ບັນດາຜູ້ຜະລິດ ແລະ ຜູ້ບໍລິໂພກ ສະຫະລັດ ຕອນນີ້ມີຫຼາຍເຫດຜົນກວ່າເກົ່າທີ່ຈະພິຈາລະນາພະລັງງານແສງຕາເວັນ ດ້ວຍກົດໝາຍການຫຼຸດຜ່ອນອັດຕາເງິນເຟີ້ທີ່ຫາກໍ່ຖືກຮັບຜ່ານໃໝ່, ເຊິ່ງຈະສະໜອງແຮງຈູງໃຈສຳລັບການພັດທະນາຂອງອຸດສາຫະກຳທີ່ແຂງແກ່ນກວ່າເກົ່າ. ຜູ້ຜະລິດບາງແຫ່ງເວົ້າວ່າ ແຮງຈູງໃຈແມ່ນສຳຄັນຕໍ່ຄວາມໝັ້ນຄົງແຫ່ງຊາດ. ນັກຂ່າວວີໂອເອ ເອລິຊາເບັດ ລີ ໄດ້ອະທິບາຍວ່າເປັນຫຍັງ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ນອກຈາກສະຖານທີ່ການພະນັນ ກາຊີໂນ ຂອງເຂົາເຈົ້າ, ນະຄອນ ລາສ ເວກັສ ໄດ້ໂຄສະນາ ກ່ຽວກັບ ວັນທີ່ມີແສງແດດສ່ອງໃສຫຼາຍກວ່າ 300 ວັນຕໍ່ປີ ແລະ ມັນໄດ້ມາພ້ອມກັບອາຍຮ້ອນ ແລະ ຄ່າໄຟຟ້າສູງສຳລັບຜູ້ທີ່ອາໄສຢູ່ໃນທ້ອງຖິ່ນ.
ທ່ານ ເຈສັນ ລິວິງຕັນ, ຜູ້ທີ່ໄດ້ຕິດຕັ້ງແຜງພະລັງງານແສງແດດໃນບ້ານກ່າວວ່າ “ໃນເຮືອນຄືຂອງພວກເຮົາ, ສອງຊັ້ນພ້ອມດ້ວຍສະລອຍນ້ຳ, ຄ່າໄຟຟ້າອາດເປັນ 8 ຫຼື 9 ຮ້ອຍໂດລາຕໍ່ເດືອນ.”
ເພື່ອປະຢັດເງິນເພີ່ມເຕີມ, ທ່ານ ເຈສັນ ລິວິງຕັນ ແມ່ນໄດ້ຕິດຕັ້ງແທ່ນພະລັງງານແສງແດດ, ເຊິ່ງໄດ້ກາຍເປັນສິ່ງທີ່ສາມາດຊື້ໄດ້ຫຼາຍຂຶ້ນໃນທົດສະວັດທີ່ຜ່ານມາ.
ທ່ານ ແຟຣັງ ໄຣເກີ, ຜູ້ກໍ່ຕັ້ງບໍລິສັດ Sol-Up ກ່າວວ່າ “ຄ່າຂອງແຜງພະລັງງານແສງຕາເວັນແມ່ນໄດ້ປ່ຽນແປງຢ່າງຫຼວງຫຼາຍ ເມື່ອທຽບໃສ່ກັບວັນທີ່ຂ້າພະເຈົ້າໄດ້ເລີ່ມຕົ້ນ, ແລະ ຢູ່ໃນສະຖານທີ່ຄືແບບນີ້ ຢູ່ທີ່ນີ້ໃນ ລາສ ເວກັສ, ໃນທາງການເງິນແລ້ວມັນບໍ່ຕ້ອງໄດ້ໃຊ້ຄວາມຄິດຫຍັງຫຼາຍ.”
ທ່ານ ແຟຣັງ ໄຣເກີ, ຜູ້ກໍ່ຕັ້ງບໍລິສັດພະລັງງານແສງຕາເວັນ Sol-Up ຢູ່ນະຄອນ ລາສ ເວກັສ, ຕິດຕັ້ງແທ່ນພະລັງງານແສງຕາເວັນຈາກປະເທດ ເຢຍຣະມັນ ໃນບ້ານຂອງທ່ານ ລິວິງສຕັນ. ແຕ່ຜູ້ທີ່ຄອບງຳໝູ່ໃນອຸດສາຫະກຳພະລັງງານແສງຕາເວັນໃນໂລກແມ່ນ ຈີນ.
ລາຍງານຂອງອົງການປະລະມະນູສາກົນໃນເດືອນກໍລະກົດໄດ້ພົບວ່າ ການຂະຫຍາຍການຜະລິດແຜງພະລັງງານແສງຕາເວັນ ແລະ ນະວັດຕະກຳໃໝ່ຂອງ ຈີນ ໄດ້ເຮັດໃຫ້ຄ່າໃນການຜະລິດຫຼຸດລົງ, ແລະ ວ່າຈີນ ໄດ້ມີສ່ວນຫຼາຍກວ່າ 80 ເປີເຊັນໃນໄລຍະທີ່ສຳຄັນຂອງການຜະລິດແຜງພະລັງງານແສງຕາເວັນ. ແຕ່ການເພິ່ງພາອາໄສ ຈີນ ໄດ້ສ້າງຄວາມສ່ຽງຕໍ່ຕ່ອງໂສ້ການສະໜອງສິນຄ້າ.
ບໍລິສັດ Auxin Solar ແມ່ນນຶ່ງໃນຜູ້ລິດແຜງພະລັງງານແສງອາທິດສອງສາມແຫ່ງໃນ ສະຫະລັດ. ຜູ້ບໍລິຫານໃຫຍ່ຂອງເຂົາເຈົ້າແມ່ນທ່ານ ມາມຸນ ຣາຊິດ.
ທ່ານ ມາມຸນ ຣາຊິດ ກ່າວວ່າ “ຖ້າພວກເຮົາບໍ່ມີຕ່ອງໂສການສະໜອງສິນຄ້າຢູ່ທີ່ນີ້ໃນ ສະຫະລັດ, ພວກເຮົາເຫັນມັນດັ່ງກັບບັນຫາຄວາມໝັ້ງຄົງແຫ່ງຊາດ. ຖ້າເຈົ້າມີສາຍພະລັງງານໝຸນວຽນ ແລະ ມັນໃຫ້ພະລັງງານໂດຍແສງຕາເວັນ ແລະ ອຸປະກອນພະລັງງານແສງຕາເວັນໄດ້ຖືກສົ່ງໄປ ແລະ ເຈົ້າບໍ່ມີຄວາມສາມາດທີ່ຈະສະໜອງມັນໃຫ້ດ້ວຍເຈົ້າເອງໃນທຸກເວລານັ້ນ, ຫົວກັອກແມ່ນສາມາດປິດໄວ້ໄດ້.”
ປີນີ້, ສະຫະລັດ ໄດ້ຂະຫຍາຍພາສີຕໍ່ຜະລິດຕະພັນແສງຕາເວັນທີ່ປະກອບມີແຜງໂຊລາຊະນິດ ຄຣິສຕອລ ຈາກ ຈີນ. ກົດໝາຍປ້ອງກັນການບັງຄັບໃຊ້ແຮງງານຊາວ ວີເກີ, ໄດ້ຫ້າມຜະລິດຕະພັນຕ່າງໆລວມທັງອົງປະກອບພະລັງງານແສງຕາເວັນຈາກພາກພື້ນ ຊິນຈຽງຂອງ ຈີນ, ເຊິ່ງໄດ້ມີຜົນບັງຄັບໃຊ້ໃນເດືອນມິຖຸນາທີ່ຜ່ານມາ.
ທ່ານ ສາວ ລີຈຽນ, ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ກ່າວວ່າ “ສະຫະລັດ ບໍ່ໄດ້ສົນໃຈເລີຍ ກ່ຽວກັບ ຂໍ້ເທັດຈິງ ແລະ ຄວາມຈິງ, ແຕ່ກົງກັນຂ້າມໄດ້ຫຼິ້ນການເມືອງໃສ່ເສດຖະກິດທີ່ປົກກະຕິ ແລະ ການຮ່ວມມືທາງການຄ້າ ແລະ ແຊກແຊງຢ່າງບໍ່ຊື່ສັດເຂົ້າໃນອຸດສາຫະກຳທີ່ປົກກະຕິ ແລະ ຕ່ອງໂສການສະໜອງສິນຄ້າ ແລະ ຂະແໜງແຮງງານ, ຄັດຄ້ານບໍລິສັດຂອງຈີນໂດຍປາສະຈາກເຫດຜົນ.”
ສະຖານທູດ ຈີນ ໄດ້ກ່າວຕໍ່ວີໂອເອວ່າ “ສະຫະລັດ ຕ້ອງຢຸດການເຜີຍແຜ່ຄວາມຂີ້ຕົວໃນທັນທີ ແລະ ຢຸດການບັງໃຊ້ກົດໝາຍນິຕິບັນຍັດທີ່ອັນຕະລາຍນີ້.”
ກົດໝາຍການຫຼຸດຜ່ອນອັດຕາເງິນເຟີ້ທີ່ຖືກຮັບຜ່ານໃໝ່ລວມມີ ເຄຣດິດພາສີສຳລັບຜູ້ຜະລິດ ແລະ ຜູ້ບໍລິໂພກເພື່ອສົ່ງເສີມການເຕີບໂຕໃນອຸດສາຫະກຳພະລັງງານແສງຕາເວັນຂອງ ສະຫະລັດ.
ທ່ານ ມາມຸນ ຣາຊິດ ກ່າວວ່າ “ເຈົ້າກຳລັງປະເຊີນໜ້າກັບ ຈີນ. ເຂົາເຈົ້າບໍ່ແມ່ນເສດຖະກິດເສລີ. ເຈົ້າຈະບໍ່ມີວັນເອົາຊະນະ ຈີນ ໃນເງິນສົມທົບໄດ້, ສະນັ້ນມັນຈະບໍໍ່ພໍ. ເຈົ້າຍັງຈະຕ້ອງຢຸດຄວາມບໍ່ມີອຳນາດ ແລະ ບັງຄັບໃຊ້ກົດໝາຍການຄ້າ.”
ບໍລິສັດ Auxin Solar ໄດ້ກໍ່ໃຫ້ເກີດການສືບສວນສອບສວນກະຊວງການຄ້າໃນຕົ້ນປີນີ້
ກ່ຽວກັບວ່າແຜງພະລັງງານແສງຕາເວັນບາງອັນທີ່ເຂົ້າມາ ສະຫະລັດ ຈາກບັນດາປະເທດເອເຊຍຕາເວັນອອກສຽງໃຕ້ ແທ້ຈິງແລ້ວແມ່ນຜະລິດຕະພັນ ຈີນ ທີ່ພະຍາຍາມຫຼີກລ່ຽງພາສີຕອບໂຕ້ການທຸ້ມຕະຫຼາດຂອງ ສະຫະລັດ. ໂຄງການພະລັງງານແສງຕາເວັນ ສະຫະລັດ ຫຼາຍໂຄງການໄດ້ຢຸດລົງ, ຍ້ອນມີຄວາມຢ້ານກົວ ກ່ຽວກັບ ການເກັບພາສີຢ້ອນຫຼັງ. ໃນການຕອບໂຕ້, ທ່ານ ໄບເດັນ ໄດ້ປະກາດການຢຸດເກັບພາສີສອງປີຕໍ່ອົງປະກອບຕ່າງໆຂອງພະລັງງານແສງຕາເວັນຈາກປະເທດທີ່ວ່ານັ້ນ.
ທ່ານ ມາມຸນ ຣາຊຸດ ໄດ້ກ່າວວ່າ “ມັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍ.”
ກະຊວງການຄ້າກ່າວວ່າ ການຄົ້ນພົບຂອງເຂົາເຈົ້າຈະຖືກໃຊ້ໃນຕອນທ້າຍຂອງໄລຍະສອງປີ.
ທຳນຽບຂາວແນເປົ້າທີ່ຈະຂະຫຍາຍການຜະລິດແຜງພະລັງງານແສງຕາເວັນພາຍໃນປະເທດເປັນ 3 ເທົ່າພາຍໃນປີ 2024.
Besides its casinos, Las Vegas advertises more than 300 days of sunshine a year — and with that comes heat and high energy bills for residents.
“In a house like ours, two-story with pool, it can be eight or nine hundred dollars a month.”
To save more money, Jason Livingston is installing solar panels, which have become more affordable in the past decade.
“Cost of solar has changed dramatically compared to the days when I started, and being in a place like this here in Las Vegas, financially it's a no-brainer.”
Frank Rieger, founder of the Las Vegas solar company Sol-Up, is installing panels from Germany in Livingston’s home. But the dominant player in the global solar industry is China.
An International Energy Agency report in July found that China’s expansion of solar panel production and innovation drove down manufacturing costs, and that China plays a part in more than 80% of the key stages of solar panel making. But dependence on China has created a supply chain risk.
Auxin Solar is one of the few U.S. solar panel manufacturers. Its CEO, …
… Mamun Rashid.
“If we don't have the supply chain here in the U.S., we look at it as a national security concern. // If you have a renewable energy grid and it is powered by solar and the solar equipment is being deployed and you don't have the ability to supply it yourself at any moment, the faucet can be turned off.”
This year, the U.S. extended tariffs on solar products containing crystalline silicon from China. The Uyghur Forced Labor Prevention Act, banning products including solar components from China’s Xinjiang region, went into effect in June.
The U.S. doesn’t care at all about facts and the truth, but rather politicizes normal economic and trade cooperation and artificially interferes in normal industrial and supply chains and division of labor, wantonly oppressing Chinese companies.”
The Chinese embassy told VOA, “The U.S. needs to immediately stop spreading lies and stop enforcing this malicious legislation.”
The newly passed Inflation Reduction Act includes tax credits for manufacturers and consumers to encourage the growth of the U.S. solar industry.
“You're dealing with China. It's not a free market economy. You can never out-subsidize China, so that won't be enough. You also need to stop the bleeding and enforce trade laws.”
Auxin Solar prompted a Commerce Department investigation earlier this year…
…into whether some solar panels coming to the U.S. from four Southeast Asian countries were actually Chinese products attempting to dodge U.S. anti-dumping tariffs. Many U.S. solar projects stopped, fearing retroactive tariffs. In response, Biden announced a two-year tariff freeze on solar components from those countries.
“It was devastating.”
The Commerce Department says its findings will be applied at the end of the two-year period.
The White House aims to triple domestic solar manufacturing by 2024.