ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ແລະອອສເຕຣເລຍ ລົງນາມ ໃນຂໍ້ຕົກລົງ ຂັ້ນ​ສຸດ​ທ້າຍ ​ເພີ້ມການມີໜ້າ ຂອງທະຫານ ສ​ຫລ (ວີດີໂອ)


ລັດຖະມົນຕີຕ່າງອອສເຕຣເລຍ Julie Bishop,(ຄົນທີສາມຈາກຊ້າຍ) ທ່ານ David Johnston ລັດຖະມົນຕີປ້ອງກັນປະເທດ ( ທີສອງຈາກຊ້າຍ), ພົບປະກັບ
ທ່ານ John Kerry, ທີສອງຈາກຂວາ, ແລະທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ (ຂວາ)
ທີ່ກອງປະຊຸມປະຈຳປີ ທີ່ນະຄອນຊິດນີ ວັນທີ 12 ສິງຫາ 2014
ລັດຖະມົນຕີຕ່າງອອສເຕຣເລຍ Julie Bishop,(ຄົນທີສາມຈາກຊ້າຍ) ທ່ານ David Johnston ລັດຖະມົນຕີປ້ອງກັນປະເທດ ( ທີສອງຈາກຊ້າຍ), ພົບປະກັບ ທ່ານ John Kerry, ທີສອງຈາກຂວາ, ແລະທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ (ຂວາ) ທີ່ກອງປະຊຸມປະຈຳປີ ທີ່ນະຄອນຊິດນີ ວັນທີ 12 ສິງຫາ 2014

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະຫະລັດ​ແລະ​ອອສ​ເຕຣ​ເລຍ ​ໄດ້
​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະບັບ​ນຶ່ງ ​ເພື່ອ​ຂະຫຍາຍ​ການ​ມີໜ້າ​ຂອງ
ກອງທັບ​ອາກາດ​ແລະ​ກອງທັບ​ເຮືອ​ຂອງສະຫະລັດ ຢູ່ໃນ​ພາກ​
ເໜືອ​ຂອງ​ອອສ​ເຕຣ​ເລຍ.

ຂໍ້ຕົກລົງດັ່ງກ່າວໄດ້​ມີ​ການ​ລົງນາມກັນໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ລະ
ຫວ່າງ ​ການ​ຢ້ຽມຢາມ​ນະຄອນ​ຊິດ​ນີ ຂອງ​ທ່ານ John Kerry
ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ​ທ່ານ Chuck Hagel ຫົວ
ໜ້າ​ທຳນຽບຫ້າ​ແຈ ຂອງ​ສະຫະລັດ.

ມັນ​ເປັນຂັ້ນສຸດ​ທ້າຍ ຂອງ​ຂໍ້​ຕົກ​ລົງ ສະບັບ​ ​ປີ 2011 ທີ່​ເຫັນ​ວ່າ​ເປັນ​ພາກສ່ວນ​ສຳຄັນ​
ຂອງ​ການ​ສ້າງ​ຄວາມ​ສົມ​ດຸນ​ຂອງ​ສະຫະລັດ​ຄືນ ​ຕໍ່​ເອ​ເຊຍ ຊຶ່ງ​ຈະ​ສົ່ງ​ທະຫານ​ນາວິກ​ກະ​ໂຍທິນ 2500 ຄົນໄປ​ມີໜ້າ​ ຢູ່​ເມືອງ Darwin ພາຍ​ໃນ​ປີ 2017.

ທ່ານ John Kerry ທີ່​ໄດ້​ຍ້ອງຍໍ​ອອສ​ເຕຣ​ເລຍ ວ່າ​ເປັນ “ພາຄີທີ່​ສຳ ຄັນ” ນັ້ນ ກ່າວ​ວ່າ
ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ແກ້​ໄຂ​ເລື້ອງ​ຕ່າງໆ​ດ້ານຄວາມ ​ປອດ​ໄພ​ໃນ​ຂົງ​ເຂດ ​ຊຶ່ງມີຄວາມ​ສຳ
ຄັນ​ຕໍ່ທັງ​ສອງ​ຝ່າຍ.

ທ່ານ Kerry ກ່າວ​ວ່າ “ພວກ​ເຮົາປະ​ເຊີນ​ໜ້າ​ ກັບ​ບັນຫາທ້າ​ທາຍ​ໃໝ່ຕ່າງໆ ເລື້ອງ​ບັນຫາ​ທະ​ເລ​ຈີນ​ໃຕ້ ຄວາມ​ບໍ່​ແນ່​ນອນໃນ​ທະ​ເລ​ຍີ່ປຸ່ນ ​ແລະ​ໃນ​ແຫ່ງ​ອື່ນໆ ​ເຊັ່ນ​ເກົາຫຼີ​ເໜືອ ​ແລະ​ແນ່ນອນ​ເລື້ອງ​ພວກ​ນັກ​ຕໍ່ສູ້​ຕ່າງປະ​ເທດ ທີ່​ໄປ​ທຳ​ການ​ຕໍ່ສູ້​ໃນ​ຫຼາຍ​ພາກສ່ວນ​ຂອງ​ໂລກ ​ແລະ​ຮຽນ​ຮູ້​ກ່ຽວ​ກັບ​ສົງຄາມ​ສາສະໜາ​ອິສລາມ ​ແລະ​ກັບ​ຄືນ​ມາ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ບໍ່​ດີ. ດັ່ງ​ນີ້ ພວກ​ເຮົາມີຫຼາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຈະ​ຕ້ອງ​ໄດ້​ເຮັດ​ນຳ​ກັນ​.

ທ່ານ Kerry ​ແລະ​ທ່ານ Hagel ​ໃນ​ເວລາ​ຕໍ່​ມາ ​ໄດ້​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ໃນ
ຂອບເຂດທີ່ກວ້າງຂວາງ ​ກ່ຽວ​ກັບ​ເລື້ອງ​ຄວາມ​ປອດ​ໄພ​ກັບ​ພວກ​ຄູ່​ຕໍ່າແໜ່​ງຝ່າຍອອສ
​ເຕຣ​ເລຍຄືທ່ານ​ນາງ Julie Bishop ລັດຖະມົນຕີການຕ່າງປະ​ເທດ ​ແລະ​ທ່ານ David Johnston ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອອສ​ເຕຣ​ເລຍ​.

ບັນດາ​ຜູ້ນຳ​ຂອງ​ສະຫະລັດ ​ແລະ​ອອສ​ເຕຣ​ເລຍ ​ໄດ້​ພະຍາຍາມລົດ​ຄວາມເປັນ​ຫ່ວງ​ລົງ​
ວ່າ ການ​ມີສາຍ​ພົວພັນ​ທາງ​ທະຫານ​ທີ່​ໃກ້ຊິດ​ຂຶ້ນ​ຂອງ​ປະ​ເທດ​ຂອງເຂົາ​ເຈົ້າ ມີ​ວັດຖຸ​ປະ
ສົງ​ເພື່ອ​ຍັບ​ຍັ້ງ​ການມີອິດທິພົນ​ເພີ້​ມທະວີ​ຂຶ້ນ​ຂອງ​ຈີນ ດັ່ງ​ທີ່​ປັກ​ກິ່ງ​ໄດ້​ກ່າວ​ອ້າງ​ໄປ​ນັ້ນ.

ທ່ານ Kerry ກ່າວ​ວ່າ ສະຫະລັດ​ບໍ່​ຢາກ​ມີ “ຂໍ້​ຂັດ​ແຍ້​ງ ​ແລະ​ການ​ປະ​ເຊີນໜ້າ​ກັນ” ກັບ​ຈີນ ​ແຕ່​ຫວັງ​ວ່າ ປັກ​ກິ່ງຈະ​ກາຍ​ເປັນ “ພາຄີ​ທີ່​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ໄດ້” ​ໃນ​ເວທີ​ສາກົນ​ນັ້ນ.

ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ທ່ານ​ນາງ Bishop ກ່າວ​ຕໍ່​ບໍລິສັດ​ກະຈາຍສຽງ​ອອສ​ເຕຣ​ເລຍ ວ່າ​ທັງ​ສອງ​ປະ​ເທດ ພຽງ​ແຕ່​ພະຍາຍາມ​ເພື່ອ​ສະໜັບສະ ໜຸນ “ສັນຕິພາບ​ ສະຖຽນ​ລະ​ພາບ ​ແລະ​ຄວາມ​ມັ່ງ​ຄັ່ງ​ສົມບູນໃນ​ໄລຍະ​ຍາວຂອງ​ພາກ​ພື້ນ​ເຮົາ​ເທົ່າ​ນັ້ນ.”

usaustralia12august14
please wait
Embed

No media source currently available

0:00 0:01:19 0:00

XS
SM
MD
LG