ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຟ້ອງເຈົ້າໜ້າທີ່ ທະນາຄານ ເກົາຫຼີເໜືອ ໃນຄະດີການລົງໂທດ


ຮູບພາບເມື່ອວັນທີ 3 ພຶດສະພາ 2020 ທີ່ແນມເຫັນທຸງຂອງເກົາຫຼີເໜືອ ປິວຢູ່ເທິງປ້ອມຍາມ ປາຢູ ຢູ່ຊາຍແດນເກົາຫຼີເໜືອໃນວັນສຸກມື້ນີ້.
ຮູບພາບເມື່ອວັນທີ 3 ພຶດສະພາ 2020 ທີ່ແນມເຫັນທຸງຂອງເກົາຫຼີເໜືອ ປິວຢູ່ເທິງປ້ອມຍາມ ປາຢູ ຢູ່ຊາຍແດນເກົາຫຼີເໜືອໃນວັນສຸກມື້ນີ້.

ກະຊວງຍຸຕິທຳສະຫະລັດ ໄດ້ເປີດເຜີຍການຟ້ອງຮ້ອງຕໍ່ສ່ວນບຸກຄົນຊາວເກົາຫຼີ ເໜືອຫຼາຍກວ່າຊາວສີ່ຄົນໃນຖານຈ່າຍເງິນແບບຜິດກົດໝາຍຢ່າງໜ້ອຍ 2 ພັນ 5 ຮ້ອຍລ້ານໂດລາທີ່ເຊື່ອມໂຍງກັບໂຄງການອາວຸດນິວເຄລຍແລະລູກສອນໄຟ ຂອງປະເທດເກົາຫຼີເໜືອ (ອີງຕາມລາຍງານ ຂອງອົງການຂ່າວເອພີ).

ຄະດີດັ່ງກ່າວໄດ້ຍືນຟ້ອງຕໍ່ສານລັດຖະບານກາງ ທີ່ນະຄອນຫຼວງວໍຊິງຕັນ ແລະ ເຊື່ອກັນວ່າ ເປັນການເຄື່ອນໄຫວຟ້ອງຮ້ອງທາງອາຍາ ທີ່ໃຫຍ່ສຸດຕໍ່ເກົາຫຼີເໜືອແບບທີ່ບໍ່ມີມາກ່ອນ.

ຈຳເລີຍ 33 ຄົນແມ່ນຮວມທັງ ຜູ້ບໍລິຫານທະນາຄານ ທີ່ລັດຖະບານເກົາຫຼີເໜືອ ເປັນເຈົ້າຂອງ ຄືທະນາຄານການຄ້າຕ່າງປະເທດ.

ໃນປີ 2013 ທະນາຄານນີ້ ໄດ້ຖືກຈັດເຂົ້າໄວ້ຢູ່ໃນບັນຊີສະຖາບັນທີ່ຖືກລົງໂທດ ຂອງກະຊວງການເງິນ ຊຶ່ງຊັບສິນຂອງພວກເຂົາໄດ້ຖືກກັກ ຢູ່ໃນສະຫະລັດ.

The Justice Department has unsealed charges against more than two dozen North Korean individuals accused of making at least $2.5 billion in illicit payments linked to the country's nuclear weapons and missile program.

The case was filed in federal court in Washington and is believed to be the largest criminal enforcement action ever brought against North Korea.

/The 33 defendants include executives of North Korea's state-owned bank, Foreign Trade Bank. The bank in 2013 was added to a Treasury Department list of sanctioned institutions whose assets are blocked in the U.S.

XS
SM
MD
LG