ໃນເດືອນນີ້ ສະຫະລັດໃຫ້ກຽດແກ່ມູນເຊື້ອຂອງມື້ລາງຜູ້ນໍາ
ສິດທິພົນລະເຮືອນທີ່ຖືກຂ້າຕາຍ ຄຸນພໍ່ Martin Luther King
Jr. ເມື່ອ 50 ປີກ່ອນ ຄືໃນວັນທີ 28 ສິງຫາ ປີ 1963, ດຣ.
King ໄດ້ນໍາພາການເດີນຂະບວນ ທີ່ມີຊື່ສຽງຢູ່ນະຄອນ
ຫຼວງວໍຊິງຕັນ ດີຊີ ແລະໄດ້ກ່າວຄໍາປາໄສ “I have a
dream” ທີ່ມີຊື່ສຽງຂອງທ່ານ ຊຶ່ງເປັນຜົນງານເອກ ທີ່ກະ
ຕຸ້ນປະເທດຊາດໃຫ້ສະໜັບ ສະໜຸນສິດທິເທົ່າທຽມກັນ
ສໍາລັບຊາວອາເມຣິກັນເຊື້ອສາຍອາຟຣິກາທັງຫຼາຍ.
Meredith Buel ຜູ້ສື່ຂ່າວວີໂອເອ ມີປະຫວັດຫຍໍ້ຂອງທ່ານ
ຄິງ ແລະການດິ້ນຮົນຕໍ່ສູ້ຂອງທ່ານ ເພື່ອໃຫ້ຄົນເຊື້ອຊາດ
ຕ່າງໆໄດ້ຢູ່ຮ່ວມກັນຢ່າງສະເໝີພາບ ແລະຕໍ່ຕ້ານການ
ຈໍາແນກເຊື້ອຊາດຜິວພັນ ຊຶ່ງທອງປານມີລາຍລະອຽດ
ມາສະເໜີ.
ສິດທິພົນລະເຮືອນທີ່ຖືກຂ້າຕາຍ ຄຸນພໍ່ Martin Luther King
Jr. ເມື່ອ 50 ປີກ່ອນ ຄືໃນວັນທີ 28 ສິງຫາ ປີ 1963, ດຣ.
King ໄດ້ນໍາພາການເດີນຂະບວນ ທີ່ມີຊື່ສຽງຢູ່ນະຄອນ
ຫຼວງວໍຊິງຕັນ ດີຊີ ແລະໄດ້ກ່າວຄໍາປາໄສ “I have a
dream” ທີ່ມີຊື່ສຽງຂອງທ່ານ ຊຶ່ງເປັນຜົນງານເອກ ທີ່ກະ
ຕຸ້ນປະເທດຊາດໃຫ້ສະໜັບ ສະໜຸນສິດທິເທົ່າທຽມກັນ
ສໍາລັບຊາວອາເມຣິກັນເຊື້ອສາຍອາຟຣິກາທັງຫຼາຍ.
Meredith Buel ຜູ້ສື່ຂ່າວວີໂອເອ ມີປະຫວັດຫຍໍ້ຂອງທ່ານ
ຄິງ ແລະການດິ້ນຮົນຕໍ່ສູ້ຂອງທ່ານ ເພື່ອໃຫ້ຄົນເຊື້ອຊາດ
ຕ່າງໆໄດ້ຢູ່ຮ່ວມກັນຢ່າງສະເໝີພາບ ແລະຕໍ່ຕ້ານການ
ຈໍາແນກເຊື້ອຊາດຜິວພັນ ຊຶ່ງທອງປານມີລາຍລະອຽດ
ມາສະເໜີ.
ນັ້ນຄືຄໍາເວົ້າຕອນນຶ່ງຂອງຄຸນພໍ່ Martin Luther King Jr. ຢູ່ໃນຄໍາປາໄສ “I have a dream” ຫຼື “ຂ້າພະເຈົ້າມີຄວາມຝັນຢ່າງນຶ່ງ” ຂອງທ່ານ ຊຶ່ງທ່ານ ເວົ້າວ່າ:
“ໃນມື້ນີ້ ຂ້າພະເຈົ້າຢາກເວົ້າຕໍ່ຊາວອາເມຣິກັນ ແລະ ປະເທດຊາດທັງຫຼາຍ
ໃນທົ່ວໂລກວ່າ ບັດນີ້ພວກເຮົາຢູ່ໃນຂັ້ນເຄື່ອນໄຫວ ແລ້ວແລະບໍ່ມີຄື້ນຟອງ
ແຫ່ງການຈໍາແນກເຊື້ອຊາດຜິວພັນອັນໃດ ທີ່ຈະມາຢຸດພວກເຮົາໄດ້.”
ຄວາມສົນໃຈຂອງປະເທດຊາດໄດ້ເລີ່ມຕົ້ນ ສຸມໃສ່ການເຄື່ອນໄຫວເພື່ອສິດທິພົນລະ
ເຮືອນ ໃນກາງຊຸມປີ 1950 ເວລາບຸລຸດໜຸ່ມຜິວດໍາ ຜູ້ສັ່ງ ສອນຫຼັກສາສະນາຄົນນຶ່ງ ກໍຄື
Dr. Martin Luther King Jr. ໄດ້ນໍາພາການຜັກດັນຢ່າງສໍາເລັດຜົນ ເພື່ອກໍາຈັດການ ແບ່ງແຍກສີຜິວຢູ່ເທິງລົດເມ ທີ່ເມືອງ Montgomery ລັດ Alabama ທາງພາກໃຕ້ຂອງ ສະຫະລັດ. ທ່ານຄິງ ໄດ້ຈັດຕັ້ງການປະທ້ວງທີ່ປອດການກໍ່ຄວາມຮຸນແຮງ ຕໍ່ຕ້ານການ ແບ່ງແຍກຜິວສີຢູ່ທາງພາກໃຕ້ ຊຶ່ງເປັນການດິ້ນຮົນຕໍ່ສູ້ເພື່ອຄວາມສະເໝີພາບ ແລະ
ສິດທິໃນການປ່ອນບັດເລືອກຕັ້ງ ຂອງພວກຄົນຜິວດໍາ.
ຮູບທີ່ຖ່າຍທອດອອກທາງໂທລະພາບ ທີ່ສະແດງໃຫ້ເຫັນເຫດການກໍ່ຄວາມຮຸນແຮງຕໍ່ ຕ້ານພວກເດີນຂະບວນປະທ້ວງເພື່ອສິດທິພົນລະເຮືອນ ໄດ້ກໍ່ໃຫ້ເກີດຄື້ນຟອງແຫ່ງ ຄວາມເຫັນອົກເຫັນໃຈໃນຄວາມນຶກຄິດຂອງມະຫາຊົນ.
ທ່ານ Andrew Young ນັກເຄື່ອນໄຫວດ້ານສິດທິພົນລະເຮືອນເປັນເພື່ອນໃກ້ຊິດຂອງ
ທ່ານ ຄິງ.
ທ່ານ ຢັງ ເວົ້າວ່າ: “ທ່ານ ຄິງ ໄດ້ສິດສອນພວກເຮົາວ່າ ພາລະຂອງພວກເຮົາກໍແມ່ນໄຖ່ຖອນຈິດວິນຍານຂອງອາເມຣິກາ ອອກຈາກຄວາມຊົ່ວຮ້າຍສາມຢ່າງ
ກໍຄື ການຈໍາແນກເຊື້ອຊາດຜິວພັນ ສົງຄາມ ແລະຄວາມທຸກຈົນ.”
ພາຍໃນເດືອນສິງຫາປີ 1963 ການຜັກດັນເພື່ອຄວາມສະເໜີພາບກັນ ໄດ້ເຕີບໃຫຍ່
ຂະ ຫຍາຍຕົວຂຶ້ນຢ່າງສໍາຄັນ ແລະມີ 250,000 ຄົນ ທີ່ໄດ້ປະກອບສ່ວນໃນການ
ເດີນຂະບວນທີ່ວໍຊິງຕັນ ຮຽກຮ້ອງເອົາວຽກເຮັດງານທໍາ ແລະ ເສລີພາບ.
ສະມາຊິກສະພາຕໍ່າ John Lewis ເປັນຜູ້ນຶ່ງທີ່ຢູ່ໃນເຫດການຄັ້ງນັ້ນ.
ສສ John Lewis ເວົ້າວ່າ: “ເວລາພວກເຮົາມາເຖິງຂັ້ນໄດຍ່າງຂຶ້ນລົງ ຂອງ
ອະນຸ ສາວະລີ Lincoln ເຮົາຈະເຫັນຫຼາຍຮ້ອຍພັນຄົນອັ່ງອໍກັນຢູ່ບໍລິເວນ
ດັ່ງກ່າວ ມີພວກຄົນໜຸ່ມຫຼາຍຄົນ ພວກຊາຍໜຸ່ມກໍພາກັນປີນຢູ່ເທິງຕົ້ນໄມ້ ເພື່ອຈະໄດ້ເຫັນຝຸງຊົນໄດ້ດີກວ່າ.”
ທ່ານ ຄິງ ໄດ້ສ້າງຄວາມຕືນເຕັ້ນຢ່າງໃຫຍ່ຕໍ່ຝຸງຊົນ.
ທ່ານ ຄິງ ກ່າວດ້ວຍນໍ້າສຽງກ້ອງກັງວານ ວ່າ: “ຂ້າພເຈົ້າມີຄວາມຝັນຢ່າງນຶ່ງວ່າ
ໃນມື້ນຶ່ງ ລູກນ້ອຍທັງສີ່ຄົນຂອງຂ້າພະເຈົ້າ ຈະດໍາລົງຊີວິດຢູ່ໃນປະເທດຊາດນຶ່ງ
ບ່ອນທີ່ເຂົາເຈົ້າຈະບໍ່ຖືກຕັດສິນຍ້ອນສີຜິວຂອງພວກເຂົາເຈົ້າ ແຕ່ຍ້ອນທາດແທ້
ຂອງບຸກຄະລິກຂອງພວກເຂົາເຈົ້າ ຂ້າພະເຈົ້າມີຄວາມຝັນຢ່າງນຶ່ງໃນມື້ນີ້.”
ສະມາຊິກສະພາຕໍ່າ Lewis ເວົ້າວ່າ ຄໍາປາໄສຂອງທ່ານຄິງ ມີນໍ້າສຽງ ທີ່ເຕັມໄປດ້ວຍ
ຈິດວິນຍານ.
ສສ Lewis ເວົ້າວ່າ “ທ່ານຄິງໄດ້ຜັນປ່ຽນ ຂັ້ນໄດຍ່າງຂຶ້ນລົງທີ່ເຮັດດ້ວຍຫິນອ່ອນ ຂອງອະນຸສາວະລີ Lincoln ໃຫ້ກາຍເປັນແຖວຕັ່ງນັ່ງພາວະນາກາງແຈ້ງ ສະໄໝ
ໃໝ່ ແລະຂ້າພະເຈົ້າຈື່ໄດ້ວ່າ ທ່ານຄິງເວົ້າວ່າ ຂ້າພະເຈົ້າຈະຝັນມື້ນີ້ ຄວາມຝັນ
ນຶ່ງທີ່ຢັ່ງຮາກເລິກຢູ່ໃນຄວາມຝັນຂອງຊາວອາເມຣິກັນ.”
Julian Bond ນັກເຄຶ່ອນໄຫວເພື່ອສິດທິພົນລະເຮືອນເປັນຜູ້ນຶ່ງທີ່ໄດ້ ຮ່ວມເຮັດວຽກ ຈັດການເດີນຂະບວນຄັ້ງນັ້ນ.
ທ່ານ ບອນ ເວົ້າວ່າ: “ນີ້ຄືການເດີນຂະບວນປະທ້ວງເທື່ອດຽວທີ່ສໍາຄັນທີ່ສຸດ ສໍາລັບ
ພວກຄົນຜິວດໍາແລະພວກສະໜັບສະໜຸນເຂົາເຈົ້າທີ່ເປັນຄົນຜິວຂາວ ພວກທີ່ຕ້ອງ
ການຈະໃຫ້ມີການປ່ຽນແປງໃນສິດທິພົນລະເຮືອນ ຄືບໍ່ເຄີຍມີແບບນີ້ມາກ່ອນເລີຍ ແລະຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ປະກອບສ່ວນໃນການປະທ້ວງຄັ້ງນັ້ນ.”
ທ່ານ ຄິງ ຮັບຮູ້ວ່າ ມີພວກຄົນຂາວປະກອບສ່ວນນໍາ ແລະໄດ້ຮຽກຮ້ອງໃຫ້ຝຸງຊົນຈົ່ງສືບ
ຕໍ່ທໍາການປະທ້ວງແບບບໍ່ຮຸນແຮງນັ້ນຕໍ່ໄປ.
ທ່ານ ຄິງ ເວົ້າວ່າ: “ຈົນເຖິງເວລາລູກຫຼານທັງໝົດຂອງພະຜູ້ເປັນເຈົ້າ ບໍ່ວ່າຈະ ເປັນຊາຍຜິວດໍາ ຜິວຂາວ ຊາວຢິວ ແລະທີ່ບໍ່ແມ່ນຊາວຢິວ ຊາວໂປຣແທັສຕັນ ແລະຄາທໍລິກ ກໍຕາມ ຈະສາມາດປະສານມືກັນ ແລະຮ້ອງເພງໃນຄໍາເວົ້າຂອງ ຈິດວິນຍານນີໂກຣອັນເກົ່າແກ່ ທີ່ວ່າ “ມີເສລີພາບໃນທີ່ສຸດ ມີເສລີພາບໃນທີ່ສຸດ ພະຜູ້ເປັນເຈົ້າທີ່ຍີ່ງໃຫຍ່ ທີ່ຊົງພະລັງອໍານາດ ພວກເຮົາມີເສລີພາບແລ້ວໃນທີ່ສຸດ.”
ພາບຈາກການໂຮມຊຸມນຸມ ຄົບຮອບ 50 ປີຂອງການເສຍຊີວິດຂອງທ່ານຄິງ:
ຄໍາປາໄສຂອງທ່ານຄິງໄດ້ສົ່ງຜົນໃຫ້ ສິ່ງທີ່ເປັນການເຄື່ອນໄຫວຂອງພວກຄົນຜິວດໍາ
ຢູ່ໃນພາກໃຕ້ຂອງປະເທດ ໂດຍສ່ວນໃຫຍ່ນັ້ນ ກາຍມາເປັນການປຸກລະດົມເພື່ອສິດທິ ພົນລະເຮືອນ ທີ່ແຜ່ລາມອອກໄປທົ່ວປະເທດ.
ໃນປີ 1964 ທ່ານ ຄິງໄດ້ຮັບລາງວັນໂນເບລ ຂະແໜງສັນຕິພາບ ແລະ ປະທານາທິບໍດີ Lyndon Johnson ກໍໄດ້ເຊັນກົດໝາຍສິດທິພົນລະເຮືອນ ທີ່ເຮັດໃຫ້ການແຍກເຊື້ອ ຊາດຜິວພັນຢູ່ໃນສະຖານທີ່ສາທາລະນະຕ່າງໆນັ້ນ ເປັນສິ່ງທີ່ຜິດກົດໝາຍ.
ໃນປີຕໍ່ມາ ກໍໄດ້ມີການຮັບຜ່ານກົດໝາຍສິດທິການປ່ອນບັດເລືອກຕັ້ງທີ່ຫ້າມການປະຕິ
ບັດຕ່າງໆ ທີ່ເຄີຍໄດ້ມີການນໍາໃຊ້ ເພື່ອກີດກັນບໍ່ໃຫ້ພວກຄົນຜິວດໍາ ໄດ້ປະກອບສ່ວນ
ໃນການເລືອກຕັ້ງນັ້ນ.
ການປຸກລະດົມບັ້ນສຸດທ້າຍຂອງທ່ານຄິງ ມີຂຶ້ນໃນປີ 1968 ທີ່ເມືອງ Memphis ລັດ Tennessee ເວລາທີ່ທ່ານໄປໃຫ້ການສະໜັບສະໜຸນ ແກ່ພວກຄົນງານທໍາຄວາມ
ສະອາດ ທີ່ພາກັນນັດຢຸດງານປະທ້ວງ.ທ່ານຄິງ ໄດ້ຖືກລອບສັງຫານ ຂະນະທີ່ທ່ານ
ຢືນຢູ່ລະບຽງ ໂຮງແຮມທ້ອງຖິ່ນແຫ່ງນຶ່ງ. ເວລານັ້ນ ທ່ານຄິງມີອາຍຸລວມໄດ້ 39 ປີ.
ນັກເຄື່ອນໄຫວເພື່ອສິດທິພົນລະເຮືອນ ທີ່ເຄີຍລົງສະໝັກເລືອກຕັ້ງ ປະທານາທິບໍດີ
ສອງຄັ້ງ ກໍຄື ທ່ານ Jesse Jackson ໄດ້ຢູ່ທີ່ນັ້ນ ເວລາທ່ານຄິງ ເສຍຊີວິດ.
ທ່ານ Jesse Jackson ເວົ້າວ່າ: “ເຖິງແມ່ນໄດ້ເສຍຊີວິດໄປແລ້ວກໍຕາມ ທ່ານຄິງ
ກໍຍັງກາຍເປັນຜູ້ຍິ່ງໃຫຍ່ກວ່າເກົ່າ ທ່ານໄດ້ຖືກດັບຊີບຢ່າງບໍ່ເປັນທໍາ ຢູ່ທີ່ເມືອງ
Memphis ແຕ່ການຄືນຊີບມາຂອງທ່ານແມ່ນໄດ້ສົ່ງຜົນສະທ້ອນໄປທົ່ວໂລກ.”
ໃນຄືນກ່ອນເສຍຊີວິດນັ້ນ ທ່ານ ຄິງ ໄດ້ກ່າວຄໍາປາໄສ ທີ່ມີເນື້ອໃນຕອນນຶ່ງວ່າ:
“ແລະຂ້າພະເຈົ້າກໍໄດ້ເຫັນດິນແດນ ທີ່ພະເຈົ້າໄດ້ໃຫ້ຄໍາໝັ້ນສັນຍາແກ່ພວກເຮົາ.
ຂ້າພະເຈົ້າອາດຈະໄປບໍ່ຮອດດິນແດນແຫ່ງນັ້ນກັບພວກທ່ານ ແຕ່ຂ້າພະເຈົ້າຢາກ
ໃຫ້ພວກທ່ານຮູ້ໄວ້ໃນຄືນນີ້ວ່າ ພວກເຮົາ ໃນຖານະຊົນຊາດນຶ່ງນັ້ນ ແມ່ນຈະໄປ
ຮອດຢ່າງແນ່ນອນ.”
40 ປີ ຫຼັງຈາກການເສຍຊີວິດຂອງທ່ານຄິງ ຄວາມຝັນບາງຢ່າງຂອງທ່ານໄດ້ເປັນຄວາມ
ຈິງຂຶ້ນມາ ໂຮມທັງການເລືອກຕັ້ງໃນປີ 2008 ເອົາທ່ານບາຣັກ ໂອບາມາ ເປັນປະທານາ
ທິບໍດີອະເມຣິກັນເຊື້ອສາຍ ອາຟຣິກາຄົນທໍາອິດ ຂອງສະຫະລັດ.
ຄວາມເວົ້າຂອງທ່ານ ມາຕິນ ລູເທີ ຄິງ ຍັງສືບຕໍ່ດົນຈິດດົນໃຈຜູ້ຄົນ ຢູ່ໃນທົ່ວໂລກ ເທົ່າ ເຖິງທຸກວັນນີ້.
ລໍາດັບເຫດການກ່ຽວກັບທ່ານຄິງ: ຄລິກຢູ່ບ່ອນສີຫລ່ຽມຂ້າງລຸ່ມນີ້ ເພື່ອເບິ່ງຮູບ
ແລະ ຄໍາບັນລະຍາຍພາສາອັງກິດ: