ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ່ປຶກສາອົງການ CDC ສະຫະລັດ ໃຫ້ບູລິມະສິດ ພະນັກງານ ການແພດ ແລະ ຜູ້ອາໄສຢູ່ບ້ານພັກ ຄົນຊະລາ ສຳລັບການສັກຢາ ວັກຊີນ


ພະຍາບານ ເບິ່ງແຍງຄົນໄຂ້ຢູ່ໃນຫ້ອງມໍລະສຸມ COVID-19 ຢູ່ສູນການແພດ ໂພຣວິເດັນສ໌ ເຊັ້ນ ໂຈເຊັຟ, ເມືອງ ເບີແບັ້ງ, ລັດ ຄາລິຟໍເນຍ. 19 ພະຈິກ, 2020.
ພະຍາບານ ເບິ່ງແຍງຄົນໄຂ້ຢູ່ໃນຫ້ອງມໍລະສຸມ COVID-19 ຢູ່ສູນການແພດ ໂພຣວິເດັນສ໌ ເຊັ້ນ ໂຈເຊັຟ, ເມືອງ ເບີແບັ້ງ, ລັດ ຄາລິຟໍເນຍ. 19 ພະຈິກ, 2020.

ບັນດາພະນັກງານປິ່ນປົວສຸຂະພາບ ແລະ ສະຖານທີ່ເບິ່ງແຍງຄົນຊະລາ ຄວນເປັນນຶ່ງໃນຄົນ ອາເມຣິກັນ ຈຸທຳອິດທີ່ຈະໄດ້ຮັບຢາວັກຊີນ COVID-19, ບັນດາສະມາຊິກຂອງຄະນະກຳມະການທີ່ປຶກສາສູນກາງເພື່ອການຄວບຄຸມ ແລະ ປ້ອງກັນພະຍາດ ສະຫະລັດ ໄດ້ພິຈາລະນາໃນວັນອັງຄານວານນີ້.

ຄະນະກຳມະການດັ່ງກ່າວໄດ້ລົງຄະແນນສຽງ 13 ຕໍ່ 1 ເພື່ອໃຫ້ຢາວັກຊີນຕໍ່ປະຊາຊົນ ອາເມຣິກັນ ປະມານ 24 ລ້ານຄົນ ຜູ້ທີ່ເປັນພະນັກປິ່ນປົວສຸຂະພາບ ຫຼື ຜູ້ທີ່ອາໄສຢູ່ບ້ານພັກຄົນຊະລາໄວເທົ່າທີ່ມັນຖືກຮັບຮອງ, ເວລາທີ່ຢາແມ່ນຍັງມີຈຳກັດໃນຂະນະທີ່ເຂົາເຈົ້າກຳລັງເລັ່ງການຜະລິດມັນ.

ການຕັດສິນໃຈຈາກຄະນະກຳມະການທີ່ປຶກສາຂອງອົງການ CDC ສຳລັບການປະຕິບັດການສ້າງພູມຕ້ານທານ ໄດ້ມີຂຶ້ນໃນະເວລາທີ່ ສະຫະລັດ ໄດ້ບັນທຶກຕົວເລກກໍລະນີຜູ້ຕິດໄວຣັສໂຄໂຣນາສູງເປັນປະຫວັດການໃນທົ່ວປະເທດ. ສະຫະລັດ ໄດ້ບັນທຶກ COVID-19 ສີ່ລ້ານສາມແສນຫົກສິບພັນກໍລະນີໃນເດືອນພະຈິກແລ້ວນີ້, ເຊິ່ງເປັນຕົວເລກທີ່ສູງກວ່ານຶ່ງເດືອນກ່ອນໜ້ານັ້ນສອງເທົ່າ.

ຄະແນນສຽງຄັດຄ້ານດຽວແມ່ນປ່ອນໂດຍ ດຣ. ເຮເລັນ ທາລບັອດ, ຜູ້ຊ່ຽວຊານດ້ານໂຣກຕິດຕໍ່ຢູ່ທີ່ມະຫາວິທະຍາໄລ ແວນເດີບິລທ໌. ດຣ. ທາລບັອດ ໄດ້ກ່າວວ່າ ທ່ານນາງໄດ້ຄັດຄ້ານລວມມີຜູ້ອາ ໄສຢູ່ສະຖານທີ່ພັກຄົນຊະລາຢູ່ໃນກຸ່ມທຳອິດຍ້ອນວ່າຄວາມປອດໄພຂອງຢາວັກຊີນ ແລະ ຄວາມມີປະສິດທິພາບຂອງມັນແມ່ນບໍ່ໄດ້ຖືກທົດລອງໃນກຸ່ມຄົນດັ່ງກ່າວນັ້ນ.

ອົງການ CDC ຍັງມີກຳນົດທີ່ຈະທົບທວນຄຳແນະນຳໄລຍະການກັກຕົວກວດໂຣກ 14 ວັນໃນປັດ ຈຸບັນນີ້ ສຳລັບບາງຄົນຜູ້ທີ່ໄດ້ສຳພັດກັບຄົນທີ່ຖືກກວດພົບ COVID-19. ພາຍໃຕ້ແນວທາງທີ່ຖືກສະເໜີໃໝ່ນັ້ນ, ໄລຍະການແຍກປ່ຽວຈະຖືກຕັດລົງເປັນ 10 ວັນ, ຫຼື 7 ວັນຖ້າເຂົາເຈົ້າໄດ້ຮັບຜົນກວດເປັນລົບ.

ລັດຖະບານທ່ານ ທຣຳ ໄດ້ກ່າວວ່າ ປະຊາຊົນ 20 ລ້ານຄົນຄວນຖືກສັກຢາພາຍໃນທ້າຍປີນີ້.

ອົງການອາຫານ ແລະ ຢາແມ່ນກຳລັງພິຈາລະນາຄຳຮຽກຮ້ອງສຸກເສີນສຳລັບບໍລິສັດ Pfizer ເພື່ອອະນຸມັດການນຳໃຊ້ຢາວັກຊີນຂອງເຂົາເຈົ້າ. ບໍລິສັດ Moderna ໄດ້ກ່າວໃນວັນຈັນທີ່ຜ່ານມາວ່າ ເຂົາເຈົ້າກໍຈະຂໍສະໝັກສຳລັບການອະນຸມັດນຳໃຊ້ຢາວັກຊີນຂອງເຂົາເຈົ້າໃນເຫດການສຸກເສີນເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG