ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​​​ສະຫະລັດ ​ຮ້ອງຂໍ ໃຫ້​ເທີກີ ໃຊ້ຄວາມຢັບຢັ້ງ ໃນ ​ຊີ​ເຣຍ


ລັດຖະມົນ​ຕີ​ກະຊວງ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານ​ເຣັກສ໌ ທີລ​ເລີ​ຊັນ (Rex Tillerson), ຊ້າຍ, ໄດ້ຖືກຕ້ອນຮັບໂດຍ ລັດຖະມົນ​ຕີ​ກະຊວງ​ການ​ຕ່າງ​ປະ​ເທດອັງກິດ ທ່ານບໍຣິສ ຈອນສັນ (Boris Johnson) ໃນລອນດອນ, 22 ມັງກອນ 2018.
ລັດຖະມົນ​ຕີ​ກະຊວງ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານ​ເຣັກສ໌ ທີລ​ເລີ​ຊັນ (Rex Tillerson), ຊ້າຍ, ໄດ້ຖືກຕ້ອນຮັບໂດຍ ລັດຖະມົນ​ຕີ​ກະຊວງ​ການ​ຕ່າງ​ປະ​ເທດອັງກິດ ທ່ານບໍຣິສ ຈອນສັນ (Boris Johnson) ໃນລອນດອນ, 22 ມັງກອນ 2018.

ສະຫະລັດ ໄດ້ສະແດງຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບ​ການ​ບຸກໂຈມຕີຂອງ​ເທີ​ກີ​ ຢູ່ໃນ​ພາກ​
ເໜືອຂອງ​ຊີ​ເຣຍ ​ແລະ​ເຈົ້າ​ໜ້າ​ຂັ້ນ​ສູງ ​ຮ້ອງຂໍໃຫ້ໃຊ້ຄວາມຢັບຢັ້ງ ຍ້ອນຢ້ານ​ວ່າ ບັນຫາ
ຂັດແຍ້ງນີ້ ອາດຈະ​ຂະຫຍາຍຕົວ​ກວ້າງ​ອອກ.

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ທີ່​ທຳນຽບຂາວ ​ໃນ​ວັນ​ຈັນ​ວານ​ນີ້ ​ໂຄສົກ​ທຳນຽບຂາວ ​
ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນເດີສ໌ ​ໄດ້​ກ່າວ​ວ່າ ສະຫະລັດ ​ເຂົ້າ​ໃຈ​ເຖິງ “ຄວາມເປັນ
ຫ່ວງໃນດ້ານປອດ​ໄພ​ທີ່​ຊອບທຳ”
ຂອງ​ເທີກີ ​ແລະ​ຕົນ​ມີ “​ຄວາມ​ໝັ້ນ​ໝາຍ ​ທີ່​ຈະ​
ເຮັດ​ວຽກຮ່ວມກັບ​ ເທີ​ກີ ​ໃນ​ຖານະ​ທີ່​ເປັນ​ພັນທະ​ມິດ​ ຂອງ​ອົງການ​ເນ​ໂຕ.”

ທ່ານ​ນາງ​ຍັງກ່າວ​ຕໍ່​ໄປ​ວ່າ “ການ​ເພີ່ມ​ຂຶ້ນ​ຂອງ​ຄວາມ​ຮຸນ​ແຮງ ​ໃນ​ເຂດອັຟຣິນ
ຊຶ່ງ​ຖື​ວ່າ​ເປັນເຂດທີ່ຂ້ອນຂ້າງມີຄວາມທຸ່ນ​ທ່ຽງໃນ​ຊີ​ເຣຍນັ້ນ. ມັນ​ໄດ້​ຫັນເຫ
ໄປຈາກຄວາມ​ພະຍາຍາມ​ຂອງນາໆຊາດ ທີ່​ຈະ​ຄ້ຳປະກັນ​ເຖິງການໄດ້ຮັບ
ໄຊຊະນະຢ່າງຖາວອນ ຕໍ່​ກຸ່ມ​ລັດອິສລາມ ມັນອາດຈະຖືກສວຍໃຊ້ໂດຍ​ກຸ່ມ​ລັດ​
ອິສລາມ ກຸ່ມອາລ ​ກາອີດາ” ​ເພື່ອ​ການຈັດສົ່ງອາວຸດຄືນໃໝ່ ​ແລະ​ເປັນ​ບ່ອນ
ຫລົບ​ລີ້​ ​ແລະ​ສ່ຽງຕໍ່ການເຮັດໃຫ້​ວິ​ກິດ​ການ​ດ້ານ​ມະນຸດສະທຳ​ຮ້າຍແຮງ​ຂຶ້ນຕື່ມ.”

​ທ່ານ​ນາງ​ ​ແຊນເດີສ໌ ຍັງ​ໄດ້ຮຽກຮ້ອງໃຫ້​ເທີ​ກີ “​ໃຊ້ຄວາມຢັບຢັ້ງໃນ​ການ​ປະຕິ
ບັດ​ງານທາງ​ທະຫານ​ຂອງຕົນ ​ແລະການ​ໃຊ້​ສຳນວນໂວຫານ​ ເພື່ອຄ້ຳປະກັນ
ວ່າ ການ​ປະຕິບັດງານ​ຂອງ​ຕົນແມ່ນ​ມີຂອບ​ເຂ​ດ​ແລະ​ໄລຍະ​ເວລາຈຳກັດ, ​
ຄ້ຳປະກັນວ່າການຊ່ອຍເຫຼືອທາງ​ດ້ານ​ມະນຸດ ສະທຳ​ນັ້ນຍັງ​ຈະດຳເນີນຕໍ່ໄປ
​ແລະ​ຫຼີກ​ລຽງການ​ບາດ​ເຈັບ​ລົ້ມ​ຕາຍ​ຂອງ​ພົນລະ​ເຮືອນ​. ພວກ ​ເຮົາ​ຕ້ອງການ
ຢາກໄດ້ຮັບ​ການ​ຄ້ຳປະກັນວ່າ ​ລະບອບ​ການ​ປົກຄອງ​ຜະ​ເດັດ​ການ​ຂອງ​ທ່ານ​
ອາຊາດ ຈະບໍ່​ສາມາດ​ກັບ​ຄືນໄປຍັງ​ເມືອງ​ອັຟຣິນ​ໄດ້​ອີກແລະ​ພວກ​ເຮົາ​ຍັງ​ຈະ
​ສືບ​ຕໍ່​ເຮັດ​ວຽກ​ທາງ​ດ້ານການ​ທູດ ເພື່ອຍຸຕິ​ສົງຄາມ​ກາງ​ເມືອງ​ໃນ​ຊິ​ເຣຍ.”

ໂຄສົກ​ທຳນຽບຂາວ ​ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນເດີສ໌ (Sarah Huckabee Sanders) ​ກ່າວ​ຕໍ່ພວກນັກຂ່າວ ໃນກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບຂາວ, ວໍຊີງຕັນ, 11 ມັງກອນ 2018.
ໂຄສົກ​ທຳນຽບຂາວ ​ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນເດີສ໌ (Sarah Huckabee Sanders) ​ກ່າວ​ຕໍ່ພວກນັກຂ່າວ ໃນກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບຂາວ, ວໍຊີງຕັນ, 11 ມັງກອນ 2018.

​ໃນ​ຂະນະ​ທີ່ວໍ​ຊີງ​ຕັນ ຕ້ອງການ​ຢາກ​ຈະ​ຮັກສາ​ສາຍ​ພົວພັນ​ກັບ​ເທີ​ກີ. ມັນ​ຍັງ​ໄດ້ມີ​
ສາຍ​ພົວພັນ​ກັບ​ຊາວ​ເຄີ​ດ​ແລະ​ກອງ​ກຳລັງ​ອື່ນໆ ທີ່​ເປັນ​ເປົ້າ​ໝາຍ​ຂອງ​ເທີ​ກີ​. ​ໃນ​ກອງ​
ປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ນະຄອນ​ລອນ​ດອນ ​ໃນ​ວັນ​ຈັນ​ວານ​ນີ້ ລັດຖະມົນ​ຕີ​ກະຊວງ​
ການ​ຕ່າງ​ປະ​ເທດສະຫະລັດ ທ່ານ​ແຣັກສ໌ ທີລ​ເລີ​ຊັນ ​ໄດ້​ກ່າວ​ວ່າ “ສະຫະລັດ
ຢູ່​ໃນ​ຊິ​ເຣຍ ​ນັ້ນເພື່ອເອົາ​ຊະນະ​ກຸ່ມ​ລັດ​ອິສລາມ ​ແລະ​ພວກ​ເຮົາ​ກໍ​ເຄີຍ​ໄດ້​ເຮັດ​
ມາ​ແລ້ວ​ ກັບ​ກອງກຳລັງ​ປະສົມ ກັບ​ພາຄີ​ອື່ນໆ, ກອງ​ກຳລັງ​ເພື່ອ​ປະຊາທິປະໄຕ
ຊິ​ເຣຍ ​ໂດຍ​ສະ​ເພາະ ກອງ​ກຳລັງ​ທີ່​ຮວມມີ​ຊາວ​ເຄີ​ດ​ແລະ​ຊາວ​ອາຣັບ ນຳ​ນັ້ນ, ​
ແຕ່​ມັນ ກໍ​ຍັງ​ມີ​ພາກສ່ວນ​ຂອງ​ກອງ​ກຳລັງ​ຊາວຄຣິສນຳ. ​ມັນແມ່ນກຳລັງຕໍ່ສູ້​
ຈາກ​ຫຼາຍຊົນຊາດຊົນເຜົ່າ ​ຊຶ່ງ​ຕໍ່ສູ້ປົກປ້ອງ ​ເຂດ​ບ້ານເກີດເມືອງນອນ​ຂອງ​
ພວກ​ເຂົາ​ເຈົ້າ. ​ແລະ​ພວກ​ເຮົາ ກໍ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ ກ່ຽວກັບ​ເຫດການ​
ທີ່​ເກີດໂດຍ​ເທີ​ກີ ​ໃນ​ພາກເໜືອ​ຂອງ​ຊີ​ເຣຍ.”

​ໃນ​ເວລາ​ຕໍ່​ມາ ທ່ານ ທີລ​ເລີ​ຊັນ​ ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່​ການ​ເພີ່ມ​ຂຶ້ນ​ຂອງ​ຄວາມ​
ເຄັ່ງ​ຕຶງ ລະຫວ່າງ​ເທີ​ກີ ​ແລະ​ສະຫະລັດ. “ຂ້າພະ​ເຈົ້າບໍ່​ຄິດ​ວ່າ ພວກ​ທ່ານ​ຈະ​ພົບ​ເຫັນ
ພັນທະ​ມິດຂອງ​ອົງການ​ເນ​ໂຕ 2 ປະເທດຈະ​ປະ​ເຊີນ​ໜ້າ​ກັນ ຖ້າ​ຫາກ​ມີ.”
ທ່ານ​ໄດ້​
ກ່າວ​ວ່າ ​ເທີ​ກີ ​ແມ່ນ​ເປັນ​ຫ່ວງ​ກ່ຽວ​ກັບ “ພວກ​ກໍ່​ການ​ຮ້າຍ​ທີ່​ຂ້າມຊາຍ​ແດນ​ເຂົ້າ​ໄປ
​ໃນເທີ​ກີ ​ແລະ​ທຳ​ການໂຈມ​ຕີ ​ແລະ​ພວກ​ເຮົາ​ຂໍ​ຂອບ​ໃຈ ​ໃນ​ສິດທິ​ຂອງ​ພວກ​ເຂົາ​
ເຈົ້າ ທີ່​ຈະ​ປົກ​ປ້ອງ​ພວກ​ເຂົາ​ເຈົ້າ ​ແຕ່​ວ່າ ນີ້​ມັນ​ແມ່ນ​ສະຖານະ​ການ​ທີ່​ຮ້າຍ​ແຮງ
ບ່ອນ​ທີ່ມີ​ພົນລະ​ເຮືອນ​ຢ່າງ​ຫຼວງ​ຫຼາຍ ປະປົນ​ຢູ່​ນຳ. ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ຂໍ​ຮ້ອງ ​
ໃຫ້​ພວກ​ເຂົາ​ເຈົ້າ ພຽງ​ແຕ່ ພະຍາຍາມ ລະ​ມັດ​ລະວັງ ພະຍາຍາມ​ຈຳກັດ ການ​ປະຕິ
ບັດ​ງານ​ ພະຍາຍາມ​ໃຊ້​ຄວາມ​ຢັບຢັ້ງ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ການໂອ້ລົມສົນທະນາຂອງທ່ານ ທີລ​ເລີ​ຊັນ​ ກ່ຽວກັບເທີກີ ແລະຊີເຣຍ

US, EU Appeal to Turkey to Minimize Casualties in Syria Attack
please wait

No media source currently available

0:00 0:02:55 0:00

XS
SM
MD
LG