ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະຫະລັດ ຖອນຕົວອອກຈາກ ຂໍ້ຕົກລົງ ການຍົກຍ້າຍ ຖິ່ນຖານ ອົງການສະຫະປະຊາຊາດ


ທ່ານນາງ ນິກກີ ເຮລີ ທູດ ສະຫະລັດ ປະຈຳອົງການສະຫະ
ປະຊາຊາດ ກ່າວໃນລະຫວ່າງກອງປະຊຸມສະພາຄວາມໝັ້ນຄົງ ກ່ຽວກັບ ສະຖານະການໃນ ເກົາຫຼີເໜືອ ທີ່ສຳນັກງານໃຫຽ່
ອົງການສະຫະປະຊາຊາດ, 29 ພະຈິກ, 2017.
ທ່ານນາງ ນິກກີ ເຮລີ ທູດ ສະຫະລັດ ປະຈຳອົງການສະຫະ ປະຊາຊາດ ກ່າວໃນລະຫວ່າງກອງປະຊຸມສະພາຄວາມໝັ້ນຄົງ ກ່ຽວກັບ ສະຖານະການໃນ ເກົາຫຼີເໜືອ ທີ່ສຳນັກງານໃຫຽ່ ອົງການສະຫະປະຊາຊາດ, 29 ພະຈິກ, 2017.

ສະຫະລັດ ໄດ້ແຈ້ງໃຫ້ອົງການສະຫະປະຊາຊາດຮັບຊາບວ່າ ເຂົາເຈົ້າຈະບໍ່ເຂົ້າຮ່ວມ
ໃນຂໍ້ຕົກລົງທົ່ວໂລກ ກ່ຽວກັບ ການຍົກຍ້າຍຖິ່ນຖານຂອງອົງການສະຫະປະຊາຊາດ
ອີກຕໍ່ໄປ.

ໃນປີ 2016, ບັນດາສະມາຊິກຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ 193
ປະເທດ ໄດ້ຮັບຮອງເອົາຖະແຫຼງການທາງການ ເມືອງທີ່ບໍ່ມີຂໍ້ຜູກມັດຢ່າງເປັນເອກະ
ສັນ, ຖະແຫຼງການ ນິວຢອກ ເພື່ອອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ານຖານ, ທີ່ຮຽກຮ້ອງ
ໃຫ້ສົ່ງເສີມສິດທິຂອງອົບພະຍົບ, ຊ່ວຍເຫຼືອເຂົາເຈົ້າຕັ້ງຖິ່ນຖານ ແລະ ຮັບປະກັນວ່າ
ເຂົ້າເຈົ້າສາມາດເຂົ້າເຖິງການສຶກສາ ແລະ ມີວຽກເຮັດງານທຳ.

ຄະນະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ໄດ້ກ່າວໃນຖະແຫຼງການສະ
ບັບນຶ່ງໃນວັນເສົາວານນີ້ວ່າ ຖະແຫຼງການດັ່ງກ່າວ “ມີຂໍ້ກຳນົດຈຳນວນຫຼາຍ ທີ່ບໍ່ສອດ
ຄ່ອງກັບນະໂຍບາຍຄົນເຂົ້າເມືອງ ແລະ ອົບພະຍົບຂອງ ສະຫະລັດ ແລະ ກົດເກນ
ຄົນເຂົ້າເມືອງຂອງລັດຖະບານທ່ານ ທຣຳ.

ການປະກາດ ກ່ຽວກັບ ການຖອນຕົວອອກຈາກຂໍ້ຕົກລົງຂອງ ສະຫະລັດ ໄດ້ມີຂຶ້ນ
ພຽງບໍ່ເທົ່າໃດຊົ່ວເມືອງ ກ່ອນການເປີດກອງປະຊຸມທົ່ວໂລກ ກ່ຽວກັບ ການຍົກຍ້າຍ
ຖິ່ນຖານ ເຊິ່ງມີກຳນົດຈະເລີ່ມຂຶ້ນໃນເມືອງ ເປີໂຕ ບາຢາຕ້າ, ປະເທດ ເມັກຊິໂກ
ໃນວັນຈັນມື້ອື່ນນີ້. ເປົ້າໝາຍຂອງກອງປະຊຸມ ແມ່ນເພື່ອເຈລະຈາ ກ່ຽວກັບ ແຜນຍຸດ
ທະສາດມະນຸດສະທຳ ສຳລັບການຮັບມືກັບປະຊາຊົນຫຼາຍກວ່າ 60 ລ້ານຄົນທົ່ວໂລກ
ຜູ້ທີ່ບໍ່ມີທີ່ຢູ່ອາໄສຢ່າງຖືກບັງຄັບ ສຳລັບເຫດຜົນນາໆປະການ.

ວາລະສານນະໂຍບາຍການຕ່າງປະເທດໄດ້ກ່າວວ່າ ການຕັດສິນໃຈຂອງທ່ານປະທາ
ນາທິບໍດີ ທີ່ຈະຖອນຕົວອອກຈາກການເຈລະຈາ “ໄດ້ເນັ້ນເຖິງອິດທິພົນທີ່ມີຢູ່ຂອງ
ທ່ານ ສເຕເຟັນ ມິລເລີ ອາຍຸ 32 ປີ, ຜູ້ຊີ້ນຳນະໂຍບາຍທຳນຽບຂາວ ຜູ້ທີ່ໄດ້ສະໜັບ
ສະໜູນຄວາມພະຍາຍາມຂອງລັດຖະບານທ່ານ ທຣຳ ເພື່ອຍັບຢັ້ງ “ການອົບພະຍົບ
ເຂົ້າ” ສະຫະລັດ ຢ່າງເຄັ່ງຄັດ.

ວາລະສານໄດ້ກ່າວວ່າ ທີ່ປຶກສາຂອງທຳນຽບຂາວ ທ່ານ ຈອນ ແຄລລີ ແລະ ລັດຖະ
ມົນຕີຍຸຕິທຳ ທ່ານ ເຈັຟ ເຊັສເຊິນສ໌ ກໍ “ໄດ້ສະໜັບສະໜູນການຖອນຕົວຢ່າງແຮງ
ກ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG