ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ສະພາ ຂົ້ວໂລກເໜືອ ​ຂໍ​ໃຫ້ ສຫລ ເປັນ​ພາຄີ ໃນສັນຍາ ການ​ປ່ຽນ​ແປງດິນຟ້າອາກາດ ຕໍ່ໄປ


ທ. Rex Tillerson ລັດຖະມົນຕີການຕ່າງປະເທດສະຫະລັດ (ນັ່ງຢູ່ເບື້ອງຂວາ) ແລະສະມາຊິກສະພາສູງ Lisa Murkowski ຖ່າຍຮູບກັບ ທ. Nulato ຫົວໜ້າກຸ່ມ Mickey Stickman ຢູ່ກອງປະຊຸມຂອງສະພາຂົ້ວໂລກເໜືອ ທີ່ເມືອງ Fairbanks ລັດ Alaska.

ໃນ​ຂະນະ​ທີ່ 7 ປະເທດສະມາຊິກຂອງສະພາຂົ້ວໂລກເໜືອ ​ໄດ້​ຮຽກຮ້ອງ​ໃຫ້​ສະຫະ
ລັດ ສືບຕໍ່​ເປັນ​ພາຄີທີ່ໝັ້ນຄົງ ​ໃນ​ການດໍາ​ເນີນຄວາມ​ພະຍາຍາມ​ຫລຸດຜ່ອນ​ຜົນ​ກະ
ທົບຈາກ​ການ​ປ່ຽນ​ແປງຂອງດິນຟ້າອາກາດ ທ່ານ Rex Tillerson ລັດຖະມົນຕີການ
ຕ່າງປະເທດສະຫະລັດ ​ໄດ້​ບອກ​ຄູ່​ຮ່ວມສັນຍາຂອງ​ຕົນ​ວ່າ ​ລັດຖະບານທ່ານທຣຳ ຍັງບໍ່ທັນໄດ້ຕັດສິນໃຈກ່ຽວກັບນະ​ໂຍບາຍໃນດ້ານ​ນີ້​ເທື່ອ.

ທ່ານ Tillerson, ອະດີດ​ຫົວໜ້າບໍລິຫານ​ຂອງ​ບໍລິ​ສັດ​ນໍ້າມັນ ExxonMobile ​ໄດ້​
ກ່າວ​ຕໍ່ ກອງ​ປະຊຸມຄົບ​ຄະນະ​ກ່ຽວກັບນະ​ໂຍບາຍຂອງ​ສະຫະລັດດ້ານການ​ປ່ຽນ​ແປງຂອງດິນຟ້າ ອາກາດວ່າ ​ຍັງຈະ​ດຳ​ເນີນຕໍ່​ໄປ.

ທ່ານ​ກ່າວວ່າ "ພວກ​ເຮົາ​ຈະບໍ່ຟ້າວຟັ່ງໃນ​ການຕັດສິນ​ໃຈ. ພວກ​ເຮົາ​ຈະ​ໃຊ້​ເວລາ​ທໍາ​
ການ ສຶກສາກ່ອນ​ເພື່ອຈະ​ທໍາ​ການ​ຕັດສິນໃຈ​ອັນ​ຖືກຕ້ອງສໍາລັບ​ສະຫະລັດ. ສະພາ
ຂົ້ວໂລກເໜືອຈະ​ສືບຕໍ່​ເປັນ​ເວທີທີ່​ສໍາຄັນ​ ໃນ​ຂະນະ​ທີ່​ພວກ​ເຮົາ​ພິຈາລະນາ​ບັນຫາ
​ເຫລົ່ານີ້ຢູ່."

​ຢູ່ໃນ​ກອງ​ປະຊຸ​ມທີ່​ເມືອງ Fairbanks ​ໃນ​ວັນ​ພະຫັດ​ວານ​ນີ້, ທ່ານ Tillerson ​ໄດ້​
ຮັບ​ຮູ້ວ່າ ສະພາຂົ້ວໂລກເໜືອ​ເປັນ​ເວທີ​ສົນທະນາ​ດ້ານ​ການ​ຮ່ວມ​ມື ທີ່​ບໍ່ສາມາດ​ລົບ
​ລ້າງ​ໄດ້ ​ແລະ​ຢືນ ຢັນ​ວ່າ ສະຫະລັດ​ຈະ​ສືບຕໍ່​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຫ້າວ​ຫັນ ​ໃນ
​ຂະນະ​ທີ່​ປະ​ເທດດັ່ງກ່າວ ​ໂອນ​ການເປັນ​ປະທານ​ສະພາ​ໃຫ້​ແກ່​ຟິນ​ແລນ.

​ແຕ່​ທ່ານ​ກໍ​ໄດ້ໃຫ້​ຂໍ້​ສັງ​ເກດ​ວ່າ ບັນຫາ​ທີ່ໜ້າ​ເປັນ​ຫ່ວງ​ຫລາຍ​ກໍ​ຄື ການ​ເຮັດ​ໃຫ້ສະ
ຫວັດດີ​ພາບ ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ ໃນ​ເຂດຂົ້ວໂລກເໜືອ ມີ​ຄວາມ
​ກ້າວໜ້າ​ໄປ ​ແລະ​ການ​ຮັບ​ຮູ້ເຖິງຜົນ​ປະ​ໂຫຍ​ດທີ່​ເປັນຍຸດ​ທະ​ສາດຂອງ​ແຕ່ລະ​ປະ
​ເທດ ​ພ້ອມ​ທັງ​ຮັບປະກັນ ໃນການ​ຄອຍ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມທີ່​ຈະ​ໄດ້​ຮັບ
​ຄວາມ​ເສຍ​ຫາຍ​ງ່າຍ.

ທ່ານ Tillerson ​ເອົາຄ້ອນທີ່​ເຮັດ​ດ້ວຍ​ໄມ້​ເບີ​ສ ​ຍື່ນ​ໃຫ້​ທ່ານ Timo Soini ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິນ​ແລນ ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າການ​ເປັນ​ປະທານ​ສະພາ​ນີ້ຂອງ​ສະຫະລັດ​ໄດ້​ຈົບ​ລົງ​ແລ້ວ.

ທ່ານ Soini ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ ຟິນ​ແລນມີ​ຈຸດປະສົງ ທີ່​ຈະສືບຕໍ່​ເພັ່ງເລັງ​ໃສ່ ການ​ປ່ຽນ​ແປງຂອງດິນຟ້າອາກາດ ໂດຍ​ໄດ້​ເວົ້າວ່າ ​ເຫດການ​ດັ່ງກ່າວ​ເປັນ​ພະລັງ​ພັກ​ດັນຢູ່​ເບື້ອງຫລັງ​ທີ່​ເຮັດ​ໃຫ້ມີ​ການ​ປ່ຽນ​ແປງ​ຢູ່​ໃນ​ຂົງ​ເຂດ​ຂົ້ວ​ໂລກ​ເໜືອ ​ທີ່​ທະ​ເລນໍາ​ກ້ອນ​ໄດ້​ເປື່ອຍ​ ​ແລະ ​ເຮັດ​ໃຫ້ເນື້ອທີ່ນໍ້າກ້າ​ມ​ຂອງຂົ້ວ​ໂລກ​ເໜືອລະລາຍ​ໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG