ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ຫະ​ລັດ ​ປະ​ກາດ​ລົງ​ໂທດ ​ພວ​ກຊົນ​ຊັ້ນ​ສູງຂອງ​ຣັດ​ເຊຍ​ເພີ້ມ​ເຕີມ


ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດ​ເມຍ ປູ​ຕິນ ຖະ​ແຫລງ​ຕໍ່ ສະ​ມາ​ຊິກ​ສະ​ພາ ທີ່​ນະ​ຄອນ​ແຊນ ປີ​ເຕີ​ສ​ເບີກ ປະ​ເທດຣັດ​ເຊຍ Russia ວັນ​ທີ 27 ເມ​ສາ 2022
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດ​ເມຍ ປູ​ຕິນ ຖະ​ແຫລງ​ຕໍ່ ສະ​ມາ​ຊິກ​ສະ​ພາ ທີ່​ນະ​ຄອນ​ແຊນ ປີ​ເຕີ​ສ​ເບີກ ປະ​ເທດຣັດ​ເຊຍ Russia ວັນ​ທີ 27 ເມ​ສາ 2022

ລັດ​ຖະ​ບານ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ພະ​ຫັດ​ວາ​ນີ້​ວ່າ ຕົນ​ພະ​ຍາ​ຍາມ​ທີ່​ຈະ​ປິດຊ່ອງ​ຫວ່າງ ພວກ​ຫລົບຫລີກມາດ​ຕະ​ການລົງ​ໂທດ ທີ່​ໃຊ້​ໂດຍ​ພວ​ກຊົນ​ຊັ້ນ​ສູງຂອງ​ຣັດ​ເຊຍ ຮວມ​ທັງ​ປະ​ທ​າ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດເມຍ ປູ​ຕິນ “ພະ​ຍາ​ຍາມ​ທີ່​ ຈະ​ຊຸກ​ເ​ຊື່ອງ ແລະ​ຍ້າຍ​ເງິນ ແລະ​ກໍ​ໃຊ້​ຊັບ​ສິນ​ຫລູ​ຫລາ​ລາ​ຄາ​ແພງຢ່າງ​ລຶກ​ລັບຢູ່ໃນທົ່ວ​ໂລກ.”

ບັນ​ດາ​ເປົ້າ​ໝາຍ​ຕ່າງໆ​ແມ່ນຮວມ​ທັງກຳ​ປັ່ນ​ຫລູ​ຫລາ ເຮືອ​ບິນ ​ຂອງບັນ​ດາ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ແລະ​ຄົນ​ອື່ນໆ​ທີ່​ໃກ້ຊິດ​ກັບ​ປູ​ຕິນ.

ບັນ​ດາ​ກຳ​ປັ່ນ​ຫລູ​ຫລາທີ່​ເປັນເປົ້າ​ໝາຍ ​ແມ່ນຮວມ​ທັງ​ກຳ​ປັ່ນ​ຕິດ​ທຸງ​ຣັດ​ເຊຍ ຊື່ Graceful ແລະຕິດ​ທຸງ Cayman Islands ຊື່ Olympia ​ພ້ອມ​ທັງ​ກຳ​ປັ່ນ​ຫລູ​ຫລາ​ອີກ​ສອງ​ລຳ ​ຊື່ Shellest ແລະ Nega ທັງ​ສອງ​ເປັນ​ເຈົ້າ​ຂອງ​ໂດຍ​ ​ບໍ​ລິ​ສັດ​ຣັດ​ເຊຍ.

​ທຳ​ນຽບ​ຂາວ​ກ່າວ​ວ່າ ການ​ລົງ​ໂທດ​ໃໝ່​ໄດ້​ວາງ​ອອກ “ເພື່ອ​ທັບມ້າງ​ການ​ຫລົບ​ຫລີກ ແລະເພີ້​ມ​ຄວາມ​ເຄັ່ງ​ຄັດ​ຂຶ້ນ​ຕໍ່​ການ​ລົງ​ໂທດເພື່ອ​ຊຸກ​ຍູ້​ຝຍການ​ບັ​ງ​ຄັບ​ໃຊ້ ແລະ​ເພີ້ມ​ຄວາມ​ກົດ​ດັນ​ຕໍ່​ປູ​ຕິນ ແລະ​ພວກ​ສະ​ໜັບ​ສະ​ໜູນ.”

ຢູ່​ໃນຖະ​ແຫລງ​ການ​ປະ​ກາດ​ການ​ລົງ​ໂທດ ທີ່​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ ທ່ານ​ແອນ​ ໂທ​ນີ ບ​ລິງເກັນ ໄດ້​ກ່າວ​ວ່າ “ສະ​ຫະ​ລັດ​ຈະ​ດຳ​ເນີນການ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ຊຸກ​ຍູ້​ໃຫ້​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່ປະ​ທາ​ນາ​ທິ​ບໍ​ດີປູ​ຕິນ ແລະ​ ພວກ​
ສະ​ໜັບ​ສະ​ໜູນ​ຕໍ່ການຮຸກ​ຮານ​ຣັດ​ເຊຍ.

​ລັດ​ຖະ​ບານ​ສະ​ຫະ​ລັດ ກ່າວ​ວ່າ ປູ​ຕິນ “​ໄດ້​ເດີນ​ທາງ​ຫລາຍ​ເທື່ອ” ຢູ່​ໃນ​ກຳ​ປັ່ນຫລູ​ຫລາ ທີ່​ຖືກ​ລົງ​ໂທດ​ປັດ​ຈຸ​ບັນ ຫວ່າງ​ປີ​ກາຍ​ທີ່​ຜ່ານ​ມາ​ນີ້.

“​ພວກ​ຊົນ​ຊັ້ນ​ສູງ​ຣັດ​ເຊຍ ຂຶ້ນ​ຢູ່​ກັບ ຮວມ​ທັງ​ທ່ານ​ປູ​ຕິນ ປະ​ທ​າ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແມ່ນອາ​ໄສ​ລະ​ບົບ​ການ​ສະ​ໜັບ​ສະ​ໜູນ​ທີ່ສະ​ຫ​ລັບ​ຊັບ​ຊ້ອນ ເພື່ອ​ຊຸກ​ເ​ຊື່ອງ ຍົກ​ຍ້າຍ ແລະ​ຮັກ​ສາ​ຊັບ​ສົມ​ບັດ​ຫລູຫລາ​ຮັ່ງ​ມີ” ທີ​ທ່ານບ​ຣາຍ​ອັນ ແນ​ລ​ສັນ (Brian Nelson) ຮອງ​ລັດ​ຖະ​ມົນ​ຕີ​ຄັງ​ເງິນ ​ຮັບ​ຜິດ​ຊອບ​ເລື້ອງ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ແລະ​ສືບ​ລັບ
ດ້ານການ​ເງິນ.

ການ​ລົງ​ໂທດ​ມື້​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ​ກະ​ຊວງ​ການ​ເງິນ​ສາ​ມາດ ແລະ​ຈະ​ຕິດ​ຕາມ​ພວກ​ທີ່​ຮັບ​ຜິດ​ຊອບ​ຕໍ່​ການ​ປົກ​ປິດ ແລະ​ຮັກ​ສາ​ຜົນ​ປະ​ໂຫຍດ​ອັນບໍ່ຊອບ​ທຳ. ​ພວກ​ເຮົາ​ຈະ​ສືບ​ຕໍ່ບັງ​ຄັບ​ລົງ​ໂທດແລະ​ເປີດ​ໂສມ​ໜ້າ​ລະ​ບົບ​ສໍ້​ລາດ​ບັງ​ຫລວງ ​ທີ່ປະ​ທານາ
​ທິ​ບໍ​ດີ​ປູ​ຕິນ ແລະ​ພວກ​ຊົນ​ຊັ້ນ​ສູງ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ເຂົາ​ເຈົ້າ​ເອ​ງ.

The U.S. government said Thursday that it was trying to shut down sanction evasion measures used by Russia’s elites, including President Vladimir Putin, “to attempt to hide and move money and anonymously make use of luxury assets around the globe.”

The targets include a yacht brokerage, aircraft, Russian officials and others close to Putin.

Targeted yachts include the Russia-flagged Graceful and the Cayman Islands-flagged Olympia, as well as two other yachts, the Shellest and the Nega, both owned by Russian companies.

The White House said the new sanctions were imposed "to crack down on evasion and tighten our sanctions to enhance enforcement and increase pressure on Putin and his enablers."

In a statement announcing the sanctions, U.S. Secretary of State Antony Blinken said, "The United States will continue to support the people of Ukraine while promoting accountability for President Putin and those enabling Russian aggression."

The U.S. government said Putin had “taken numerous trips” on the now-sanctioned yachts as recently as last year.

“Russia’s elites, up to and including President Putin, rely on complex support networks to hide, move and maintain their wealth and luxury assets,” said Brian Nelson, undersecretary of the Treasury for terrorism and financial intelligence.

“Today’s action demonstrates that Treasury can and will go after those responsible for shielding and maintaining these ill-gotten interests," he said. "We will continue to enforce our sanctions and expose the corrupt systems by which President Putin and his elites enrich themselves.”

XS
SM
MD
LG