ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ແລະ ອີກ 5 ປະເທດ ຈະໃຊ້ຄັງນໍ້າມັນສຳ​ຮອງ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ຂອງຜູ້ບໍລິໂພກ


ຖັງເກັບນໍ້າມັນຢູ່ໂຮງກັ່ນແຫ່ງນຶ່ງ ໃນນະ​ຄອນ ດີທຣອຍດ໌ ລັດ ມິຊິແກັນ. 21 ເມສາ, 2020.
ຖັງເກັບນໍ້າມັນຢູ່ໂຮງກັ່ນແຫ່ງນຶ່ງ ໃນນະ​ຄອນ ດີທຣອຍດ໌ ລັດ ມິຊິແກັນ. 21 ເມສາ, 2020.

ສະຫະລັດ ແລະ 5 ປະເທດອື່ນໆໄດ້ກ່າວໃນວັນອັງຄານວານນີ້ວ່າ ເຂົາເຈົ້າມີແຜນທີ່ຈະໃຊ້ຄັງນໍ້າ ມັນຍຸດທະສາດຂອງເຂົາເຈົ້າເພື່ອກັ່ນເປັນນໍ້າມັນແອັດຊັງ ແລະ ຜະລິດຕະພັນພະລັງງານອື່ນໆ ໃນຄວາມພະຍາຍາມປະສານກັນເພື່ອຕັດຄ່າໃຊ້ຈ່າຍທີ່ສູງຂຶ້ນ ທີ່ຜູ້ບໍລິໂພກຂອງເຂົາເຈົ້າກຳລັງຈ່າຍນັ້ນ.

ທຳນຽບຂາວໄດ້ກ່າວວ່າ ໃນບໍ່ເທົ່າໃດເດືອນຈະມາເຖິງນີ້ຮອດເດືອນເມສາ 2022, ສະຫະລັດ ຈະຜະລິດນໍ້າມັນ 50 ລ້ານຖັງ ຈາກຄັງນໍ້າມັນເປໂຕຣລຽມຍຸດທະສາດຂອງເຂົາເຈົ້າ ເພື່ອຂາຍໃຫ້ໂຮງກັ່ນ ທີ່ປັດຈຸບັນນີ້ມີ 621 ລ້ານຖັງໃນຖໍ້າເກືອ 4 ແຫ່ງຢູ່ຕາມຊາຍຝັ່ງທະເລອ່າວ ເມັກຊິໂກ.

ປະທານາທິບໍດີ ໂຈ ໄບເດັນ, ໃນການກ່າວຄຳປາໄສຕໍ່ທຳນຽບຂາວໄດ້ກ່າວວ່າ, ມັນແມ່ນການ​ນຳ​ໃຊ້ຄັ້ງໃຫຍ່ທີ່ສຸດ ຈາກຄັງນໍ້າມັນ ແຕ່ໄດ້ເຕືອນວ່າ “ມັນຈະໃຊ້ເວລາ” ສຳລັບນັກຂັບຂີ່ຍານພາຫະ ນະທີ່ຈະຮູ້ ກ່ຽວກັບ ການຫຼຸດລາຄານໍ້າມັນ ໃດໆຢູ່ປໍ້າຕ່າງໆ.

ທ່ານ ໄບເດັນ ໄດ້ກ່າວໂດຍຖິ້ມໂທດໃສ່ປະເທດທີ່ອຸດົມຮັ່ງມີດ້ວຍນໍ້າມັນສຳລັບການບໍ່ຂະຫຍາຍການຜະລິດໃຫ້ພໍພຽງຕາມຄວາມຮຽກຮ້ອງຕ້ອງການຂອງໂລກວ່າ “ນີ້ບໍ່ແມ່ນບັນຫາສຳລັບ ສະຫະ ລັດ ເທົ່ານັ້ນ ແຕ່ສຳລັບທົ່ວໂລກ.”

ການປ່ອຍນໍ້າມັນຂອງ ສະຫະລັດ ເອງ ແລະ ແຜ່ອອກໄປຫຼາຍເດືອນນັ້ນ ອາດຈະບໍ່ສ້າງຄວາມແຕກຕ່າງຫຍັງຫຼາຍ ໃນລາຄານໍ້າມັນແອັດຊັງທີ່ຜູ້ຂັບຂີ່ຍານພາ ຫະນະ ອາເມຣິກັນ ກຳລັງຊື້ໃນເວລານີ້, ເຊິ່ງຄ່ານໍ້າມັນແຫ່ງຊາດ ສະເລ່ຍ 3 ໂດລາ 40 ເຊັນຕໍ່ 3.8 ລິດ, ສູງທີ່ສຸດນັບຕັ້ງແຕ່ປີ 2014.

ແຕ່ການຫຼຸດຄ່ານໍ້າມັນທີ່ອາດເປັນໄປໄດ້ຢ່າງແນ່ນອນອາດຈະບໍ່ຖືກຄິດໄລ່ໃນທັນທີ ຍ້ອນວ່າເຂົາ ເຈົ້າບໍ່ຮູ້ວ່າສີ່ປະເທດອື່ນໆໄດ້ແກ່ ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ອັງກິດ ມີແຜນທີ່ຈະປ່ອຍນໍ້າມັນອອກຈາກຄັງຂອງເຂົາເຈົ້າຫຼາຍປານໃດ. ອິນເດຍ ໄດ້ກ່າວວ່າເຂົາເຈົ້າຈະປ່ອຍ 5 ລ້ານຖັງ.

ພ້ອມກັນນັ້ນ, ຜູ້ຜະລິດນໍ້າມັນທີ່ສຳຄັນໃນພາກຕາເວັນອອກກາງ, ທີ່ນໍາພາໂດຍອົງການຂອງປະ ເທດສົ່ງອອກນໍ້າມັນ ເປໂຕຣລຽມ ທີ່ມີສະມາຊິກ 13 ປະເທດນັ້ນ, ອາດຕັດການຜະລິດຂອງເຂົາເຈົ້າລົງ ເພື່ອຊົດເຊີຍນໍ້າມັນໃໝ່ໃນຕະຫຼາດໂລກຈາກ 6 ປະເທດດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG