ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຂໍ້ຂັດແຍ້ງລະຫວ່າງ ຈີນແລະຍີ່ປຸ່ນ ທ້າທາຍ ສະໄໝທີສອງ ຂອງທ່ານໂອບາມາ (ວີດິໂອລາວ/ອັງກິດ)


ຄວາມເປັນປໍລະປັກກັນລະຫວ່າງຈີນແລະຍີ່ປຸ່ນກໍາລັງເພີ່ມທະວີ
ຂຶ້ນໄປນັບມື້ ກ່ຽວກັບໝູ່ເກາະທີ່ເປັນຂໍ້ຂັດແຍ້ງກັນຢູ່ໃນເຂດທະ
ເລຈີນຕາເວັນອອກ. Scott Stearns ຜູ້ສື່ຂ່າວວີໂອເອປະຈໍາ
ກະຊວງ ຕ່າງປະເທດສະຫະລັດ ມີລາຍງານກ່ຽວ​ກັບ​ວ່າ ຂໍ້ຂັດ
ແຍ້ງກັນເລຶ່ອງດິນ​ແດນ​ໃນ​ທະ​ເລ​ດັ່ງກ່າວ​ນີ້ ຈະມີຄວາມໝາຍ​
ແນວໃດຕໍ່ນະ​ໂຍບາຍ​ກ່ຽວ​ກັບຂົງເຂດເອເຊຍໃນສະໄໝທີສອງ
ຂອງປະທານາທິບໍດີ ບາຣັກ ໂອບາມາ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ຫລ້າ​ສຸດໃນການຂັດແຍ້ງກັນ ທີ່ກໍາລັງດໍາເນີນໄປຢ່າງບໍ່ລົດລະນັ້ນ ຍີ່ປຸ່ນ​ໄດ້ກ່າວຫາວ່າ
ຈີນ​ໄດ້ແນ​ເຣດາ ທີ່​ນໍາພາ​ອາວຸດນັ້ນ ໃສ່ກໍ່າປັ່ນແລະເຮືອບິນຂອງຕົນຢູ່ໃນເຂດທະເລດັ່ງກ່າວ.

ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ເອີ້ນ​ເຫດການນີ້ວ່າ ເປັນອັນຕະລາຍທີ່ ສຸດ
ອັນເປັນການຊີ້ແນະວ່າ ມັນອາດສາມາດກໍ່ໃຫ້ເກີດການ​ຄໍານວນຜິດພາດ ແລະອາດເກີດ
ການປະທະກັນທາງອາວຸດໄດ້ ຖ້າຫາກຈີນຍັງ ຂືນເຮັດ​ແບບນີ້ອີກ. ນາຍົກລັດຖະມົນຕີ Shinzo ເວົ້າວ່າ:

“ຢູ່ໃນຊ່ວງເວລາທີ່ເບິ່ງຄືວ່າ ມີຮ່ອງຮອຍທີ່ດີຂຶ້ນ ໄປສູ່ການເພີ່ມທະວີ ການເຈລະຈາກັນລະຫວ່າງຍີ່ປຸ່ນກັບຈີນນັ້ນ ການ​ທີ່​ມີ​ການ​ກະທໍາ​ແບບ
ເກາະຜິດ​ແຕ່​ຝ່າຍ​ດຽວ​ແບບ​ນີ້ຂອງຈີນນັ້ນ ​ແມ່ນ​ເປັນ​ເລື້ອງ​ທີ່ໜ້າເສຍ
ໃຈ ຫຼາຍທີ່ສຸດ.”


ຝ່າຍປັກກິ່ງເວົ້າວ່າຍີ່ປຸ່ນເອັງເປັນຜູ້ກໍ່ເລຶ່ອງສ້າງຄວາມເຄັ່ງຕຶງ ໂດຍການສົ່ງກໍ່າປັ່ນ ແລະ ເຮືອບິນ​ເຂົ້າໄປຍັງເຂດທີ່ຈີນອ້າງເອົາເປັນກໍາມະສິດນັ້ນ. ທ່ານນາງ Hua Chunying ໂຄສົກກະຊວງຕ່າງປະເທດຈີນ ເວົ້າວ່າ:

“ຍີ່ປຸ່ນກໍາລັງ​ຈົງ​ໃຈ​ແຜ່​ຂ່າວ​ຂໍ້​ມູນ ທີ່ບໍ່ມີຄວາມຈິງ ສ້າງຄວາມເສື່ອມເສຍ
ແກ່ພາບພົດຂອງຈີນ ສ້າງຄວາມເຄ່ງຕຶງ ແລະຊັກນໍາຄວາມຄິດເຫັນຂອງ
ນາໆຊາດໄປໃນທາງຜິດ. ພວກເຮົາກໍບໍ່​ສາມາດ​ທີ່​ຈະ​ເຮັດ​ສິ່ງ​ອື່ນ​ໃດ​ໄດ້
ນອກ​ຈາກ ຕັ້ງໝັ້ນຢູ່ໃນທ່າລະວັງໄພ​ໃນ​ລະດັບ​ສູງ ກ່ຽວກັບເຈດຈະນາ
ທີ່ແທ້ຈິງຂອງຍີ່ປຸ່ນ ນັ້ນ.”


Justin Logan ນັກວິ​ເຄາະປະຈໍາສະຖາບັນ Cato Institute ເວົ້າວ່າ ມັນເປັນຊ່ວງເວລາ
ທີ່ອັນຕະລາຍຫຼາຍ.

“ມັນເປັນເລຶ່ອງທີ່ສ້າງຄວາມເສຍຂວັນ ​ເວລາເຮົາໄດ້ຍິນ ທັງຈີນແລະຍີ່ປຸ່ນ
ກ່າວ​ຄໍາ​ຖະ​ແຫລ​ງທີ່ຟັງເບິ່ງຄືວ່າ ພວກເຂົາເຈົ້າຈະທໍາສົງຄາມກັນ ເພື່ອ
ຍາດ​ເອົາ​ກ້ອນ​ຫີນ​ທີ່​ບໍ່​ມີຄ່າ​ຫຍັງ​ເລີຍ. ຖ້າສົມທຽບໃສ່ກັບຄວາມຈິບຫາຍ
ຈາກສົງຄາມແລ້ວ ມັນບໍ່ຄຸ້ມຄ່າຈັກໜ້ອຍເລີຍ.”


ທ່ານ ໂລກັນ ກ່າວວ່າ ຂໍ້ຂັດແຍ້ງກັນດັ່ງກ່າວນີ້ ແມ່ນ​ໄດ້​ຮັບ​ແຮງ​ກະ​ຕຸ້ນຈາກ​ຄວາມ​ຮູ້ສຶກ
ຊາດນິຍົມ ​ຢູ່ໃນທັງສອງປະເທດ.

“ນີ້ມັນບໍ່​ແມ່ນ​ເປັນພຽງກໍລະນີຜິດ​ຖຽງ​ກັນ ​ແບບ​ກາງແຜນທີ່ໃສ່ກັນ ຄຸ້ມຄອງເສັ້ນອານາເຂດທາງທະເລຂອງກັນ ​ແລ້ວ​ກໍ​ແລ້ວ​ໄປ. ​ແຕ່ມັນ ມີຄວາມເຊື່ອຖືທາງປະຫວັດສາດ​ໂຕ​ຈິງ ທີ່ເປັນ​ເດີມ​ພັນ ໃນທີ່ນີ້.”

ລັດຖະບານໂອບາມາ ເວົ້າວ່າ ຕົນ​ກໍາລັງພະຍາຍາມຮັກສາ​ສະຖານະ​ການ​ໄວ້ ໃຫ້​ເປັນ​ຄື​ເກົ່າ ​
ໂດຍ​ທໍາ​ໂຕເປັນກາງ ບໍ່ເຂົ້າກັບຝ່າຍໃດ.

ທ່ານ ຈອນ ​ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດ ເວົ້າວ່າ ບັນຫາ​ນີ້ແມ່ນເປັນສ່ວນ
​ນຶ່ງ​
ຂອງການທ້າທາຍຕ່າງໆທີ່ສັບສົນທີ່ສຸດ ຂອງພາກພື້ນເອເຊຍປາຊິຟິກ ທີ່ປະເຊີນໜ້າລັດ
ຖະບານ​ທ່ານໂອບາມາ ​ໃນສະໄໝທີສອງຂອງ​ທ່ານ. ທ່ານ ​ແຄຣີ ເວົ້າວ່າ:

“ຈີນແມ່ນ​ເປັນ​ຂັ້ນ​ຕອນບັນຫາ ທີ່​ດໍາ​ເນີນໄປເລື້ອຍໆ ແລະມັນ​ຕ້ອງ​ໄດ້​
ໃຊ້ຄວາມມຸ້ງໝັ້ນ ແລະຄວາມພາກພຽນອົດ​ທົນ ເພື່ອຈະຜ່ານຜ່າບັນຫາ
ນຶ່ງ ຕໍ່ໄປຍັງອີກບັນຫານຶ່ງ ​ແລະພວກເຮົາກໍມີຫຼາຍໆບັນຫາກັບຈີນ.”


Ruth Wedgwood ປະຈໍາໂຮງຮຽນການສຶກສານາໆຊາດລະດັບ​ກ້າວໜ້າຂອງ​ມະຫາ
ວິທະຍາ​ໄລ John Hopkins ເວົ້າວ່າ ຄວາມທະ​ເຍີ​ທະຍານ​ມັກ​ໄດ້ຂອງຈີນ ໃນເຂດທະເລ
ຈີນຕາເວັນອອກ ແລະທະເລຈີນໃຕ້ນັ້ນ ໄດ້ຜັກດັນໃຫ້ບັນດາປະເທດເພື່ອນບ້ານນ້ອຍໆ
ຂອງຈີນ ພາກັນຫັນເຫໄປຫາສະຫະລັດ. ທ່ານນາງ Wedgwood ເວົ້າວ່າ:

“ຍ້ອນ​ຂະໜາດ​ອັນ​ໃຫຍ່​ໂຕ​ຂອງ​ຈີນ​ນັ້ນ ຈີນ​ກໍ​ແມ່ນ​ຈະເປັນເພື່ອນບ້ານ
ສໍາຄັນທີ່ສຸດ ຕໍ່ທຸກໆປະເທດໃນຂົງເຂດ. ສະນັ້ນ ຂ້າພະເຈົ້າກໍຢາກ​ຈະ​
ເວົ້າ​ວ່າ ​ເ​ຮົາສາມາດ​ເອົາ​ໄປໂຕ້ແຍ້ງກັບຈີນ ດ້ວ່າ ການ​ເຮັດ​ເຊ່ນ​ນັ້ນ
ມັນຕ້ານຜົນ​ປະ​ໂຫຍ​ດຂອງ​ເຂົ​າ​ເຈົ້າ​ເອງ ຄື​ເຂົາ​ເຈົ້າ​ກໍາລັງຜັກດັນໃຫ້
ປະເທດຕ່າງໆເຂົ້າມາສູ່ອ້ອມແຂນເຮົາ.”


ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດເວົ້າວ່າ ການ​ແນເຣດາຂອງຈີນ​ ໄປ​ໃສ່​ເຮືອ​ຂອງ​ຍີ່ປຸ່ນ​ນັ້ນແມ່ນ
​ເປັນ​ການເພີ່ມຄວາມສ່ຽງ ທີ່ຈະພາ​ໃຫ້​ມີ​ການ​ຄໍານວນ​ຜິດພາດ ທີ່ອາດສາມາດບ່ອນທໍາລາຍ
ສັນຕິພາບແລະການເຕີບໂຕຂອງເສດຖະກິດຢູ່ໃນຂົງເຂດເອເຊຍ-ປາຊິ ຟິກນັ້ນ​ໄດ້.

ເບິ່ງລາຍງານວີດິໂອນີ້ ເປັນພາສາອັງກິດ:

China, Japan Dispute Confronts Obama Second Term Asia Agenda
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ
XS
SM
MD
LG