ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ​ກາ​ນ​ຮຽກ​ຮ້ອງ​ ເພີ້ມ​ຂຶ້ນ ​ບໍ່ໃຫ້​ເຮືອບິນ ໂບອິ້ງ 737 ແມັກສ໌ 8​ ບິນ ຫຼັງ​ຈາກ​ທີ່​ໄດ້​ຕົກ ໃນເອທິ​ໂອ​ເປຍ


ເຮືອບິນໂດຍສານ ໂບອິ້ງ 737 ແມັກສ໌ 8 ຂອງ​ສາຍ​ການ​ບິນເອທິ​ໂອ​ເປຍ
ເຮືອບິນໂດຍສານ ໂບອິ້ງ 737 ແມັກສ໌ 8 ຂອງ​ສາຍ​ການ​ບິນເອທິ​ໂອ​ເປຍ

ມີ​ກາ​ນ​ຮຽກ​ຮ້ອງ​ເພີ້ມ​ຂຶ້ນ​ໃຫ້ລັດ​ຖະ​ບານ​ຂອງ​ສະ​ຫະ​ລັດ ​ໂຈະ​ການ​ບິນ ​ຂອງເຮືອບິນ
ໂດຍສານ ໂບອິ້ງ 737 ແມັກສ໌ 8 ເປັນ​ການ​ຊົ່ວ​ຄາວ ຫຼັງ​ຈາກ ທີ່​ໄດ້​ມີເຮືອບິນໂດຍສານ
2 ລຳ​ຕົກ​ໃນ​ຮອບ 6 ເດືອນ​ຜ່ານ​ມາ​ນີ້ທີ່​ເຮັດ​ໃຫ້​ຜູ້​ໂດຍ​ສານ​ທັງ​ໝົດ ​ທີ່ໄປ​ເດີນ​ທາງ​
ໄປ​ນຳ​ນັ້ນ ເສຍ​ຊີ​ວິດ, ແຕ່​ຈົນ​ເທົ່າ​ເຖິງ​ປັດ​ຈຸ​ບັນ​ນີ້ ອົງ​ການ​ຄຸ້ມ​ຄອງ​ການ​ບິນ​ພົນ​ລະ​ເຮືອນ
ຂອງ​ສະ​ຫະ​ລັດ ຫຼື FAA ມີພຽງ​ແຕ່​ໄດ້​ສັ່ງ​ການ​ໃຫ້​ບໍ​ລິ​ສັດ​ຜະ​ລິດ​ເຮືອບິນ​ໂດຍ​ສ​ານ​
ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກັນ​ຍົກ​ລະດັບ ​ເຄື່ອງ software ​ຂອງ​ເຮືອ​ບິນໃຫ້​ທັນ​ສະ​ໄໝ​ຂຶ້ນ.
ນັກ​ຂ່າວ​ຂອງວີ​ໂອ​ເອ ປະ​ຈຳທຳ​ນຽບ​ຂາວ Patsy Widakuswara ມີ​ລາຍ​ງານ​ເພີ້ມ​ຕື່ມ
ຊຶ່ງວັນ​ນະ​ສອນ ​ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ພວກ​ຄອບ​ຄົວ​ພໍ່​ແມ່​ຂອງຜູ້ເຄາະ​ຮ້າຍ ຈາກ​ຖ້ຽວ​ບິນ 302 ຂອງສາຍ​ການ​ບິນເອ ​ທິ​ໂອ​ເປຍ ທີ່​ໄດ້​ຕົກ ​ລຸນຫຼັງທີ່​ໄດ້​ບິນ​ຂຶ້ນ​ ບໍ່​ເທົ່າ​ໃດ​ນາ​ທີ ຈາກ​ນະ​ຄອນ​ຫຼວງອາ​ດິ​ສ ອາ​ບາບາ ໃນ​ວັນ​ອາ​ທິດ​ຜ່ານ​ມາ​ນີ້ ຊຶ່ງໄດ້​ເຮັດ​ໃຫ້ 157 ຄົນ ທີ່​ໂດຍ​ສານ​ໄປ​ນຳ​ນັ້ນ ​ເສຍ​ຊີ​ວິດທັງ​ໝົດ​ເລີຍ.

ທຳ​ນຽບ​ຂາວ ກ່າວ​ວ່າ ລັດ​ຖະ​ບານ​ຂອງ​ສະ​ຫະ​ລັດ ແມ່ນຢູ່​ໃນ​ຂັ້ນ​ຕົ້ນ​ຂອງ​ການ​ສືບ​ສວນ​ສອບ​ສວນ.

ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ ທ່ານ​ນາງ ຊາ​ຣາ ຮັກ​ກາ​ບີ ແຊນ​ເດີ​ຣ໌​ສ ກ່າວ​ວ່າ “ມີຊາວ​ອາ​ເມ​ຣິ​ກັນ ຢ່າງ​ນ້ອຍ 8 ຄົນ ຮວມ​ຢູ່​ໃນພວກ​ເຄາະ​ຮ້າຍ​ນັ້ນ. ພວກ​ເຮົາ​ແມ່ນ​ເຮັດ​ວຽກ​ກັບ​ລັດ​ຖະ​ບານເອ​ທິ​ໂອ​ເປຍ ແລະ​ສາຍ​ການ​ບິນ​ເອທິ​ໂອ​ເປຍ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອໃນ​ທຸກໆ​ເລື້ອງ​ ທີ່​ເປັນ​ໄປ​ໄດ້.”

ມີ​ຫຼາຍສິບປະ​ເທດ ໄດ້​ເກືອດ​ຫ້າມ ເຮືອບິນໂດຍສານ ໂບອິ້ງ 737 ແມັກສ໌ 8 ບິນ​ບໍ​ລິ​ການ ຫຼັງ​ຈາກ ທີ່​ໄດ້​ມີເຮືອບິນໂດຍສານ 2 ລຳ ຕົກ​ໃນ​ຮອບ 6 ເດືອນ​ຜ່ານ​ມາ​.

ສາຍ​ການ​ບິນໄລ​ອອນ ໄດ້​ຕົກ​ ໃນ​ອິນ​ໂດ​ເນ​ເຊຍ ໃນ​ວັນ​ທີ 29 ຕຸ​ລາ ຜ່ານ​ມາ​ນີ້ ເຮັດ​ໃຫ້​ຜູ້​ໂດຍ​ສານ​ທັງ​ໝົດ 189 ຄົນ ທີ່​ເດີນ​ທາງ​ໄປ​ນຳ​ນັ້ນ ເສຍ​ຊີ​ວິດ.

ກ​ານ​ສືບ​ສວນ​ທັງ​ຫຼາຍ ຈະ​ມີ​ຂຶ້ນ​ໃນ​ຫຼາຍໆ​ເດືອນ​ຕໍ່​ໜ້າ, ແຕ່​ວ່າ​ມີ​ສັນ​ຍານ​ແຕ່​ຫົວ​ທີ​ ທີ່​ວ່າ ມັນ​ແມ່ນຢູ່​ໃນ​ສະ​ຖາ​ນະ​ການ​ຄ້າຍ​ຄື​ກັນ ໃນ​ການ​ຕົກ​ຂອງ​ສາຍ​ການ​ບິນທັງ​ສອງນີ້.

ນັກ​ຊ່ຽວ​ຊານ​ດ້ານ​ການ​ບິນ ທ່ານ Kaleyseus Bekele ກ່າວ​ວ່າ “ພວກ​ຊ່ຽວ​ຊານ​ດ້ານ​ການ​ບິນ ພາ​ກັນ​ຕັ້ງ​ຄຳ​ຖາມ​ເຖິງ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ເ​ຮືອ​ບິນແມັກສ໌ ນີ້, ໂດຍ​ສະ​ເພາະ​ແມ່ນ​ອຸບ​ປະ​ກອນໃນ​ການ​ຄວບ​ຄຸມ​ການ​ເດີນ​ທາງ. ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ມີ​ຄຳ​ຖາມ ຫຼືສົງ​ໄສ ກ່ຽວ​ກັບ​ດ້ານ​ຮັກ​ສາຄວາມປອດ​ໄພ​ຂອງ​ສາຍ​ການ​ບິນ​ເອ​ທິ​ໂອ​ເປຍ​ເລີຍ.”

ອົງ​ການ​ຄຸ້ມ​ຄອງ​ການ​ບິນ​ພົນ​ລະ​ເຮືອນຂອງ​ສະ​ຫະ​ລັດ ໄດ້​ປະ​ກາດ​ວ່າ ເຮືອບິນ
ໂດຍສານ ໂບອິ້ງ 737 ແມັກສ໌ 8 ນັ້ນ​ ແມ່ນປອດ​ໄພ​ໃນ​ການ​ໂດຍ​ສານ ແລະ​ໄດ້​ລະ​ບຸ​ວ່າ ຕົນໄດ້​ສັ່ງ​ໃຫ້​ບໍ​ລິ​ສັດ​ເຮືອ​ບິນໂບອິ້ງດັ່ງ​ກ່າວຍົກ​ລະ​ດັບ software ​ໃຫ້ທັນ​ສະ​ໄໝ​ກວ່າ​ເກົ່າ ພາຍ​ໃນ​ເດືອນ​ເມ​ສານີ້.

ແຕ່​ວ່າ​ພວກ​ສະ​ມາ​ຊິກ​ສະ​ພາ​ສູງ​ຫຼາຍໆ​ທ່ານ ໄດ້​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ເກືອດ​ຫ້າມ​ເຮືອ​ບິນ​ພວກ​ນີ້, ຊຶ່ງ​ຮວມ​ທັງ ສະ​ມາ​ຊິກ​ສະ​ພາ​ສູງ​ ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ມິ​ຕ ຣອມ​ນີ້.

ທ່ານມິ​ຕ ຣອມ​ນີ້ ກ່າວ​ວ່າ “ນອກ​ເໜືອ​ຈາກຄວາມເປັນ​ຫ່ວງ​ເປັນ​ໃຍ​ດ້ານຄວາມ​ປອດ​ໄພ​ທີ່ຖືກປ່ອຍ​ປະ​ລະ​ເລີຍແລະ​ຄວາມ​ມີ​ສາ​ມັນ​ສຳ​ນຶກແລ້ວ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ດີ​ແລ້ວ ທີ່​ຈະ​ບໍ່ໃ​ຫ້​ເຮືອ​ບິນທີ່​ວ່າ​ນີ້ ບິນ ຈົນ​ກວ່າ​ວ່າ ພວກ​ເຮົາມີ​ຂໍ້​ມູນ​ທີ່​ດີກວ່າ​ນີ້.”

ສະ​ມາ​ຊິກ​ສະ​ພາ​ສູງ​ ຈາກພັກ​ເດ​ໂມ​ແຄ​ຣັດ ທ່ານ​ນາງ Elizabeth Warren ໄດ້​ເອົາ​ບາດ​ກ້າວ​ໄປ​ໄກ​ກວ່າ​ນັ້ນ ໂດຍ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ສືບ​ສວນ​ສອບ​ສວນ ທີ່​ວ່າ ລັດ​ຖະ​ບານ​ຂອງທ່ານ​ທ​ຣຳແມ່ນ​ປົກ​ປ້​ອງສາຍ​ການ​ບິນ​ຂອງ​ອາ​ເມ​ຣິ​ກາ​ທີ່​ເປັນ​ຍັກ​ໃຫຍ່​ນີ້ ຫຼື​ບໍ່?

ໃນ​ຂະ​ນະ​ດຽວ​ກັນ​ນີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຕຳ​ໜິ​ຕິ​ຕຽນ ​ໂດຍ​ຂຽນ​ລົງ​ຜ່ານ​ທາງ​ທວິດ​ເຕີວ່າ ພວກ​ເຮືອ​ບິນເຫຼົ່ານີ້ “ແມ່ນ​ສະ​ລັບ​ສັບ​ຊ້ອນ​ຫຼາຍ​ ເກີນກວ່າ
ທີ່​ຈະ​ບິນ.”

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ບໍ​ລິ​ສັດສາຍການ​ບິນ​ໂບ​ອິ້ງ ໄດ້​ລະ​ບຸ​ວ່າ ຕົນ​ແມ່ນ “ໝັ້ນ​ໃຈ​ຢ່າງ​ເຕັມ​ທີ່ໃນ​ດ້​ານ​ຄວາມ​ປອດ​ໄພ​ຂອງ​ເຮືອບິນໂດຍສານໂບອິ້ງ 737 ແມັກສ໌ 8,” ຊຶ່ງ​ແມ່ນ​ເຮືອ​ບິນ​ແບບ​ໃໝ່ ທີ່​ຂາຍ​ດີ​ທີ່​ສຸດ​ຂອງ​ຕົນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

There are growing calls for the U.S. government to ground the Boeing 737 MAX 8 after two of the jets crashed within six months, killing all on board. Several dozen countries have banned the plane, but so far the U.S. Federal Aviation Administration has only ordered the American jetliner manufacturer to upgrade the planes' software. White House Correspondent Patsy Widakuswara has more.

Families still grieving for victims of Ethiopian Air Flight 302, that plunged minutes after take-off from Addis Ababa on Sunday, killing all 157 people on board.

The White House says the U.S government is on the early stages of investigation.

Sarah Sanders, White House Press Secretary
"At least eight U.S. citizens were among the victims. We are working with the government of Ethiopia and Ethiopian Airlines to offer all possible assistance."

Several dozen countries have banned the Boeing 737 MAX 8, after two of the jets crashed within six months.

A Lion Air plane crashed in Indonesia on October 29th, killing 189 on board.

Investigations will take months, but early indications show similar circumstances between the crashes.

Aviation expert Kaleyseus Bekele.

Kaleyesus Bekele, Aviation expert
"The aviation experts are questioning the reliability of this Max aircraft, particularly on its flight control equipment. They are not questioning or doubting the safety of Ethiopian Airlines."

The Federal Aviation Administration has declared the 737 MAX 8 safe to fly, and said it has ordered Boeing to upgrade the jets' software by April.

But a number of senators have called for U.S. authorities to ban the plane, including Republican Mitt Romney.

Mitt Romney, U.S. Senator
"Out of an abundance of safety concerns and common sense, I think it makes sense to ground the
aircraft until we have better information."

Democratic Senator Elizabeth Warren went a step further in calling on Congress to investigate whether the Trump administration is protecting the American aviation giant.

President Trump, meanwhile, has complained via twitter that planes are becoming "too complex to fly."

In a statement, Boeing said it has "full confidence in the safety of the 737 MAX 8", the newest versions of its best-selling jet.

XS
SM
MD
LG