ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້ ອີ​ຣ່ານ ປຶກ​ສາ ການ​ແລກ​ປ່ຽນ ນັກ​ໂທດ ຜ່ານ​ຊ່ອງ​ທາງ​ ທີ່​ເປັນ​ທາງ​ການ


ທ່ານ​ນາງ ຄ​ຣິສ​ຕີນ ເລ​ວິນ​ສັນ, ຂວາ, ພັນ​ລະ​ຍາ​ຂອງ​ອະ​ດີດ​ເຈົ້າ​ໜ້າ​ທີ່ FBI ທ່ານ ໂຣ​ເບີດ ເລ​ວິນ​ສັນ, ເບິ່ງ​ລູກ​ຊາຍ ສະ​ແດງ​ຮູບ​ຂອງ​ພໍ່​ລາວຕໍ່​ນັກ​ຂ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວຢູ່​ສະ​ຖານ​ທູດ​ຂອງ ສວິດ​ເຊີ​ແລນ, ນະ​ຄອນຫຼວງ ເຕ​ຫະ​ຣ່ານ. 22 ທັນ​ວາ, 2007.
ທ່ານ​ນາງ ຄ​ຣິສ​ຕີນ ເລ​ວິນ​ສັນ, ຂວາ, ພັນ​ລະ​ຍາ​ຂອງ​ອະ​ດີດ​ເຈົ້າ​ໜ້າ​ທີ່ FBI ທ່ານ ໂຣ​ເບີດ ເລ​ວິນ​ສັນ, ເບິ່ງ​ລູກ​ຊາຍ ສະ​ແດງ​ຮູບ​ຂອງ​ພໍ່​ລາວຕໍ່​ນັກ​ຂ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວຢູ່​ສະ​ຖານ​ທູດ​ຂອງ ສວິດ​ເຊີ​ແລນ, ນະ​ຄອນຫຼວງ ເຕ​ຫະ​ຣ່ານ. 22 ທັນ​ວາ, 2007.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ສະ​ຫະ​ລັດ ຄົນ​ນຶ່ງ​ໄດ້​ຮຽກ​ຮ້ອງ​ໃຫ້ ອີ​ຣ່ານ ໃຊ້​ວິ​ທີ​ການ​ທີ່​ເປັນ​ທາງ​ການ ເພື່ອ​ປຶກ​ສາ​ຫາ​ລື​ຂໍ້​ສະ​ເໜີ​ຂອງ​ເຂົ​າ​ເຈົ້າ ເພື່ອ​ແລກ​ປ່ຽນ​ຄົນ ອາ​ເມ​ຣິ​ກັນ ຫຼາ​ຍ​ຄົນ​ທີ່​ຖືກ​ຈັບ​ໃນ​ຄຸກ​ຂອງ ອີ​ຣ່ານ ກັບ​ຄົນ ອີ​ຣ່ານ ທີ່​ຖືກ​ຄວບ​ຄຸມ​ຕົວ​ໃນ ສະ​ຫະ​ລັດ.

ໃນ​ການ​ສຳ​ພາດ​ກັບ​ໂທ​ລະ​ພ​າບ ອາ​ລ​ຮູ​ຣາ ທີ່​ເປັ​ນ​ເຄືອ​ຂ່າຍ​ຂອງ ວີ​ໂອ​ເອ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ, ທູດ​ພິ​ເສດ ສະ​ຫະ​ລັດ ຮັບ​ຜິດ​ຊອບ ​ເລື່ອງ ອີ​ຣ່ານ ທ່ານ ບ​ຣາຍ​ອັນ ຮຸກ ໄດ້​ກ່າວ​ວ່າ ທ່ານ​ຈະ​ບໍ່​ໃຫ້​ຄຳ​ເຫັນ​ຢ່າງ​ເປີດ​ເຜີຍ ກ່ຽວ​ກັບ ຂໍ້​ສະ​ເໜີ​ການ​ແລກ​ປ່ຽນ​ນັກ​ໂທດ ທີ່​ຖືກ​ຍົກ​ຂຶ້ນ​ມາ​ໂດຍ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ຫຼາຍ​ຄົນ ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ສື່​ມ​ວນ​ຊົນ​ໃນ​ປີນີ້.

ໃນ​ກໍ​ລະ​ນີ້ຫຼ້າ​ສຸດ​ດັ່ງ​ກ່າວ​ນັ້ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣ່ານ ທ່ານ ອັບ​ບາ​ສ ມູ​ຊາ​ວີ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ສື່​ມວນ​ຊົນ​ເມື່ອ​ວັນ​ທີ 21 ຕຸ​ລາ​ທີ່​ຜ່ານ​ມາ​ວ່າ ລັດ​ຖະ​ບານ ເຕ​ຫະ​ຣ່ານ ໄດ້​ມອບລາຍ​ຊື່ ຊາວ ອີ​ຣ່ານ ທີ່​ຖືກ​ຄວບ​ຄຸມ​ຕົວ​ໃຫ້ ສະ​ຫະ​ລັດ ຜູ້​ທີ່​ເຂົາ​ເຈົ້າ​ຢາກ​ໃຫ້​ປ່ອຍ​ຕົວ ແລະ ພ້ອມ​ທີ່​ຈ​ະ​ທຳ​ການ​ແລກ​ປ່ຽນ​ກັນ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣ່ານ ທ່ານ ໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ ກ່ອນ​ໜ້ານີ້​ໄດ້​ຍົກ​ບັນ​ຫາ​ດັ່ງ​ກ່າວ​ຂຶ້ນ​ມາ ໃນ​ການ​ຢ້ຽມ​ຢາມນະ​ຄອນ ນິວຢອກ ​ເມື່ອ​ເດືອນ​ເມ​ສາ​ແລ້ວນີ້, ໂດຍ​ກ່າວ​ໃນ​ກອງ​ປະ​ຊຸມ​ສັງ​ຄົມ ເອ​ເຊຍ ວ່າ​ທຳ​ອິດ​ ທ່ານ​ໄດ້​ສະ​ເໜີ​ການ​ແລກ​ປ່ຽນ​ນັກ​ໂທດ ​ກັບ​ລັດ​ຖະ​ບານ​ທ່ານ ທ​ຣຳ ໃນ​ເດືອນ​ຕຸ​ລາ​ປີ 2018 ແຕ່​ບໍ່​ໄດ້​ຮັບ​ຄຳ​ຕອບ​ຈາກ​ ວໍ​ຊິງ​ຕັນ.

ທ່ານ ຮຸກ​ ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ຢາກ​ໃຊ້​ສື່ມວນ​ຊົນ ໃນ​ການ​ດຳ​ເນີນ​ບັນ​ຫາ​ການ​ທູດ ແລະ ເວົ້າ​ກ່ຽວ​ກັບ​ນັກ​ໂທດ. ພວກ​ເຮົາ​ມີ​ຊ່ອງ​ທາງ​ທີ່​ເໝາະ​ສົມ​ສຳ​ລັບ​ບັນ​ດາ​ດັ່ງ​ກ່າວ ທີ່​ ອີ​ຣ່ານ ເອງ​ກໍ​ຮູ້​ດີ, ​ຜ່ານ​ລັດ​ຖະ​ບານ ສວິດ​ເຊີ​ແລນ.

ສວິດ​ເຊີ​ແລນ ໄດ້​ເປັນ​ຕົວ​ແທນ​ໃຫ້​ຜົນ​ປະ​ໂຫຍດ​ຂອງ​ ສະ​ຫະ​ລັດ ໃນ ອີ​ຣ່ານ ນັບ​ຕັ້ງ​ແຕ່​ປີ 1980 ເປັນ​ຕົ້ນ​ມາ, ນຶ່ງວັນຫຼັງ​ຈາກ​ຜູ້​ສອນ​ສາ​ສະ​ໜາ​ຊາວ ອີ​ຣ່ານ ໄດ້​ເປັນ​ປໍ​ລະ​ປັກ​ຕໍ່​ອຳ​ນາດ​ທີ່​ຖືກ ສະ​ຫະ​ລັດ ຍຶດ ໃນ​ການ​ປະ​ຕິ​ວັດ ອິ​ສ​ລາມ. ການ​ເຂົ້າ​ຍຶດ​ສະ​ຖານ​ທູດ ສະ​ຫະ​ລັດ ທີ່​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 4 ພະ​ຈິກ 1979 ໂດຍ​ຜູ້​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ວັດ ຜູ້​ທີ່​ໄດ້​ຈັບ​ນັກ​ການ​ທູດ ອາ​ເມ​ຣິ​ກັນ 52 ຄົນ​ເປັນ​ຕົວ​ປະ​ກັນ 444 ວັນ​ນັ້ນ ໄດ້​ກໍ່​ໃຫ້​ເກີດ​ການ​ແຕກ​ແຍກ​ໃນ​ສາຍ​ພົວ​ພັນ​ການ​ທູດ ສະ​ຫະ​ລັດ ກັບ ອີ​ຣ່ານ ທີ່​ໄດ້​ສືບ​ຕໍ່​ນັບ​ຕັ້ງ​ແຕ່​ນັ້ນ​ມາ.

ໃນ​ຖາ​ນະ​ເປັນ​ຜູ້​ປົກ​ປ້ອງ​ອຳ​ນາດ​ສຳ​ລັບ ສະ​ຫະ​ລັດ ນັ້ນ, ສະ​ຖານ​ທູດ​ຂອງ ສວິດ​ເຊີ​ແລນ ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ໄດ້​ຮັບ​ມື​ກັບ​ບັນ​ຫາ​ການ​ທູດ ສະ​ຫະ​ລັດ ທຸກ​ຢ່າງໃນ ອີ​ຣ່ານ ລວມ​ທັງ​ການ​ຂໍ​ໜັງ​ສື​ເດີນ​ທາງ ສະ​ຫະ​ລັດ, ການ​ປ່ຽນ​ແປງ​ສະ​ຖາ​ນະ​ພາບ​ພົນ​ລະ​ເຮືອນ ແລະ ການ​ປົກ​ປ້ອງ​ທາງ​ກົງ​ສຸນ ສຳ​ລັບ​ປະ​ຊາ​ຊົນ ສະ​ຫະ​ລັດ.

ທ່ານ ຮຸກ ຜູ້​ທີ່​ໄດ້​ກ່າວ​ຢ້ຳ ກ່ຽວ​ກັບ ການ​ຮຽກ​ຮ້ອງ​ຂອງ ສະ​ຫະ​ລັດ ສຳ​ລັບ ເຕ​ຫະ​ຣ່ານ ໃຫ້​ປ່ອຍ​ຕົວ​ຄົນ​ ອາ​ເມ​ຣິ​ກັນ ທຸກ​ຄົນ​ທີ່​ຖືກ​ຂັງ​ໃນ​ຄຸກ ອີ​ຣ່ານ ໃນ​ທັນ​ທີ​ດ້ວຍ​ເຫດ​ຜົນ​ດ້ານ​ມະ​ນຸ​ສະ​ທຳ​ວ່າ “ລັດ​ຖະ​ບານ ສວິດ​ເຊີ​ແລນ ສາ​ມາ​ດ​ໃຫ້​ຄົນ ອາ​ເມ​ຣິ​ກັນ ຜູ້​ທີ່​ຖືກ​ກັກ​ຂັງ​ຢ່າງບໍ່​ຖືກ​ຕ້ອງ​ໃນ ອີ​ຣ່ານ ເຂົ້າ​ຫາ​ກົງ​ສຸນ​ໄດ້. ສະ​ນັ້ນ, ຖ້າ​ມັນ​ມີ​ຂໍ້​ມູນ ກ່ຽວ​ກັບ ຜູ້​ຖືກ​ກັກ​ຂັງ​ ທີ່​ຕ້ອງ​ຖືກ​ສົ່ງ​ໂດຍ ອີ​ຣ່ານ ນັ້ນ, ມັນ​ກໍຈະ​ເປັນ​ຄວາມ​ເໝາະ​ສົມ​ທີ່​ຈະ​ໃຊ້​ຊ່ອງ​ທາງ​ນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG