ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຫ້າມບໍ່ໃຫ້ 66 ບໍລິສັດ ຂອງຈີນ ນຳເອົາໜ້າກາກການແພດ ເຂົ້າມາຂາຍໃນປະເທດ


ຜະລິດຕະພັນໜ້າກາກ ທີ່ເຮັດຢູ່ນະຄອນຊຽງໄຮ້ ປະເທດຈີນ.
ຜະລິດຕະພັນໜ້າກາກ ທີ່ເຮັດຢູ່ນະຄອນຊຽງໄຮ້ ປະເທດຈີນ.

ລັດຖະບານປະທານາທິບໍດີດໍໂນລ ທຣໍາ ໄດ້ຫ້າມບໍ່ໃຫ້ 66 ບໍລິສັດຂອງຈີນນໍາ ເອົາໜ້າ
ກາກການແພດເຂົ້າມາຂາຍຢູ່ໃນສະຫະລັດ ເພາະບັນດາຜູ້ຊ່ຽຊານກ່າວວ່າ ມີຄຸນນະ
ພາບຕໍ່າ.

ໜ້າກາກ N95 ແມ່ນມີຄວາມຕ້ອງການເປັນຢ່າງສູງໂດຍພວກນາຍໝໍ ນາງພະຍາບານ
ແລະໂຮງໝໍຕ່າງໆ ເພາະວ່າມີປະສິດທິຜົນສູງກວ່າໜ້າກາກຜ່າຕັດທຳມະດາ ຫຼືແນວ
ທີ່ເປັນຜ້າ. ໜ້າກາກເຫລົ່ານີ້ຈະຕ້ອງປ້ອງກັນ 95 ເປີເຊັນ ຂອງ ເມັດຝຸ່ນຂະໜາດ 1
ສ່ວນລ້ານຂອງແມັດ ຮວມທັງໄວຣັສໂຄໂຣນາ ຢູ່ໃນຫ້ອງ ທົດລອງ.

ອົງການອາຫານ ແລະຢາ ຫຼື FDA ຂອງສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ໜ້າ
ກາກ KN95 ທີ່ຜະລິດໂດຍຈີນ ກັ່ນຕອງໄດ້ພຽງແຕ່ 24 ເປີເຊັນຂອງ ເມັດຝຸ່ນໃນແຕ່
ລະເທື່ອ ໂດຍສະກັດກັ້ນໄດ້ພຽງ 1 ເປີເຊັນ.

ອົງການ FDA ກ່າວວ່າ ການຫ້າມດັ່ງກ່າວ ເຮັດໃຫ້ຈໍານວນບັນດາບໍລິສັດຈີນ ທີ່ໄດ້ຮັບ
ອະນຸຍາດໃຫ້ນຳເອົາໜ້າກາກເຂົ້າມາຂາຍໃຫ້ພະນັກງານການແພດອາ ເມຣິກັນ ຫລຸດ
ລົງຈາກ 80 ບໍລິສັດ ມາເປັນ 14 ບໍລິສັດ.

ອົງການຄຸ້ມຄອງກົດລະບຽບສະຫະລັດ ໄດ້ເລີ້ມຊື້ໜ້າກາກ N95 ຈາກຈີນເມື່ອ ເດືອນ
ແລ້ວນີ້ ເພາະວ່າມີການຂາດແຄນຢູ່ໃນສະຫະລັດ.

ໃນວັນພະຫັດວານນີ້ເຊັ່ນກັນ ອົງການ FDA ໄດ້ສົ່ງໜັງສືເຕືອນ 42 ສະບັບ ໄປຫາບັນ
ດາບໍລິສັດຕ່າງໆທີ່ຖືກກ່າວຫາວ່າຕົວະຕົ້ມຂາຍໜ້າກາກປອມແລະ ແມ່ນກະທັງການປິ່ນ
ປົວໂຄວິດ-19 ທີ່ອັນຕະລາຍນັ້ນ.

ອົງການ FDA ກ່າວວ່າ ການປະຕິບັດງານແບບເລັ່ງລັດ ໄດ້ພົບເຫັນຢາປິ່ນປົວ ໄວຣັສ
ໂຄໂຣນາປອມ ເຄື່ອງກວດຕ່າງໆ ແລະອຸບປະກອນປ້ອງກັນ ຫຼາຍຮ້ອຍ ຊຸດ.

ລາຍງານກ່າວວ່າ ສານລັດຖະບານກາງໄດ້ອອກຄຳສັ່ງ ໃຫ້ຢຸດຜູ້ຂາຍຄົນນຶ່ງທີ່ ບໍ່ຫົວຊາ
ກັບການເຕືອນຂອງອົງການ FDA ຕໍ່ການຂາຍພະລິດຕະພັນທີ່ຮ້ອງວ່າ Miracle Mineral Solution ຊຶ່ງອົງການ FDA ກ່າວວ່າ ບໍ່ມີຫຍັງດີໄປກວ່າ ນ້ຳຢາ ທີ່ຄ້າຍຄືກັນກັບນ້ຳລ້າງ
ອຸດສາຫະກໍາ.

ເຈົ້າໜ້າທີ່ຄົນນຶ່ງຂອງອົງການ FDA ທ່ານນາງຈູດີ ແມັກມີກິນ ກ່າວວ່າ “ຊາວອາເມຣິກັນ
ສາມາດໄວ້ວາງໃຈໄດ້ວ່າ ພວກເຮົາມີປະສົບການກ່ຽວກັບເລື້ອງການ ສືບສວນ ກວດສອບ
ແລະທົບທວນຜະລິດຕະພັນການແພດ ທັງສອງຢູ່ທີ່ ຊາຍ ແດນ ແລະການຄ້າໃນປະເທດ.
ພວກເຮົາເອົາຄວາມຮັບຜິດຊອບ ຢ່າງເຄັ່ງຄັດ ເພື່ອພິຈາລະນາວ່າ ຜະລິດຕະພັນການ
ແພດທີ່ເຂົ້າມາໃນປະເທດຂອງພວກເຮົາ ບໍ່ຕົວະຕົ້ມ ປອມແປງ ຫຼຶບໍ່ຖືກຕ້ອງຕາມກົດໝາຍ
ແລະເອົາບາດກ້າວໃນເວລາ ໃດທີ່ຈຳເປັນ.

The Trump administration has barred 66 Chinese companies from selling medical face masks to the United States because of what experts say is poor quality.

N95 masks are highly desired by doctors, nurses and hospitals because they are far more effective than the regular surgical masks or cloth ones. They must block out 95 percent of microns including the coronavirus in laboratory tests.

The Food and Drug Administration said Thursday the Chinese-manufactured masks called KN95 filtered out as little as 24% of the particles with one shipment of masks blocking just 1%.

The FDA said the ban slashes the number of Chinese companies authorized to provide masks to American medical workers from 80 to 14.

U.S. regulators started buying N95 masks from China last month because of a shortage in the U.S.

Also Thursday, the FDA said it has sent 42 warning letters to companies allegedly selling phony and even dangerous COVID-19 treatments.

The FDA said Operation Quack Hack has uncovered hundreds of fake coronavirus drugs, testing kits and protection equipment.

It said a federal court stepped in to stop one seller who ignored FDA warnings against selling a product called Miracle Mineral Solution, which the FDA said was nothing more than a solution similar to industrial-strength bleach.

“Americans can rest assured that we’re leveraging our experience investigating, examining and reviewing medical products, both at the border and within domestic commerce,” FDA associate commissioner Judy McMeekin said. “We take seriously our responsibility to determine whether the medical products coming into our country are fraudulent, counterfeit or illegitimate, and take action as needed.”

XS
SM
MD
LG