ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ອະນຸມັດໃຫ້ໃຊ້ ຢາວັກຊິນ ໄຟເຊີ ກັນໂຄວິດ-19 ກັບເດັກນ້ອຍທີ່ມີອາຍຸຕໍ່າຮອດ 12 ປີ ໄດ້


ນາງ Lauren Borenstein, ອາຍຸ 16 ປີ ໄດ້ຮັບຢາວັກຊິນຈາກ ບໍລິສັດ Pfizer-BioNTech ກັນພະຍາດໂຄວິດ-19 ຢູ່ທີ່ ຮ້ານຂາຍຢາ Skippack Pharmacy ໃນເມືອງ Schwenksville, ລັດເພນຊີລວາເນຍ (ວັນທີ 3 ມີນາ 2021)
ນາງ Lauren Borenstein, ອາຍຸ 16 ປີ ໄດ້ຮັບຢາວັກຊິນຈາກ ບໍລິສັດ Pfizer-BioNTech ກັນພະຍາດໂຄວິດ-19 ຢູ່ທີ່ ຮ້ານຂາຍຢາ Skippack Pharmacy ໃນເມືອງ Schwenksville, ລັດເພນຊີລວາເນຍ (ວັນທີ 3 ມີນາ 2021)

ອົງການອອກກົດລະບຽບຂອງສະຫະລັດໄດ້ອະນຸມັດໃຫ້ຢາວັກຊິນກັນໂຄວິດ-19 ທີ່ພັດທະນາໂດຍບໍລິສັດໄຟເຊີ ແລະໄບໂອເອັນເທັກ (Pfizer-BioNTech) ໃຊ້ໄດ້ກັບເດັກນ້ອຍທີ່ມີອາຍຸຕໍ່າຮອດ 12 ປີ, ຊຶ່ງເປັນການເປີດກຸ່ມຜູ້ທີ່ມີສິດໄດ້ຮັບການສັກຢາໃຫ້ກວ້າງອອກໄປອີກ.

ອົງການອາຫານ ແລະຢາສະຫະລັດ ຫລື FDA ກ່າວໃນວັນຈັນວານນີ້ວ່າ ຢາສັກນີ້ ປອດໄພແລະມີປະສິດຕິພາບສຳລັບເດັກນ້ອຍອາຍຸ 12 ຫາ 15 ປີ. ຢານີ້ ແມ່ນມີໄວ້ໃຫ້ໃຊ້ໂດຍໄດ້ຮັບການອະນຸມັດແບບສຸກເສີນສໍາພວກທີ່ມີອາຍຸ 16 ປີຂຶ້ນໄປຢູ່ແລ້ວ.

"ການກະທຳໃນມື້ນີ້ໄດ້ຊ່ວຍໃຫ້ປະຊາກອນທີ່ໜຸ່ມນ້ອຍກວ່າ ໄດ້ຮັບການປ້ອງກັນ ບໍ່ໃຫ້ຕິດພະຍາດໂຄວິດ-19, ເຮັດໃຫ້ພວກເຮົາຫຍັບເຂົ້າໃກ້ກັບຈຸດທີ່ຈະກັບຄືນໄປສູ່ຄວາມຮູ້ສຶກເປັນປົກກະຕິ ແລະໃກ້ກັບຈຸດຍຸຕິການແຜ່ລະບາດຂອງພະຍາດໄດ້ຫລາຍຂຶ້ນກວ່າເກົ່າ," ນັ້ນຄືຄໍາເວົ້າຂອງທ່ານນາງ ເຈນເນດ ວູດຄອກ (Janet Woodcock), ຜູ້ຮັກສາການກຳມາທິການຂອງ FDA ກ່າວໃນຖະ ແຫຼງການສະບັບນຶ່ງ.

ວັກຊີນໄຟເຊີ (Pfizer) ແມ່ນຢາວັກຊີນທຳອິດ ໃນສະຫະລັດທີ່ໄດ້ຮັບການອະນຸ ມັດສຳລັບໃຊ້ກັບຄົນໜຸ່ມ. ການອະນຸມັດດັ່ງກ່າວ ມີຂຶ້ນໃນຂະນະທີ່ເຈົ້າໜ້າທີ່ສະ ຫະລັດກຳລັງຊອກຫາວິທີສັກຢາກັນພະຍາດ ໃຫ້ແກ່ຄົນສ່ວນໃຫຍ່ ຂອງປະຊາ ກອນ ແລະອາດຈະກະຕຸ້ນໃຫ້ນັກຮຽນມັດທະຍົມຕົ້ນ ແລະມັດທະຍົມປາຍຂອງສະຫະລັດຈຳນວນຫຼາຍລ້ານຄົນ ພະຍາຍາມທີ່ຈະໄດ້ຮັບການສັກຢາປ້ອງກັນ ກ່ອນທີ່ພວກເຂົາຈະກັບເຂົ້າໄປໂຮງຮຽນຄືນ ໃນລະດູໃບໄມ້ຫຼົ່ນຈະມາເຖິງນີ້.

ເຖິງແມ່ນວ່າເດັກນ້ອຍສ່ວນໃຫຍ່ທີ່ມີໂຄວິດ-19 ພຽງແຕ່ເລີ້ມມີອາການໜ້ອຍດຽວ ຫຼືບໍ່ມີອາການຫຍັງເລີຍ ພວກເຂົາກໍ່ຍັງສາມາດທີ່ຈະແຜ່ເຊື້ອໄວຣັສໄປຫາຄົນອື່ນໄດ້.

ໃນເດືອນມີນາຜ່ານມາ, ໄຟເຊີ (Pfizer) ໄດ້ເຜີຍແຜ່ຜົນໄດ້ຮັບເບື້ອງຕົ້ນຈາກການທົດລອງວັກຊີນທີ່ກ່ຽວຂ້ອງກັບອາສາສະໝັກຫຼາຍກວ່າ 2,000 ຄົນທີ່ມີອາຍຸ 12 ເຖິງ 15 ປີ. ການທົດລອງນັ້ນ ໄດ້ສະແດງໃຫ້ເຫັນວ່າ ບໍ່ມີເດັກໄວລຸ້ນຄົນໃດທີ່ໄດ້ຮັບການສັກຢາຢ່າງເຕັມສ່ວນປ່ວຍຍ້ອນພະຍາດໂຄວິດ-19 ຫຼື ປະສົບກັນຜົນຂ້າງຄຽງທີ່ຮ້າຍແຮງ.

ໃນຄວາມຄືບໜ້າດ້ານອື່ນໆ ໃນວັນຈັນວານນີ້, ອົງການອະນາໄມໂລກໄດ້ກ່າວວ່າ ການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ແຜ່ລາມໄປທົ່ວປະເທດອິນເດຍ ແມ່ນສ້າງຄວາມວິຕົກກັງວົນໃຫ້ຄົນທົ່ວໂລກ.

"ພວກເຮົາຈັດປະເພດໃຫ້ມັນວ່າ ເປັນສາຍພັນທີ່ສ້າງຄວາມເປັນຫ່ວງ ໃນລະດັບໂລກ," ນັ້ນຄືຄໍາເວົ້າຂອງທ່ານນາງ ມາເຣຍ ແວນ ເຄີຄັອຟ (Maria Van Kerkhove), ຜູ້ນຳດ້ານວິຊາການຂອງອົງການອະນາໄມໂລກ ກ່ຽວກັບພະຍາດໂຄວິດ-19 ຕໍ່ກອງປະຊຸມອັນນຶ່ງ ກ່ຽວກັບໄວຣັສສາຍພັນ B.1.617 . ທ່ານນາງກ່າວອີກວ່າ "ມີຂໍ້ມູນຈໍານວນນຶ່ງທີ່ສະເໜີໃຫ້ຮູ້ວ່າມີຄວາມສາມາດແຜ່ເຊື້ອເພີ່ມຂຶ້ນຫລາຍກວ່າເກົ່າ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG