ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການຈະລາຈົນ ຢູ່ຫໍລັດຖະສະພາ ສະຫະລັດ ກໍ່ໃຫ້ເກີດຄວາມສົນໃຈຄັ້ງໃໝ່ ກ່ຽວກັບ ລັດທິຫົວຮຸນແຮງ ໃນຕຳຫຼວດ ສະຫະລັດ


ຜູ້ສະໜັບສະໜູນ ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ປະທ້ວງຢູ່ຕໍ່ໜ້າຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. 6 ມັງກອນ, 2021.
ຜູ້ສະໜັບສະໜູນ ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ປະທ້ວງຢູ່ຕໍ່ໜ້າຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. 6 ມັງກອນ, 2021.

ການຈະລາຈົນທີ່ຮ້າຍແຮງໃນວັນທີ 6 ມັງກອນທີ່ຜ່ານມາຢູ່ລັດຖະສະພາ ສະຫະລັດ ແມ່ນໄດ້ຮັບຄວາມສົນໃຈຄັ້ງໃໝ່ ຕໍ່ສິ່ງທີ່ໄດ້ເປັນຄວາມລັບທີ່ຮູ້ກັນໂດຍທົ່ວໄປມາດົນນານແລ້ວໃນກົມຕຳຫຼວດທົ່ວປະເທດ, ເຊິ່ງແມ່ນພວກຫົວຮຸນແຮງປີກຂວາໄດ້ຂະຫຍາຍສະມາຊິກຂອງພວກເຂົາ.

ເປັນເວລາຫຼາຍປີ, ແມ່ນກະທັ້ງທີ່ບັນດານັກຊ່ຽວຊານໄດ້ເຕືອນ ກ່ຽວກັບ ອັນຕະລາຍທີ່ເພີ່ມຂຶ້ນ ກ່ຽວກັບ ລັດທິຫົວຮຸນແຮງໃນກົມຕຳຫຼວດ, ນັກດັບໄຟ ແລະ ເຈົ້າໜ້າທີ່ກອງທັບອາດໄດ້ມີສ່ວນໃນການຈະລາຈົນເມື່ອວັນທີ 6 ມັງກອນທີ່ຜ່ານມາ, ບັນດາຜູ້ນຳຕຳຫຼວດແມ່ນໄດ້ຖືກບັງຄັບໃຫ້ຍອມ ຮັບຜິດຕໍ່ບັນຫາດັ່ງກ່າວ.

ຫ້າຄົນໄດ້ເສຍຊີວິດໃນການໂຈມຕີນັ້ນ, ລວມທັງເຈົ້າໜ້າທີ່ຕຳຫຼວດລັດຖະສະພາ,​ ທ່ານ ບຣາຍອັນ ຊິກນິກ, ຜູ້ທີ່ຖືກໂຍນຖັງດັບເພີງໃສ່ຫົວໂດຍພວກຈະລາຈົນ, ໃນຂະນະທີ່ເຈົ້າໜ້າທີ່ຕຳຫຼວດອີກຫຼາຍຄົນໄດ້ຮັບບາດເຈັບ. ອະດີດປະທານາທິບໍດີ ດໍໂນລ ທຣຳ ແມ່ນກຳລັງປະເຊີນກັບການດຳເນີນຄະດີຟ້ອງຮ້ອງໃນສະພາສູງ ກ່ຽວກັບ ຂໍ້ກ່າວຫາຍຸແຍ່ຜູ້ສະໜັບສະໜູນຂອງທ່ານໃຫ້ກໍ່ຈະ ລາຈົນຢູ່ລັດຖະສະພາ ສະຫະລັດ ເພື່ອປ້ອງກັນການຢັ້ງຢືນການເລືອກຕັ້ງຂອງປະທານາທິບໍດີ ໂຈ ໄບເດັນ.

ເຈົ້າໜ້າທີ່ຕຳຫຼວດຢ່າງໜ້ອຍ 30 ຄົນຈາກຫຼາຍກວ່າ 12 ລັດ, ນັບຈາກລັດ ເວີຈິເຈຍ ແລະ ເພັນຊິລເວເນຍ ຫາລັດ ໂອກລາໂຮມາ ແລະ ຄາລິຟໍເຮນ, ແມ່ນກຳລັງຖືກສືບສວນສອບສວນໂດຍຫົວ ໜ້າຂອງເຂົາເຈົ້າສຳລັບການກະທຳຂອງພວກເຂົາຢູ່ນະຄອນຫຼວງ ວໍຊິງຕັນ, ຫຼືປະເຊີນກັບຂໍ້ຫາອາຊະຍາກຳສຳລັບການເຂົ້າຮ່ວມການຈະລາຈົນຢູ່ລັດຖະສະພາ.

ທ່ານ ເດວິດ ມາໂຮນີ, ຕຳຫຼວດເມືອງ ເດນ, ລັດ ວິສຄອນຊິນ, ຜູ້ທີ່ເປັນປະ ທານຂອງສະມາຄົມຕຳຫຼວດເມືອງແຫ່ງຊາດ ກ່າວວ່າ “ຄວາມຜິດທີ່ໃຫຍ່ທີ່ສຸດຂອງການບັງຄັບໃຊ້ກົດໝາຍແມ່ນພິຈາລະນາຄຳເວົ້າຫົວຮຸນແຮງຂອງເພື່ອນເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍນຳກັນ ແລະ ພິຈາລະນາມັນດັ່ງກັບເສລີພາບໃນການປາກເວົ້າ ແທນທີ່ຈະພິຈາລະນາຄຳເວົ້ານັ້ນ, ຄຳເຫັນພວກນັ້ນ, ແທ້ຈິງແລ້ວແມ່ນກັດເຊາະປະຊາທິປະໄຕຂອງ ອາເມຣິກາ.”

ໃນວັນອັງຄານທິດແລ້ວນີ້, ໃນຂະນະທີ່ບັນດາເຈົ້າໜ້າທີ່ລັດຖະບານກາງ ໄດ້ເຄື່ອນໄຫວຕັ້ງຂໍ້ກ່າວ ຫາຕໍ່ເຈົ້າໜ້າທີ່ກົມຕຳຫຼວດນະຄອນ ຮູສຕັນ ໃນການເຊື່ອມໂຍງກັບການຈະລາຈົນຢູ່ລັດຖະສະພານັ້ນ, ຜູ້ບັນຊາການ ອາທ໌ ອາເຊເວໂດ ກໍໄດ້ອອກຄຳເຕືອນຕໍ່ກຸ່ມຕຳຫຼວດດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG