນຍາຕໍ່ໜ້ານີ້ ກ່ຽວກັບອັນທີ່ເອີ້ນວ່າ “ກົດປະພຶດປະຕິບັດ” ຫຼື Code of Conduct ນັ້ນ ກັບບັນດາປະເທດສະມາຊິກສະມາ ຄົມອາຊ່ຽນ ເພື່ອຫຼີກລ່ຽງບໍ່ໃຫ້ເກີດກໍລະນີພິພາດ ຢູ່ໃນເຂດນ່ານນໍ້າທີ່ເປັນຂໍ້ຂັດແຍ້ງ ກັນດັ່ງກ່າວນັ້ນ.