ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະກາດຈັດ​ຕັ້ງ​ ​ໂຄງການ ອາສາສະໝັກ ເພື່ອ ສັນຕິພາບ ໃນມຽນມາ


ປະທານນາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຕໍ່ ທ່ານນາງ Aung San Suu Kyi ຜູ້ນຳຝ່າຍຄ້ານມຽນມາ ລະຫວ່າງກອງປະຊຸມໂຕະມົນ ກັບສະມາຊິກສະພາແຫ່ງຊາດ ແລະກຸ່ມສັງຄົມພົນລະເຮືອນ ເພື່ອຫາລື ກ່ຽວກັບຂັ້ນຕອນ ການປະຕິຮູບ (13 ພະຈິກ 2014)
ປະທານນາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຕໍ່ ທ່ານນາງ Aung San Suu Kyi ຜູ້ນຳຝ່າຍຄ້ານມຽນມາ ລະຫວ່າງກອງປະຊຸມໂຕະມົນ ກັບສະມາຊິກສະພາແຫ່ງຊາດ ແລະກຸ່ມສັງຄົມພົນລະເຮືອນ ເພື່ອຫາລື ກ່ຽວກັບຂັ້ນຕອນ ການປະຕິຮູບ (13 ພະຈິກ 2014)

ສະຫະລັດ ​ໄດ້​ປະກາດ​ທີ່​ຈະຈັດ​ຕັ້ງ​ ​ໂຄງການອາສາສະໝັກ
ເພື່ອສັນຕິພາບ ຫລື Peace Corp ຢູ່​ໃນ​ມຽນມາ.

ນີ້ແມ່ນການເຄື່ອນໄຫວຫລ້າສຸດ ທີ່ສະຫະລັດ ​ໄດ້​ຂະຫຍາຍ
​ການ​ຮ່ວມມື ກັບປະເທດມຽນມາ ທີ່ຕັ້ງຢູ່ໃນເຂດເອເຊຍຕາ
ເວັນອອກສຽງໃຕ້ ທີ່​ໂດດດ່ຽວມາ​ເປັນ​ເວລາ​ດົນ​ນານ.

ຖະ​ແຫລງການສະບັບນຶ່ງຂອງທຳ​ນຽບຂາວ ກ່າວ​ວ່າ ບໍ່​ມີ​ທາງ
ໃດ​ທີ່​ດີໄປກ​ວ່າສຳຫລັບສະຫະລັດ ​ໃນການສະແດງອອກຊຶ່ງ​
ຄວາມ​ໝາຍ​ໝັ້ນ​ຕໍ່ມຽນມາ ໂດຍຜ່ານ​ “​ການຕິດຕໍ່ພົວພັນ ລະ
ຫວ່າງປະຊາ​ຊົນ ກັບປະຊາຊົ​ນ ໃນ​ລະດັບຮາກ​ຫຍ້າ.”

ຖະແຫລງການເວົ້າວ່າ ພວກ​ອາສາ​ສະໝັກເພື່ອສັນຕິພາບຈຸທຳອິດ ຈະ​ໄປ​ເຖິງ ມຽນມາ
​ໃນ​ທ້າຍ​ປີ 2015 ​ແລະ​ຈະ​ຜ່ານ​ການ​ອົບ​ຮົມ​ສາມ​ເດືອນ ກ່ອນ​ຈະ​ຍ້າຍ​ໄປ​ບ່ອນ​ປະຕິບັດ
​ງານ​ເປັນ​ເວລາ​ສອງ​ປີ.

ການ​ປະກາດ​ບັງເອີນໄດ້ມີຂື້ນ ໃນລະຫວ່າງ​ການ​ຢ້ຽມຢາມມຽນມາ ຂອງ ປະທາ ນາທິບໍດີ
ສະຫະລັດ ທ່ານ Barack Obama ຜູ້​ທີ່​ໄດ້​ເຂົ້າ​ຮວມກອງ​ປະຊຸມ​ສຸດ​ຍອດ​ຂົງ​ເຂດ ​ແລະ
​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ປະ​ເທດ. ຢູ່​ໃນ​ລະຍະ​ການ​ຢ້ຽມຢາມນີ້ ທ່ານ Obama ​ໄດ້​ສ​ະ​ແດງ​
ຄວາ​ມ​ເປັນ​ຫ່ວງ​ວ່າ ມຽນມາແມ່ນມີຄວາມຊັກ​ຊ້າຫລື ​ຕ່າວປີ້ນຖອຍຫລັງກໍມີ ໃນການ​
ປ່ຽນແປງ​ໄປ​ສູ່ປະຊາທິປະ​ໄຕ.

​ໂຄງການອາສາສະໝັກເພື່ອສັນຕິພາບ ​ໄດ້​ຕັ້ງ​ຂື້ນ​ມາ​ໃນ​ປີ 1961​. ນັບ​ແຕ່​ນັ້ນ​ມາ ​ໄດ້​ສົ່ງ​
ບັນດາ​ອາສາສະໝັກ​ເກືອບ 220,000 ​ຄົນໄປ​ປະຕິບັດໜ້າທີ່ຢູ່ໃນ​ທົ່ວ​ໂລກ​ເພື່ອ​ໃຫ້ການ
​ຊ່ວຍ​ເຫລືອຢູ່​ໃນ​ຂົງເຂດວຽກງານຕ່າງໆ ຮວມທັງການ​ສຶກສາ ອາ​ນະ​ໄມ ​ແລະ​ກະ​ສິກຳ.
ພາລະກິດພາກສ່ວນ​ຂອງ​ອົງການນີ້ ກໍ​ຄື​ການ​ສົ່ງ​ເສີມ​ ຄວາມ​ເຂົ້າ​ອົກເຂົ້າໃຈທີ່ດີ ​ລະຫວ່າງ
ຊາວອາເມຣິກັນ ແລະ​ປະຊາຊົນໃນປະເທດ​ອຶ່ນໆ.

ມຽນມາຈະ​ກາຍ​ມາ​ເປັນ​ປະ​ເທດ​ທີ່ 141 ທີ່ມີ​ໂຄງການອາສະໝັກເພື່ອສັນຕິພາບ. ທຳນຽບ
ຂາວກ່າວ​ວ່າ ການ​ປະກາດດັ່ງກ່າວນີ້ “​ແມ່ນສະ​ແດງ​ໃຫ້ເຫັນເພີ່ມ​ເຕີມ​ ໃນການເປັນພາຄີ
ທີ່ເຂັ້ມແຂງ ​ແລະຄວາມສຳພັນອັນຍາວນານ ລະຫວ່າງ ສະ ຫະ​ລັດ ​ແລະ​ມຽນມາ.”

XS
SM
MD
LG