ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບໍລິສັດ ປະມູນ ສົ່ງສິນລະປະວັດຖຸ 2 ຊິ້ນ ຄືນໃຫ້ແກ່ ກຳປູເຈຍ


ໄອຍະການຂອງລັດຖະບານກາງ ສຫລ Preet Bharara (ຊ້າຍ) ແລະລັດຖະມົນຕີ Sok An ຂອງກຳປູເຈຍ ໃນພິທີ ມອບສົ່ງຮູບປັ້ນເກົ່າແກ່ ດັ່ງທີ່ເຫັນໃນຮູບນັ້ນ.
ໄອຍະການຂອງລັດຖະບານກາງ ສຫລ Preet Bharara (ຊ້າຍ) ແລະລັດຖະມົນຕີ Sok An ຂອງກຳປູເຈຍ ໃນພິທີ ມອບສົ່ງຮູບປັ້ນເກົ່າແກ່ ດັ່ງທີ່ເຫັນໃນຮູບນັ້ນ.
ກຳປູເຈຍໄດ້ຮັບຢ່າງເປັນທາງການແລ້ວ ສິນລະປະວັດຖຸ 2 ຊິ້ນ
ທີ່ເຮັດຂຶ້ນໃນສັດຕະວັດທີ 10 ຊຶ່ງໄດ້ຖືກລັກຂະໂມຍໄປຈາກກຳ
ປູເຈຍມາໄດ້ 4 ທົດສະວັດກວ່າໆແລ້ວນັ້ນ.
ຮູບປັ້ນເກົ່າແກ່ສະໄໝໂບຮານ ທີ່ບໍລິສັດ Christie ສົ່ງຄືນໃຫ້ກຳປູເຈຍ
ຮູບປັ້ນເກົ່າແກ່ສະໄໝໂບຮານ ທີ່ບໍລິສັດ Christie ສົ່ງຄືນໃຫ້ກຳປູເຈຍ

ບໍລິສັດປະມູນ Sotheby ໄດ້ຕົກລົງທີ່ຈະສົ່ງນຶ່ງໃນຮູບປັ້ນ 2 ອັນ
ຄືນໃຫ້ແກ່ກຳປູເຈຍ ຫລັງຈາກໄດ້ຖືກຟ້ອງໂດຍໄອຍະການຂອງ ສະຫະລັດທີ່ນະຄອນນິວຢອກໃນນາມຂອງກຳປູເຈຍ. ບໍລິສັດປະ
ມູນ Christie ກໍຈະສົ່ງຮູບປັ້ນອັນທີ 2 ດ້ວຍຄວາມສະໝັກໃຈຄືນ
ໃຫ້ກຳປູເຈຍ.

ໃນພິທີ ທີ່ຈັດຂຶ້ນຢູ່ນະຄອນນິວຢອກໃນອາທິດນີ້ ທ່ານ Sok An
ລັດຖະມົນຕີຂອງກຳປູເຈຍ ກ່າວວ່າ ການສົ່ງສິນລະປະວັດຖຸທັງ
ສອງຄືນໃຫ້ແກ່ກຳປູເຈຍນັ້ນ ຄວນຈະຖືເປັນຕົວຢ່າງທີ່ດີ.

ທ່ານ Sok An ເວົ້າວ່າລັດຖະບານແຫ່ງລາຊະອານາຈັກກຳປູເຈຍ
ຂໍຮ້ອງໃຫ້ພິພິດທະພັນແລະນັກສະສົມສິນລະປະທັງຫຼາຍຢູ່ໃນທົ່ວ
ໂລກ ເອົາຕົວຢ່າງໃນການສົ່ງສົມບັດອັນລ້ຳຄ່າ ທີ່ຖືກລັກຂະໂມຍ
ໄປ ຄືນໃຫ້ແກ່ເຈົ້າຂອງ ທີ່ຖືກຕ້ອງຊອບທຳນັ້ນ ເປັນສ່ວນນຶ່ງ ໃນ
ການປຸກລະດົມ ຢູ່ໃນທົ່ວໂລກ ເພື່ອໃຫ້ການປົກປ້ອງຄຸ້ມຄອງມູນ
ມໍລະດົກທາງດ້ານວັດທະນະທຳນັ້ນ.

ຮູບປັ້ນຂອງບໍລິສັດປະມານ Sotheby ມີລາຍງານວ່າ ຖືກລັກຂະໂມຍໄປໃນປີ 1972. ທາງບໍ ລິສັດ ໄດ້ພະຍາຍາມ ທີ່ຈະນຳອອກປະມູນ ໃນປີ 2011 ແຕ່ໄດ້ຍົກເລີກ ໃນນາທີສຸດທ້າຍ ຫຼັງ ຈາກລັດຖະບານກຳປູເຈຍໄດ້ທຳການປະທ້ວງ. ໄອຍະການສະຫະລັດໄດ້ລິເລີ້ມຄະດີນີ້ ທີ່ໄດ້ ນຳໄປສູ່ການຕົກລົງກັນໃນທ້າຍປີ 2013.
XS
SM
MD
LG