ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ສ​ຫລ ປະກາດການເອົາ​ບາດ​ກ້າວ​ ໃນ​ການສ້າງ​ຄວາມ​ເຂັ້​ມແຂງ ​​ແກ່​ຕ່ອງ​ໂສ້ສະ​ໜອງ​ແຮ່​ທາດ​ທີ່ສຳ​ຄັນ


ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ທາງ​ອອນ​ລາຍກ່ຽວ​ກັບ​ກາ​ນ​ຮັບ​ປະ​ກັນ​ຕ່ອງ​ໂສ້​ສະ​ໜອງ​ແຮ່​ທາດ​ທີ່​ສຳ​ຄັນ ໃນ​ວັນ​ທີ 22 ກຸມ​ພາ, 2022.
ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ທາງ​ອອນ​ລາຍກ່ຽວ​ກັບ​ກາ​ນ​ຮັບ​ປະ​ກັນ​ຕ່ອງ​ໂສ້​ສະ​ໜອງ​ແຮ່​ທາດ​ທີ່​ສຳ​ຄັນ ໃນ​ວັນ​ທີ 22 ກຸມ​ພາ, 2022.

ລັດ​ຖະ​ບານ​ທ່ານໄບ​ເດັນ ໄດ້ປະກາດການເອົາ​ບາດ​ກ້າວ​ຂອງລັດຖະບານກາງ ແລະອຸດສາຫະກຳເອກະຊົນທີ່ລັດ​ຖະ​ບານນີ້ກ່າວວ່າ ຈະຊຸກຍູ້ລະບົບຕ່ອງໂສ້ ການສະໜອງສິນ​ຄ້າສຳລັບແຮ່​ທາດທີ່ຫາຍາກ ແລະແຮ່ທາດທີ່ສຳຄັນທີ່​ສຸດອື່ນໆ ທີ່ໃຊ້ໃນເທັກ​ໂນ​ໂລ​ຈີ ນັບ​ຕັ້ງ​ແຕ່ເຄື່ອງໃຊ້ໃນຄົວເຮືອນ ແລະເຄື່ອງເອເລັກ ໂຕຣນິກຕ່າງໆໄປເຖິງລະບົບປ້ອງກັນປະ​ເທດ. ພວກ​ເຂົາ​ເຈົ້າ​ກ່າວ​ວ່າບາດກ້າວ​ ເຫຼົ່າ​ນີ້​ຈະ​ຫຼຸດ​ຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ຂອງ​ປະ​ເທດ​ຊາດ​ຕໍ່​ຈີນ ທີ່​ເປັນ​ຜູ້​ຜະ​ລິດ​ອົງ​ປະ​ກອບ​ທີ່​ສຳ​ຄັນເຫຼົ່າ​ນີ້.

ປະທານາທິບໍດີໂຈ ໄບ​ເດັນ ກ່າວຈາກທຳນຽບຂາວ ໃນວັນອັງຄານວານນີ້ວ່າ "ຈີນຄວບຄຸມຕະຫຼາດໂລກສ່ວນໃຫຍ່ໃນດ້ານແຮ່ທາດເຫຼົ່ານີ້." "ພວກເຮົາບໍ່ສາ ມາດສ້າງອະນາຄົດທີ່ຜະລິດສິນ​ຄ້າຢູ່ໃນອາເມຣິກາໄດ້ ຖ້າຫາກວ່າພວກ ເຮົາເອງຍັງ​ເພິ່ງ​ພາອາ​ໄສປະເທດຈີນ ສໍາລັບວັດ​ຖຸທີ່ສ້າງຄວາມເຂັ້ມແຂງໃຫ້ ແກ່ຜະລິດຕະພັນໃນມື້ນີ້ແລະມື້ອື່ນ."

ຂັ້ນຕອນດັ່ງກ່າວລວມມີສັນຍາ 35 ລ້ານໂດລາກັບ​ບໍ​ລິ​ສັດ MP Materials ເພື່ອປຸງແຕ່ງອົງປະກອບຂອງແຮ່​ທາດ ​ທີ່​ຫາ​ຍາກອັນໜັກໜ່ວງ ຢູ່ສະຖານທີ່ ຜະລິດຂອງ​ບໍ​ລິ​ສັດ​ທີ່​ເມືອງ Mountain Pass, ລັດ​ຄາ​ລິ​ຟໍ​ເນຍ- ໂຮງງານ ປຸງແຕ່ງ ແລະແຍກປະເພດແຮ່​ທາດແຫ່ງທໍາອິດໃນສະຫະລັດ.

ໃນ​ປີ 2020, ລັດຖະບານ​ໄດ້​ມອບ​ເງິນ 9 ລ້ານ 6 ແສນ​ໂດ​ລາ​ໃຫ້​ແກ່​ບໍລິສັດ ທີ່​ເປັນ​ເຈົ້າ​ຂອງ​ບໍ່​ແຮ່​ທີ່​ຫາ​ຍາກ​ຂອງ​ອາ​ເມ​ຣິ​ກາທີ່​ມີ​ພຽງ​ແຫ່ງ​ດຽວ. ການປະກາດ ເງິນ 35 ລ້ານໂດລາໃນວັນອັງຄານຈະໄປ​ເພີ້ມ​ເຂົ້າ​ໃສ່ມູນຄ່າ 700 ລ້ານໂດລາ ທີ່ບໍ​ລິ​ສັດ MP Materials ຈະລົງທຶນໃນປີ 2024 ເພື່ອສ້າງການລະ​ບົບສະ ຫນອງແມ່ເຫຼັກແຮ່​ທາດທີ່ຫາຍາກຂອງອາເມຣິກາ, ອີງ​ຕາມ​ຫົວ​ໜ້າບໍ​ລິ​ຫານ ຫລື CEO ຂອງ​ບໍ​ລິ​ສັດ, ທ່ານ​ເຈມ​ສ໌ ລີ​ທິນ​ສ​ກີ (James Litinsky), ຜູ້ທີ່ກ່າວຢູ່ ໃນງານ ທີ່​ຈັດ​ຂຶ້ນ​ທາງ​ອອນ​ລາຍ​ຂອງທໍານຽບຂາວ.

ເດືອນມິຖຸນາທີ່ຜ່ານມາ ໂດຍປະຕິບັດຕາມຄຳ​ສັ່ງ​ຂອງ​ທ່ານໄບ​ເດັນ, ຄະ​ນະ​ລັດ​ຖະ​ບານໄດ້ເປີດເຜີຍບົດລາຍງານກ່ຽວກັບລະບົບຕ່ອງໂສ້ການສະຫນອງສິນ​ຄ້າ, ສະຫຼຸບໄດ້​ວ່າ​ມີການເພິ່ງ​ພາອາ​ໄສຈີນ ຫລາຍ​ເກີນ​ໄປສໍາລັບແຮ່ທາດທີ່ສໍາຄັນທີ່​ສຸດ. ປັດຈຸ​ບັນ, ຈີນ​ຄວບ​ຄຸມ 87 ເປີ​ເຊັນຂອງ​ຕະຫຼາດ​ແມ່​ເຫຼັກ​ຖາວອນໃນ​ທົ່ວ​ໂລກ, ພ້ອມ​ທັງ 55 ເປີ​ເຊັນຂອງ​ກຳລັງຄວາມ​ສາ​ມາດ​ໃນ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ຫາ​ຍາກ​ແລະ 85 ເປີ​ເຊັນຂອງ​ການ​ປຸງ​ແຕ່ງ​ມັນ.

ທ່ານ​ເພືອ​ເບ ມູນ (Phoebe Moon), ນັກ​ສຶກ​ສາປະລິນຍາເອກທີ່​ກຳ​ລັງ​ຂຽນ​ບົດ​ວິ​ທະ​ຍາ​ນິ​ພົນ​ຢູ່ທີ່ມະຫາວິທະຍາໄລຄາລິຟໍເນຍ, ເມືອງ​ເອີ​ວາຍ​ນ໌ (Irvine) ກ່າວວ່າ ສິ່ງທີ່ປັກກິ່ງກໍາລັງກຳຢູ່ໃນຕອນນີ້ ແມ່ນສໍາຄັນ, ຊຶ່ງເນັ້ນໃສ່ລະບົບ ຕ່ອງໂສ້ການສະຫນອງສິນ​ຄ້າທົ່ວໂລກ ແລະໃຊ້ເສດຖະກິດເປັນ​ການ​ທູດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG