ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ພາກັນ ສະເຫຼີມສະຫຼອງ ວັນກຳມະກອນແຫ່ງຊາດ ຫຼື Labor Day


ພວກຜູ້ຄົນພາກັນ ເບີກບານມ່ວນຊື່ນ ໃນສະພາບອາກາດ ທີ່ບໍ່ຮ້ອນປານໃດ ໃນ Central Park ສວນສາທາລະນະ ຢູ່ໃຈກາງນະຄອນ ນິວຢອກ ໃນຍາມເລີ່ມຕົ້ນທ້າຍສັບປະດາ ຂອງວັນພັກກຳມະກອນແຫ່ງຊາດ ຫຼື Labor Day, ວັນທີ 3 ກັນຍາ 2016.
ພວກຜູ້ຄົນພາກັນ ເບີກບານມ່ວນຊື່ນ ໃນສະພາບອາກາດ ທີ່ບໍ່ຮ້ອນປານໃດ ໃນ Central Park ສວນສາທາລະນະ ຢູ່ໃຈກາງນະຄອນ ນິວຢອກ ໃນຍາມເລີ່ມຕົ້ນທ້າຍສັບປະດາ ຂອງວັນພັກກຳມະກອນແຫ່ງຊາດ ຫຼື Labor Day, ວັນທີ 3 ກັນຍາ 2016.

ວັນຈັນທຳອິດ ຂອງເດືອນກັນຍາ ໃນສະຫະລັດ ເປັນ ວັນກຳມະກອນແຫ່ງຊາດ ຫຼື
Labor Day ເປັນວັນພັກເພື່ອເປັນກຽດໃຫ້ແກ່ພວກຄົນງານ ສະຫະລັດທັງຫຼາຍ ແລະ
ການປະກອບສ່ວນ ຂອງພວກເຂົາເຈົ້າ ເຂົ້າໃນເສດຖະກິດຂອງປະເທດ.

ມັນໄດ້ກາຍມາເປັນວັນພັກ ຢ່າງເປັນທາງການ ໃນປີ 1894 ຫຼັງຈາກການຊຸກຍູ້ໂດຍ
ສະຫະພັນກຳມະບານແຫ່ງຊາດຕ່າງໆ. ຫຼາຍສັດຕະວັດຜ່ານມາ ເມືອງຕ່າງໆ ໄດ້ໃຊ້
ວາລະໂອກາດດັ່ງກ່າວ ເພື່ອຈັດຕັ້ງການເດີນສວນສະໜາມຂະໜານໃຫຍ່ ເພື່ອເປັນ
ກຽດໃຫ້ແກ່ພວກພະນັກງານໂຮງງານທັງຫຼາຍ ທີ່ໄດ້ກໍ່ຕັ້ງກຳມະບານ.

ສະຫະພັນກຳມະບານຕ່າງໆ ໄດ້ເຫັນສະມາຊິກຂອງພວກເຂົາເຈົ້າ ຕົກຕ່ຳລົງຢ່າງ
ຕໍ່ເນື່ອງ ໃນສາມທົດສະວັດຜ່ານມານີ້ ຍ້ອນການເຕີບໂຕຂອງເທັກໂນໂລຈີ້ ແລະ
ການເປັນໂລກາພິວັດຂອງເສດຖະກິດໂລກ. ເຖິງຢ່າງໃດກໍຕາມ ພວກກຳມະກອນ
ກໍໄດ້ຮັບຜົນປະໂຫຍດ ຈາກກຳມະບານຕ່າງໆ ທີ່ໄດ້ຕໍ່ສູ້ມາໃນຫຼາຍທົດສະວັດຜ່ານມາ
ຈົນເຖິງປັດຈຸບັນນີ້ ຊຶ່ງໄດ້ກາຍມາເປັນປະເພນີໄປແລ້ວ ຢູ່ໃນທີ່ທຳງານ ສະຫະລັດ
ທັງຫຼາຍ ໂດຍສ່ວນໃຫຍ່ ທີ່ລວມທັງ ການເຮັດວຽກ 5 ມື້ຕໍ່ສັບປະດາ ການມີປະກັນ
ສຸຂະພາບ ແລະ ການໄດ້ຮັບຄ່າຈ່າຍສຳລັບວັນພັກໂດຍບັນດາຜູ້ວ່າຈ້າງ.

ບັນດາສະມາຊິກກຳມະບານ ຫຼາຍໆຄົນ ດຽວນີ້ ເຮັດວຽກໃຫ້ແກ່ ລັດຖະບານທ້ອງຖິ່ນ
ແລະ ລັດຖະບານກາງ ໃນວຽກງານຕ່າງໆ ລະດັບຫ້ອງການ ບໍ່ແມ່ນຢູ່ໃນໂຮງຈັກ
ໂຮງງານທີ່ເປື້ອນເປີະ ບ່ອນທີ່ຂະບວນການແຮງງານໄດ້ເລີ່ມຕົ້ນຂຶ້ນນັ້ນ.

ວັນພັກນີ້ ຍັງໄດ້ກາຍເປັນມື້ ໃຫ້ສັນຍານ ຢ່າງບໍ່ເປັນທາງການ ຂອງການສິ້ນສຸດຂອງ
ລະດູຮ້ອນ ຢູ່ໃນສະຫະລັດ. ພວກກຳມະກອນສ່ວນຫຼາຍ ໄດ້ຮັບມື້ນີ້ໃຫ້ເປັນມື້ຢຸດພັກ
ເຮັດວຽກເຮັດການ. ສ່ວນຢູ່ໃນບາງປະຊາຄົມ ວັນກຳມະກອນ ແມ່ນເປັນມື້ສຸດທ້າຍ
ກ່ອນ ພວກເດັກນ້ອຍຈະເລີ່ມຕົ້ນເຂົ້າໂຮງຮຽນປະຈຳປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG