ການເຂົ້າໄປລາດຕະເວນຂອງຈີນຢູ່ໃນເຂດນ່ານນໍ້າທີ່ທັງຫວຽດ
ນາມແລະຟິລິບປິນ ຕ່າງກໍອ້າງເອົາກໍາມະສິດນັ້ນ ກໍາລັງເຮັດໃຫ້
ຄວາມຄຽດຊັງກັນ ເພິ່ມທະວີຮຸນແຮງຂຶ້ນໄປນັບມື້ ໃນເຂດທະເລ
ຈີນໃຕ້ນັ້ນ.
ທ່ານນາງ ວິກຕໍເຣຍ ນູລັນ ໂຄສົກກະຊວງຕ່າງປະເທດສະຫະລັດ ກ່າວວ່າ:
“ສິ່ງທີ່ພວກເຮົາເປັນຫ່ວງຫຼາຍທີ່ສຸດໃນເວລານີ້ ກໍຄືຄວາມເຄ່ງຕຶງແມ່ນກໍາ ລັງເພີ່ມທະວີຂຶ້ນໄປນັບມື້ ໃນກຸ່ມປະເທດທີ່ມີສ່ວນໄດ້ສ່ວນເສຍທັງຫຼາຍ. ດັ່ງນັ້ນ ພວກເຮົາຈຶ່ງຢາກເຫັນຄວາມມຸ້ງໝັ້ນໃນການແກ້ໄຂບັນທີ່ໃຫ້ປະໂຫຍດແກ່ໝົດ ທຸກຝ່າຍ”
ວໍຊິງຕັນເຊື່ອວ່າ ການຕົກລົງແກ້ໄຂບັນຫານີ້ ຄວນຈະມາຈາກສະມາຄົມອາຊ່ຽນເອງ.
ແຕ່ປັກກິ່ງກ່າວວ່າ ເຂດທະເລຈີນໃຕ້ ເປັນບັນຫານຶ່ງທີ່ພວກປະເທດທີ່ຍາດ ແຍ່ງກັນອ້າງເອົາກໍາມະສິດ ຄວນຈະເປັນຜູ້ຕັດສິນໃຈພາຍໃນກຸ່ມພວກເຂົາເຈົ້າເອງ. ໃນການເດີນທາງ ໄປຢ້ຽມຢາມ ອິນໂດເນເຊຍ ມາເລເຊຍ ແລະບຣູໄນ ເມື່ອບໍ່ນານມານີ້ ທ່ານ Yang Jiechi ລັດຖະມົນຕີຕ່າງປະເທດຈີນ ກ່າວວ່າ ສະມາຄົມອາຊ່ຽນຄວນຈະເພ່ງເລັງໃສ່ເປົ້າໝາຍຕ່າງໆທີ່ກວມກວ້າງກວ່ານັ້ນ. ທ່ານຢັງກ່າວວ່າ:
“ສັນຕິພາບ ສະຖຽນລະພາບ ແລະການພັດທະນາໃນ ຂົງເຂດເອເຊຍຕາເວັນອອກ ຄືຄວາມມຸ້ງມາດປາດຖະໜາທີ່ພວກເຮົາມີຮ່ວມກັນ. ໃນສະຖານະການລະດັບນາໆຊາດທີ່ສະຫຼັບຊັບຊ້ອນນັ້ນ ພວກເຮົາຕ້ອງຮັກສາສະຖຽນລະພາບລະດັບຂົງເຂດເອົາໄວ້ ຊຸກຍູ້ສົ່ງເສີມຄວາມ ໄວ້ວາງໃຈຊຶ່ງກັນແລະກັນ ແລະເລ່ງລັດການເຕີບໂຕທາງເສດຖະກິດຮ່ວມກັນ.”
ເວລາບັນດາລັດຖະມົນຕີຕ່າງປະເທດຂອງສະມາຄົມອາຊ່ຽນບໍ່ ສາມາດຕົກ ລົງກັນໄດ້ ກ່ຽວກັບວິທີການທີ່ເປັນເອກກະພາບກັນໃນການແກ້ໄຂບັນຂໍ້ຂັດແຍ້ງກັນທາງທະເລນັ້ນ ປາກົດວ່າ ຈີນໄດ້ຖືກວິພາກວິຈານຢ່າງຮຸນແຮງວ່າ ເຮັດໃຫ້ສະມາຄົມອາຊ່ຽນແຕກແຍກກັນ.
ແຕ່ລຸນຫຼັງການຢ້ຽມຢາມຂອງທ່ານ ຢັງນັ້ນ ຊິນຫົວ ອົງການຂ່າວທາງການຂອງຈີນ ໄດ້ລົງຂ່າວໂຈມຕີພວກທີ່ກ່າວຫາຈີນນັ້ນ ໂດຍກ່າວວ່າຄວາມເປັນເອກກະພາບຂອງສະມາຄົມອາຊ່ຽນ ໄດ້ຖືກບັ່ນທອນໃຫ້ອ່ອນແອລົງໄປໂດຍການເຂົ້າມາແຊກແຊງຂອງຝ່າຍຕາເວັນຕົກ ເພື່ອໃສ່ຮ້າຍປ້າຍສີບົດ ບາດໃນທາງບວກຂອງຈີນ.
ໂຄສົກຕ່າງປະເທດສະຫະລັດ ທ່ານນາງໂນລັນ ກ່າວວ່າ ບັນດາປະເທດ ອາຊ່ຽນ ແມ່ນຕ້ອງການພິທັກປົກປ້ອງຜົນປະໂຫຍດດ້ານຄວາມໝັ້ນຄົງ ຂອງຕົນທີ່ກວ້າງໃຫຍ່ກວ່ານັ້ນ.
ທ່ານນາງໂນລັນ ກ່າວວ່າ
“ພວກເຂົາເຈົ້າເວົ້າເລຶ່ອງນີ້ກັນ ຈາກທັດສະນະວິໄສທີ່ແຕກແຕ່ງກັນ ແລະແທນທີ່ຈະປົກປິດບັນຫານັ້ນ ແລະອອກຖະແຫລງ ການສະບັບນຶ່ງທີ່ອ່ອນແອ ບໍ່ເວົ້າຫຍັງຫລາຍນັ້ນ ພວກເຂົາເຈົ້າໄດ້ເລືອກເອົາ ການສືບຕໍ່ເຈລະຈາກັນກ່ຽວກັບເລື່ອງນີ້.”
ທ່ານ ຢັງ ລັດຖະມົນຕີຕ່າງປະເທດຈີນ ກ່າວວ່າ ສະມາຊິກສະມາຄົມອາຊ່ຽນແມ່ນຫລິ່ງເຫັນຄຸນຄ່າຂອງມິດຕະພາບຂອງພວກເຂົາເຈົ້າກັບຈີນ ຍ້ອນ ວ່າອາຊ່ຽນໄດ້ກາຍເປັນພາຄີການຄ້າໃຫຍ່ ອັນດັບສາມຂອງຈີນ.
ທ່ານ Justin Logan ຜູ້ອໍານວຍການຝ່າຍການສຶກສານະໂຍບາຍຕ່າງປະເທດ ປະຈໍາສະຖາບັນ ເຄໂຕ ທີ່ສະຫະລັດ ກ່າວວ່າ ສັນຍາການຄ້າຕ່າງໆທີ່ໄດ້ຈາກຈີນຍັງຄົງເປັນສິນຍ້ອມໃຈອັນງົດງາມ ສໍາລັບສະມາຊິກສະມາຄົມອາຊ່ຽນ ທີ່ບໍ່ໄດ້ອ້າງເອົາກໍາມະສິດໃນຂົງເຂດທະເລຈີນໃຕ້ນັ້ນ. ທ່ານ ໂລກັນ ກ່າວວ່າ:
“ຂ້າພະເຈົ້າຄິດວ່າ ໂອກາດໃນການທີ່ຈະບັນລຸກົດການປະພຶດປະຕິບັດທີ່ມີຄວາມໝາຍນັ້ນ ແມ່ນຕໍ່າມາແຕ່ເລີ່ມແລກແລ້ວ ແລະດັ່ງນັ້ນ ຂ້າພະເຈົ້າຄິດວ່າ ຜົນຮັບຈາກເລື່ອງນີ້ນັ້ນ ກໍຄືການສ້າງຄວາມແຕກຕ່າງທີ່ຊັດເຈນຂຶ້ນກວ່າເກົ່າ ລະຫວ່າງປະເທດສະມາຊິກອາຊ່ຽນ ແລະທ່າທີຂອງພວກເຂົາເຈົ້າ ທີ່ມີຕໍ່ຈີນນັ້ນ.”
ທ່ານນາງ ໂນລັນ ກ່າວວ່າ ການດໍາເນີນ ຍຸດທະສາດໃນແນວ “ແບ່ງແຍກແລະຄອບຄອງ” ໂດຍຝ່າຍຈີນນັ້ນ ແມ່ນຈະບໍ່ດີ.
ຖ້າຫາກວ່າ ການດໍາເນີນການທູດແບບສອງຝ່າຍ ສາມາດໃຫ້ການສະໜັບ ສະໜຸນ ແກ່ໂຄງຮ່າງການປະຕິບັດງານແບບຫຼາຍຝ່າຍໃນຂັ້ນສຸດທ້າຍໄດ້ ນັ້ນ ມັນກໍຈະດີຢູ່ ແຕ່ວ່າ ພວກເຮົາບໍ່ຄິດວ່າ ການເຈລະຈາຕົກລົງກັນເປັນລາຍປະເທດໄປນັ້ນ ຈະໃຊ້ການໄດ້ ຢ່າວ່າແຕ່ຈະເປັນວິທີການທີ່ສະດວກ ຫລືດີທີ່ສຸດ ພາຍໃຕ້ກົດໝາຍນານາຊາດ ເພື່ອຈະເຮັດໃຫ້ເລຶ່ອງນີ້ສໍາເລັດລົງໄດ້ນັ້ນ.”
ທ່ານຢັງກ່າວໃນທີ່ສຸດວ່າ ຈີນໜຸນຫຼັງບົດບາດການນໍາພາຂອງສະມາຄົມອາ ຊ່ຽນ ທີ່ກອງປະຊຸມສຸດຍອດເອເຊຍຕາເວັນອອກ ແລະທີ່ກອງປະຊຸມສະພາ ຮ່ວມມືທາງເສດຖະກິດແຫ່ງພາກພື້ນເອເຊຍ-ປາຊິຟິກ ຫຼື ເອເພັກ ໃນເດືອນໜ້າທີ່ຣັດເຊຍນັ້ນ.
ເບິ່ງວີດີໂອ ພາສາລາວ: