ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ​ເວົ້າວ່າ ຈະເອົາພວກ ໂຈມຕີ​ ກົງສຸນ ສຫລ ​ໃນເມືອງ Benghazi ມາ​ລົງ​ໂທດ ​


ພາບຂອງແກ້ວແຕກ, ຊາກຫັກພັງ ແລະໂຕະຕັ່ງທີ່ຫງາຍຂຶ້ນ ຢັງຢາຍຢູ່ໃນຫ້ອງນຶ່ງ ຢູ່ໃນ​ສະຖານກົງ​ສຸນສະຫະລັດ​ ທີ່ຖືກທໍາລາຍ ຢູ່​ເມືອງ Benghazi ປະເທດ​ ລີ​ເບຍ​ ພາຍຫລັງ ທີ່ຖືກໂຈມຕີ ທີ່ພາໃຫ້ຊາວອາເມຣິກັນ ສີ່ຄົນເສຍຊີວິດໃນວັນທີ 12 ກັນຍາ 2012.
ພາບຂອງແກ້ວແຕກ, ຊາກຫັກພັງ ແລະໂຕະຕັ່ງທີ່ຫງາຍຂຶ້ນ ຢັງຢາຍຢູ່ໃນຫ້ອງນຶ່ງ ຢູ່ໃນ​ສະຖານກົງ​ສຸນສະຫະລັດ​ ທີ່ຖືກທໍາລາຍ ຢູ່​ເມືອງ Benghazi ປະເທດ​ ລີ​ເບຍ​ ພາຍຫລັງ ທີ່ຖືກໂຈມຕີ ທີ່ພາໃຫ້ຊາວອາເມຣິກັນ ສີ່ຄົນເສຍຊີວິດໃນວັນທີ 12 ກັນຍາ 2012.

ປະທານາທິບໍດີ ດໍ​ໂນ​ລ ທຣໍາ​ເວົ້າວ່າ ກໍາລັງ​ພິ​ເສດ​ຂອງ​ສະຫະລັດ ​ຈັບພວກຫົວຮຸນ
ແຮງ​ຄົນ​ນຶ່ງ ທີ່​ຖືກ​ກ່າວ​ຫາ​ວ່າ ມີ​ສ່ວນ​ກ່ຽວຂ້ອງ​ກັບການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ໃນ​ປີ
2012 ​ໃສ່​ສະຖານກົງ​ສຸນສະຫະລັດ​ຢູ່​ເມືອງ Benghazi ປະເທດ​ລີ​ເບຍ​ນັ້ນ ​ໄດ້​ແລ້ວ.

ທ່ານ ທຣໍາ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ​ຂອງ​ທໍານຽບຂາວວ່າ "ຄວາມ​ຊົງ​ຈໍາ​
ຂອງ​ພວກ​ເຮົາ​ແມ່ນ​ເລິກ​ເຊິ່ງ ​ແລະ​ເອື້ອມມື​ຂອງ​ພວກ​ເຮົາ​ແມ່ນ​ຍາວ ​ແລະ​ພວກ​ເຮົາ​ຈະ​
ບໍ່ລົດ​ລະ ຄວາມ​ພະຍາຍາມ​ຂອງ​ຕົນ ​ໃນ​ການ​ຊອກ​ຫາ ​ແລະ​ນໍາ​ເອົາພວກກໍ່ກໍາ​ທໍາ​ເຂັນ
ຢູ່​ໃນ​ການ​ໂຈມ​ຕີ​ທີ່​ໂຫດຮ້າຍ​ທີ່​ສຸດ​ໃນເມືອງ Benghazi ນັ້ນມາ​ລົງ​ໂທດ​ໃຫ້​ໄດ້."

ທ່ານ ທຣໍາ ຍັງ​ກ່າວ​ອີກ​ວ່າ ທ່ານ​ໄດ້ສັ່ງ​ໃຫ້​ມີ​ການ​ປະຕິບັດ​ງານ ​ທີ່​ພາ​ໃຫ້​ມີ​ການ​ຈັບ​ກຸມ
​ທ້າວ Mustafa al-Imam ຢູ່​ໃນ​ເມືອງ Misrata, ຊຶ່ງ​ຕັ້ງຢູ່​ຊາຍ​ຝັ່ງ​ທະ​ເລ​ໃນ​ເຂດ​ພາກ​
ເໜືອຂອງ​ລີ​ເບຍ​ນັ້ນ​ໄດ້.

ຍັງບໍ່ມີລາຍ​ລະອຽດກ່ຽວກັບ​ການ​ປະຕິບັດ​ງານ​ດັ່ງກ່າວເທື່ອ. ທ້າວ Al-Imam ດຽວນີ້​
ແມ່ນ​ຢູ່​ໃນ​ການ​ຄຸມ​ຂັງ​ຂອງ​ສະຫະລັດ ​ແລະ​ກໍາລັງ​ມຸ້ງໜ້າມາ​ຍັງ​ສະຫະລັດ ​ຊຶ່ງມີທ່າ
ທາງວ່າ ຈະ​ຖືກ ດໍາ​ເນີນ​ຄະດີ.

ທ່ານ ປະທານາທິບໍດີ​ເວົ້າອີກວ່າ "​ສະຫະລັດຈະ​ສືບຕໍ່​ໃຫ້ການ​ສະໜັບສະໜຸນ​ແກ່
​ເພື່ອນ​ຮ່ວມ​ງານ​ຊາວ​ລີ​ເບຍ​ຂອງ​ພວກ​ເຮົາ ​ເພື່ອ​ຮັບປະກັນ​ວ່າ ກຸ່ມ ISIS ​ແລະ​ກຸ່ມ​ກໍ່
ການ​ຮ້າຍ​ອື່ນໆ ບໍ່ສາມາດ​ໃຊ້​ລີ​ເບຍເປັນ​ບ່ອນຫລົບລີ້ ​ເພື່ອ​ທໍາ​ການ​ໂຈມ​ຕີ​ຄົນ​ສັນ
ຊາດສະຫະລັດ ຫລືຜົນ​ປະໂຫຍ​ດຂອງສະຫະລັດ, ຂອງ​ລີ​ເບຍ ​ແລະ​ປະເທດ​ອື່ນໆ ​ໄດ້."

​ໃນ​ການ​ໂຈມ​ຕີ​ທີ່​ເກີດ​ຂຶ້ນ​ໃນວັນ​ທີ 11 ກັນຍາ ປີ 2012 ຢູ່​ສະຖານ​ທີ່​ທາງການທູດ​ຂອງ​
ສະຫະ​ລັດ ຢູ່​ເມືອງ Benghazi ​ໂດຍ​ພວກກະບົດອິສລາມນັ້ນ ​ໄດ້​ເຮັດ​ໃຫ້​ເອກ​ອັກ
ຄະ​ລັດຖະທູດ Christopher Stevens ຂອງ​ສະຫະລັດ ​ແລະ​ຊາວ​ອາ​ເມຣິກັນ​ຄົນ​ອື່ນ
ອີກ ສາມ​ຄົນ​ເສຍ​ຊີວິດ.

ກະຊວງ​ການ​ຕ່າງປະ​ເທດ​ທີ່ຢູ່​ພາຍ​ໃຕ້​ລັດ​ຖະບານຂອງ​ທ່ານ ໂອ​ບາ​ມາ ທໍາ​ອິດ​ໄດ້​ຖິ້ມ​
ໂທດໃນການ​ທໍາ​ການ​ໂຈມ​ຕີ​ດັ່ງກ່າວ ໃສ່ພວກ​ປະ​ທ້ວງທີ່​ເກີດ​ມາ​ຈາກການເຜີຍແຜ່
ວີ​ດິ​ໂອສະ​ແດງ​ໃຫ້​ເຫັນການ​ຕໍ່ຕ້ານພວກ​ອິສລາມ ​ແຕ່​ວ່າ ​ໃນ​ເວລາ​ຕໍ່ມາ​ເວົ້າວ່າ ​ມັນ
​ເປັນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່ການ​ຮ້າຍ ທີ່​ມີ​ການວາງ​ແຜນ​.

ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ພາ​ໃຫ້​ມີກາ​ນ​ສືບສວນ​ຂອງ​ລັດຖະສະພາ ​ເປັນ​ເວລາ​ຍາວ​ນານ ​ແລະ​ມີ​ການ​ຮັບ​ຟັງ​ຄຳໃຫ້ການ​ຫລາຍໆຄັ້ງ ​ເພື່ອ​ຈະ​ຕັດສິນ​ໄດ້​ວ່າອະດີດລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ແລະ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ສະຫະລັດ​ຄົນ​ອື່ນໆ ບໍ່​ເອົາ​ໃຈ​ໃສ່ຕໍ່ຄໍາ​ເຕືອນ​ໃຫ້​ເພີ້ມການ​ຮັກສາ​ຄວາມ​ສະຫງົບ​ຢູ່​ໃນ​ສະຖານກົງສຸນ​ແຫ່ງ​ນັ້ນ ຍ້ອນ​ຢ້ານວ່າ ​ອາດ​ມີ​ການກໍ່ຄວາມ​ຮຸນ​ແຮ​ງຂຶ້ນນັ້ນ ຫລືບໍ່.

​ເຖິງ​ແມ່ນ​ວ່າ​ມີ​ການຮັບ​ຟັງ​ຄຳໃຫ້ການຫລາຍໆຄັ້ງ ​ແລະ​ການ​ສືບສວນ​ທີ່​ນໍາພາ​ໂດຍ​ພັກ​ຣີພັບ​ບິ​ກກັນກໍ​ຕາມ ​ແຕ່​ກໍ​ບໍ່ມີ​ຫລັກ​ຖານ​ພິສູດ​ໃຫ້​ເຫັນ​ວ່າ ທ່ານ​ນາງ​ຄລິນ​ຕັນ ຫລື ກະຊວງ​ການ​ຕ່າງປະ​ເທດ ກະທໍາ​ຜິດ​ແຕ່​ຢ່າງ​ໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

U.S. Benghazi
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG