ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໃຫ້ການ ຊ່ວຍເຫຼືອ ເພື່ອໂຄງການ ປັບປຸງ ໂພຊະນາການ ສຳລັບ ເດັກນ້ອຍ ໃນ ລາວ


ພິທີເຊັນສັນຍາການຊ່ວຍເຫຼືອ ສະຫະລັດ ອາເມຣິກາ ຕໍ່ ສປປ ລາວ.
ພິທີເຊັນສັນຍາການຊ່ວຍເຫຼືອ ສະຫະລັດ ອາເມຣິກາ ຕໍ່ ສປປ ລາວ.

ທາງການ ສະຫະລັດ ອາເມຣິກາ ໃຫ້ການຊ່ວຍເຫຼືອໃນໂຄງການ ປັບປຸງໂພຊະນາ ການສຳລັບເດັກນ້ອຍທີ່ອາຍຸຕ່ຳກວ່າ 5 ປີໃນ ລາວ ໂດຍມີເດັກນ້ອຍ ລາວ ຫຼາຍ ກວ່າ 170,000 ຄົນທີ່ໄດ້ຮັບ ການຊ່ວຍເຫຼືອ

ທາງການສະຖານທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ລາຍງານວ່າ ການຈັດຕັ້ງປະ ຕິບັດໂຄງການປັບປຸງໂພຊະນາການສຳລັບເດັກນ້ອຍທີ່ອາຍຸຕ່ຳ ກວ່າ 5 ປີໃນ ລາວ ໄດ້ເລີ່ມ ລົງມືດຳເນີນການຢ່າງເປັນທາງການໃນວັນທີ 1 ມີຖຸ ນາ 2015 ເປັນຕົ້ນໄປໂດຍມີໄລຍະຂອງ ການຈັດຕັ້ງປະຕິບັດເປັນເວລາ 3 ປີກໍຄືຈົນເຖິງກາງປີ 2018.

ໂຄງການດັ່ງກ່າວຈະໃຊ້ງົບປະມານໃນມູນຄ່າລວມເຖິງ 27 ລ້ານໂດລາຊຶ່ງລັດຖະບານ ສະຫະ ລັດ ໄດ້ໃຫ້ການຊ່ວຍເຫຼືອແກ່ ລັດຖະບານ ລາວ ຜ່ານທາງອົງ ການອາຫານໂລກ ໃນຖານະທີ່ ເປັນພາກສ່ວນທີ່ຮັບຜິດຊອບການຈັດຕັ້ງປະຕິບັດ ພາກຕົວຈິງຢູ່ໃນ ລາວ ພາຍໃຕ້ແຜນການ ຮ່ວມມືຫຼາຍຝ່າຍ ລະຫວ່າງ ລັດຖະ ບານ ລາວ ກັບ ນານາຊາດທີ່ມີເປົ້າໝາຍຈະພັດທະນາ ການຕອບສະໜອງດ້ານ ໂພຊະນາການ ທີ່ດີສຳ ລັບການເຕີບໂຕຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີຈຳນວນ ຫຼາຍກວ່າ 170,000 ຄົນໃນເຂດຊົນນະບົດຂອງ ລາວ.

ຊຶ່ງຕໍ່ບັນຫາດັ່ງກ່າວນີ້ ກະຊວງສະທາລະນາສຸກຂອງ ລາວ ກໍໄດ້ສະເໜີລາຍງານວ່າ ບັນຫາ ການຂາດສານອາຫານຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີໄດ້ເປັນສາ ເຫດທີ່ເຮັດໃຫ້ການຫຼຸດ ຈຳນວນເດັກນ້ອຍທີ່ໂຕເຕ້ຍສາມາດດຳເນີນ ການໄດ້ຢ່າງຊັກຊ້າ ຄືສາມາດຫຼຸດໄດ້ຈາກອັດ ຕາສະເລ່ຍ 40 ເປີເຊັນໃນປີ 2006 ລົງມາເປັນ 38 ເປີເຊັນໃນປະຈຸບັນນີ້ ໝາຍຄວາມວ່າຫຼຸດ ລົງໄດ້ພຽງ 2 ເປີເຊັນເທົ່ານັ້ນໃນໄລ ຍະກວ່າ 8 ປີທີ່ຜ່ານມາ ສ່ວນເດັກນ້ອຍອາຍຸຕ່ຳກວ່າ 5 ປີທີ່ມີນຳ້ໜັກຕ່ຳກວ່າເກນ ກໍຍັງສູງເຖິງ 32 ເປີເຊັນໃນຂະນະທີ່ເປົ້າໝາຍສະຫັດສະວັດ ໄດ້ ວາງເອົາໄວ້ທີ່ອັດ ຕາສະເລ່ຍບໍ່ເກີນ 22 ເປີເຊັນຂອງຈຳນວນເດັກນ້ອຍອາຍຸຕ່ຳກວ່າ 5 ປີໃນ ທົ່ວປະເທດ.

ເອກອັກຄະລັດຖະທູດ ສະຫະລັດ ທ່ານ Daniel Clune ຢ້ຽມຢາມ ໂຮງຮຽນໃນແຂວງ ເຊກອງ, ລາວ.
ເອກອັກຄະລັດຖະທູດ ສະຫະລັດ ທ່ານ Daniel Clune ຢ້ຽມຢາມ ໂຮງຮຽນໃນແຂວງ ເຊກອງ, ລາວ.

ຍິ່ງໄປກວ່້ານັ້ນ ເດັກນ້ອຍລາວທີ່ມີໂອກາດໄດ້ຮັບການລ້ຽງດູດ້ວຍ ນ້ຳນົມແມ່ນ ນັບຕັ້ງແຕ່ມື້ເກີດຈົນຮອດອາຍຸ 6 ເດືອນນັ້ນກໍຍັງຄິດ ເປັນອັດຕາສະເລ່ຍພຽງ 40 ເປີເຊັນເທົ່ານັ້ນອີກດ້ວຍ ດັ່ງທີ່ທ່ານ ນາງ ຄຳແສງ ພິລາວົງ ຮອງຫົວໜ້າສູນໂພຊະນາການ ກະຊວງສາ ທາລະນະສຸກ ໄດ້ໃຫ້ການຢືນຢັນວ່າ.

"ລ້ຽງລູກດ້ວຍນົມແມ່ຢ່າງດຽວນີ້ນະ ແຕ່ມື້ເກີດຮອດຫົກເດືອນນີ້ ດຽວນີ້ເຮົາໄດ້ 40 ເປີເຊັນ ນີ້ແມ່ນຍັງຕ່ຳໂພດ ເຮົາຕ້ອງໄດ້ບືນ ຕື່ມ ເພີ່ນໄດ້ເຮັດການຄົ້ນຄວ່າ ແລະ ສົມທຽບກັນແລ້ວເຫັນວ່າ ເດັກນ້ອຍທີ່ບໍ່ໄດ້ຖືກລ້ຽງລູກດ້ວຍນ້ຳນົມແມ່ ຫັ້ນນະ ລະແມ່ນມີ ຄວາມສ່ຽງຕໍ່ການຕາຍຍ້ອນພະຍາດຖອກທ້ອງ 7 ເທົ່າແລ້ວກໍມີຄວາມສ່ຽງຕໍ່ການຕາຍ ຍ້ອນພະຍາດອັກເສບປອດ 5 ເທົ່າ."

ນອກຈາກການຊ່ວຍເຫຼືອດັ່ງກ່າວແລ້ວ ທ່ານ Daniel Clune ເອກອັກຄະລັດຖະທູດ ສະຫະ ລັດ ອາເມຣິກາ ປະຈຳລາວ ໄດ້ປະກາດການໃຫ້ຄວາມຊ່ວຍເຫຼືອ ງົບປະມານ ສຳລັບການ ເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນ ລາວ ເພີ່ມຂຶ້ນເປັນ 13 ລ້ານໂດລາໃນ ຕະຫຼອດປີ 2015.

ໂດຍການເພີ່ມການຊ່ວຍເຫຼືອແກ່ ລາວ ທາງການ ສະຫະລັດ ໃນຄັ້ງນີ້ຍັງລວມເຖິງການສົມ ທົບທຶນໃນມູນຄ່າ 2 ລ້ານໂດລາສຳລັບກຸ່ມທີ່ປຶກສາ MAG ເພື່ອນຳ ໃຊ້ໃນການເກັບກູ້ລະເບີດ UXO ຢູ່ທີ່ແຂວງ ຊຽງຂວາງ ໃນປີ 2015 ແລະ ຖືເປັນ ພາກສ່ວນໜຶ່ງໃນໂຄງການທີ່ທາງການ ສະຫະລັດ ໄດ້ເລີ່ມຂຶ້ນໃໝ່ເພື່ອໃຫ້ການ ຊ່ວຍເຫຼືອແກ່ປະຊາຊົນ ລາວ ທີ່ໄດ້ຮັບຜົນກະທົບ ຈາກລະເບີດ UXO ອີກດ້ວຍ.

ກ່ອນໜ້ານີ້ທ່ານ Daniel Clune ໃຫ້ການຢືນຢັນວ່າລັດຖະບານ ສະຫະລັດ ໄດ້ອະນຸມັດງົບ ປະມານໃນມູນຄ່າລວມ 6.5 ລ້ານໂດລາຊຶ່ງແບ່ງອອກເປັນ 5 ລ້ານສຳລັບໃຫ້ການຊ່ວຍເຫຼືອ ຜູ້ທີ່ພິການຈາກລະເບີດ UXO ໃນ ລາວ ຫຼາຍກວ່າ 70,000 ຄົນຊຶ່ງດຳເນີນໂຄງການໂດຍອົງ ການ World Education ພາຍໃຕ້ 4 ເປົ້າໝາຍຄືກັນຝຶກອົບຮົມການເພີ່ມຂີດຄວາມສາມາດ ດ້ານເສດຖະກິດ ການເຂົ້າເຖິງເທັກໂນໂລຈີ ແລະ ການຟື້ນຟູທາງການແພດສຳລັບຄົນພິການ ໃນ ລາວ ເປັນເວລາ 3 ປີຕິດຕໍ່ກັນ.

ສ່ວນເງິນທຶນອີກ 1.5 ລ້ານໂດລານັ້ນເປັນການສະໜັບສະໜູນໃຫ້ແກ່ໂຄງການຮ່ວມມືດ້ານ ການຜະລິດ ອົງຄະທຽມ ແລະ ເຄື່ອງຄຳ້ຊູສຳລັບຄົນພິການໃນໄລຍະ 3 ປີຕໍ່ໄປນີ້ ທັງນີ້ໂດຍ ນັບແຕ່ປີ 1993 ເປັນຕົ້ນມາທາງການ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອສຳລັບ ການເກັບກູ້ ລະເບີດ UXO ໃນ ລາວ ໄປແລ້ວເຖິງ 83 ລ້ານໂດລາລວມໄປເຖິງ ການຊ່ວຍເຫຼືອໃນການ ສຶກສາຄວາມສ່ຽງ ແລະ ໃຫ້ການຊ່ວຍເຫຼືອແກ້ຜູ້ທີ່ໄດ້ຮັບ ເຄາະຈາກລະເບີດ UXO ໃນ ລາວ ດ້ວຍ.

XS
SM
MD
LG