ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເລີ້ມຖອນທະຫານ ອອກຈາກ ຊີເຣຍ


ທະຫານ ສຫລ ເຕົ້າໂຮມກັນ ເພື່ອປະຊຸມ ສຳລັບການຝຶກຊ້ອມ ຂອງກອງກຳລັງປະສົມລາດຕະເວນ ໃນເມືອງ ມານບິຈ ປະເທດ ຊີເຣຍ
ທະຫານ ສຫລ ເຕົ້າໂຮມກັນ ເພື່ອປະຊຸມ ສຳລັບການຝຶກຊ້ອມ ຂອງກອງກຳລັງປະສົມລາດຕະເວນ ໃນເມືອງ ມານບິຈ ປະເທດ ຊີເຣຍ

ແຜນການຖອນທະຫານອອກຈາກຊີເຣຍ ຂອງ ປະທານາ ທິບໍດີ ທຣຳ ແມ່ນພວມດຳ
ເນີນໄປຢູ່ໂດຍທີ່ທຳນຽບຫ້າແຈເວົ້າເນັ້ນວ່າ ອຸບປະກອນຕ່າງໆ ໄດ້ຖືກນຳອອກໄປ
ຈາກສະໜາມລົບແລ້ວ ແຕ່ໃນ ປັດຈຸບັນ ພວກທະຫານແມ່ນຍັງຢູ່ຕໍ່. ດັ່ງທີ່ນັກຂ່າວປະ
ຈຳທຳນຽບຂາວ ແພັດຊີ ວີດາກຸດຊາວາຣາ ລາຍງານມານັ້ນກໍແມ່ນວ່າ ປະທານາທິບໍດີ ທຣຳເຫັນວ່າ ມີຄວາມຫຍຸ້ງຍາກ ໃນການທີ່ຈະບັນລຸຄຳປະຕິຍານຂອງ ເພິ່ນ ໃນການ
ຕັດ ການຊ່ອຍເຫຼືອຕ່າງປະເທດ ທາງທະຫານລົງ ດັ່ງ ສາລີ ຈະສະເໜີລາຍລະອຽດ
ໃນອັນດັບຕໍ່ໄປ.

ລິງໂດຍກົງ

ທະຫານອາເມຣິກັນ ແມ່ນໄປມີໜ້າຢູ່ໃນ 150 ປະເທດ ສູ້ລົບໃນ​ສົງ​ຄາມ ຢູ່ເຈັດປະ
ເທດ ລວມທັງຊີເຣຍນຳ.

ເວລາປະທານາທິບໍດີ ດໍໂນລ ທຣຳ ໄດ້ເຂົ້າມາກຳຕຳແໜ່ງໃນທຳນຽບ ຂາວ ເພິ່ນໄດ້
ວາງນະໂຍບາຍທາງທະຫານໄວ້ ວ່າຈະຫຼີກເວັ້ນ ການ ເຂົ້າໄປຫຍຸ້ງກ່ຽວໃນຕ່າງປະ
ເທດເລື້ອງການທະຫານ ໂດຍຈະຢຸດເຊົາ ອັນທີ່ທ່ານເອີ້ນວ່າ “ສົງຄາມອັນບໍ່ສິ້ນສຸດ
ເປັນຈັກເທື່ອ.” ປະທານາທິ ບໍດີ ທຣຳ ກ່າວວ່າ “ເພື່ອນຮ່ວມຊາດທັງຫຼາຍ ວົງວຽນ
ການແຊກແຊງ ອັນທຳລາຍລ້າງ ຜານແລະສ້າງຄວາມໂກລະຫົນນີ້ຕ້ອງໄດ້ຢຸດເຊົາລົງ
ໃນ​ທີ່​ສຸດ.”

ເຖິງແມ່ນປະທານາທິບໍດີທຣຳ ໄດ້ປະຕິຍານວ່າ ຈະໃຫ້ມີການຫຍຸ້ງ ກ່ຽວທາງທະຫານ
ໜ້ອຍລົງກໍຕາມ ແຕ່ທ່ານກໍບໍ່ໄດ້ຕັດລາຍຈ່າຍດ້ານ ການປ້ອງກັນລົງເລີຍ. ສະຫະລັດ
ຍັງສືບ​ຕໍ່ ເປັນປະເທດທີ່​ມີ​ການ​ໃຊ້ ຈ່າຍທາງ​ທະ​ຫານ​ຫຼາຍທີ່ສຸດໃນໂລກ ຊຶ່ງ​ປະ​ກອບ
ເປັນ 35 ເປີເຊັນ ຂອງການໃຊ້ຈ່າຍທັງໝົດຂອງໂລກ. ທ່ານນັນຕຽນ ໄດ້ເວົ້າມາຈາກ ສະຖາບັນສັນຕິພາບນາໆຊາດ ຈາກວິທະຍຸສຕັອກໂຮມວ່າ“ລາຍຈ່າຍທາງທະຫານ
ຂອງສະຫະລັດ ຍັງຄົງທີ່ເປັນກະຕິຕາມເດີມ ເປັນປີທີສອງລຽນຕິດ.”

ຄຳປະກາດການຖອນທະຫານຂອງທ່ານປະທານາທິບໍດີ ອອກ​ຈາກຊີ​ເຣຍ ໄດ້ຖືກຕ້ອງ
ຕິວ່​າ ຟ້າວຟັ່ງ ແລະບໍ່ມີແຜນ ແຕ່ວິໄສທັດອັນ ກວ້າງໆຂອງເພິ່ນ ໃນການຈຳກັດພາລະ
ກິດທາງທະຫານ ໃນຕ່າງ ປະເທດ ແມ່ນໄດ້ຮັບການສະໜັບສະໜູນ ຈາກຝ່າຍຊ້າຍບາງ
ຄົນ ລວມທັງທ່ານນາງ Elizabeth Warren ຜູ້​ທີ່ຈະສະໝັກ ເປັນປະທານາທິບໍດີສັງກັດ ຈາກພັກເດໂມແຄຣັດນັ້ນນຳ.

ສ່ວນບາງຄົນ ກໍຍັງເວົ້າວ່າ ປະລັດຊະຍາຂອງປະທານາທິບໍດີ ທຣຳ ແມ່ນໄດ້ສະທ້ອນມາ
ຈາກ ວິທີຂອງອະດີດປະທານາທິບໍດີ ໂອບາມາ ຊຶ່ງທ່ານແອເຣິນ ເດ​ວິດ ມິນເລີເວົ້າມາ
ຈາກສູນກາງວິນຊັນ ທາງວິທະ ຍຸວ່າ:“ລັດຖະບານຂອງທ່ານທຣຳ ບໍ່ສະແຫວງຫາການ
ຂັດແຍ້ງກັນອັນໃໝ່ ຫຼືສົງຄາມໃໝ່ ຊຶ່ງແມ່ນເລື້ອງອື່ນ ທີ່ສ້າງ​ຄວາ​ມ​ປຸ້ມ​ລຸມ ​ໃຫ້ພວກເຂົາ
ເຈົ້າທັງໝົດ. ບໍ່ແມ່ນພຽງແຕ່ວ່າພວກເຮົາບໍ່ຢາກມີສົງຄາມໃໝ່ເທົ່ານັ້ນ ແຕ່ພວກເຮົາກໍຍັງ
ຢາກໜີຜ່າຍອອກຈາກສົງຄາມເກົ່ານຳ.”

ແຕ່ວ່າບາງເທື່ອການໜີອອກໄປ ກໍອາດນຳໄປສູ່ບັນຫາໃໝ່ຫຼາຍຂຶ້ນ ຕື່ມ. ພວກນັກການ
ເມືອງອາເມຣິກັນຍັງພາກັນຕິດພັນຢູ່ກັບບົດຮຽນ ຫຼາຍຢ່າງຈາກການເຂົ້າໄປຫຍຸ້ງກ່ຽວ
ຂອງສະຫະລັດ ໃນອັຟການິສ ຖານ ບ່ອນທີ່ພວກທະຫານອາເມຣິກັນໄດ້ສູ້ລົບມາ ຕັ້ງແຕ່
ປີ 2001 ອັນເປັນສົງຄາມທີ່ຍາວນານທີ່ສຸດ ໃນປະຫວັດສາດຂອງສະຫະລັດ.

ໃນຊີເຣຍ ສົງຄາມ ຍິ່ງເປັນເລື້ອງສະຫລັບສັບຊ້ອນ ຫຼາຍກວ່າ ຊຶ່ງ ຝ່າຍກົງກັນຂ້າມ ອັນມີລວມທັງພວກລັດອິລາມອີຮ່ານ ແລະຣັດເຊຍນຳ ດ່ັງທີ່ ເຊດ ໂຈນສ໌ໄດ້ເວົ້າຢູ່ໃນ
ວິທະຍຸ ຂອງສູນກາງເພື່ອຍຸທະ ສາດ ແລະ​ການສຶກ​ສານາໆຊາດວ່າ “ການອອກໄປບໍ່
ແມ່ນທາງເລືອກທີ່ດີ ເພາະມັນໝາຍຄວາມວ່າ ຍອມ ປະຖິ້ມທຸກສິ່ງທຸກຢ່າງໃຫ້ແກ່ພວກ
ອື່ນໆທັງໝົດ.

ເຖິງແມ່ນວ່າ ສະຫະລັດ ຈະໄດ້ເລີ້ມຖອນອຸບປະກອນ ອອກໄປຈາກ ສະໜາມລົບແລ້ວ
ກໍຕາມ ແຕ່ພວກນັກວິເຄາະທັງຫຼາຍ ກໍຍັງໄດ້ຊຸກຍູ້ ໃຫ້ມີການປະສານງານກັນ ໄປສູ່ວິທີ
ຊອກຫາການແກ້ໄຂບັນຫາທາງ ດ້ານການເມືອງຢູ່. ທ່ານ ໂຈນສ໌ ເວົ້າຕື່ມວ່າ“ສະຫະລັດ
ຈຳເປັນຈະຕ້ອງໄດ້ຈັດຕັ້ງຄືນໃໝ່ທ່າທີຍຸດ​ທະ​ສາດຂອງຕົນ ແລະຈະຕ້ອງເຮັດໃຫ້ເປັນທີ່
ແຈ້ງຂາວ ທັງຈະຕ້ອງໄດ້ເຈລະຈາກັນກ່ອນ ກ່ອນຈະປະກາດໃຫ້ມະຫາຊົນຊາບ.”

ໃນສັບປະດານີ້ ທ່ານ ໄມຄ໌ ພອມພຽວ ລັດຖະມົນຕີກະຊວງຕ່າງປະ ເທດ ທີ່ໄດ້ໄປຢ້ຽມ
ຢາມພາກຕາເວັນອອກກາງເກົ້າປະເທດ ແມ່ນເພື່ອ ໄປສ້າງຄວາມໝັ້ນໃຈວ່າ ໃຫ້​ພວກ
​ພັນ​ທະ​ມິດ ບໍ່ໃຫ້ພວກເຂົາເຈົ້າເປັນ ຫ່ວງ ເລື້ອງການປ່ຽນແປງທ່າທີຂອງ ສະຫະລັດ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG