ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຈີນ ຂະຫຍາຍການຮ່ວມມື ແກ້ໄຂບັນຫາ ດິນຟ້າອາກາດ


Climate Change, Thorny Issues Top US-China Agenda
please wait

No media source currently available

0:00 0:02:35 0:00

ການ​ຮ່ວມມື​ທີ່​ຈະ​ຕິດຕາມ​ເບິ່ງການ​ເຄື່ອນ​ຍ້າຍເຕົ່າ​ທະ​ເລ ແລະ
​ການດຳເນີນຄວາມ​ພະຍາຍາມຮ່ວມກັນ ເພື່ອສັງ​ເກດການເບິ່ງ
ອາກາດ ທີ່ເປັນ​ມົນ​ລະ​ພິດ​ ​ໃກ້​ກັບ​ສວນອຸດສາຫະກຳ​ເຄມີ ​ຊຶ່ງ
ເປັນສອງຂໍ້​ລິ​ເລີ້ມທີ່ໄດ້ກ່າວເນັ້ນໃນ​ວັນ​ອັງຄານ​ວານນີ້ ທີ່ກອງ​ປະຊຸມການຫາລືດ້ານຍຸດທະສາດແລະເສດຖະກິດ ລະຫວ່າງ
ສະຫະລັດ ແລະ ຈີນ.

ຢູ່​ໃນເວລາ​ນຶ່ງມື້​ຂອງ​ການ​ເນັ້ນ​ໜັກ​ເປັນພິເສດ ກ່ຽວ​ກັບ​ການ​
ຮ່ວມມືດ້ານ​ສິ່ງ​ແວດ​ລ້ອມນັ້ນ ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດແລ​ະ
ຈີນ ​ໄດ້​ປະກາດກ່ຽວກັບ ​ໂຄ​ງການ “ການ​ຮ່ວມມືດ້ານ​ສິ່ງ​ແວດ
​ລ້ອມ” ​ໃໝ່ ທີ່ມີມາເປັນລຳດັບ ​ໃນ​ຄວາມ​ພະຍາຍາມ​ຂອງການ
ຮ່ວມ​ມື​ຂອງພາກເອກກະຊົນ ລ​ະຫວ່າງ​ປະ​ເທດທັງສອງ.

​ໃນ​ການ​ຖະ​ແຫລ​ງຂ່າວ ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ກະຊວງ​ຕ່າງ
ປະ​ເທດ ສະຫະລັດ ຄົນ​ນຶ່ງ​ກ່າວ​ວ່າ ການ​ປະຊຸມດົນ​ກວ່າ​ເຄິ່ງມື້ ​ແມ່ນໄດ້​ເນັ້ນ​ໜັກ​ໃສ່ວ່າ
ປະ​ເທດ​ທັງ​ສອງ​ຈະ​ກ້າວ​ໄປ​ໜ້າ​ຢ່າງ​ໃດ ກ່ຽວ​ກັບ​ບັນຫາ​ການ​ປ່ຽນ​ແປງ​ດິນ​ຟ້າອາກາດຊຶ່ງ
ເປັນ​ຂົ​ງເຂດທີ່ ວໍ​ຊິງ​ຕັນ​ແລະ​ປັກ​ກິ່ງ ​ໄດ້​ໄດ້ມີການ​ຮ່ວມມືກັນຢ່າງກວ້າງຂວາງຢູ່​ແລ້ວ​ນັ້ນ.

ຮອງລັດຖະມົນຕີ ຕ່ງປະເທດ ສະຫະລັດ Antony J. Blinken, ຊ້າຍ, ພ້ອມດ້ວຍ ທີ່ີ່ປຶກສາລັດຖະບານກາງຈີນ ທ່ານ Yang Jiechi, ຂວາ ແລະບັນດາສະມາຊິກ
ຮອງລັດຖະມົນຕີ ຕ່ງປະເທດ ສະຫະລັດ Antony J. Blinken, ຊ້າຍ, ພ້ອມດ້ວຍ ທີ່ີ່ປຶກສາລັດຖະບານກາງຈີນ ທ່ານ Yang Jiechi, ຂວາ ແລະບັນດາສະມາຊິກ

ສະຫະລັດ ​ແລະ ຈີນ ​ເປັນ​ສອງເປັນ​ປະ​ເທດໃຫຍ່​ທີ່​ສຸດ ໃນການ​
ປ່ອຍ​ແກັສ​ເຮືອນ​ແກ້ວ. ທັງ​ສອງ​ຝ່າຍ​ໄດ້​ໃຫ້ຄຳໝັ້ນສັນຍາທີ່ຈະ
ສະໜັບສະໜູນ​ຄວາມ​ພະຍາຍາມ​ເພື່ອ​ຈະຕັດການປ່ອຍ​ແກັສພິດ
ລົງ ​ແລະ​ເຮັດ​ໃຫ້​ເປັນ​ໂຕ​ຢ່າງ​ ແກ່​ບັນດາ​ປະ​ເທດ​ອື່ນໆ. ຮອງ​ນາ
ຍົກລັດຖະມົນຕີຈີນ ທ່ານ Wang Yang ກ່າວ​ວ່າ “ທຳ​ມະ​ຊາດ
​ໄດ້​ສະ​ແດງ​ໃຫ້​ມະນຸດ​ເຫັນ ເຖິງໄພອັນຕະລາຍ” ​ເວລາ​ກ່າວ​ເຖິງ
​ເລື້ອງການປ່ຽນແປງ ຂອງ​ດິນ​ຟ້າ​ອາກາດ​.”

ທ່ານ​ກ່າວ​ ອີກ​ວ່າ “ມະນຸດ​ຕ້ອງ​ປ່ຽນ​ແປງ​ການ​ຜະ​ລິດໃນວິ​ທີ​ເກົ່າ
ທີ່ອີງ​ເອື່ອຍອາໄສຫຼາຍ​ເກີນ​ໄປກັບ​ການ​ບໍລິ​ໂພ​ກແລະ​ຊັບພະ​ຍາ
ກ​ອນ ​ແລະ​ສິ່ງ​ແວດ​ລ້ອມ.”

XS
SM
MD
LG