ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມແຕກແຍກກັນ ລະຫວ່າງ ສຫລ ຈີນ ຣັດເຊຍ ມີຄວາມຮ້ອນແຮງຂຶ້ນ ຢູ່ໃນອົງການສະຫະປະຊາຊາດ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ທ່ານ Antonio Guterres (ຜູ້ທີສອງໃນແຖວລຸ່ມສຸດ) ຢູ່ໃນໜ້າຈໍຄອມພິວເຕີຂອງສໍານັກງານໃຫຍ່ອົງການສະຫະປະຊາຊາດ ທີ່ຈັດກອງປະຊຸມຄັ້ງທີ 75 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ວັນທີ 24 ກັນຍາ, 2020.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ທ່ານ Antonio Guterres (ຜູ້ທີສອງໃນແຖວລຸ່ມສຸດ) ຢູ່ໃນໜ້າຈໍຄອມພິວເຕີຂອງສໍານັກງານໃຫຍ່ອົງການສະຫະປະຊາຊາດ ທີ່ຈັດກອງປະຊຸມຄັ້ງທີ 75 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ວັນທີ 24 ກັນຍາ, 2020.

ຄວາມບໍ່ຖືກຕ້ອງກັນທີ່ກຳລັງເພີ່ມຂຶ້ນລະຫວ່າງສະຫະລັດກັບຈີນ ແລະຣັດເຊຍແມ່ນເຫັນໄດ້ຢ່າງຊັດເຈນຢູ່ໃນກອງປະຊຸມ ທີ່ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນວັນພະຫັດວານນີ້, ເຊິ່ງເປັນໄພຂົ່ມຂູ່ປົກຄຸມການຮ່ວມມືກັນຂອງສາກົນກ່ຽວກັບການຮັບມືກັບໄວຣັສໂຄໂຣນາ.

ກອງຊຸມນຸມປະຈຳປີນີ້ ໄດ້ຈັດຂຶ້ນຜ່ານທາງອອນລາຍ, ຍ້ອນໂຣກລະບາດຢ່າງໜັກ, ແລະຈຸດເພັ່ງເລັງຂອງມັນແມ່ນສຸມໃສ່ການຕ້ານກັບໂຄວິດ-19, ຊຶ່ງເປັນພະຍາດທີ່ເກີດຈາກໄວຣັສດັ່ງກ່າວ, ໂດຍຜ່ານການດໍາເນີນງານຫຼາຍຝ່າຍຢ່າງມີປະສິດທິຜົນ.

ໃນກອງປະຊຸມທີ່ຢູ່ນອກກອງປະຊຸມສະພາຄວາມໝັ້ນຄົງ ທີ່ມີຈຸດປະສົງເສີມຂະຫຍາຍຫົວຂໍ້ດັ່ງກ່າວ, ທ່ານເລຂາທິການໃຫຍ່ອົງການສະຫະປະຊາຊາດ, ທ່ານ ແອນໂທນີໂອ ກູເຕເຣັສ (Antonio Guterres) ໄດ້ສະແດງຄວາມກັງວົນໃຈວ່າ ໂຣກລະບາດກໍາລັງແຜ່ລາມອອກມາ ທ້າມກາງສະພາບແວດລ້ອມທີ່ມີ "ຄວາມເຄັ່ງຕຶງດ້ານພູມີສາດທາງການເມືອງທີ່ສູງ".

"ການແຜ່ລະບາດຂອງພະຍາດດັ່ງກ່າວ ແມ່ນການທົດສອບຢ່າງຈະແຈ້ງຕໍ່ການຮ່ວມມືລະຫວ່າງປະເທດ, ຊຶ່ງເປັນການທົດສອບທີ່ພວກເຮົາປະສົບກັບຄວາມລົ້ມເຫຼວແທ້," ນັນຄືຄໍາເວົ້າຂອງທ່ານ ກູເຕເຣສ ທີ່ກ່າວຢູ່ໃນກອງປະຊຸມຜ່ານທາງວີດິໂອຂອງ ອົງການທີ່ມີອິດທິພົນສູງສຸດຂອງອົງການສະຫະປະຊາຊາດ. ຄວາມເຄັ່ງຕຶງເຫລົ່ານັ້ນໄດ້ມີການສະແດງອອກຢູ່ໃນສະພາ, ຂະນະທີ່ລັດຖະ ມົນຕີກະຊວງການຕ່າງປະເທດຈີນແລະຣັດເຊຍໄດ້ອ້າງອີງເຖິງການແຕກແຍກຂອງພວກເຂົາເຈົ້າກັບສະຫະລັດ.

ທ່ານ ຫວາງ ຢີ (Wang Yi) ລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ“ ໃນຊ່ວງເວລາທີ່ຫຍຸ້ງຍາກເຊັ່ນນີ້, ບັນດາປະເທດໃຫຍ່ໆມີໜ້າທີ່ຮັບຜິດ ຊອບຫຼາຍກວ່າເກົ່າ ໃນການເອົາອະນາຄົດຂອງມະນຸດຊາດມາກ່ອນ, ປະຖິ້ມແນວຄິດສະໄໝສົງຄາມເຢັນແລະອະຄະຕິທາງດ້ານອຸດົມການ.”

ຄູ່ຮ່ວມຕໍາແໜ່ງຝ່າຍຣັດເຊຍຂອງທ່ານກ່າວວ່າ ຄວາມແຕກແຍກກັນລະຫວ່າງບາງປະເທດໄດ້ຖືກຈຸດຄະນວນໃຫ້ແຕກຂຶ້ນແລະເພີ້ມທະວີຂຶ້ນຍ້ອນຜົນກະທົບຂອງໄວຣັສທີ່ວ່ານີ້.

ທ່ານເຊີເກ ລາວຣັອຟ (Sergei Lavrov) ກ່າວວ່າ“ ຫລາຍໆປະເທດມີຄວາມກະຕືລືລົ້ນຢາກຈະຊອກຫາຜູ້ທີ່ຮັບຜິດຊອບຢູ່ຕ່າງປະເທດ ຕໍ່ບັນຫາຂອງເຂົາ ເຈົ້າຢູ່ໃນປະເທດຕົນເອງ.” ທ່ານກ່າວອີກວ່າ "ມີຄວາມພະຍາຍາມທີ່ເຫັນໄດ້ຢ່າງຈະແຈ້ງ ໂດຍປະເທດສະເພາະໃດນຶ່ງ ທີ່ສວຍໃຊ້ສະຖານະການໃນປະຈຸບັນເພື່ອສົ່ງເສີມຜົນປະໂຫຍດທີ່ຮັບໃຊ້ໃຫ້ແກ່ຕົນເອງ ແລະແບບໄວໆ ແລະ ເພື່ອແກ້ໄຂຄວາມບໍ່ພໍໃຈກັບລັດຖະບານທີ່ຕົນບໍ່ຕ້ອງການ ຫລືຄູ່ແຂ່ງທາງພູມີ ສາດການເມືອງ."

ບັນດາພັນທະມິດຂອງສະຫະລັດບາງປະເທດກໍປາກົດວ່າ ຕໍາໜິສະຫະລັດແລະລັດຖະບານຂອງທ່ານທຣໍາ ເຊັ່ນກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG