ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະອັງກິດ ມີຄວາມຄິດເຫັນ ທີ່ກົງກັນນັບມື້ນັບຫລາຍຂຶ້ນ ກ່ຽວກັບເລື້ອງຈີນ


ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ (ຂວາ) ໃຫ້ການຕ້ອນຮັບແກ່ທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຢູ່ທີ່ຫ້ອງການທີ່ຕັ້ງຢູ່ຖະໜົນ Downing Street ຂອງລອນດອນ ໃນວັນທີ 21 ກໍລະກົດ, 2020.
ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ (ຂວາ) ໃຫ້ການຕ້ອນຮັບແກ່ທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຢູ່ທີ່ຫ້ອງການທີ່ຕັ້ງຢູ່ຖະໜົນ Downing Street ຂອງລອນດອນ ໃນວັນທີ 21 ກໍລະກົດ, 2020.

ທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໄດ້ ພົບກັບນາຍົກລັດຖະມົນຕີອັງກິດ, ທ່ານ ບໍຣິສ ຈອນສັນໃນວັນອັງຄານວານນີ້ ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງສະຫະລັດກັບຈີນ ເພີ້ມທະວີຂຶ້ນ ກ່ຽວກັບ ເລື້ອງການຄ້າ, ສະຖານະການໃນເຂດທະເລຈີນໃຕ້, ຕົ້ນກໍາເນີດຂອງໄວຣັສ ໂຄໂຣນາສາຍພັນໃໝ່ ແລະວິທີການທີ່ຈີນຮັບມືກັບໄວຣັສດັ່ງກ່າວ ໃນຕອນທໍາ ອິດທີ່ມັນປາກົດຂຶ້ນໃນເມືອງວູຫານ.

ການໄປຢ້ຽມຢາມລອນດອນໂດຍຫົວໜ້າທາງການທູດຂອງອາເມຣິກາ ມີຂຶ້ນບໍ່ພໍເທົ່າໃດມື້ພາຍຫລັງທີ່ທ່ານ ຈອນສັນ ໂດຍອີງໃສ່ດ້ານຄວາມໝັ້ນຄົງ ໄດ້ຕັດສິນໃຈ ຫ້າມບໍລິສັດເທັກໂນໂລຈີຍັກໃຫຍ່ ຫົວເວີຍ ຂອງຈີນບໍ່ໃຫ້ເຂົ້າຮ່ວມໃນການ ພັດທະນາເຄືອຂ່າຍໂທລະສັບ ໃນຄວາມໄວລະດັບ 5G ຂອງອັງກິດ- ຊຶ່ງເປັນ ການຫ້າມທີ່ທ່າງວໍຊິງຕັນໄດ້ຊຸກຍູ້ໃຫ້ເຮັດມາໄດ້ປີກວ່າແລ້ວ.

ພາຍຫລັງທີ່ໄດ້ພົບປະກັນແລ້ວ ທ່ານພອມພຽວ ກໍໄດ້ຂຽນລົງໃນທວີດເຕີວ່າ “ມີການຢ້ຽມຢາມແບບສ້າງສັນກັບ@ທ່ານບໍຣິສ ຈອນສັນໃນມື້ນີ້. ການພົວພັນສອງຝ່າຍທີ່ແຂງແກ່ນຍາວນານຂອງສອງປະເທດພວກເຮົາໄດ້ເປັນພື້ນຖານໃຫ້ ແກ່ການສົນທະນາກັບແບບກົງໄປກົງມາໃນມື້ນີ້ ກ່ຽວກັບບັນຫາຕ່າງໆນັບແຕ່ເລື້ອງໂທລະຄົມມະນາຄົມລະບົບ 5G ຈົນເຖິງການເຈລະຈາຂອງພວກເຮົາ ກ່ຽວກັບຂໍ້ຕົກລົງການຄ້າເສລີລະຫວ່າງ ສະຫະລັດກັບອັງກິດ.”

ໃນຕອນຢູ່ກອງປະຊຸມຖະແຫລງຂ່າວທີ່ຈັດຂຶ້ນໃນເວລາຕໍ່ມານັ້ນ ທ່ານພອມພຽວໄດ້ສັນລະເສີນອັງກິດທີ່ໄດ້ເອົາທ່າທີອັນແຂງຂັນໃນເລື້ອງຫົວເວີຍ ແລະຮົງກົງ. ທ່ານກ່າວວ່າ “ຂ້າພະເຈົ້າຢາກຈະຖືໂອກາດນີ້ ເພື່ອຊົມເຊີຍລັດຖະບານອັງກິດທີ່ ໄດ້ຮັບມື ແບບມີຫລັກການຕໍ່ສິ່ງທ້າທາຍເຫລົ່ານີ້. ທ່ານໄດ້ທໍາການຕັດສິນໃຈໃນທາງອະທິປະໄຕ ທີ່ຫ້າມເຄືອຂ່າຍຄອມພິວເຕີ 5G ຂອງຫົວເວີຍ.”

ທ່ານກ່າວອີກວ່າ “ພວກເຮົາຢາກໃຫ້ທຸກປະເທດເຮັດວຽກຮ່ວມກັນເພື່ອຜັກດັນ ການດໍາເນີນຄວາມພະຍາຍາມຂອງພັກຄອມມີວນິສຈີນຄືນໃນທຸກໆດ້ານ ທີ່ຂ້າພະເຈົ້າໄດ້ພັນລະນາໃຫ້ທ່ານຟັງໃນມື້ນີ້. ແນ່ນອນໃນນັ້ນແມ່ນລວມມີອັງກິດ ລວມມີທຸກປະເທດ. ພວກເຮົາຫວັງວ່າ ພວກເຮົາຈະສາມາດສ້າງຄວາມເປັນນໍ້ານຶ່ງໃຈດຽວກັນທີ່ເຂົ້າໃຈຕໍ່ບັນຫານີ້.”

ສອງປະເທດຕາເວັນຕົກທີ່ເປັນພັນທະມິດກັນນີ້ປາກົດວ່າ ມີຄວາມຄິດເຫັນທີ່ກົງ ກັນກ່ຽວກັບບັນຫາທ້າທາຍທີ່ສ້າງຂຶ້ນໂດຍລັດຖະບານຈີນ, ອີງຕາມຄໍາເວົ້າຂອງ ບັນດານັກວິເຄາະ ແລະນັກການທູດຕາເວັນຕົກທັງຫລາຍ. ໃນຕອນທີ່ທ່ານໄປ ເຖິງນະຄອນຫລວງຂອງອັງກິດນັ້ນ ທ່ານ ພອມພຽວໄດ້ຂຽນລົງໃນທວີດເຕີວ່າ ທ່ານຄອງຄອຍທີ່ຈະໄດ້ພົບກັບທ່ານຈອນສັນ “ໃນຂະນະທີ່ພວກເຮົາກໍາລັງແກ້ໄຂບັນຫາ ທີ່ເລັ່ງດ່ວນທີ່ສຸດຂອງໂລກໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ແກ້ໄຂບັນຫາທ້າທາຍດ້ານຄວາມໝັ້ນຄົງຂອງພວກເຮົາທີ່ມີຮ່ວມກັນ.” ໂຄວິດ-19 ເປັນພະຍາດທີ່ເກີດມາຈາກໄວຣັສໂຄໂຣນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG