ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ, ອັງກິດ, ອອສເຕຣເລຍ ວາງມາດຕະການລົງໂທດ ຮອບໃໝ່ ຕໍ່ກຸ່ມຮາມາສ


ແຟ້ມພາບ - ພວກປະທ້ວງຍົກທຸກກຸ່ມຮາມາສຂອງປາແລັສໄຕນ໌ ຂຶ້ນ ໃນລະຫວ່າງການເຕົ້າໂຮມຊຸມນຸມ ຫຼັງຈາກພິທີໄຫວ້ພະຂອງວັນສຸກ ໃນເມືອງເຮບຣອນ ຢູ່ໃນເຂດຄຸ້ມຄອງແວັສແບ້ງ ເມື່ອວັນທີ 15ທັນວາ 2023, ໃນການປະທ້ວງສົງຄາມຕໍ່ຕ້ານກຸ່ມຮາມາສຂອງອິສຣາແອລຕ ທີ່ຍັງມີຢູ່ຕໍ່ເນື່ອໃນກາຊາ.
ແຟ້ມພາບ - ພວກປະທ້ວງຍົກທຸກກຸ່ມຮາມາສຂອງປາແລັສໄຕນ໌ ຂຶ້ນ ໃນລະຫວ່າງການເຕົ້າໂຮມຊຸມນຸມ ຫຼັງຈາກພິທີໄຫວ້ພະຂອງວັນສຸກ ໃນເມືອງເຮບຣອນ ຢູ່ໃນເຂດຄຸ້ມຄອງແວັສແບ້ງ ເມື່ອວັນທີ 15ທັນວາ 2023, ໃນການປະທ້ວງສົງຄາມຕໍ່ຕ້ານກຸ່ມຮາມາສຂອງອິສຣາແອລຕ ທີ່ຍັງມີຢູ່ຕໍ່ເນື່ອໃນກາຊາ.

ສະຫະລັດ ອັງກິດ ແລະອອສເຕຣເລຍ ໄດ້ວາງມາດຕະການລົງໂທດຮອບທີຫ້າຕໍ່ກຸ່ມຮາມາສ ໃນວັນຈັນວານນີ້ ໂດຍແນໃສ່ດ້ານການແລກປ່ຽນ ທາງດ້ານການເງິນຂອງພວກຫົວຮຸນແຮງຢູ່ກາຊາ ແລະເງິນທີ່ໄດ້ຖືກສົ່ງໄປນະທີ່ນັ້ນ ໂດຍກອງກຳລັງພິທັກປະຕິວັດ-ຄູດ ຂອງອີຣ່ານ ເພື່ອໃຫ້ກຸ່ມຮາມາສ ແລະກຸ່ມຈີຮາດອິສລາມຂອງປາແລັສໄຕນ໌.

ໃນການປະກາດມາດຕະການລົງໂທດດັ່ງກ່າວ ເຈົ້າໜ້າທີ່ກະຊວງການເງິນ ທ່ານບຣາຍແອນ ເນລສັນ ໄດ້ກ່າວວ່າ “ກຸ່ມຮາມາສໄດ້ຫາທາງໃຊ້ປະໂຫຍດຈາກກົນໄກຕ່າງໆໃນການໂອນເງິນຫຼາຍປະເພດທີ່ລວມທັງ ການນຳໃຊ້ເງິນສະກຸນຄຣິບໂຕ ຫຼື cryptocurrency, ຕະຫຼອດເຖິງການສົ່ງທຶນໃນຫຼາຍຊ່ອງທາງເພື່ອສະໜັບສະໜຸນກິດຈະກຳກໍ່ການຮ້າຍຕ່າງໆ. ກະຊວງການເງິນໃນການປະສານງານຢ່າງໄກ້ຊິດ ກັບບັນດາປະເທດພັນທະມິດ ແລະຄູ່ພາຄີຂອງພວກເຮົາ ຈະສືບຕໍ່ໃຊ້ປະໂຫຍດໃນອຳນາດຕ່າງໆ ຂອງພວກເຮົາ ເພື່ອແນໃສ່ກຸ່ມຮາມາສ, ພວກຜູ້ໃຫ້ທຶນທັງຫຼາຍຂອງພວກເຂົາ ແລະພື້ນທານໂຄງລ່າງດ້ານການເງິນຢູ່ຕ່າງປະເທດຂອງພວກເຂົາ.”

ລັດຖະມົນຕີກະຊວງການຕ່າງປະເທດຂອງອັງກິດ ທ່ານເດວິດ ແຄເມີຣອນ ໄດ້ກ່າວວ່າ “ມາດຕະການລົງໂທດທັງຫຼາຍເຫຼົ່ານີ້ ສັນຍານທີ່ຈະແຈ້ງຕໍ່ກຸ່ມຮາມາສ ທີ່ວ່າ ສະຫະຣາຊະອະນາຈັກ ແລະບັນດາຄູ່ພາຄີຂອງພວກເຮົາ ແມ່ນໝັ້ນໝາຍທີ່ຈະຮັບປະກັນວ່າ ບໍ່ມີແຫ່ງຫົນໃດທີ່ເປັນບ່ອນຫລົບຊ້ອນສຳລັບດ້ານການເງິນເພື່ອກິດຈະກຳກໍ່ການຮ້າຍຕ່າງໆ. ເພື່ອຈະບັນລຸການຢຸດຍິງທີ່ຍືນຍົງໃນກາຊາ, ກຸ່ມຮາມາສ ຕ້ອງບໍ່ສາມາດກຳອຳນາດໄດ້ອີກຕໍ່ໄປ ແລະບໍ່ສາມາດທີ່ຈະຂົ່ມ ຂູ່ອິສຣາແອລ.”

ສະຫະລັດໄດ້ກ່າວວ່າ ມາດຕະການລົງໂທດທັງຫຼາຍ ແນໃສ່ພວກເຈົ້າໜ້າທີ່ດ້ານການເງິນທີ່ສຳຄັນຢູ່ໃນກາຊາ ຜູ້ທີ່ໄດ້ກຳກັບນຳເງິນຫຼາຍລ້ານໂດລາ ໃນການໂອນມາຈາກອີຣ່ານ ໃຫ້ກຸ່ມຮາມາສ ໃນຫຼາຍປີມໍ່ໆມານີ້.

ມາດຕະການລົງໂທດຮອບໃໝ່ສຸດນີ້ ຕິດຕາມມາພາຍຫຼັງຈາກມາດຕະການລົງ ໂທດທີ່ໄດ້ວາງອອກເມື່ອບໍ່ເທົ່າໃດອາທິດ ຫຼັງຈາກການໂຈມຕີຂອງກຸ່ມຮາມາສແບບສະເທືອນໃຈ ໃນວັນທີ 7 ຕຸລາ ຕໍ່ອິສຣາແອລ ທີ່ໄດ້ສັງຫານປະຊາຊົນ 1,200 ຄົນ ແລະໄດ້ນຳໄປສູ່ການບຸກໂຈມຕີໃນກາຊາຂອງອິສຣາແອລ ທີ່ບັນ ດາເຈົ້າໜ້າທີ່ສາທາລະນະສຸກຂອງກຸ່ມຮາມາສ ກ່າວວ່າ ໄດ້ສັງຫານປະຊາຊົນຊາວປາແລັສໄຕນ໌ ຫຼາຍກວ່າ 25,000 ຄົນ.

ໃນຖະແຫລງການສະບັບນຶ່ງ, ກະຊວງການເງິນໄດ້ກ່າວວ່າ “ນັບຕັ້ງແຕ່ 2020 ມາ ກຸ່ມຮາມາສຍັງໄດ້ໃຊ້ເງິນສະກຸນຄຣິບໂຕເພື່ອທຶນຈຳນວນນຶ່ງໃນການສະໜັບສະໜຸນຄ່າໃຊ້ຈ່າຍໃນການປະຕິບັດການຢູ່ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຫຼື West Bank ອັນເປັນການຫລຸດຜ່ອນຄວາມສ່ຽງຕ່າງໆຂອງການເຄື່ອນຍ້າຍເງິນສົດ, ເປັນການຫລີກລ່ຽງການຂ້າມຊາຍແດນ ແລະຫລີກເວັ້ນການຕິດຕາມໂດຍທາງການ.”

ສ່ວນມາດຕະການກັກຊັບສິນໃດໆຂອງອົງກາຈັດຕັ້ງທັງຫຼາຍຂອງກຸ່ມຮາມາສທີ່ມີຢູ່ໃນສະຫະລັດ ແລະກີດກັນຊາວອາເມຣິກັນ ບໍ່ໃຫ້ເຮັດທຸລະກິດໃດໆກັບພວກເຂົາເຈົ້າ.

The United States, Britain and Australia imposed a fifth round of sanctions against Hamas on Monday, targeting the militants’ financial exchanges in Gaza and money being sent there by Iran’s Revolutionary Guard Corps-Quds Force to Hamas and the Palestinian Islamic Jihad.

In announcing the sanctions, U.S. Treasury official Brian Nelson said, “Hamas has sought to leverage a variety of financial transfer mechanisms, including the exploitation of cryptocurrency, to channel funds to support the group’s terrorist activities. Treasury, in close coordination with our allies and partners, will continue to leverage our authorities to target Hamas, its financiers and its international financial infrastructure.”

British Foreign Secretary David Cameron said, "These sanctions send a clear message to Hamas [that] the [United Kingdom] and our partners are committed to ensuring there is no hiding place for those financing terrorist activities. To reach a sustainable cease-fire in Gaza, Hamas can no longer be in power and able to threaten Israel.”

The U.S. said the sanctions target key financial officials in Gaza who have handled millions of dollars in Iranian transfers to Hamas in recent years.

The newest sanctions follow earlier ones imposed in the weeks after the shock October 7 Hamas attack on Israel that killed 1,200 people and led to Israel’s counteroffensive in Gaza that Hamas health officials say has killed more than 25,000 people.

In a statement, Treasury said, “Since at least 2020, Hamas has also used cryptocurrency to transfer some funding in support of operational costs in the West Bank as a means of mitigating the risks of physically moving cash, circumventing border crossings, and evading monitoring by authorities.”

The sanctions freeze any assets the Hamas entities hold in the U.S. and blocks Americans from doing any business with them.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG